ຕໍາຣວດດຳເນີນຄະດີ ຜູ້ທີ 59 ແລະ ເອື້ອຍຮັກ

ໄຊຍາ
2021.05.05
ຕໍາຣວດດຳເນີນຄະດີ ຜູ້ທີ 59 ແລະ ເອື້ອຍຮັກ ພັນໂທ ວິລະພົນ ໄພບູນ ຫົວໜ້າຜແນກຕຳຣວດ ຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ນະຄອນຫຼວງ ໄດ້ຖແລງຂ່າວ ເມື່ອວັນທີ 03 ພຶສພາ ວ່າຈະມີການດຳເນີນຄະດີ.
ນັກຂ່າວພົລເມືອງ

ພາຍຫລັງທີ່ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍ ໄດ້ສົ່ງມອບ ຍານາງ ພາວະດີ ວິພາກອນ ຫຼື ຕຸກຕິກ ເຊິ່ງເປັນເອື້ອຍຮັກຂອງກໍຣະນີ 59 ໃຫ້ທາງ ເຈົ້າໜ້າທີ່ຕຳຣວດກົມໃຫຍ່ ສັນຕິບານ ກະຊວງປ້ອງກັນຄວາມສງົບ ເມື່ອວັນທີ 30 ເມສາ ຜ່ານມາ ເພື່ອມາດຳເນີນຄະດີໃນລາວ. ດັ່ງເຈົ້າໜ້າທີ່ຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 03 ພຶສພາ ວ່າ:

"ແມ່ຍິງລາວເຂົາກໍຮັບໄປດຳເນີນຄະດີແລ້ວ. ວິທີການສົ່ງຂ້າມຈະຕ້ອງ ສົ່ງໂຕຜູ້ກ່ຽວໄປກຸງເທບກ່ອນ ແລ້ວຄ່ອຍຜັກດັນອອກທາງ ດ່ານລາວ-ໄທຍແຕ່ທາງການລາວ ມາລໍຖ້າຮັບໂຕ ເລີຍເຂົາຂໍຂ້າມຂັ້ນຕອນ ມັນເປັນຄະດີຄວາມໝັ້ນຄົງ ກະຖືກຂໍ້ຫາໜັກຢູ່."

ການສົ່ງມອບເອື້ອຍຮັກ ແມ່ນກົມຕຳຣວດກວດຄົນເຂົ້າ-ອອກເມືອງຂອງລາວ ໄດ້ປະສານໄປຍັງ ເຈົ້າໜ້າທີ່ຕຳຣວດແຂວງໜອງຄາຍ ເພື່ອເລັ່ງລັດຂັ້ນຕອນ ໂດຍອີງໃສ່ຕຳຣວດ ຕມ ທັງສອງຝ່າຍ ໄດ້ຮ່ວມລົງນາມໃນບົດບັນທຶກ ການຮ່ວມມືວຽກງານເຂົ້າ-ອອກເມືອງ ໃນຄັ້ງວັນທີ 14 ທັນວາ 2018.

ຕາມການຣາຍງານຂອງສື່ ແຂວງໜອງຄາຍ ເມື່ອວັນທີ 30 ເມສາ 2021 ຄະນະສອບສວນ ແຂວງໜອງຄາຍ ໄດ້ເຂົ້າອາຍັດໂຕ ທ້າວ ຊິດຕະພົນ ຈັນຂາວ ອາຍຸ 30 ປີ ຄົນ ແຂວງຮ້ອຍເອັດ. ນາງ ພາວະດີ ວິລະກອນ ອາຍຸ 25 ປີ ຄົນນະຄອນຫຼວງວຽງຈັນ ອາຍຸ 25 ປີ ແລະ ທ້າວ ທະນາກິດ ອິນຊິງ ອາຍຸ 31 ປີ ຄົນແຂວງມະຫາສາຣະຄາມ ພ້ອມນີ້ທັງສາມຄົນ ກໍຖືກກວດພົບວ່າຕິດ ໂຄວິດ-19 ໃນວັນທີ 16 ເມສາ ຢູ່ແຂວງໜອງຄາຍພາຍຫຼັງ ລັກລອບຂ້າມຂອງຈາກ ນະຄອນຫຼວງວຽງຈັນ ໄປແຂວງໜອງຄາຍ.

ຕໍ່ເຫດການນີ້ສຳນັກງານທະນາຍຄວາມ ແຂວງໜອງຄາຍ ໄດ້ກ່າວວ່າຕໍ່ກັບກໍຣະນີນີ້ແມ່ນ ດຳເນີນຄະດີໄດ້ທັງລາວແລະໄທຍ ເພາະທັງສອງປະເທດ ມີກົດໝາຽຮອງຮັບ.

ປັຈຈຸບັນນີ້ ຍານາງ ພາວະດີ ວິພາກອນ ເຈົ້າໜ້າທີ່ຕຳຣວດຝ່າຍລາວ ໄດ້ນຳຜູ້ກ່ຽວເຂົ້າ ສູນກັກບໍຣິເວນຢູ່ນະຄອນຫຼວງວຽງຈັນ. ລໍຖ້າຈົນກວ່າຄົບ 14 ມື້ ກໍຈະນຳມາເຂົ້າ ສູ່ຂະບວນການດຳເນີນຄະດີຕາມກົດໝາຍ.

ທາງດ້ານກໍຣະນີ 59 ຫລື ຕິນ່າ ມອນມີນາ ສຸດທິດາ ໄດ້ປີ່ນປົວຢຸູ່ ໂຮງໝໍມີຕພາບເຊົາດີແລ້ວ ເຈົ້າໜ້າທີ່ຕຳຣວດ ປກສ ນະຄອນ ຫຼວງວຽງຈັນ ໄດ້ສົ່ງຜູ້ກ່ຽວໄປຍັງຄ້າຍຄຸມຂັງນ່າຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ດັ່ງເຈົ້າໜ້າທີ່ຫ້ອງການ ປກສ ນະຄອນຫຼວງ ໄດ້ກ່າວຢັ້ງຢືນວ່າ.

"ແມ່ນແລ້ວມັນຕ້ອງແມ່ນ ເຈົ້າໜ້າທີ່ ທີ່ໄດ້ສືບສວນ-ສອບສວນ ກ່ອນເດີ້ບໍ່ຮູ້ວ່າເພິ່ນຕ້ອງ ສືບສວນສອບສວນ ທີ່ມາຂອງຜູ້ກ່ຽວ ສອງຄົນຫັ່ນນ່າ. ຈະເປັນລັກສນະແບບຊັ້ນເນາະ. ມີຄວາມຜິດແມ່ນດຳເນີນຄະດີ ຖ້າບໍ່ມີຄວາມຜິດກະບໍ່ໄດ້ ດຳເນີນຄະດີຫັ້ນແຫຼະ."

ຕໍ່ການດຳເນີນຄະດີພວກກ່ຽວທັງສອງ ກໍຣະນີ 59 ແລະ ເອື້ອຍຮັກ ພັນໂທ ວິລະພົນ ໄພບູນ ຫົວໜ້າຜແນກຕຳຣວດຄຸ້ມຄອງຄົນ ຕ່າງປະເທດ ກອງບັນຊາການ ປກສ ນະຄອນຫຼວງ ໄດ້ຖແລງຂ່າວເມື່ອວັນທີ 03 ພຶສພາ ວ່າ ຈະດຳເນີນຄະດີທັງສອງ.

"ກໍຣະນີທີ 59 ຄື ນາງຕິນ່າເຊີ່ງເປັນຜູ້ທີ່ພາເອື້ອຍຮັກ ແລະ ຄົນໄທຍທີ່ໄປທ່ຽວໃນທີ່ສາທາຣະນະຕ່າງໆ. ທີ່ພາໃຫ້ເກີດການຣະບາດ ພຍາດໂຄວິດ-19 ເຂົ້າສູ່ຊຸມຊົນເປັນວົງກວ້າງ ເຊີ່ງສ້າງຜົລເສັຽຫາຍ ໃຫ້ແກ່ເສຖກິຈ ແລະ ສັງຄົມຂອງ ສປປລາວ ຕໍ່ການກະທໍາ ດັ່ງກ່າວ ເຫັນວ່າເປັນການກະທໍາເຖິງການ ແຕະຕ້ອງມາດຕຣາ 199 ຂອງປະມວນກົດໝາຍອາຍາ ແຫ່ງສປປລາວ ຜ່ານການປີ່ນປົວ ຂອງແພດ-ໝໍ ເຫັນວ່າຜູ້ກ່ຽວມີອາການດີ ແຕ່ຕ້ອງໄດ້ສືບຕໍ່ເຝົ້າຣະວັງ ຕິດຕາມອາການຜູ້ກ່ຽວຕໍ່ໄປ.

ດ້ວຍເຫດນັ້ນເຈົ້າໜ້າທີ່ຂອງພວກເຮົາ ຈຶ່ງໄດ້ນໍາໂຕຜູ້ກ່ຽວເພື່ອໄປແຍກປ່ຽວອີກ 14 ວັນ ຈາກນັ້ນເຈົ້າໜ້າທີ່ ປກສ ແມ່ນຈະໄດ້ສືບຕໍ່ ດຳເນີນການສືບສວນ-ສອບສວນຜູ້ກ່ຽວ ແລະ ພັກພວກເພື່ອສລຸບສຳນວນຄະດີ ສົ່ງໃຫ້ ອັຍການສານຕັດສິນ ຂອງກົດໝາຍຣະບຽບ ຂອງ ສປປລາວ."

ຕຳຣວດໄດ້ແຈ້ງຂໍ້ຫາ ທັງສອງຄົນໃນເບື້ອງ ມີການພົວພັນກັບຄົນຕ່າງປະເທດ ທີ່ເຂົ້າເມືອງຜິດກົດໝາຍ. ການແຜ່ເຊື້ອພຍາດ ຮ້າຍແຮງໃນຊຸມຊົນຈົນເປັນວົງກວ້າງ ແລະ ນຳມາ ເຊິ່ງບັນຫາທາງເສຖກິຈ-ສັງຄົມ.

ຂະບວນການດຳເນີນຄະດີ ຂອງທັງສອງກໍຣະນີ 59 ຕີນ່າ ແລະ ເອື້ອຍຮັກ ນັ້ນຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຮວບຮວມ ຫລັກຖານເພື່ອສັ່ງຟ້ອງ ແລະ ຄາດວ່າຄະດີ ສານຕັດສິນໃນໄວໆນີ້.

ອີງຕາມປະມວນກົດໝາຍອາຍາ ມາດຕຣາ 199 ການແຜ່ເຊື້ອພຍາດຮ້າຍແຮງ ຜູ້ຕິດເຊື້ອພຍາດຮ້າຍແຮງ ຫາກນໍາເອົາເຊື້ອພຍາດ ນັ້ນໄປແຜ່ຂຍາຍສູ່ບຸກຄົນອື່ນ ໂດຍເຈຕນາ ຈະຖືກລົງໂທດຕັດອິສຣະພາບ ແຕ່ 2-5 ປີ ແລະ ຈະຖືກປັບໃໝເງິນແຕ່ 10 ລ້ານກີບ ຫາ 50 ລ້ານກີບ. ບຸກຄົນໃດທີ່ເຈຕນາ ຫາກເອົາເຊື້ອພຍາດທີ່ຮ້າຍແຮງໄປແຜ່ ຂຍາຍສູ່ບຸກຄົນອື່ນໂດຍເຈຕນາ ຈະຖືກລົງໂທດຕັດ ອິສຣະພາບ ແຕ່ 2-5 ປີ ແລະ ຈະຖືກປັບໃໝ ເງິນແຕ່ 30-70 ລ້ານກີບ.

ສະຖານນະການຣະບາດ ຂອງເຊື້ອພຍາດໂຄວິດ-19 ໃນລາວ ແມ່ນເຂົ້າສູ່ການຣະບາດ ຣະດັບຊຸມຊົນຍອດສະສົມ ຜູ້ຕິດເຊື້ອຕາມ ການຣາຍງານຂອງ ຄະນະສະເພາະກິຈຄວບຄຸມ ພຍາດໂຄວິດ-19 ເມື່ອວັນທີ 04 ພຶສພາ ຜ່ານມາ ຜູ້ຕິດເຊື້ອ 1.026 ຄົນ. ໃນນີ້ມີພຽງ ແຕ່ສາມແຂວງຍັງບໍ່ມີຜູ້ຕິດເຊື້ອ.

ຈາກຍອດໂຕເລກສະສົມເພີ່ມຂຶ້ນ ພ້ອມທັງທາມລາຍຂອງຜູ້ຕິດເຊື້ອ ທີ່ກວດພົບຍັງມີການ ກະຈາຍການສັມພັດໃກ້ຊິດ ກັບຊຸມຊົນ ຈຳນວນຫລາຍ. ດັ່ງນັ້ນສະພາບຂອງການຣະບາດ ກໍຍັງຈະເພີ່ມຂຶ້ນ. ຣັຖບານຈຶ່ງໄດ້ປະກາດ ເມື່ອວັນທີ 04 ພຶສພາ ໃຫ້ສືບຕໍ່ໃຊ້ ມາຕການປິດເມືອງ ໄປຈົນເຖີງວັນທີ 20 ພຶສາພາ.

"ມີປະຊາຊົນເຮົາຈຳນວນນຶ່ງ ມີທະຫານພະນັກງານຕຳຣວດ ຂອງພວກເຮົາ ກໍຄືຜູ້ປະກອບການຈຳນວນນຶ່ງ ຍັງຖືເບົາຍັງລະເຫຼີງ ຕໍ່ບັນດາມາຕການທີ່ວາງອອກນັ້ນ. ເຊິ່ງອັນນີ້ຍັງມີ ຄວາມສ່ຽງທີ່ຈະເຮັດໃຫ້ ເຊື້ອພຍາດແຜ່ຣະບາດ.

ຢູ່ບັນດາປະເທດໃກ້ຄຽງ ຂອງພວກເຮົາຍັງມີການຣະບາດ ຮ້າຍແຮງ ແລະ ມີໂຕເລກການຕິດເຊື້ອເພີ່ມຂຶ້ນເລື້ອຍໆ. ເຊິ່ງອັນນີ້ ກໍເປັນຄວາມສ່ຽງທີ່ຈະກໍ່ໃຫ້ມີ ການຣະບາດຄັ້ງໃໝ່ຢູ່ ປະເທດຂອງພວກເຮົາ. ຈຳນວນຜູ້ຕິດເຊື້ອຢູ່ຫຼາຍແຂວງ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ ມີຈຳນວນຫຼວງຫຼາຍເຮັດໃຫ້ ໂຮງໝໍ ແລະບ່ອນຕ່າງໆ ທີ່ຮອງຮັບມີຄວາມຈຳກັດ.

ຄະນະສະເພາະກິຈ ຄົ້ນຄວ້າເລິກເຊິ່ງ ແລ້ວສືບຕໍ່ຈັດຕັ້ງປະຕິບັດ ບັນດາມາຕການ ທີ່ໄດ້ກຳນົດໄວ້ ຢູ່ໃນຄຳສັ່ງເລກທີ 15 ນຍ ແລະໃຫ້ສືບຕໍ່ປະຕິບັດໄປໃນ 15 ວັນຕໍ່ໜ້າ ໝາຍຄວາມວ່າປະຕິບັດໄປ ຈົນເຖິງວັນທີ 20 ພຶສພາ."

ມາຮອດປັຈຈຸບັນຄົນລາວ ທີ່ໄດ້ຮັບການສັກວັກຊີນ ໂຄວິດ-19 ແອສຕຣາເຊເນກາ ແລະ ຊີໂນຟາມ ເຂັມທີ 1 243,059 ຄົນ ສ່ວນເຂັມທີ 2 74,930.

ສະພາບການປີ່ນປົວ ເຊື້ອພຍາດໂຄວິດ-19 ໃນລາວ ຫລ້າສຸດທາງການລາວ ກໍໄດ້ຮັບການຊ່ອຍເຫຼືອຊ່ຽວຊານ, ອຸປກອນການແພດ ແລະ ການສ້າງໂຮງໝໍພາກສນາມ ຈາກ ວຽດນາມ ແລະ ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.