ແມ່ຍິງລາວ 2 ຄົນ ຖືກຕົວະຮັບຈ້າງຖືພາ ຢູ່ຈີນ
2019.11.25

ແມ່ຍິງລາວຈໍານວນບໍ່ໜ້ອຍ ຖືກຕົວະຍົວະຫຼອກລວງ ໄປເຮັດວຽກຢູ່ຈີນ ຫຼືແຕ່ງດອງກັບຜູ້ຊາຍຈີນ ແລ້ວພາໄປຢູ່ຈີນ, ໂດຍໃຫ້ຄວາມຫວັງວ່າ ຈະມີວຽກເຮັດງ່າຍ, ໄດ້ເງິນດີ ແລະ ມີຊີວິດການເປັນຢູ່ດີ. ແຕ່ເມື່ອໄປຮອດຈີນແລ້ວ, ຊໍ້າພັດຖືກບັງຄັບໃຫ້ເຮັດວຽກໜັກ ຖືກກັກຂັງ ຖືກຂາຍເຂົ້າຊ່ອງໂສເພນີ, ຖືກຂາຍໃຫ້ຜູ້ຊາຍອາຍຸສູງ ຮວມທັງໃຫ້ຮັບຈ້າງ ຖືພາ-ອອກລູກໃຫ້ກໍມີ.
ແລະ ຫຼ້າສຸດນີ້, ກໍມີແມ່ຍິງລາວ 2 ຄົນ, ຜູ້ນຶ່ງ ອາຍຸ 17 ປີ ຈາກບ້ານທົ່ງ, ເມືອງປາກຊັນ ແຂວງບໍຣິຄໍາໄຊ ແລະ ອີກຜູ້ນຶ່ງ ອາຍຸ 22 ປີ ຈາກບ້ານທົ່ງຫົວເມືອງເໜືອ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ໄດ້ຖືກຕົວະຍົວະໄປ. ແຕ່ກໍຍັງໂຊກດີ ທີ່ພວກນາງ ມີໂອກາດໄດ້ໄປພົບເຈົ້າໜ້າທີ່ຕຳຣວດຈີນ ແລະ ໄດ້ຮັບການຊ່ອຍເຫຼືອ ເພື່ອໃຫ້ໄດ້ກັບຄືນບ້ານເກີດ ພາຍຫຼັງຖືກຕົວະໄປເຮັດວຽກຢູ່ຈີນ, ແຕ່ພັດຖືກຍົວະໃຫ້ຮັບຈ້າງຖືພາ, ເຊິ່ງຂະນະນີ້ ຢູ່ໃນຄວາມດູແລຂອງຕໍາຣວດຈີນ, ອີງຕາມຄວາມເວົ້າຂອງນັກສຶກສາລາວ ຂັ້ນປະຣິນຍາໂທ ທີ່ເມືອງເຫີໜານ, ເຊິ່ງໄດ້ຮັບຣາຍງານຈາກຕຳຣວດຈີນ ຕໍ່ RFA ໃນມື້ວັນທີ 14 ພຶສຈິກາ ນີ້:
“ເຂົາຣາຍງານມາບອກວ່າ ເດັກນ້ອຍ 2 ຄົນນີ້ ຖືກຕົວະໃຫ້ໄປເຮັດວຽກ, ແຕ່ວ່າໄປຮອດແລ້ວ ໃຫ້ໄປຮັບຈ້າງຖືພາ, ຊີ້ໜາ ອຸ້ມທ້ອງ ຊີ້ນ່າ. ຢູ່ເຫີໜານ ຢູ່ຈີນພຸ້ນນາ.”
ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ຕຳຣວດລາວ ທ່ານນຶ່ງ, ຕຳຣວດເມືອງເຫີໜານຂອງຈີນ ໄດ້ຕິດຕໍ່ມາຫາຕຳຣວດລາວ ແລະ ບອກວ່າ ເຈົ້າໜ້າທີ່ຕຳຣວດເຫີໜານ ໄດ້ຮັບເຣື້ອງ ແລະ ຮັບປາກແມ່ຍິງ 2 ຄົນນັ້ນວ່າ ຈະຊ່ອຍເຫຼືອ, ເຊິ່ງຂະນະນີ້ ຢູ່ໃນຣະຫວ່າງການປະກອບເອກະສານ ກ່ອນທີ່ຈະສົ່ງພວກນາງກັບຄືນມາລາວ ແລະ ທັງເວົ້າວ່າ ພວກນາງປອດພັຍດີ.
ແລະ ຜູ້ເປັນແມ່ ຂອງແມ່ຍິງອາຍຸ 17 ປີ ທີ່ບໍ່ໄດ້ຕິດຕໍ່ກັບລູກສາວຂອງຕົນມາໄດ້ 4 ເດືອນແລ້ວນັ້ນ, ກໍເປັນຫ່ວງລູກຫຼາຍ ບໍ່ຮູ້ວ່າລູກໄປໃສ.
“ນຶກວ່າໄປເຮັດວຽກຢູ່ວຽງນີ້, ຕໍ່ມາໄດ້ຍິນຂ່າວວ່າ ເຂົາເຈົ້າເອົາລົງ face ນ່າ, ໄປຢູ່ເມືອງຈີນພຸ້ນແຫຼະ, ອູ້ມທ້ອງໃຫ້ເຂົາວ່າຊັ້ນ. ລູກກໍຕັ້ງແຕ່ມື້ຫັ້ນ ລູກນ່າ ບໍ່ໄດ້ຕິດຕໍ່ມາເລີຍ ຕັ້ງແຕ່ມື້ນັ້ນ, ຫ່ວງແທ້ ທຸກມື້ນີ້ຄິດຮອດນະ.”
ສຳລັບຜູ້ເປັນແມ່ຂອງແມ່ຍິງອາຍຸ 22 ປີນັ້ນ, ກໍເວົ້າວ່າ ຕິດຕໍ່ຫາລູກສາວບໍ່ໄດ້ 2 ເດືອນແລ້ວ. ຕໍ່ມາລູກສາວຂອງຕົນໄດ້ໂທຣະສັບ ຈາກຈີນ ມາບອກວ່າ ໄປເຮັດວຽກເກັບໝາກສາລີຢູ່ຈີນ ໄດ້ເງິນບໍ່ຫຼາຍ, 1 ລ້ານ 2 ລ້ານກີບ, ໄດ້ຝາກເງິນທາງທນາຄານ ມາໃຫ້ພໍ່ແມ່ ເອົາໄວ້ປິ່ນປົວພະຍາດ, ແຕ່ພໍ່ແມ່ກໍຖອນເງິນອອກບໍ່ໄດ້ ເພາະບັນຊີເງິນຝາກ ເປັນຊື່ຂອງລູກສາວ. ເຖິງຢ່າງໃດກໍຍັງຄຶດນຳລູກສາວຢູ່ ດັ່ງທີ່ນາງກ່າວວ່າ:
“ທໍາອິດຫັ້ນລູກເວົ້າວ່າ ໄປເຮັດວຽກ. ຄັນລູກໄດ້ວຽກແລ້ວ ຊິໂທມາຫາແມ່ ລະໂທມາຫາແມ່ ລະລູກວ່າ ແມ່ເອີ໊ຍ ລູກໄດ້ວຽກແລ້ວ, ວຽກຫຍັງ? ໂອ໊ຍ, ໄປເກັບສາລີ ເຮົາຊິບໍ່ໄດ້ຫຼາຍດອກ, ໝ້ອງລ້ານ ລ້ານປາຍ ກະບໍ່ໄດ້ຍິນຂ່າວເລີຍ ກໍເທື່ອໄດ້ຍິນຂ່າວວັ່ງ 2-3 ມື້ນີ້.”
ນາງເວົ້າວ່າ ເມື່ອເຫັນຮູບລູກສາວ ໃນເຟສບຸກຂອງນັກສຶກສາປຣິນຍາໂທ ທີ່ວ່າ ຖືກຕົວະໄປຈີນ ແລະ ຖືກຄົນຈີນຍົວະໃຫ້ຮັບຈ້າງຖືພາ ອອກລູກໃຫ້ເຂົາຄືແນວນັ້ນແລ້ວ, ຍິ່ງເຮັດໃຫ້ຕົນເປັນຫ່ວງລູກສາວຫຼາຍຂຶ້ນ.
ແຕ່ເຖິງຢ່າງໃດກໍຕາມ, ເປັນທີ່ຄາດກັນວ່າ ແມ່ຍິງລາວຜູ້ເຄາະຮ້າຍ 2 ຄົນທີ່ວ່ານັ້ນ ອາຈໄດ້ກັບຄືນມາລາວ ໃນອີກບໍ່ດົນນີ້. ທາງ RFA ໄດ້ພະຍາຍາມຕິດຕໍ່ຖາມໄປຍັງ ສະຖານກົງສູນລາວ ແລະ ສະຖານທູຕລາວ ປະຈໍາປະເທດຈີນ, ແຕ່ບໍ່ມີຄົນຮັບສາຍ.
ນີ້ເປັນກໍຣະນີທຳອິດ ທີ່ວ່າ ແມ່ຍິງລາວ ຖືກຕົວະໄປເຮັດວຽກ ແລ້ວຍົວະໃຫ້ຖືພາ ອອກລູກໃຫ້ຄົນອື່ນຢູ່ຈີນ, ເຊິ່ງແຕກຕ່າງໄປຈາກທີ່ຜ່ານມາ ທີ່ແມ່ຍິງລາວ ຖືກຕົວະໄປແຕ່ງດອງ, ຕົວະໄປເຮັດວຽກໜັກ.
ຕົວຢ່າງກໍຣະນີເດັກນ້ອຍແມ່ຍິງລາວເຜົ່າມົ້ງ 3 ຄົນ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ, ເຊິ່ງຜູ້ນຶ່ງຢູ່ບ້ານພູລັນເໜືອ ແລະ 2 ຄົນຢູ່ບ້ານທ່າຫຼວງ ທີ່ໄປເຮັດວຽກຢູ່ສວນກ້ວຍ ແລະ ສວນໝາກໂມຂອງຈີນ ແລ້ວຖືກຄົນຈີນ ທີ່ເຮັດວຽກຢູ່ບ່ອນດຽວກັນນັ້ນ, ຕົວະວ່າຈະພາໄປສ້າງຄອບຄົວ, ເປັນຜົວເມັຽ ແລະ ເຮັດວຽກຢູ່ຈີນ, ໂດຍທີ່ຝ່າຍຊາຍ ໄດ້ມາສູ່ຂໍນຳພໍ່ແມ່ ຮອດເຮືອນ ຕາມປະເພນີ ແລະ ໃຫ້ເງິນຄ່າດອງປະມານ 30 ພັນຢັວນ. ຍ້ອນຄອບຄົວຂອງພວກນາງທຸກຍາກ, ພໍ່ແມ່ຈຶ່ງຕົກລົງ ໃຫ້ພວກນາງໄປ, ໂດຍຫວັງວ່າ ເມື່ອລູກໄປຢູ່ຈີນແລ້ວ ຈະມີເງິນສົ່ງມາໃຫ້ທາງບ້ານ ພໍໄດ້ຢູ່ໄດ້ກິນ.
ແຕ່ແລ້ວ, ກໍບໍ່ເປັນຄືດັ່ງວ່າ ຜົວຈີນໃຫ້ພວກນາງຢູ່ແຕ່ໃນເຮືອນ ເປັນເວລາ 2 ປີປາຍ. ແຕ່ໃນມື້ນຶ່ງ, ພວກນາງໄດ້ຍິນວ່າ ຜູ້ເປັນຜົວຈະຂາຍພວກນາງ ໄປເປັນເມັຽຂອງຄົນເຖົ້າຈີນ. ເມື່ອເຫັນທ່າບໍ່ດີຄືແນວນັ້ນ, ພວກນາງກໍຢ້ານ ຈຶ່ງຫາວິທີໜີໄປ, ໂດຍຕົວະຜູ້ເປັນຜົວວ່າ ມາເຫິງແລ້ວ ຢາກກັບເມືອຢາມພໍ່ແມ່ ພີ່ນ້ອງຢູ່ລາວ. ຜູ້ເປັນຜົວຫຼົງເຊື່ອ ຈຶ່ງປ່ອຍໃຫ້ພວກນາງຂີ່ຣົດໂດຍສານຈີນ-ລາວ ຜ່ານດ່ານຊາຍແດນ ບໍ່ຫານ-ບໍ່ເຕັນ, ແຂວງຫຼວງນໍ້າທາ. ເມື່ອກັບມາຮອດຄອບຄົວແລ້ວ ກໍບໍ່ຕິດຕໍ່ໄປຫາຜົວຈີນເລີຍ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ຕໍາຣວດ ປກສ ແຂວງຫຼວງນໍ້າທາ ຕໍ່ RFA ເມື່ອວັນທີ 12 ພຶສຈິການີ້.
“2 ປີແລ້ວ ເອົາກັນກໍບໍ່ມີເອກສານ ຢູ່ແຕ່ໃນເຮືອນ ບໍ່ໄດ້ໄປອອກນອກອອກນາຊໍ້າ ຢູ່ຈີນນະ ມີລູກນໍາກັນແລ້ວບາດນີ້ ຜົວກໍໄປຕິດຕໍ່ເຖົ້າແກ່ ມາຊື້ຕໍ່ຫັ້ນນ່າ ຂາຍໃຫ້ຜູ້ທີ 2 ຕື່ມ ຄືສິຮູ້ພາສາຈີນ ໄດ້ຍິນກໍເສັຽຫລັກ ເພິ່ນກໍໄດ້ເມືອສົ່ງ ມາຢາມພີ່ນ້ອງກ່ອນ ເປັນແນວໃດແລ້ວຈະໄດ້ກັບເມືອວ່າຊັ້ນນ່າ.”
ເວົ້າເຣື້ອງການຕົວະຍົວະ ຫລອກລວງແມ່ຍິງລາວໄປຈີນຂອງຜູ້ຊາຍຈີນ ແມ່ນມີຫຼາຍໆກໍຣະນີ. ຫາກເບິ່ງຄືນຫຼັງໄປຮອດເດືອນກັນຍາ ທີ່ຫາກໍຜ່ານມານີ້, ກໍມີເດັກນ້ອຍແມ່ຍິງລາວ ອາຍຸ 16 ປີ ຢູ່ເມືອງຄໍາ ແຂວງຊຽງຂວາງ ຖືກນາຍໜ້າຄົນລາວ ຕົວະວ່າ ຈະພາໄປຮຽນໜັງສືຕໍ່ຢູ່ຈີນ. ແຕ່ເມື່ອໄປຮອດແລ້ວ, ກໍຖືກບັງຄັບໃຫ້ບໍຣິການທາງເພດ ແບບບໍ່ໃຫ້ຢູ່ໃຫ້ເຊົາ. ແຕ່ນາງກໍຂ້ອນຂ້າງໂຊກດີ ທີ່ມີເຈົ້າໜ້າທີ່ຕໍາຣວດລາວ ເຂົ້າໄປໃຊ້ບໍຣິການ ຢູ່ຮ້ານຈີນ ທີ່ນາງເຮັດວຽກຢູ່. ພໍນາງຮູ້ ນາງກໍຖືໂອກາດ ຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ຄົນດັ່ງກ່າວ ແລະເຈົ້າໜ້າທີ່ລາວຜູ້ນັ້ນ ກໍຖືໂອກາດພານາງອອກມາ, ພາຂີ່ຣົດກັບຄືນມາລາວ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ອໍານາດການປົກຄອງບ້ານຄັງເຄາະ ຕໍ່ RFA ໃນມື້ວັນທີ 26 ກັນຍາຜ່ານມາ.
“ລາວສູງຫັ້ນ ຕົວະໄປຮຽນນັ້ນແຫລະ ເປັນຜູ້ເອົາສົ່ງຂາຍໃຫ້ຄົນຈີນ ເອົາອອກມາເລີຍນະ ສູ້ບໍ່ໄຫວຫັ້ນນ່າ ໂອ໊ ແບບທາຣຸນຫັ້ນນະ ແບບວ່າຮັບແຂກຫລາຍຄົນຫັ້ນແຫລະ ທໍາຮ້າຍຜູ້ຍິງຫັ້ນແຫລະ ຕົວະໄປເຮັດແນວນັ້ນ ເລີຍນະ. ໂສເພຮີເນາະ ຕໍາຣວດລາວເຮົາກໍໄປຫລີ້ນເດ໊ ກໍສວຍໂອ ກາດເອົາອອກມາ.”
ພໍກັບມາເຖິງລາວແລ້ວ, ກໍພານາງໄປຣາຍງານຕໍ່ເຈົ້າໜ້າທີ່ທາງການ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ກໍຕິດຕາມຫານາຍໜ້າ 2 ຄົນ, ແຕ່ຈັບໄດ້ຜູ້ນຶ່ງ ເປັນຄົນລາວ. ສ່ວນວ່າອີກຜູ້ນຶ່ງ ທີ່ເປັນຄົນຈີນ ຍັງຕິດຕາມຫາຕົວຢູ່.
ທີ່ເວົ້າມານັ້ນ, ແມ່ນກໍຣະນີໂຊກດີ ຂອງແມ່ຍິງລາວ ທີ່ມີໂອກາດໄດ້ດີ້ນຮົນ ຫາທາງເພື່ອເຮັດໃຫ້ພວກຕົນ ໄດ້ຫຼຸດພົ້ນອອກຈາກການຖືກກົດຂີ່, ບັງຄັບ, ຂູ່ເຂັນ ແລະ ໄດ້ກັບຄືນມາຫາຄອບຄົວ ພໍ່ແມ່ຢູ່ທາງເມືອງລາວ. ແຕ່ກໍຍັງບໍ່ຮູ້ວ່າ ຍັງມີແມ່ຍິງລາວອີກຫຼາຍໜ້ອຍສ່ຳໃດ ທີ່ມີຊີວິດຢູ່ຄືກັນກັບ (ຕາຍທັງເປັນ) ຢູ່ຈີນ.
ອີງຕາມຣາຍງານຕໍ່ກອງປະຊຸມ ຕ້ານການຄ້າມະນຸດ ຢູ່ນະຄອນຫຼວງວຽງຈັນ ເມື່ອເດືອນຕຸລາ 2018, ມີແມ່ຍິງລາວຢ່າງໜ້ອຍ 3 ພັນຄົນ ຖືກຕົວະຍົວະໄປຈີນ. ໃນນັ້ນ, ຊ່ອຍກັບຄືນລາວໄດ້ 600 ຄົນ.