ເມືອງນາໝໍ້ ກວດມົ້ງຈີນ ຕົວະມົ້ງລາວ ຍາມບຸນກິນຈຽງ
2019.12.30
ໃນໂອກາດ ບຸນກິນຈຽງ ຂອງຊາວມົ້ງ ເມືອງນາໝໍ້ ແຂວງອຸດົມໄຊ ໃນປີນີ້, ເຈົ້າໜ້າທີ່ ທັງກຳລັງ ປ້ອງກັນຊາຕ ແລະ ປ້ອງກັນ ຄວາມສງົບ ໄດ້ລົງ ເຄື່ອນໄຫວ ກວດກາ ຕາມແນວ ຊາຍແດນ ລາວ-ຈີນ ທັງດ່ານ ທັມຊາດ ແລະ ດ່ານສາກົລ ເພື່ອ ສະກັດກັ້ນ ບໍ່ໃຫ້ ນາຍໜ້າ ຊາວມົ້ງຈີນ ລັກລອບ ເຂົ້າມາ ຕົວະຍົວະ ເອົາຍິງສາວ ຊາວມົ້ງລາວ ເພື່ອໄປ ເປັນເມັຽ ຂອງເຜົ່າມົ້ງຈີນ. ດັ່ງ ເຈົ້າໜ້າທີ່ ປກສ ກຸ່ມບ້ານ ຫ້ວຍຍາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 30 ທັນວາ ວ່າ:
“ຈຳພວກ ປກສ-ປກຊ ຫັ້ນ ເບິ່ງດ້ານ ຄວາມປອດພັຍ. ພວກຄດີ ບໍ່ມີ ຫຍັງເນາະ ຄືຊິ ບໍ່ມີແຫຼະ. ຍ້ອນສະພາບການ ມີຫຼາຍຄົນ ຕົວະໄປຂາຍເດ ແລ້ວບາດນີ້ ຣະບຽບການ ຄຸ້ມຄອງ ພົລເມືອງ ເຄັ່ງຂຶ້ນ. ບາດນີ້ ການກວດກາ ຢູ່ຊາຍແດນ ກໍລະອຽດ. ເຂົາກໍ ບໍ່ມາເລີຍ.”
ປີ 2018 ຜ່ານມາ, ເຈົ້າໜ້າທີ່ ກຳລັງ ປ້ອງກັນຊາຕ ແລະ ປ້ອງກັນ ຄວາມສງົບ ແຂວງອຸດົມໄຊ ໄດ້ລົງ ກວດກາ ຢ່າງເຂັ້ມງວດ. ມາເຖິງ ປັດຈຸບັນ, ເຈົ້າໜ້າທີ່ ປກສ ກຸ່ມບ້ານ ຫ້ວຍຍາງ ໄດ້ຣະບຸວ່າ ຍັງບໍ່ທັນ ມິີຣາຍງານ ວ່າ ສາວມົ້ງລາວ ຖືກຕົວະ ໄປແຕ່ງດອງອີກ.
ອີງຕາມ ການຣາຍງານ ຂອງສື່ ທາງການລາວ ເມື່ອເດືອນ ທັນວາ ປີ 2019 ຜ່ານມາ ທ່ານ ພົລໂທ ຕຳຣວດ ວິໄລ ຫຼ້າຄຳຟອງ, ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ ຣາຍງານວ່າ ຂະບວນການ ການຄ້າ ມະນຸດ ໃນຮູບແບບ ແອບແຝງ ຂອງຄົນ ຕ່າງປະເທດ ແຕ່ງດອງ ນັບມື້ ນັບມີ ແຜ່ຫຼາຍ ເພື່ອຫວັງ ຕົວະຍົວະ ຫຼອກລວງ ເອົາຍິງ ສາວລາວ ໄປສູ່ ຂະບວນການ ຄ້າມະນຸດ.
ສະເພາະ ໃນປີ 2019 ມີເອກະສານ ຂໍອະນຸມັດ ແຕ່ງດອງ ຣະຫວ່າງ ພົລເມືອງລາວ ກັບຄົນ ຕ່າງປະເທດ ແລະ ຄົນບໍ່ມີ ສັນຊາຕ ເກືອບ 2 ພັນຄູ່. ໃນນັ້ນ, ຂໍແຕ່ງດອງ ຢູ່ດິນແດນລາວ 493 ຄູ່, ຂໍແຕ່ງດອງ ຢູ່ນອກ ດິນແດນ 1,203 ຄູ່. ມີການ ແຕ່ງດອງ ທີ່ບໍ່ຖືກຕ້ອງ 101 ຄູ່ ແລະ ການແຕ່ງດອງ ທີ່ບໍ່ຖືກຕ້ອງ ລຽບຕາມ ຊາຍແດນ 1,758 ຄູ່. ນອກຈາກນັ້ນ, ຍັງໄດ້ ກວດພົບ ຄົນລາວ ທີ່ຖືກສົ່ງກັບ ມາຈາກ ຕ່າງປະເທດ 4 ພັນປາຍຄົນ ເປັນເພດຍິງ 1,900 ປາຍຄົນ. ໃນນີ້, ມີຜູ້ຖືກ ເຄາະຮ້າຍ ຈາກການ ຄ້າມະນຸດ ຈຳນວນນຶ່ງ ເນື່ອງຈາກ ຖືກຕົວະ ໃຫ້ແຕ່ງດອງ ກັບຄົນ ຕ່າງປະເທດ ແລ້ວຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ.