ອົງການ ເກັບກູ້ລະເບີດ ແຫ່ງຊາຕ ຂາດເຂີນງົບປະມານ
ອົງການເກັບກູ້ລະເບີດ ແຫ່ງຊາຕ (UXO LAO) ຂາດເຂີນງົບປະມານ ໃນການຈ້າງພະນັກງານ ເພື່ອເກັບກູ້ລະເບີດ ທີ່ຍັງບໍ່ແຕກ ແລະ ທີ່ຕົກຄ້າງແຕ່ສໄມສົງຄາມ ເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດລົງເກັບກູ້ລະເບີດ ເປັນໄລຍະເວລາ ປີປາຍແລ້ວ.
-
ພອນ ພູມມີທອນ
2023-04-27 -
-
-
Your browser doesn’t support HTML5 audio
ອົງການເກັບກູ້ລະເບີດແຫ່ງຊາຕ (UXO LAO) ຂາດເຂີນງົບປະມານ ໃນການຈ້າງພະນັກງານ ເພື່ອເກັບກູ້ລະເບີດ ທີ່ຍັງບໍ່ແຕກ ແລະ ທີ່ຕົກຄ້າງແຕ່ສໄມສົງຄາມ ເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດລົງເກັບກູ້ລະເບີດ ເປັນໄລຍະເວລາປີປາຍແລ້ວ.
ດັ່ງ ເຈົ້າໜ້າທີ່ ເກັບກູ້ລະເບີດ ຢູ່ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 27 ເມສາ ນີ້ວ່າ:
“ຢູ່ແຂວງຫລວງພຣະບາງ (ລະເບີດບໍ່ທັນແຕກ) ກໍຍັງຫລາຍຢູ່ ແຕ່ມັນບໍ່ມີທຶນເນາະ ບໍ່ມີທຶນເຂົາກໍບໍ່ໄດ້ໄປ ປີປາຍແລ້ວ ເຂົາກໍໄດ້ໂຈະຊົ່ວຄາວ ບໍ່ມີທຶນຂ້ອຍກໍບໍ່ໄປ ຫລວງພຣະບາງ ເຂົາກໍຫາທຶນຢູ່ ແມ່ນແລ້ວ ເງິນເດືອນພະນັກງານ ນີ້ແຫລະ ສ່ວນຫລາຍ ຫລວງພຣະບາງ ມັນຂາດຕລອດເງິນເດືອນ ມີແຕ່ຖ້ຽວນີ້ແຫລະດົນ.”
ທ່ານ ກ່າວຕື່ມວ່າ ກ່ອນໜ້ານີ້ໂຄງການ UXO ຢູ່ ຫລວງພຣະບາງ ເຄີຍຂາດເຂີນທຶນຢູ່ ແຕ່ຂາດທຶນປະມານ 2-3 ເດືອນ ກໍສາມາດກັບໄປເຮັດວຽກເກັບກູ້ຕໍ່ໄດ້ ແຕ່ຄັ້ງນີ້ລໍຖ້າທຶນມາ 1 ປີ 4 ເດືອນ ແລ້ວ ເຊິ່ງຖືວ່າດົນທີ່ສຸດ.
ນອກຈາກນີ້ ອະດີດເຈົ້າໜ້າທີ່ ເກັບກູ້ລະເບີດ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກ່າວວ່າ:
“ຢູ່ແຂວງຫົວພັນ ໂຄງການເກັບກູ້ລະເບີດໃນແຂວງ ໄດ້ຖືກຍຸບໄປແລ້ວ ເກືອບປີແລ້ວ ຍ້ອນ ທຶນຊ່ອຍເຫລືອ ຈາກຕ່າງປະເທດໝົດ.”
ຢູ່ແຂວງສວັນນະເຂດ ເປັນນຶ່ງໃນແຂວງ ທີ່ໄດ້ຮັບຜົລກະທົບ ຈາກລະເບີດບໍ່ແຕກຫລາຍທີ່ສຸດ. ເມືອງເຊໂປນ ເປັນນຶ່ງໃນເມືອງ ທີ່ມີລະເບີດບໍ່ທັນແຕກຍັງຫລາຍ ແຕ່ກໍຖືວ່າຫລຸດກວ່າ ເມືອງທີ່ຢູ່ໃກ້ຊາຍແດນວຽດນາມອື່ນໆ ເປັນຕົ້ນ ເມືອງພີນ ເມືອງນອງ ແລະເມືອງ ວິລະບູລີ ທີ່ລະເບີດບໍ່ທັນແຕກ ຍັງມີຫລາຍຢູ່. ປັດຈຸບັນ ວຽກງານເກັບກູ້ລະເບີດ ຢູ່ເມືອງເຊໂປນ ແຂວງ ສວັນນະເຂດ ກໍຍັງຂາດເຂີນກໍາລັງຄົນ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ:
“ໂອ້ ມັນບໍ່ພຽງພໍແຫລະ ກໍາລັງຄົນບໍ່ພຽງພໍ ມັນຈະຕົກຢູ່ປະມານ 25 ຄົນ ເກັບກູ້ເນາະ ແຕ່ວ່າມັນບໍ່ມີ ຜູ້ສນັບສນູນຫັ້ນແຫລະ.”
ປັດຈຸບັນ ວຽກງານເກັບກູ້ລະເບີດ ຢູ່ລາວ ໄດ້ຮັບທຶນຈາກຕ່າງປະເທດເປັນຫລັກ ແລະ ຫລາຍຄັ້ງມີທຶນ ແຕ່ກໍບໍ່ພໍ ເຮັດໃຫ້ບາງແຂວງ ຕ້ອງໂຈະວຽກງານ ເກັບກູ້ລະເບີດໄວ້ກ່ອນ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ຖ້າຊິເວົ້າລວມໆ ກໍຊິວ່າ ເຣື່ອງງົບປະມານ ດ້ານງົບປະມານ ມີແຕ່ບໍ່ທັນພໍເນາະ ກໍໄດ້ປະຕິບັດປົກຕິ ຖ້າຊິເວົ້າແທ້ໆ ວຽກງານເກັບກູ້ລະເບີດ ບາງແຂວງກໍໄດ້ຍຸຕິແລ້ວ ຍຸຕິ ລໍຖ້າ ງົບປະມານ.”
ທ່ານ ກ່າວຕື່ມວ່າ ຮູບແບບທຶນ ທີ່ຕ່າງປະເທດສນອງມາ ນັ້ນຂຶ້ນຢູ່ກັບ ແຕ່ລະປະເທດ ວ່າຈະ ສນອງທຶນແບບໃດມາ ບາງເທື່ອກໍມີທຶນ ແຕ່ມາໃນຮູປແບບອື່ນໆ ທີ່ບໍ່ເເມ່ນເງິນສນັບສນູນ ເປັນຕົ້ນ ວຽກງານ ຝືກອົບຮົມ ແລະ ອຸປະກອນຕ່າງໆ.
ທີ່ຜ່ານມາ ສະຫະຣັຖ ອາເມຣິກາ ຖືເປັນປະເທດຫລັກ ທີ່ໃຫ້ງົບປະມານຊ່ອຍເຫລືອ ການເກັບກູ້ລະເບີດບໍ່ທັນແຕກ ນອກຈາກນີ້ ຣັຖບານຍີ່ປຸ່ນ ຍັງສນອງພາຫະນະ ໃນການອອກເກັບກູ້ລະເບີດ ຮວມເຖິງອົງກອນ HALO ກໍມີການເຮັດວຽກນໍາ.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຢູ່ແຂວງ ສວັນນະເຂດ ທ່ານນຶ່ງ ກ່າວວ່າ:
“ມີຂອງອັ້ນທຶນຂອງສະຫະຣັຖ ອາເມຣິກາເນາະຊ່ອຍ ວາງແຜນເປັນໂຄງການໄລຍະຍາວເລີຍ ໄດ້ມີເກືອບເບິດຂອງປະເທດນີ່ນ່າ ສຳລັບມີທຶນນີ່ນ່າ ມີທຶນຍີ່ປຸ່ນນໍາໄດ໋ ເພິ່ນຊິ ສນັບສນຸນ ພາຫະນະໂຕນີ້ ຍັງມີທຶນ HALO Trust ອີກແດ່ ແຮງເກືອບ 2000 ຄົນ ຂອງຂ້າເຈົ້າຫັ້ນນ່າ.”
ນັບແຕ່ປີ 1990 ເປັນຕົ້ນມາ ຣັຖບານ ສະຫະຣັຖ ອາເມຣິກາ ໄດ້ໃຫ້ການຊ່ອຍເຫຼືອ ຮວມມູນຄ່າ 230 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງໄດ້ ນຳໃຊ້ເຂົ້າໃນວຽກງານ ແກ້ໄຂບັນຫາລະເບີດ ບໍ່ທັນແຕກ ແລະ ຊ່ອຍເຫຼືອຜູ້ເຄາະຮ້າຍ ເພື່ອຫຼຸດຜ່ອນ ອາການບາດເຈັບ, ເສັຽຊີວິດ ທີ່ເກີດຈາກ ອຸບັດຕິເຫດ ລະເບີດແຕກໃສ່ແລະ ເພີ່ມເນື້ອທີ່ດິນ ທີ່ປອດພັຍ ໃນການຜລິດກະສິກັມ.
ບໍ່ດົນມານີ້ ເມື່ອວັນທີ 6 ມີນາ 2023 ທີ່ຜ່ານມາ ຣັຖບານ ສະຫະຣັຖ ອາເມຣິກາ ກໍໄດ້ສນອງ ພາຫະນະ ແລະ ອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດ ແຫ່ງຊາຕ ເພື່ອນໍາໃຊ້ໃນວຽກງານ ເກັບກູ້ລະເບີດ ບໍ່ທັນແຕກຢູ່ 4 ແຂວງ ເປັນຕົ້ນ ແຂວງຄໍາມ່ວນ, ສວັນນະເຂດ, ສາຣະວັນ ແລະ ອັດຕະປື ການຊ່ວຍເຫລືອຄັ້ງນີ້ ແມ່ນມີຣົຖ 31 ຄັນ, ຣົຖຈັກ 7 ຄັນ, ເຕັ້ນສນາມ 52 ດາງ ແລະ ອຸປະກອນໄອທີ່ ອື່ນໆ ຮວມມູນຄ່າ 1.3 ລ້ານ ໂດລ້າຣ໌ສະຫະຣັຖ.
ນັບແຕ່ປີ 1996 ຈົນຮອດປີ 2022 ເປັນເວລາ 26 ປີ ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ສາມາດສຳຣວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງໄດ້ພຽງແຕ່ 1% ເທົ່ານັ້ນ ສ່ວນທີ່ເຫຼືອ 99% ຄາດວ່າ ຈະໃຊ້ເວລາ ອີກປະມານ 1,860 ປີ ໃນການເກັບກູ້.