ຄົນງານລາວຢູ່ສູນກັກກັນ ຂອງໄທ
ຄົນງານລາວ ຈາກ ແຂວງພາກໃຕ້ ທີ່ຂ້າມໄປ ເຮັດວຽກຢູ່ໄທ ລະຍະນຶ່ງ ທີ່ເຂົ້າມາ ສູນກັກກັນ ຄົນງານຕ່າງດ້າວ ຂອງໄທ ເພື່ອລໍຖ້າ ໃຫ້ນຳສົ່ງ ກັບບ້ານ.
-
ອຸ່ນແກ້ວ ສຸກສະຫວັນ
2017-12-01 -
-
-
Your browser doesn’t support HTML5 audio
ຄົນລາວ ຈາກແຂວງພາກໃຕ້ ເປັນຕົ້ນ ແຂວງຈຳປາສັກ ແລະແຂວງສາລະວັນ ທີ່ຂ້າມມາເຮັດວຽກຢູ່ໄທ ແບບບໍ່ມີໃບ ອະນຸຍາດ ຍັງຄົງ ເຂົ້າສູນກັກກັນແຮງງານ ຂອງກອງຕຳຣວດ ຊາຍແດນ ເມືອງ ພິບູນມັງສາຫານ ແຂວງອຸບົນ ຣາຊທານີ ຢ່າງຕໍ່ເນື່ອງ.
ສະເພາະ 3 ເດືອນມານີ້ມີຄົນງານລາວ ເຂົ້າສູນ ເພື່ອລໍຖ້າໃຫ້ເຈົ້າໜ້າທີ່ໄທສົ່ງກັບ ມີຈຳນວນປະມານ 10 ຄົນ ຕໍ່ມື້, ດັ່ງເຈົ້າໜ້າທີ່ປະຈຳ ດ່ານກັກກັນແຮງງານຕ່າງດ້າວ ຂອງກອງຕຳຣວດ ຕະເວນຊາຍແດນ ເມືອງບູນມັງສາຫານ ໄດ້ກ່າວໃນວັນທີ່ 30 ພຶສຈິກາ ວ່າ:
"ກໍຄືຕອນນີ້ໃນສ່ວນ ໃນຫ້ອງກັກ ສ່ວນໃຫຍ່ກໍຄືຂະເຈົ້າຈະ ເດີນທາງກັບເພື່ອໄປເຮັດບັດ ເພາະວ່ານາຍຈ້າງຂະເຈົ້າບອກວ່າ ໃຫ້ກັບໄປ ເຮັດບັດ ໃຫ້ຖືກຕ້ອງແລ້ວກັບເຂົ້າມາໃຫມ່ ແລ້ວເຂົາຈະພາໄປ ຂຶ້ນທະບຽນແຮງງານຕາມ MOU ວັນນຶ່ງປະມານ 10 ກວ່າຄົນ.”
ທ່ານ ອະທິບາຍວ່າຄົນລາວ ທີ່ເຂົ້າມາຢູ່ສູນກັກກັນນັ້ນ ມີທັງກຸ່ມທີ່ເດີນທາງມາເອງ ແລະ ຜູ້ທີ່ຖືກຕຳຣວດໄທຈັບສົ່ງໂຕກັບມາ.