ລາວ ຈະໃຊ້ຢາພື້ນເມືອງ ປິ່ນປົວ ໂຄວິດ-19

ອຸ່ນແກ້ວ ສຸກສະຫວັນ
2021.08.17
ລາວ ຈະໃຊ້ຢາພື້ນເມືອງ ປິ່ນປົວ ໂຄວິດ-19 ຊາວລາວພາກັນນັ່ງຖ້າ ສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ຕ່າງໆ ທີ່ທາງການຈັດຫາມາໃຫ້ ຕາມການຊ່ອຍ ຈາກຕ່າງປະເທດ
RFA

ກະຊວງສາທາຣະນະສຸຂ ມີແຜນນຳໃຊ້ຢາພື້ນເມືອງ ຈາກພືດເປັນຢາ 3 ຊນິດ ລາຊາບີ ຜັກຄາວທອງ ແລະ ກະຊາຍຂາວ ເພື່ອ ຈະນຳໄປປິ່ນປົວ ຜູ້ຕິດເຊືອໂຄວິດ-19, ອີງຕາມການຄົ້ນຄວ້າ ຂອງສະຖາບັນການແພດ ແລະ ຢາພື້ນເມືອງຂອງລາວ ຮ່ວມທັງຜົນ ການສຶກສາຂອງສາກົລ.

ການນຳໃຊ້ຢາພື້ນເມືອງ ມີທັງຜົນດີ ແລະ ຜົນຂ້າງຄຽງ, ແຕ່ແພດແນະນຳວ່າ ບໍ່ຄວນກິນເກີນ 7 ມື້ ຕິດຕໍ່ກັນ ຜູ້ເປັນໝາກໄຂ່ຫຼັງ ກໍບໍ່ຄວນໃຊ້ຢາພື້ນເມືອງຫຼາຍ ເພາະມັນຈະມີຜົນ ຂ້າງຄຽງຕໍ່ຕັບ ແລະ ຜູ້ທີ່ກິນຢາຊນິດນີ້ ຕ້ອງປະຕິບັດ ຕາມຄຳແນະນຳຂອງ ແພດໝໍ ຢ່າງໃກ້ຊິດ, ນັກວິຊການດ້ານການແພດ ທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວວ່າ:

"ມັນມີຄຸນນະສົມບັດຂອງມັນ ທີ່ເພິ່ນຄົ້ນຄວ້າມາແລ້ວວ່າ ເປັນຢາຕ້ານເຊື້ອ ສຳລັບສມຸນໄພເນາະ ຊ່ວຍປ້ອງກັນ ຊ່ວຍຢັບຢັ້ງພຍາດ ນີ້ບໍ່ໃຫ້ມັນເກີດຂຶ້ນແຮງ ກໍມີຂໍ້ຄວນຣະວັງ ມັນມີກຳນົດໃຊ້ບໍ່ໃຫ້ເກີນ 7 ວັນ ກະຄືວ່າ ພວກເປັນໝາກໄຂ່ຫຼັງ ກໍບໍ່ຄວນໃຊ້ສມຸນໄພ ຫຼາຍ ມັນຊິເຮັດໃຫ້ມີການທຳຮ້າຍຕັບ.”

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ຢາທີ່ໃຊ້ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ໃນລາວ ກໍຍັງແມ່ນຢາຈາກຕ່າງປະເທດ ແລະ ປິ່ນປົວຕາມ ອາການແຕ່ຖ້າຫາກ ຜູ້ໃດເປັນໜັກ ກໍຕ້ອງໄດ້ໃຊ້ຢາ ຕ້ານເຊື້ອ Bacteria ໃນຮ່າງກາຍ.

ເຈົ້າໜ້າທີ່ ຈະມີການນຳໃຊ້ຢາພື້ນເມືອງ ດັ່ງກ່າວນັ້ນ ກໍຖືວ່າເປັນເຣື່ອງທີ່ດີ ເພາະວ່າ ເປັນຢາພື້ນເມືອງ ທີ່ຜລິດມາຈາກທັມມະຊາດ ບໍ່ມີສານເຄມີ, ນັກວິຊາການດ້ານການແພດ ອີກທ່ານນຶ່ງໄດ້ກ່າວວ່າ:

"ເພິ່ນວ່າຢູ່ຈະນຳໃຊ້ຢາສມຸນໄພນີ້ 2-3 ຢ່າງນີ້ນ່າ ທົດລອງນີ້ສ່ວນຫຼາຍບໍ່ມີຂໍ້ເສັຽດອກ ມັນສະກັດມາຈາກ ທັມມະຊາດ ບໍ່ມີເຄມີນີ້.”

ຍັງມີການຕິດໂຄວິດ-19 ພາຍໃນຊຸມຊົນ ແລະ ໃນວັນທີ 17 ສິງຫາ ຢູ່ແຂວງຄຳມ່ວນ ມີຜູ້ຕິດເຊື້ອ-19 ໃນຊຸມຊົນ 8 ຄົນ ແລະ ທາງການ ໄດ້ສັ່ງປິດບ້ານ ທີ່ມີການຕິດເຊື້ອແລ້ວ ໂດຍບໍ່ໃຫ້ມີຄົນເດີນທາງ ເຂົ້າ-ອອກ, ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຄຳມ່ວນ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ບາງບ້ານກໍຖືວ່າປິດແລ້ວວ່າຊັ້ນສາ ເພິ່ນຈະລ໊ອກດາວເປັນບ້ານ ການປ້ອງກັນເຈົ້າໜ້າທີ່ແຕ່ລະເຂດ ແຕ່ລະບ້ານເວນຍາມແມ່ນຫຍັງ ກັນຄັກແນ່ ປັດຈຸບັນກໍຖືວ່າ ເພິ່ນຄວບຄຸມໄດ້ ຢູ່ແລ້ວ.”

ສ່ວນວ່າຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ ກໍສັ່ງປິດ ນະຄອນ ໄກສອນ ພົມວິຫານ ແລ້ວ ແລະ ເຂດກຳນົດບ້ານແດງ ຜູ້ໃດຢູ່ໃນກຸ່ມ ສ່ຽງ ກໍນຳຕົວໄປກວດຫາເຊື້ອ, ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ໄດ້ກ່າວວ່າ:

"ປັດຈຸບັນ ເພິ່ນລ໊ອກດາວ ສະເພາະຢູ່ໃນເທສບານ ເມືອງໄກສອນ ນີ້ມາຕການກໍກວດຫາຜູ້ຕິດເຊື້ອ ກະໃຫ້ຜູ້ຢູ່ໃນກຸ່ມສ່ຽງໄປກວດ ເຊື້ອ ໜ້າເປັນຫ່ວງຢູ່ຫັ້ນແຫຼະ ແຕ່ຍັງສາມາດ ຄວບຄຸມໄດ້ຢູ່.”

ນອກຈາກນີ້, ແຂວງບໍ່ແກ້ວ ຍັງສືບຕໍ່ກວດພົບຜູ້ຕິດໂຄວິດ-19 ໃນຊຸມຊົນ 27 ຄົນ ໃນວັນທີ 16 ສິງຫາ ແລະ ວັນທີ 17 ສິງຫາ ທາງການກໍ ກວດພົບຜູ້ຕິດເຊື້ອ ຢູ່ໃນຊຸມຊົນອີກ 15 ຄົນ.

ໃນວັນທີ 17 ສິງຫາ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 207 ຄົນ, ໃນນັ້ນ ມີຜູ້ຕິດເຊື້ອ ໃນຊຸມຊົນ 23 ຄົນ ແລະ ກໍຣະນີນຳເຂົ້າມາ 184 ຄົນ ຈາກຜົນກວດຕົວຢ່າງ ທັງໝົດ 2,146 ຄົນ ຂອງວັນທີ 16 ສິງຫາ. ໃນຈຳນວນຜູ້ຕິດເຊື້ອ ດັ່ງກ່າວ ມີຢູ່:

• ແຂວງຄຳມ່ວນ 119 ຄົນ
• ສາຣະວັນ 27 ຄົນ
• ນະຄອນຫຼວງວຽງຈັນ 24 ຄົນ
• ຈຳປາສັກ 1 ຄົນ
• ແຂວງບໍ່ແກ້ວ 15 ຄົນ
• ສວັນນະເຂດ 18 ຄົນ
• ໄຊຍະບູຣີ 2 ຄົນ
• ບໍຣິຄຳໄຊ 1 ຄົນ

ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງໃນວັນທີ 17 ສິງຫາ ວ່າ:

"ໄດ້ກວດວິເຄາະທັງໝົດ 2,146 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 207 ຄົນ ຊຶ່ງຢູ່ໃນນີ້ ຕິດເຊື້ອຢູ່ໃນຊຸມຊົນ 23 ຄົນ ຄືຢູ່ບໍ່ແກ້ວ ຢູ່ ເມືອງຕົ້ນເຜິ້ງ ແມ່ນ 15 ຄົນ ແຂວງຄຳມ່ວນ 8 ຄົນ.”

ສາຍພັນ ພັນເດລຕ້າພລາສ ເປັນສາຍພັນໃໝ່ ທີ່ກວດພົບຢູ່ໃນຄົນງານລາວ 2 ຄົນ ແຕ່ກໍເປັນສາຍພັນ ທີ່ນອນຢູ່ໃນສາຍພັນເດລຕ້າ. ດຣ ສີສະຫວາດ ກ່າວວ່າ:

"ໄລຍະຜ່ານມາຫັ້ນ ພວກເຮົາກໍໄດ້ສຸ່ມກວດ ສາຍພັນຕ່າງໆ ກວດຈາກແຮງງານລາວ ທີ່ກັບມາ ພວກເຮົາໄດ້ພົບແມ່ນ ສາຍພັນ ເດລຕ້າພລາສ ຈຳນວນ 2 ຄົນ ສຳລັບສາຍພັນນີ້ ກະບໍ່ໃຫ້ບັນດາທ່ານ ແຕກຕື່ນວິຕົກກັງວົນ ເພາະເປັນສາຍພັນ ທີ່ຢູ່ໃນສາຍພັນ ເດລຕ້າຫັ້ນ.”

ຄະນະສເພາະກິຈ ຄວບຄຸມໂຄວິດ-19 ໄດ້ຣາຍງານ ໃນວັນທີ 17 ສິງຫາ 2021 ວ່າມາຮອດປັດຈຸບັນ ໄດ້ກວດວິເຄາະຫາເຊື້ອ ທັງໝົດ 361,247 ຄົນ, ພົບຜູ້ຕິດເຊືອສະສົມ 10,648 ຄົນ, ເສັຽຊີວິດ 9 ຄົນ, ປິ່ນປົວເຊົາ 6,651 ຄົນ, ກຳລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 3,988 ຄົນ.

ມາເຖິງວັນທີ 16 ສິງຫາ 2021 ມີຜູ້ໄດ້ຮັບການສັກວັກຊິນເຂັມທີ 1 ທັງໝົດ 1,717,143 ຄົນ ແລະ ເຂັມທີ 2 ຈຳນວນ 1,489, 364 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.