ຣັຖບານສັ່ງລ໋ອກດາວ ນະຄອນຫຼວງ ວຽງຈັນ

ສຸພັດຕາ
2021.04.21
ຣັຖບານສັ່ງລ໋ອກດາວ ນະຄອນຫຼວງ ວຽງຈັນ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ປະກາດປິດ ການເຂົ້າ-ອອກ ນະຄອນຫຼວງ ວຽງຈັນ ນັບແຕ່ວັນທີ 22 ເມສາ 2021 ຈົນເຖິງ ວັນທີ 5 ພຶສພາ 2021,
ຂ່າວປະເທດລາວ

ຣັຖບານລາວ ປະກາດປິດການເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ລ໊ອກດາວ ນັບແຕ່ວັນທີ 22 ເມສາ 2021 ຈົນເຖິງ ວັນທີ 5 ພຶສພາ 2021, ດັ່ງ ດຣ. ບຸນແຝງ ພູມມະໄລສິດ, ຣັຖມົນຕຣີ ກະຊວງສາທາຣະນະສຸຂ, ໄດ້ອ່ານ ຄໍາສັ່ງຂອງ ທ່ານ ນາຍົກ ຣັຖມົນຕຣີ ເລຂທີ 15/ນຍ ໃນພິທີຖແລງຂ່າວ ມືຶ້ວັນທີ 21 ເມສາ ນີ້ ຕອນນຶ່ງວ່າ:

“ຄໍາສັ່ງຂອງ ທ່ານ ນາຍົກຣັຖມົນຕຣີ ເລຂທີ 15 ລົງວັນທີ 21 ເດືອນ 4 2021. ຄໍາສັ່ງວ່າດ້ວຍການ ເພີ່ມທະວີມາຕການສະກັດ ກັ້ນຄວບຄຸມ ແລະກຽມພ້ອມຮອບດ້ານ ເພື່ອຕ້ານ ພຍາດໂຄວິດ-19. ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງ ແຂວງ, ຫ້າມຄົນຢູ່ຕ່າງແຂວງ ເດີນທາງເຂົ້າມາ ນະຄອນຫຼວງວຽງຈັນ, ໃຫ້ໂຈະການບໍຣິການຂົນສົ່ງໂດຍສານ ຈາກນະຄອນຫຼວງ ໄປຕ່າງ ແຂວງ ແລະ ຈາກຕ່າງແຂວງ ເຂົ້າມາ ນະຄອນຫຼວງວຽງຈັນ ໃຫ້ເຈົ້າໜ້າທີ່ຕໍາຣວດ ຕັ້ງດ່ານເພື່ອກວດກາ ຢ່າງເຂັ້ມງວດ.”

ໃນຄໍາສັ່ງສະບັບດັ່ງກ່າວ ມີຂໍ້ຫ້າມ ແລະ ຂໍ້ຍົກເວັ້ນດັ່ງນີ້:

1-/ ຫ້າມທຸກຄົນ ຮວມທັງປະຊາຊົນ, ນັກບວດ, ຊາວຕ່າງດ້າວ, ພະນັກງານ, ຣັຖກອນ, ຄຣູ-ອາຈານ, ນັກຮຽນນັກສຶກສາ ທີ່ຢູ່ ນະຄອນຫຼວງວຽງຈັນ ອອກຈາກເຮືອນ ທີ່ພັກອາສັຍ ຂອງຕົນ ຍົກເວັ້ນກໍຣະນີທີ່ຈໍາເປັນ ໄປຊື້ເຄື່ອງອຸປໂພຄບໍຣິໂພຄ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ ໃນກິຈການທີ່ຣະບຸໄວ້ ໃນຂໍ້ທີ່ 3 ແລະ ຂໍ້ທີ່ 11 ຂອງ ຄໍາສັ່ງສະບັບນີ້ ແລະໄປປະຕິບັດ ໜ້າທີ່ຕາມການມອບ ໝາຍຂອງການຈັດຕັ້ງ, ສ່ວນຜູ້ທີ່ຈໍາເປັນ ຕ້ອງໄປທໍາການຜລິດກະສິກັມ ເພື່ອເປັນສະບຽງອາຫານ ກໍສາມາດໄປໄດ້, ແຕ່ມອບໃຫ້ ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງດ້ານຈໍານວນ ໃນຂອບເຂດ ຢ່າງເຄັ່ງຄັດ.

2-/ ຫ້າມຄົນໃນນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ ແລະ ຫ້າມຄົນຕ່າງແຂວງ ເຂົ້າມານະຄອນຫຼວງວຽງຈັນ.

3-/ ໃຫ້ໂຈະບໍຣິການຂົນສົ່ງໂດຍສານ ຣະຫວ່າງ ນະຄອນຫຼວງວຽງຈັນ ຫາຕ່າງແຂວງ ແລະ ຈາກຕ່າງແຂວງ ຫານະຄອນຫຼວງ ວຽງຈັນ.

4-/ ຫ້າມສວຍໂອກາດຂຶ້ນຣາຄາສິນຄ້າ, ຫ້າມເຜີຍແຜ່ຂໍ້ມູລ ທີ່ບໍ່ມີຄວາມຈິງ.

5-/ ຫ້າມຈັດງານປະຊຸມ, ໂຮມຊຸມນຸມ, ຊຸມແຊວ, ກິຈກັມສາສນາ, ປະເພນີ, ງານລ້ຽງສັງສັນ ຫຼາຍກວ່າ 20 ຄົນ.

6-/ ສືບຕໍ່ປິດຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດ, ຮ້ານນວດ-ສະປາ, ຮ້ານສະນຸກເກີ້, ສູນອອກກໍາລັງ ກາຍ ແລະກິລາໃນຮົ່ມ.

ໃນມື້ດຽວກັນບາງເມືອງ ໃນແຂວງບໍຣິຄໍາໄຊ ແລະແຂວງສາຣະວັນ ກໍປິດການເຂົ້າ-ອອກເມືອງຄືກັນ ແລະ ປິດໂຮງຮຽນນໍາ.

ເມື່ອວັນທີ 20 ເມສາ ຜ່ານມານີ້ ທາງການນະຄອນຫຼວງ ວຽງຈັນ ໄດ້ອອກຄໍາສັ່ງປິດສະຖານທີ່ສ່ຽງ ຊົ່ວຄາວຫຼາຍແຫ່ງເນື່ອງຈາກ ມີຜູ້ຕິດໂຄວິດ-19 ກໍຣະນີທີ 59 ໄດ້ເດີນທາງໄປໃນ ສະຖານທີ່ດັ່ງກ່າວ ໃນນັ້ນໄດ້ສັ່ງປິດຮ້ານບັນເທີງ ແລະຮ້ານນວດ ທີ່ບໍ່ມີໃບ ອະນຸຍາດ ຈໍານວນ 2 ແຫ່ງ ຢູ່ເມືອງໄຊທານີ ແລະ ເມືອງໄຊເສດຖາ ໄດ້ສັ່ງປິດກິຈການ ຊົ່ວຄາວ ແລະ ສະຖານທີ່ ອື່ນໆອີກ 7 ແຫ່ງ ຢູ່ເຂດເມືອງຈັນທະບູຣີ ແລະ ເມືອງໄຊເສດຖາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມ ໂຄວິດ-19 ປະຈໍາສູນກາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສາ ນີ້ວ່າ ພາຍຫຼັງທີ່ມີຄໍາສັ່ງດັ່ງກ່າວ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ລົງພື້ນທີ່ ໄປກວດກາຕາມສະຖານທີ່ ດັ່ງກ່າວພ້ອມທັງອະນາມັຍ ແລະ ພົ່ນຢ້າຂ້າເຊື້ອ ພ້ອມທັງຕິດຕາມ ຫາ ປະຊາຊົນ ທີ່ໄປສະຖານທີ່ ທີ່ມີຄວາມສ່ຽງນັ້ນມາກວດ ຫາເຊື້ອໂຄວິດ-19, ດັ່ງທ່ານ ກ່າວວ່າ:

“ຮ້ານເຮົາປິດແລ້ວ ແລ້ວກະໄປອະນາມັຍຂ້າເຊື້ອ, ບໍ່ໃຫ້ເຂົາຢູ່ແລ້ວ ລະນາຍບ້ານກະເປີດວ່າ ຜູ້ໃດໄດ້ໄປຮ້ານນັ້ນ ໃນວັນທີ່ມີຜູ້ຕິດ ເຊື້ອມາ ກະໃຫ້ມາລົງທະບຽນ ເພື່ອສະກຣີນ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ພ້ອມດຽວກັນ ກໍໄດ້ຂໍຄວາມຮ່ວມມື ໄປຍັງທາງການໄທຍ ເພື່ອໃຫ້ຕິດຕາມໂຕຄົນໄທຍ 2 ຄົນ ທີ່ ເຂົ້າມາທາງແຂວງສວັນນະເຂດ ມາຮອດນະຄອນຫຼວງ ວຽງຈັນ ແລ້ວລັກໜີອອກໄປທາງ ແຂວງໜອງຄາຍ ເຊິ່ງເປັນຕົ້ນຕໍຂອງ ການແຜ່ເຊື້ອໂຄວິດ-19 ເທື່ອຫຼ້າສຸດໃນລາວ ນັ້ນ ເພື່ອສອບຖາມພວກກ່ຽວເພີ້ມຕື່ມ ແລ້ວສົ່ງຂໍ້ມູລ ມາໃຫ້ແກ່ ທາງການລາວ ຍ້ອນເຊື່ອວ່າພວກກ່ຽວ ທັງສອງຄົນ ອາຈເດີນທາງໄປ ສະຖານທີ່ອື່ນໆໃນລາວ ອີກຫຼາຍແຫ່ງ.

ສ່ວນວ່າໃນອະນາຄົດ ຈະມີການຂໍໂຕຄົນໄທຍ 2 ຄົນ ດັ່ງກ່າວ ມາດໍາເນີນຄະດີຢູ່ລາວ ຫຼືບໍ່ນັ້ນ ກໍໃຫ້ເປັນວຽກ ຂອງເຈົ້າໜ້າທີ່ ທີ່ຮັບຜິດຊອບ ກ່ຽວກັບຄວາມໝັ້ນຄົງ ເປັນຜູ້ຕັດສິນໃຈ.

ໃນຂນະທີ່ ຊາວບ້ານ ຢູ່ເມືອງໄຊທານີ ທ່ານນຶ່ງ ທີ່ຢູ່ໃນເຂດບ້ານ ທີ່ມີຜູ້ຕິດໂຄວິດ-19 ກໍຣະນີທີ 59 ໄດ້ເດີນທາງໄປນັ້ນ ເວົ້າວ່າ ພາຍຫຼັງ ທີ່ຮູ້ຂ່າວດັ່ງກ່າວ ກໍຮູ້ສຶກຢ້ານ ແລະມີຄວາມ ຣະມັດຣະວັງໂຕເອງ ຫຼາຍຂຶ້ນ, ແຕ່ກໍມີຄວາມອຸ່ນໃຈ ທີ່ເຫັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາອະນາມັຍສະຖານທີ່ ທີ່ມີຄວາມສ່ຽງ, ດັ່ງທ່ານກ່າວວ່າ:

“ພົບເຊື້ອແທ້ ໄປໆມາໆຢູ່, ແຕ່ວ່າບໍ່ມີໃຜເຂົ້າຮ້ານຫັ້ນນະ ມີແຕ່ວ່າ ມີຄົນລາວແດ່ ຄົນໄທຍແດ່, ຕິດເຊື້ອມາແຕ່ພຸ້ນຫັ້ນນະ ມາຫຼິ້ນ ສະເພາະກິຈຂອງກະຊວງ ສາທາຣະນະສຸຂ ແລ້ວກະຂອງນະຄອນຫຼວງແດ່ ເມືອງແດ່ຫັ້ນນະ ແລ້ວກໍກຸ່ມບ້ານແດ່ ມາເກັບກໍາຂໍ້ມູລ.”

ໃນຂນະດຽວກັນ ຊາວບ້ານນາງນຶ່ງ ຢູ່ເມືອງໄຊເສດຖາ ຊຶ່ງຢູ່ໃກ້ກັບຮ້ານນວດ ແຫ່ງນຶ່ງ ທີ່ຖືກສັ່ງປິດນັ້ນ ກໍຮູ້ສຶກຢ້ານ ແລະກໍ ຣະມັດຣະວັງໂຕເອງຫຼາຍຂຶ້ນ:

“ຢ້ານແຫຼະ ມັນກໍຣະບາດຫຼາຍເນາະ ແບບວ່າ ຜູ້ຕິດເຊື້ອ ມັນກະແຜ່ລາມໄປຫັນໄປນີ້ ຜູ້ໃດກະຮັກສາໂຕເອງ ຫັ້ນແຫຼະເນາະ ກະໃຫ້ ປິດປາກ, ລ້າງເຈວລ້າງມື, ວັດແທກອຸນຫະພູມ ເນາະ ເພື່ອປ້ອງກັນແຫຼະເນາະ ມັນສ່ວນຫຼາຍມີແຕ່ຄົນມາ ແຕ່ບ່ອນອືື່ນຫັ້ນແຫຼະ.”

ທາງດ້ານຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ຢູ່ເມືອງຈັນທະບູຣີ ທີ່ຢູ່ໃກ້ກັບຮ້ານບັນເທີງ ທີ່ຖືກສັ່ງປິດຊົ່ວຄາວ ກໍຮູ້ສຶກອຸກໃຈ ຫຼາຍຍ້ອນໄດ້ຮັບຜົລກະທົບ ດ້ານການຄ້າຂາຍ ເນື່ອງຈາກບໍ່ມີລູກຄ້າ ມາອຸດໜູນຮ້ານຂອງຕົນເລີຍ ຕົນຈຶ່ງຕັດສິນໃຈປິດຮ້ານ ຊົ່ວຄາວ:

“ຮ້ານນ້ອງ ດຽວນີ້ບໍ່ມີເລີຍ ຕັ້ງແຕ່ກ່ອນປີໃໝ່ມາ ນ້ອງບໍ່ໄດ້ເປີດຮ້ານນະ ມີຜົລກະທົບຫຼາຍຢູ່ ມັນໃສ່ກັນແລ້ວ ມັນກະທົບຫຼາຍຢ່າງ.”

ສ່ວນຜູ້ຈັດການ ຮ້ານບັນເທີງແຫ່ງນຶ່ງ ທີ່ມີຜູ້ຕິດໂຄວິດ-19 ກໍຣະນີ ທີ່ 59 ເດີນທາງມາກິນດື່ມ ຢູ່ຮ້ານນັ້ນ ກ່າວວ່າ ຫຼັງຈາກຮູ້ຂ່າວ ດັ່ງກ່າວ ທາງຮ້ານກໍໃຫ້ຄວາມຮ່ວມມື ຕໍ່ເຈົ້າໜ້າທີ່ ໃນການອະນາມັຍຂ້າເຊື້ອ ພ້ອມທັງນໍາຣາຍຊື່ ພະນັກງານພາຍໃນຮ້ານ ທີ່ຢູ່ໃນ ມື້ດຽວກັນ ກັບຜູ້ທີ່ຕິດໂຄວິດ-19 ມານັ້ນ ສົ່ງໃຫ້ເຈົ້າໜ້າທີ່ນໍາ, ດັ່ງທ່ານກ່າວວ່າ:

“ຮ້ານເພິ່ນກະໄປສີດຢູ່ ມື້ວານນີ້ຂ້ອຍໄປ ເອົາຣາຍຊື່ ພະນັກງານຢູ່ຫັ້ນເລີຍ ໃຫ້ໜ່ວຍສະເພາະກິຈໝົດແລ້ວ ຣາຍຊື່ພະນັກງານ ທີ່ເຮັດວຽກ ເຮົາກະຮູ້ນໍາຫຼັງ ວ່າມີຄົນໄປຕິດເຊື້ອ ມີຄົນໄປຫຼີ້ນ.”

ໃນວັນທີ 21 ເມສາ 2021 ທາງຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ຖແລງການກ່ຽວກັບ ສະຖານະການຫຼ້າສຸດ ກ່ຽວກັບ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃນລາວ ພ້ອມທັງຮຽກຮ້ອງໃຫ້ ປະຊາຊົນຣະມັດຣະວັງ ແລະເປັນຫູເປັນຕາ ແກ່ເຈົ້າໜ້າທີ່, ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ກ່າວໃນຕອນນຶ່ງວ່າ:

“ຂ້າພະເຈົ້າ ຢາກຮຽກຮ້ອງມາຍັງ ການປົກຄອງທ້ອງຖິ່ນ, ທະຫານ, ຕໍາຣວດ, ເຈົ້າໜ້າທີ່ ຊ່ວຍກັນເຝົ້າຣະວັງ ຕາມຈຸດຜ່ານແດນ ຕ່າງໆ ແລະດ່ານຂ້າມຢ່່າງເຄັ່ງຄັດ ລໍາພັງແຕ່ອໍານາດ ການປົກຄອງຫຼືຕ່າງໆກະບໍ່ຊ່ວຍເຫຼືອໄດ້ ກະຮຽກຮ້ອງໃຫ້ຄອບຄົວຫັ້ນຕື່ມ.”

ມາເຖິງຈຸບັນ ຢູ່ລາວ ມີຜູ້ຕິດໂຄວິດ-19 ເພີ່ມຂຶ້ນ 28 ຄົນ ຮວມມີຜູ້ຕິດເຊື້ອ ສະສົມທັງໝົດ 88 ຄົນ ໃນນັ້ນ ກໍາລັງປິ່ນປົວ 39 ຄົນ ແລະ ປິ່ນປົວເຊົາແລ້ວ 49 ຄົນ, ໃນຂນະທີ່ ຜູ້ທີ່ໄດ້ຮັບ ການສັກຢາປ້ອງກັນ ໂຄວິດ-19 ເຂັມທີ່ 1 ມີຈໍານວນ 108,501 ຄົນ ແລະ ເຂັມທີ່ 2 ຈໍານວນ 42,674 ຄົນ, ອີງຕາມຂໍ້ມູລ ຂອງກະຊວງສາທາຣະນະສຸຂ ປະຈໍາວັນທີ 21 ເມສາ 2021 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.