ແມ່ຍິງ ມີລູກ ກ່ອນ 18 ປີ ມີຄວາມສ່ຽງຫຼາຍຢ່າງ
2018.01.23
ປັດຈຸບັນ ມີການຮຽກຮ້ອງໃຫ້ແມ່ຍິງລາວ ເລື່ອນໄລຍະເວລາ ການແຕ່ງດອງ ແລະ ຖືພາມານ ອອກໄປ ຍ້ອນວ່າ ມັນມີຄວາມສ່ຽງ ຫຼາຍຢ່າງ ຕໍ່ຜູ້ເປັນແມ່ ແລະ ລູກນ້ອຍ ຊຶ່ງປັດຈຸບັນ ອັດຕຣາ ການເກີດລູກ ຂອງແມ່ຍິງວັຍລຸ້ນລາວ ອາຍຸ ຣະຫວ່າງ 15 ຫາ 19 ປີ ຍັງສູງຫຼາຍ ຄື ມີ 76 ຄົນ ຕໍ່ແມ່ຍິງທີ່ເກີດລູກ 1 ພັນຄົນ.
ທ່ານ ກອບແກ້ວ ສຸພັນທອງ, ຮອງຜູ້ອໍານວຍການ ສູນແຫ່ງຊາດ ເພື່ອສຸຂພາບ ແມ່ແລະເດັກນ້ອຍ ຂອງລາວ, ກ່າວຕໍ່ ຂ່າວວຽງຈັນທາມ໌ສ ວ່າ ເຖິງແມ່ນວ່າ ແມ່ຍິງສ່ວນໃຫຍ່ ໄດ້ແຕ່ງດອງ ແລະ ມີລູກຊ້າກວ່າ ແຕ່ກ່ອນກໍຕາມ ແຕ່ຄວາມເຊື່ອຕາມຮີດຄອງປະເພນີ ໝາຍຄວາມວ່າ ແມ່ຍິງຊົນເຜົ່າ ຈໍານວນນຶ່ງ ໃນເຂດຊົນນະບົດ ທາງແຂວງພາກເໜືອ ຂອງລາວ ຍັງແຕ່ງດອງ ແຕ່ອາຍຸຍັງນ້ອຍ ຫລາຍຢູ່. ທ່ານກ່າວວ່າ ການຖືພາ ແຕ່ອາຍຸຍັງນ້ອຍ ບໍ່ດີ ສໍາລັບສຸຂພາບ ທັງຜູ້ເປັນແມ່ ແລະ ລູກນ້ອຍ.
ຍ້ອນວ່າ ແມ່ ທີ່ຍັງນ້ອຍ ອາດບໍ່ຮູ້ຮັກສາຕົນເອງ ໃນເວລາຖືພາມານ. ອີກຢ່າງນຶ່ງ ແມ່ຍິງອາຍຸນ້ອຍ ອາດບໍ່ມີເງິນພຽງພໍ ທີ່ຈະຊື້ອາຫານ ທີ່ມີທາດບຳລຸງພໍ ສໍາລັບການພັທນາ ຂອງລູກນ້ອຍ ໃນເວລາຖືພາມານ ແລະ ລູກ ທີ່ຢູ່ໃນທ້ອງ ກໍສາມາດ ມີຄວາມສ່ຽງ ຕໍ່ການເກີດ ກ່ອນເວລາ ນໍາອີກ. ການຖືພາ-ມີລູກ ແຕ່ຍັງນ້ອຍ ຈະວ່າໄປແລ້ວ ແມ່ນມີຂໍ້ເສັຽ ຫຼາຍຢ່າງ ຮວມທັງ ທາງດ້ານຮ່າງກາຍ ແລະ ຈິດໃຈ.
ເດັກນ້ອຍແມ່ຍິງ ສ່ວນໃຫຍ່ ທີ່ແຕ່ງດອງແລ້ວ ຖືພາໂລດນັ້ນ ຈໍາຕ້ອງ ໄດ້ອອກໂຮງຮຽນ ເພື່ອມາດູແລເບິ່ງແຍງລູກນ້ອຍ ຂອງພວກຕົນ. ແລະ ຂໍ້ເສັຽອີກແນວນຶ່ງ ທ່ານໝໍບອກວ່າ ແມ່ທີ່ອາຍຸ ຍັງນ້ອຍຈໍານວນນຶ່ງ ກໍຍັງຢາກມີເວລາມ່ວນຊື່ນ ກັບໝູ່ຄູ່ ແທນທີ່ ຈະເອົາໃຈໃສ່ ລູກໆ ຂອງພວກຕົນ. ດັ່ງນັ້ນ ຈຶ່ງວ່າ ຄວນຖ້າ ໃຫ້ຮອດ ອາຍຸຢ່າງໜ້ອຍ 18 ປີ ຈຶ່ງເອົາລູກ ເພື່ອຮ່າງກາຍ ຂອງຕົນ ໄດ້ຮັບການພັທນາ, ທ່ານໝໍ ກອບແກ້ວ ກ່າວ. ກ່ຽວກັບ ເຣື່ອງທີ່ວ່ານີ້ ທ່ານໝໍລາວ ທີ່ບໍ່ປະສົງອອກຊື່ ກໍໄດ້ກ່າວ ໃນທໍານອງ ດຽວກັນນັ້ນ ຕໍ່ວິທຍຸເອເຊັຽເສຣີ ວ່າ:
"ຕາມກົດໝາຍ 18 ປີ ເພິ່ນກໍມີສິດແຕ່ງງານແລ້ວ ເພິ່ນພົ້ນນິຕິພາວະ ແຕ່ວ່າ ເຣື່ອງຄວາມພ້ອມ ຈະມີລູກ ມັນຕ້ອງມີຄວາມພ້ອມ ທັງທາງດ້ານສຸຂພາບກາຍ ແລະໃຈ ດີແທ້ ແມ່ນປະມານ 20 ປີ 25 ປີ ຫາ 30 ປີ ແມ່ນຈົບຫລາຍ ນັ້ນແມ່ນ ທາງດ້ານອາຍຸ ຄວາມພ້ອມ ທາງດ້ານ ສຸຂພາບ ຮ່າງກາຍ ແລະ ຈິດໃຈ ສິມີຄວາມພ້ອມ ສໍາລັບອັນນັ້ນ."
ແລະ ຕາມຄໍາເວົ້າ ຂອງທ່ານໝໍ ກອບແກ້ວ, ແມ່ຍິງ ທີ່ຖືພາທຸກຄົນ ຄວນໄດ້ຮັບ ການຝາກທ້ອງ ແລະ ໄປກວດທ້ອງ ຢ່າງໜ້ອຍ 4 ເທື່ອ ກ່ອນເກີດລູກ ຢູ່ໂຮງໝໍແຂວງ ຫລື ໂຮງໝໍເມືອງ ຫຼື ສູນບໍຣິການ ດ້ານສຸຂພາບຕ່າງໆ. ພ້ອມດຽວກັນ ທ່ານກໍປະສົງ ທີ່ຈະໃຫ້ ທຸກພາກສ່ວນ ທີ່ກ່ຽວຂ້ອງ ຮວມທັງສື່ມວນຊົນ ແລະ ຜູ້ນໍາຊຸມຊົນ ສົ່ງເສີມເດັກນ້ອຍແມ່ຍິງ ໃຫ້ເຍີ້ນເວລາການແຕ່ງດອງ ແລະ ເອົາລູກ ອອກໄປ ຈົນກວ່າ ພວກນາງ ຈະມີອາຍຸ ຢ່າງໜ້ອຍ 18 ປີ.
ແລະ ຕາມຄໍາເວົ້າ ຂອງທ່ານໝໍລາວ ຜູ້ທີ່ບໍ່ປະສົງອອກຊື່ ຄົນເດີມນັ້ນ ກໍຍັງຍໍ້າເຖິງ ຂໍ້ເສັຽ ຂອງການເອົາລູກ ແຕ່ອາຍຸຍັງນ້ອຍ ຕື່ມວ່າ ຮ່າງກາຍ ກໍຍັງບໍ່ທັນເຕີບໂຕ ສົມບູນແບບເທື່ອ, ມົດລູກ ກໍຍັງຂຍາຍຕົວບໍ່ທັນສົມບູນ, ຈິດໃຈ ກໍຍັງ ບໍ່ທຸ່ນທ່ຽງ, ຍັງຢາກຫລິ້ນ, ຢາກກິນ, ຢາກທ່ຽວ, ຢາກມ່ວນຊື່ນ ຕາມປະສາ ຂອງເດັກນ້ອຍຢູ່. ຖ້າຈະເປັນແມ່ ກໍຕ້ອງເວົ້າເຖິງ ເຣື່ອງໂພສະນາການ, ເຣື່ອງການດູ ແລ ສຸຂພາບຕົນເອງ. ລູກ ຢູ່ໃນທ້ອງ ຄວນກິນອາຫານ ແບບໃດ ບໍ່ຄວນກິນຕາມໃຈ ຕາມຢາກ
"ໂປຣຕີນຄວນກິນຊີ້ນ ປາ ໝາກໄມ້ ຜັກ ນົມ ໄຂ່ ເພາະວ່າໜັກກໍປະມານ 8 ຫາ 10 ກິໂລ ສູງສຸດ 12 ກິໂລ ຍົກຕົວຢ່າງວ່າ ຫັ້ນນະ ເພິ່ນຍັງຢາກກິນສົ້ມກິນແສວ ຫລືວ່າ ອື່ນໆ ທີ່ບໍ່ເປັນອາຫານຫລັກ ໃນພາວະຖືພາ."
ນອກຈາກຄວາມສໍາຄັນ ໃນການຢູ່ການກິນ ຂອງແມ່ແລ້ວ ທ່ານໝໍ ຍັງເວົ້າເຖິງສະພາບແວດລ້ອມ ຂອງຄອບຄົວ - ພໍ່ແມ່, ຊຶ່ງມີຄວາມສໍາຄັນ ຫຼາຍສໍາລັບແມ່ ແລະ ລູກນ້ອຍ ທີ່ຢູ່ໃນທ້ອງ ທີ່ຈະຕ້ອງເກີດມາ ມີສຸຂພາບສົມບູນ ທັງທາງຮ່າງ ກາຍ ແລະ ຈິດໃຈ ຄືກັນກັບ ເວລາທີ່ ຢູ່ ໃນທ້ອງແມ່.
"ເພາະລູກນີ້ ມັນຕ້ອງສຸຂພາບດີມາ ແຕ່ໃນທ້ອງ ສຸຂພາບແຂງແຮງ ຊຶ່ງໄດ້ມາຈາກ ໂພສະນາການ ການກິນພຸ້ນລະ. ແມ່ຕ້ອງຮັກສາສຸຂພາບ ບໍ່ພຽງແຕ່ຮ່າງກາຍໃດ ຈິດໃຈ ກະຕ້ອງເບີກບານມ່ວນຊື່ນ ບໍ່ໃຫ້ໂສກເສົ້າ ງ່ວມເຫງົາ ຖືວ່າໂລກນີ້ ມີແຕ່ຄວາມສວຍງາມ. ອັນນີ້ແມ່ນຈິດໃຈ ເພາະຈິດໃຈ ມີຜົລກະທົບ ສໍາຄັນທີ່ສຸດ ຕໍ່ລູກ ຢູ່ໃນທ້ອງ ດັ່ງນັ້ນ ເຂົາຈຶ່ງເວົ້າວ່າ ເວລາ ແມ່ຖືພາ ພໍ່ ຕ້ອງເວົ້າມ່ວນ ແມ່ ຕ້ອງຟັງເພັງ ແມ່ ຕ້ອງສົດຊື່ນ."
ທ່ານໝໍ ກອບແກ້ວ ສຸພັນທອງ ກ່າວຕື່ມອີກວ່າ ຮີດຄອງປະເພນີ ໃຫ້ແມ່ຍິງສ້າງຄອບຄົວ ແຕ່ຍັງເປັນວັຍລຸ້ນນັ້ນ ສາມາດທ່ວງດຶງ ຄວາມພະຍາຍາມ ຂອງ ຣັຖບານ ບໍ່ໃຫ້ບັນລຸເປົ້າໝາຍ ການພັທນາ ສະຫັດສວັດ ໃນປີ 2020 ແລະ ເປົ້າໝາຍ ການພັທນາ ແບບຍືນຍົງ ໃນປີ 2025 ກໍອາດເປັນໄປບໍ່ໄດ້.
ສປປລາວ ມີອັດຕຣາ ແມ່ຍິງວັຍລຸ້ນ ແຕ່ງດອງ ແລະ ເກີດລູກສູງຫຼາຍ. ໃນແຕ່ລະ 5 ຄົນໃດ ມີຜູ້ນຶ່ງ ອອກໂຮງຮຽນກາງຄັນ ຊຶ່ງສະແດງ ໃຫ້ເຫັນວ່າ ເດັກນ້ອຍແມ່ຍິງລາວ ຍັງບໍ່ໄດ້ ຮັບການເອົາໃຈໃສ່ ທີ່ຈໍາເປັນເທື່ອ; ການລົງທຶນ ເພື່ອພັທນາຄວາມສາມາດ ຢ່າງເຕັມສ່ວນ ຂອງພວກນາງ ແລະ ໂອກາດ ເຂົ້າເຖິງ ການຮັກສາປິ່ນປົວສຸພາບ, ເຂົ້າເຖິງ ການສຶກສາ ທີ່ມີຄຸນນະພາບ ແລະ ການຈ້າງງານ ແມ່ນຍັງຖືກ ຈໍາກັດຢູ່, ຕາມແຫ່ລງຂ່າວ ຈາກນະຄອນຫລວງວຽງຈັນ ວັນທີ 30 ພຶສຈິກາ 2017 ທີ່ຜ່ານມານີ້.
ຕາມການສໍາຣວດ ປະຊາກອນ ແລະ ຄົວເຮືອນ ປີ 2015, ແມ່ຍິງວັຍລຸ້ນ 42 ພັນຄົນ ບໍ່ເຄີຍເຂົ້າໂຮງຮຽນ ແລະ ແມ່ຍິງ ອາຍຸແຕ່ 8 ປີ ຫາ 16 ປີ ອອກໂຮງ ຮຽນກາງຄັນ. ການອອກໂຮງຮຽນ ກາງຄັນ ທີ່ວ່ານັ້ນ ເຮັດໃຫ້ ມີແນວໂນ້ມ ໄປສູ່ ການແຕ່ງດອງ ແລະ ມີລູກ ແຕ່ອາຍຸ ຍັງນ້ອຍ ຊຶ່ງລາວ ມີເດັກນ້ອຍແມ່ຍິງ ແຕ່ງດອງອາຍຸນ້ອຍ ຫຼາຍ ຄື 1 ໃນ 10 ຄົນໃດ ມີອາຍຸພຽງ 15 ປີ, ແລະ ການແຕ່ງດອງໄວນັ້ນ ມັກກ່ຽວຂ້ອງ ກັບການຖືພາ ແຕ່ອາຍຸຍັງນ້ອຍ.
ຂ່າວ ຈາກນະຄອນຫລວງວຽງຈັນ ຣາຍງານວ່າ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ແລະ ກອງທຶນ ສະຫະປະຊາຊາດ ເພື່ອປະຊາກອນ ໄດ້ລົງນາມ ໃນແຜນວຽກງານ ປະຈໍາປີ 2017 ໂດຍຕົກລົງກັນ ແກ້ໄຂບັນຫາຕ່າງໆ ທີ່ກ່ຽວຂ້ອງ ກັບການໃຫ້ເດັກນ້ອຍ ແມ່ຍິງ ຍັງ ເຂົ້າໂຮງຮຽນ ມີຮູ້ຄວາມທາງສັງຄົມ, ການຮັກສາສຸຂພາບ ແລະ ບັນຫາຖານະ ທາງການເງິນ ຂອງເດັກນ້ອຍແມ່ຍິງ ໃນລາວ ໂດຍສະເພາະ ໃນເຂດ ຊົນນະບົດ ຊຶ່ງເດັກນ້ອຍແມ່ຍິງ ປະເຊີນ ບັນຫາທ້າທາຍ ໃນການເຂົ້າເຖິງ ຂໍ້ມູນຂ່າວສານ ແລະ ການສຶກສາ ນັ້ນ.