ຄົນງານລາວຖືພາ ຕິດເຊື້ອ ໂຄວິດ-19 ຢູ່ໄທຍ
2021.08.11

ຄົນງານ ແມ່ຍິງລາວ ຊື່ ຍານາງ ຊີ (ນາມສົມມຸດ) ອາຍຸ 20 ປີ ຈາກ ແຂວງສວັນນະເຂດ ທີ່ໄດ້ມາເຮັດວຽກ ເປັນຄົນຂາຍເຄື່ອງ ໃຫ້ນາຍຈ້າງຄົນໄທຍ ຢູ່ເຂດບາງແຄ ບາງກອກ ປະເທດໄທຍ ໂດຍບໍ່ຖືກກົດໝາຍ ຄືໃຊ້ວີຊ້າທ່ອງທ່ຽວ ເຂົ້າມາເຮັດວຽກຢູ່ໃນໄທຍ ນັ້ນ ຕິດເຊື້ອໂຄວິດ-19 ຊຶ່ງ ຕອນນີ້ ຍານາງ ກໍາລັງຖືພາ ໄດ້ 6 ເດືອນ ປາຍແລ້ວ.
ພາຍຫຼັງທີ່ ຍານາງ ໄດ້ຊື້ເຄື່ອງກວດໂຄວິດ-19 ຫຼື Antigen Test Kit 1 ຊຸດມາກວດດ້ວຍຕົນເອງ ເມື່ອວັນທີ 8 ສິງຫາ ຜ່ານມາ ນີ້ແລ້ວພົບວ່າ ຜົນອອກມາເປັນບວກຂຶ້ນ 2 ຂີດ ຢູ່ແຖບໂຕ C ແລະ T. ປັດຈຸບັນ ຍານາງຊີ ຍັງບໍ່ໄດ້ຮັບຢາ ເຄື່ອງແທກອຸນຫະພູມ ຮ່າງກາຍ ແລະ ເຄື່ອງວັດແທກ ອ໊ອກຊີເຈນ ເພື່ອຮັບການປິ່ນປົວ ຕົນເອງຢູ່ຫ້ອງພັກ ຫຼື Home Isolation ຕາມແຜນການປິ່ນປົວ ຂອງທ່ານໝໍເທື່ອ ແລະຍັງລໍຖ້າເຈົ້າໜ້າທີ່ ກ່ຽວຂ້ອງ ເອົາຢາ ແລະ ອຸປກອນຕ່າງໆນັ້ນມາໃຫ້ຢູ່ຫ້ອງພັກ ຂອງລາວຢູ່ ແລະດ້ວຍເຫດ ການດັ່ງກ່າວນີ້ ຍານາງ ຈຶ່ງກັງວົນຢ້ານວ່າ ລູກທີ່ຢູ່ໃນທ້ອງນັ້ນຈະບໍ່ແຂງແຮງ ແລະ ມີອາການບໍ່ປົກກະຕິ, ອີງຕາມຄວາມເວົ້າ ຂອງ ຍານາງ ຊີ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ສິງຫາ ນີ້:
“ກວດເອງ ກວດຮອບດຽວມັນຂຶ້ນ 2 ຂີດ ກັງວົນຢ້ານລູກບໍ່ປົກກະຕິ ຢ້ານລູກບໍ່ແຂງແຮງ ເພິ່ນຊິສົ່ງຂອງມາໃຫ້ ເພິ່ນບໍ່ໄດ້ສົ່ງຫຍັງ ມາຊໍ້າ.”
ຍານາງ ຊີ ເວົ້າຕື່ມວ່າ ໂຕເອງມີອາການປວດຕົນ ປວດໂຕ, ເຈັບຄໍ, ໄອ ແລະ ເຈັບຫົວ ຕັ້ງແຕ່ວັນທີ 8 ສິງຫາ ທີ່ຜ່ານມາ ຈຶ່ງໄປຊື້ ເຄື່ອງກວດໂຄວິດ-19 ມາກວດດ້ວຍຕົນເອງ ແລະ ພົບວ່າ ໂຕເອງນັ້ນແມ່ນຕິດເຊື້ອໂຄວິດ-19, ຕັ້ງແຕ່ມື້ຮູ້ຜົນກວດ ຈົນມາຮອດມື້ນີ້ ຕົນກໍໄດ້ຊື້ຢາພື້ນເມືອງ ເປັນຕົ້ນຂ່າ, ຫົວສິງໄຄ, ຂີງ, ໃບຂີ້ຫູດ ມາຕົ້ມດື່ມ ແລະ ຮົມ ເພື່ອໃຫ້ອາການ ດີຂຶ້ນ ຕາມຄວາມຮູ້ຕາມພູມ ປັນຍາທ້ອງຖິ່ນ ເຊິ່ງອາການດັ່ງກ່າວນັ້ນ ກໍໃຄແດ່ແລ້ວ, ແຕ່ຍັງບໍ່ສະບາຍໃຈ ວ່າຈະປອດພັຍທັງແມ່ທັງລູກ ຫຼືບໍ່ ຍ້ອນຍັງມີອາການ ເຈັບຄໍ ແລະໄອຢູ່ຢ່າງ ຕໍ່ເນື່ອງ.
ຂນະທີ່ ອາການໂຕຈິງ ຈໍານວນການເໜັງຕີງຂອງລູກໃນທ້ອງ ຂອງຍານາງ ຊີ ນັ້ນ ຍັງເໜັງຕີງປົກກະຕິ ຄືຍາມກິນເຂົ້າ ດື່ມນໍ້າ ລູກ ກໍຈະເໜັງຕີງໃຫ້ ຍານາງຮັບຮູ້ ວ່າລູກຍັງມີຊີວິດ ແລະ ແຂງແຮງຄືເກົ່າ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ສູນບໍຣິການ ສາທາຣະນະສຸຂ 40 ເຊິ່ງເປັນໜ່ວຍງານທີ່ຮັບຜິດຊອບ ໃນການຈັດຢາ ແລະ ອຸປກອນທາງການແພດ ສົ່ງໃຫ້ຄົນທີ່ເຊື້ອ ໂຄວິດ-19 ໃນເຂດບາງແຄ ກໍກ່າວວ່າ ທາງສາທາຣະນະສຸຂ 40 ບໍ່ສາມາດຮັບເອົາກໍຣະນີ ຂອງ ຍານາງ ຊີ ເຂົ້າຮັບການປິ່ນປົວ ໂຄວິດ-19 ຕາມຣະບຽບຂອງ ຣັຖບານໄທຍໄດ້ ເນື່ອງຈາກຍານາງ ຊີ ເປັນຄົນງານທີ່ເຂົ້າມາເຮັດວຽກ ແບບບໍ່ຖືກຕ້ອງຕາມກົດໝາຍ. ແມ້ແຕ່ເຂົ້າຫຼືຢາ ເພື່ອຊ່ອຍເຫຼືອ ຍານາງຊີ ກໍໃຫ້ບໍ່ໄດ້ ຍ້ອນວ່າ ບໍ່ມີຂໍ້ມູນຂອງ ຍານາງ ແບບຖືກຕ້ອງ ໃນຣະບົບຣາຊການ ຂອງໄທຍ ຈຶ່ງບໍ່ສາມາດຂຶ້ນງົບປະມານ ຊ່ອຍເຫຼືອລາວ ໃນສ່ວນນີ້ໄດ້, ດັ່ງ ຍາງນາງ ກ່າວຕໍ່ວິທຍຸເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄົນງານມາເຮັດວຽກແບບ ຜິດກົດໝາຍ ເຮົາບໍ່ຮັບຮອງໃຫ້ ຈະຕ້ອງໃຫ້ຊື້ຢາ ມາປົວເອງ ຍ້ອນວ່າມາບໍ່ຖືກຕ້ອງ ຢ່າງກໍຣະນີ ຂອງ ຍານາງ ຊີ ເຮົາບໍ່ມີເອກກະສານ ອິຫຍັງຢືນຢັນ ໃຫ້ລາວ ລາວກໍບໍ່ສາມາດເບີກຢາໄດ້ ຍ້ອນວ່າຢາຂອງເຮົາ ມັນຄືຢາຂອງຣັຖບານ ມັນຕ້ອງມີສໍາເນົາ ຫຼືໜັງສືຖືກກົດໝາຍ ຈາກ ຍານາງ ຊີ.”
ຂນະທີ່ ເຈົ້າໜ້າທີ່ມູລນິທິສູນຄຸ້ມຄອງ ສິດທິດ້ານເອດສ໌ ຫຼື CRS ເຊິ່ງເປັນໜ່ວຍງານ ທີ່ເຂົ້າມາຮັບຜິດຊອບ ກໍຣະນີຂອງ ຍານາງຊີ ໂດຍມີເປົ້າໝາຍ ການເຮັດວຽກວ່າຈະຊ່ອຍທຸກ ຊີວິດທີ່ຕິດເຊື້ອໂຄວິດ-19 ແບບບໍ່ແບ່ງແຍກ ວ່າຈະເປັນຄົນໄທຍ ຫຼືຄົນຕ່າງປະເທດ ທີ່ຜິດກົດໝາຍ ຫຼືຖືກກົດໝາຍ ກ່າວວ່າໄດ້ຮັບເຣື່ອງຮ້ອງຮຽນວ່າ ຍານາງຊີ ຕິດເຊື້ອໂຄວິດ-19 ຕັ້ງແຕ່ວັນທີ 10 ສິງຫາ ຜ່ານມາ ຈຶ່ງໄດ້ປະສານ ຫາ ທ່ານໝໍ ແລະ ນາງພຍາບານ ເພື່ອປະເມີນອາການ ຂອງ ຍານາງ ຊີ ທັນທີ.
ຫຼ້າສຸດນີ້ ທ່ານໝໍ ໄດ້ສັ່ງຢາ, ເຄື່ອງວັດແທກອ໊ອກຊິເຈນ, ໜ້າກາກອະນາມັຍ, ເຈວລ້າງມື້ ແລະ ເຄື່ອງວັກແທກອຸນຫະພູມຮ່າງກາຍ ໃຫ້ລາວແລ້ວ, ແຕ່ວ່າເຄື່ອງເຫຼົ່ານັ້ນຈະສົ່ງເຖິງ ລາວໃນມື້ໃດນັ້ນ ຂຶ້ນຢູ່ກັບຣະບົບການຂົນສົ່ງ ຂອງປະເທດໄທຍ ແລະການຈັດການ ຂອງໜ່ວຍງານການຢາ, ດັ່ງ ຍານາງ ກ່າວໃນມື້ດຽວກັນນີ້ວ່າ:
“ໄດ້ຮັບເຣື່ອງແລ້ວ ແລ້ວກໍສົ່ງໃຫ້ທີມ ນາງພຍາບານ ຮຽບຮ້ອຍແລ້ວ ແລ້ວກໍມື້ເຊົ້ານີ້ ມີຄົນໂທຫາ ຍານາງ ຊີ ແລ້ວລົມກັບລາວວ່າ ດຽວຈະສົ່ງຢາມາໃຫ້ລາວ ແຕ່ກໍບໍ່ແນ່ໃຈວ່າ ຢານັ້ນ ຈະຮອດຫ້ອງພັກ ຂອງລາວ ມື້ໃດ ເຊິ່ງກໍຕ້ອງຢູ່ຣະຫວ່າງ ຣະບົບການຈັດການ ສົ່ງສິນຄ້າ ກໍຕ້ອງລໍຖ້າເບິ່ງວ່າ ທ່ານໝໍ ຈະສັ່ງຢາຕ້ານໂຄວິດ ຫຼືຢາ ຟາວິພິຣາເວັຽ ໃຫ້ລາວບໍ່ ຍ້ອນວ່າ ບໍ່ໄດ້ໝາຍວ່າ ແມ່ຍິງຖືພາ ຈະກິນໄດ້ໝົດທຸກຄົນ ມັນຕ້ອງກວດອາການ ຂອງລາວນໍາ ວ່າຕອນນີ້ມັນເປັນແນວໃດ.”
ອີງຕາມຂໍ້ມູນໃນຣະບົບການຊ່ອຍເຫຼືອ ຄົນຕິດເຊື້ອໂຄວິດ-19 ແມ່ນຣະບຸວ່າ ກໍຣະນີຂອງ ຍານາງ ຊີ ເປັນກໍຣະນີ ສີເຫຼືອງ ເຊິ່ງ ສາມາດຮັບການປິ່ນປົວແບບ Home Isolation ໄດ້ ເນື່ອງຈາກຕາມຫຼັກການ ຊ່ອຍເຫຼືອຊີວິດ ຂອງຄົນທີ່ຕິດເຊື້ອໂຄວິດ-19 ໃນໄລຍະນີ້ ແມ່ນຕ້ອງເຂົ້າເຖິງການຮັບຢາ ໃຫ້ໄວທີ່ສຸດ ດັ່ງນັ້ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະຕິດກໍຣະນີ ຂອງ ຍານາງຊີ ຢ່າງໃກ້ຊິດ ຈົນກວ່າວ່າ ຍານາງ ຊີ ຈະຫາຍດີ ຈາກໂຄວິດ-19 ດັ່ງ ຍານາງ ກ່າວວ່າ:
“ຖ້າແມ່ນແມ່ຍິງຖືພາ ເຮົາຈະພິຈາຣະນາໄປເລີຍ ວ່າເປັນເຫຼືອງ ແຕ່ວ່າເຫຼືອງໃນບ່ອນນີ້ ບໍ່ໄດ້ໝາຍຄວາມວ່າ ບໍ່ສາມາດທີ່ເຮັດ HI ຫຼື Home Isolation ໄດ້. ມັນສາມາດເຮັດໄດ້ ແຕ່ອາຈຕ້ອງເບິ່ງແຍງແບບໃກ້ຊິດ ຈາກທີມນາງພຍາບານ ຫຼືທ່ານໝໍຍ້ອນວ່າ ຍານາງ ຊີ ເປັນແມ່ຍິງຖືພາ ເຊິ່ງຕ້ອງມີການເຂົ້າເຖິງຢາ ໃຫ້ໄວທີ່ສຸດ ມັນຈະໄດ້ບໍ່ເລື່ອນເປັນແດງ.”
ຍານາງກ່າວຕື່ມວ່າ ສ່ວນເຣື່ອງວ່າ ຍານາງຊີ ຈະໄດ້ຕຽງເພື່ອເຂົ້າຮັບການປິ່ນປົວ ຫຼືບໍ່ນັ້ນ ຂຶ້ນຢູ່ກັບການພິຈາຣະນາ ຂອງທ່ານໝໍ ປະຈໍາໂຕນາງເອງ ຍ້ອນວ່າປັດຈຸບັນ ຕຽງ ເພື່ອປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ຢູ່ໃນໄທຍ ກໍບໍ່ພຽງພໍຢູ່ແລ້ວ.
ນອກຈາກຍານາງ ຊີ ທີ່ຕິດເຊື້ອໂຄວິດ-19 ແລ້ວນັ້ນ ຜົວຂອງລາວເອງ ເຊິ່ງເປັນຄົນລາວ ທີ່ມາຈາກແຂວງດຽວກັນ ກໍຕິດເຊື້ອ ໂຄວິດ-19 ເຊັ່ນກັນ ຊຶ່ງຈະໄດ້ຮັບຢາ ແລະ ອຸປກອນ ທາງການແພດ ເພື່ອປິ່ນປົວດ້ວຍຕົນເອງ ພ້ອມກັນ.
ນອກຈາກນີ້ ເຈົ້າໜ້າທີ່ປະຈໍາ ສະຖານເອກອັຄຣັຖທູດ ສປປລາວ ປະຈໍາ ຣາຊອານາຈັກໄທຍ ທ່ານນຶ່ງ ຜູ້ຂໍສງວນ ຊືື່ ແລະ ສຽງ ກ່າວວ່າ ໃນກໍຣະນີທີ່ຄົນງານລາວ ໃນປະເທດໄທຍ ຕິດເຊື້ອໂຄວິດ-19 ນັ້ນ ກໍຂໍໃຫ້ຄົນງານຜູ້ນັ້ນ ໄປແຈ້ງພາກສ່ວນທີ່ກ່ຽວຂ້ອງ ໃນເຂດທີ່ຕົນເອງອາສັຍຢູ່ ເພື່ອເຂົ້າຮັບການປິ່ນປົວ, ແຕ່ຫາກທາງພາກສ່ວນກ່ຽວຂ້ອງ ໃນເຂດນັ້ນ ບໍ່ສາມາດຊອກບ່ອນປິ່ນປົວ ໃຫ້ໄດ້ ກໍສາມາດແຈ້ງມາທີ່ ສະຖານທູດລາວ ປະຈໍາປະເທດໄທຍ ເພື່ອຊ່ອຍຊອກຫາບ່ອນ ປິ່ນປົວຊ່ອຍກັນ, ດັ່ງທ່ານກ່າວໃນມື້ ດຽວກັນນີ້ວ່າ:
“ກໍຣະນີຄົນລາວເນາະ ຫຼືວ່າ ແຮງງານລາວຕິດໂຄວິດ-19 ເນາະ ຢູ່ເຂດໃດເຮົາຕ້ອງແຈ້ງເຂດນັ້ນ ໃຫ້ເຂົາຮູ້ ເພື່ອຈະໄດ້ໃຫ້ ສໍານັກງານ ປົກຄອງເຂດເຂົານັ້ນ ເຂົາຈັດແຈງຫາກູ້ພັຍ ຫຼືຫາໂຮງໝໍ ຖ້າທາງນັ້ນ ບໍ່ສາມາດຊ່ວຍໄດ້ ກໍຕິດຕໍ່ຫາທາງນີ້ ທາງນີ້ ກໍເກັບກໍາຂໍ້ມູນ ແລ້ວກໍຊອກຫາວິທີທາງ ຊ່ວຍກັນນັ້ນແຫຼະ.”
ທ່ານກ່າວຕື່ມວ່າ ໃນກໍຣະນີ ທີ່ຈະມີການຕັ້ງສູນປິ່ນປົວໂຄວິດ-19 ເພື່ອ ຄົນງານລາວ ໃນໄທຍນັ້ນ ຍັງບໍ່ສາມາດເຮັດໄດ້ ເນື່ອງຈາກ ສະຖານທູດລາວປະຈໍາປະເທດໄທຍ ເປັນຊ່ອງທາງໃນການປະສານງານ ຣະຫວ່າງຄົນງານລາວ ກັບສາທາຣະນະສຸຂໄທຍເທົ່ານັ້ນ.
ອີງຕາມການຣາຍງານຂອງສູນ ບໍຣິຫານສະຖານະການໂຄວິດ-19 ຣະບຸວ່າ ວັນທີ 11 ສິງຫາ 2021 ນີ້ ມີຜູ້ປ່ວຍຕິດເຊື້ອໂຄວິດ-19 ໃນປະເທດໄທຍ ເພີ່ມຂຶ້ນ 21,038 ຄົນ, ມີຜູ້ປ່ວຍຢືນຢັນຕິດເຊື້ອໂຄວິດ-19 ສະສົມທັງໝົດ 788,126 ຄົນ, ຂນະທີ່ມີການຣາຍງານ ວ່າມາເຖິງເດືອນ ສິງຫາ ນີ້ ມີຄົນງານລາວຕິດເຊື້ອໂຄວິດ-19 ໃນໄທຍແລ້ວ ປະມານ 4,000 ປາຍຄົນ ອີງຕາມຂໍ້ມູນຈາກ ສູນກາງ ຂໍ້ມູນເປີດພາກຣັຖ ຂອງສໍານັກງານພັທນາ ດິຈິຕອລໄທຍ.
ໃນ ກໍຣະນີ ຂອງ ຍານາງ ຊີ ນີ້ ຖືວ່າເປັນກໍຣະນີທີ 3 ທີ່ ມີຄົນງານລາວ ຖືພາ ແລ້ວຕິດເຊື້ອ ໂຄວິດ-19 ໃນ ປະເທດໄທຍ.