ເຈົ້າໜ້າທີ່ ຈັບຜູ້ຄ້າຢາເສບຕິດໄດ້ 1,600 ປາຍຄົນ, ຍຶດຢາບ້າໄດ້ 15 ລ້ານປາຍເມັດ

ໃນຮອບ 1 ປີ ທີ່ຜ່ານມາ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຢາເສບຕິດ ໄດ້ທັງໝົດ 967 ເລື່ອງ, ຍຶດຢາບ້າ ໄດ້ປະມານ 15.5 ລ້ານເມັດ ແລະກັກໂຕຜູ້ຖືກກ່າວຫາ ໃນຄະດີຢາເສບຕິດ ທັງຜູ້ຄ້າ, ຜູ້ຂົນສົ່ງ ແລະຜູ້ເສບ ໄດ້ທັງໝົດ 1,641 ຄົນ ໃນນັ້ນ ເປັນຄົນລາວ 1,566 ຄົນ ແລະ ຄົນຕ່າງປະເທດ 75 ຄົນ.

ພິທີທຳລາຍຢາເສບຕິດ, ນະຄອນຫຼວງວຽງຈັນ ວັນທີ 26 ຕຸລາ 2024. Lao National Radio

ໃນຮອບ 1 ປີ ທີ່ຜ່ານມາ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຢາເສບຕິດ ໄດ້ທັງໝົດ 967 ເລື່ອງ, ຍຶດຢາບ້າ ໄດ້ປະມານ 15.5 ລ້ານເມັດ ແລະກັກໂຕຜູ້ຖືກກ່າວຫາ ໃນຄະດີຢາເສບຕິດ ທັງຜູ້ຄ້າ, ຜູ້ຂົນສົ່ງ ແລະຜູ້ເສບ ໄດ້ທັງໝົດ 1,641 ຄົນ ໃນນັ້ນ ເປັນຄົນລາວ 1,566 ຄົນ ແລະ ຄົນຕ່າງປະເທດ 75 ຄົນ ເປັນຕົ້ນ: ຈີນ, ໄທ, ຫວຽດນາມ ແລະອື່ນໆ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ທ່ານໜຶ່ງ:

ຈີນຫັ້ນ ສ່ວນຫຼາຍ ເສບຊື່ໆ ຄັນຫວຽດຫັ້ນ ແມ່ນຂົນສົ່ງ ຫວຽດນ່າ ໄທແມ່ນຄ້າຂາຍແຫຼະ ລາຍໃຫຍ່ກໍ່ມີ ລາຍນ້ອຍກໍ່ມີ ວິຊາສະເພາະ ມັນກະມີຫຼາຍຮູບການ ຈັບໄດ້ລະຂະຫຍາຍຜົນກະມີ ຂະຫຍາຍຜົົນໄປລະກະຈໍາຫົວໂປ່ໂຕການກະມີ ອັນນັ້ນວິຊາສະເພາະເຮົາສ້າງພື້ນຖານ ເຮົາກໍ່ມີ ທັງຢາບ້າ, ທັງເຄຕາມິນ, ທັງຄໍລະເຈນຄົບ ທັງບັ້ງໄມ້ຕັດໝາກປູມເປົ້າຄົບ.”

ທ່ານກ່າວຕື່ມວ່າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ ປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ຈົນໄປເຖິງ ປີ 2025.

ສໍາລັບບັນຫາ ການແຜ່ລະບາດຂອງຢາເສບຕິດ ທີ່ບໍ່ສາມາດຕ້ານ ແລະສະກັດກັ້ນ ໄດ້້ທົ່ວເຖິງ ເຮັດໃຫ້ມີຜູ້ເສບເປັນກຸ່ມໃໝ່ ໂດຍສະເພາະ ກຸ່ມໄວໜຸ່ມ ເຮັດໃຫ້ພວກເຂົາເຈົ້າ ບໍ່ເຂົ້າຮຽນ ຈົນເສຍຜູ້ເສຍຄົນ ແລ້ວປະລະການຮຽນ ຈົນນໍາໄປສູ່ປະກົດການຫຍໍ້ທໍ້ຕ່າງໆ, ດັ່ງຜູ້ປົກຄອງນັກຮຽນ ຜູ້ໜຶ່ງກ່າວວ່າ:

ກຸ່ມໃໝ່ນີ້ແຫຼະ ມັນອັນຕະລາຍເນ່າ ຄືວ່າມັນໄປໂຮງຮຽນ ກໍ່ຕົວະພໍ່ ຕົວະແມ່ນ ວ່າໄປໂຮງຮຽນ ທີ່ແທ້ ມັນໄປມົ້ວສຸມ ມັນກໍ່ຕິດໄປເລີຍລະບາດນີ້ ມັນບໍ່ເອົາລົດເຂົ້າໂຮງຮຽນໃດ໋ ລົດມັນຈະໄປຫາເຊື່ອງໄວ້ບ່ອນນັ້ນເຊື່ອງໄວ້ບ່ອນນີ້ ຫຼັງຈາກນັ້ນ ມັນຈະຫາວິທີອອກຈາກໂຮງຮຽນ ບໍ່ວ່າຜູ້ຍິງ ຜູ້ຊາຍໃດ໋ ພໍ່ແມ່ເຊື່ອຮູ້ນໍາຫຼັງ ວ່າລູກບໍ່ເຂົ້າຫ້ອງ ແມ່ນເສຍຜູ້ເສຍຄົນແລ້ວ.”

ການແຜ່ລະບາດ ຂອງຢາບ້າ ຍັງເຮັດໃຫ້ປັດຈຸບັນ ມີຄົນໄວອອກແຮງງານ ວ່າງວຽກ ແລະສ້າງຄວາມວຸ້ນວາຍໃຫ້ຄອບຄົວ ແລະສັງຄົມນໍາດ້ວຍ, ດັ່ງຊາວບ້ານຜູ້ໜຶ່ງ ເວົ້າວ່າ:

ຜູ້ອື່ນເວົ້າ ເລື່ອງວຽກເຂົາ ມັນກໍ່ຜິດອົກຜິດໃຈມັນຫັ້ນນ່າ ຈົນໄດ້ເອົາເຂົ້າໄປບໍາບັດ ເປັນຄັ້ງທີ 4 ຄົນໃນຄອບຄົວ ເວົ້າຫຍັງມັນບໍ່ໄດ້ ຮອດຍາມກິນມັນກໍ່ກິນ ຮອດຍາມນອນ ມັນກໍ່ນອນ ໄດ້ເອົາໃຈມັນໝົດທຸກຄົນ ບໍ່ໃຫ້ມັນໂວຍວາຍຫັ້ນນ່າ.”

ນອກຈາກນັ້ນ ອໍານາດການປົກຄອງບ້ານ ກໍ່ຕ້ອງເປັນເຈົ້າການ ໃນການສຶກສາອົບຮົມພົນລະເມືອງ ພາຍໃນບ້ານ ທີ່ເປັນຜູ້ຕິດຢາເສບຕິດ ໃຫ້ເຊົາເສບຢ່າງເດັດຂາດ ເພື່ອບໍ່ໃຫ້ຜູ້ເສບຢາເສບຕິດ ໄປສ້າງຄວາມວຸ້ນວາຍໃຫ້ຄອບຄົວ ແລະເປັນໄພສັງຄົມ, ດັ່ງນາຍບ້ານ ທ່ານໜຶ່ງ ກ່າວວ່າ:

ບອກໃຫ້ກິນກໍ່ກິນ ແຕ່ວ່າ ໃຫ້ທໍາໃຈ ຫຼຸດລົງຜ່ອນລົງ ມັນມີປົມດ້ອຍນ່າ ໜຶ່ງກໍ່ ແມ່ເສຍບໍ ບາງຄົນກະພໍ່ເສຍ ມັນກະເຈີດກະເຈີງໄປຊັ້ນແຫຼະ ບໍ່ມີຜູ້ນັ້ນເດ້.”

ສໍາລັບຜູ້ຖືກກ່າວຫາ 1,641 ຄົນ ໃນຄະດີຢາເສບຕິດນີ້ ທັງໝົດ ແມ່ນຖືກດໍາເນີນຄະດີຢູ່ລາວ ເນື່ອງຈາກ ກະທໍາຜິດຢູ່ລາວ ແລະຖ້າຄະດີໃດ ສານຕັດສິນແລ້ວ ຢາເສບຕິດທັງໝົດ ກໍ່ຈະຕົກເປັນຂອງລັດ ໃນຖານະຂອງກາງ ແລະນໍາໄປທໍາລາຍ ຕາມລະບຽບກົດໝາຍ ເປັນຕົ້ນ ວັນທີ 26 ເດືອນຕຸລາ ປີ 2024 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ກໍ່ໄດ້ຈູດທໍາລາຍ ຢາເສບຕິດທີ່ຍຶດມາໄດ້ ໃນປີ 2023 ທີ່ຜ່ານມາ ໃນນັ້ນແມ່ນຢາບ້າ 15,549,234  ເມັດ ແລະສານເສບຕິດອື່ນໆຮວມນໍາ ອີງຕາມຂໍ້ມູນ ຈາກ ປກສ ນະຄອນຫຼວງວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org