ໄທຍ ມອບເງິນອຸປກອນການແພດ ຊ່ອຍລາວ
2021.05.10

ສະຖານທູດໄທຍ ປະຈໍາລາວໄດ້ມອບເງິນ ແລະອຸປກອນການແພດ ໃຫ້ຣັຖບາລລາ ມູນຄ່າກວ່າ 16 ລ້ານບາດ ໃນວັນທີ 7 ພຶສພາ ນີ້ ເພື່ອໃຊ້ເຂົ້າໃນການຕ້ານ ໂຄວີດ-19. ໃນນັ້ນເປັນເງິນສົດ 2 ລ້ານບາດ, ຕຽງຜູ້ປ່ວຍ 180 ຕຽງ, ໜ້າກາກອະນາມັຍ 50,000 ອັນ, ຊຸດປ້ອງກັນສ່ວນບຸກຄົນ 2,300 ປາຍຊຸດ ແລະ ເຄື່ອງທົດສອບ ເຄື່ອນທີ່ 6 ເຄື່ອງ ເພື່ອໃຊ້ຢູ່ໂຮງໝໍ ແຂວງບໍ່ແກ້ວ ແລະ ໂຮງໝໍແຂວງໄຊຍະບູລີ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຖານທູດໄທຍ ປະຈໍາລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ໃນວັນທີ 10 ພຶສພາ ນີ້.
ກ່ຽວກັບການຊ່ອຍເຫລືອຂອງໄທຍ ທີ່ວ່ານີ້ ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ຂອງລາວ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ ອຸປກອນການແພດ ທີ່ໄດ້ຮັບຈາກ ຣັຖບາລ ໄທຍ ນັ້ນທາງການລາວ ຈະຢາຍໄປໃຫ້ແຂວງທີ່ ໂຄວິດ-19 ຣະບາດໜັກ ແລະ ມີຄວາມຈໍາເປັນນັ້ນກ່ອນ, ບໍ່ແມ່ນແຕ່ສະເພາະ ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນແຂວງບໍ່ແກ້ວ, ແຂວງຈໍາປາສັກ ທີ່ມີ ຄົນຕິດເຊື້ອເປັນຮອງລົງມາ ດັ່ງທີ່ທ່ານກ່າວວ່າ:
”ໂຕນີ້ກໍເບິ່ງກ່ອນໃດ໋ ທີ່ມັນມີຄວາມຈໍາເປັນນໍ ເພາະວ່າດຽວນີ້ມັນການຣະບາດ ເກືອບທົ່ວທຸກແຂວງເດ້ ໃນປະເທດລາວ ຖ້າວ່າຕ່າງ ແຂວງຕ່າງມີຄວາມຈໍາເປັນ ມັນບໍ່ພຽງພໍກໍຈະໄດ້ ສົ່ງໄປ ກະສິແມ່ນຈໍາປາສັກ ກັບ ບໍ່ແກ້ວຫັ້ນລະ ເພາະມັນຕ້ອງໄດ້ເອົາໄປ ເພາະ ບາງເທື່ອມັນມີ ກໍຣະນີຂາດເຂີນ ອີ່ຫຍັງຫັ້ນ.”
ການຊ່ອຍເຫລືອຂອງຣັຖບາລໄທຍ ແກ່ລາວ ໃນການຕ້ານໂຄວິດ-19 ຄັ້ງນີ້ ມີຂຶ້ນ ໃນຂນະທີ່ໂຄສິດ-19 ຣະບາດໜັກຢູ່ປະເທດ ໄທຍ, ຊາວລາວຫຼາຍຄົນ ກໍຮູ້ສຶກດີໃຈຕໍ່ ການຊ່ວຍເຫລືອນັ້ນ ແລະ ເຫັນວ່າມີຄວາມສໍາຄັນ ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 10 ພຶສພາ ນີ້ວ່າ:
“ກະດີໃຈ ແຫຼະ ເພາະໄທຍ ກໍຍັງວິກິດຢູ່ ກະມີນໍ້າໃຈມາຊ່ອຍເຫລືອລາວ ຫັ້ນຊົມເຊີຍຣັຖບາລໄທຍ ຫັ້ນກໍຍັງເຫັນຄວາມສໍາຄັນນໍ ເຮົາກໍເປັນບ້ານພີ່ເມືອງນ້ອງກັນເດ້ ຄັນຕາມສະພາ ກາເຟນີ້ເຂົາເຈົ້າວ່າ ກະປອບໃຈແຫຼະ ກະບໍ່ຢາກໃຫ້ລາວເສັຍໃຈ ຄົນໄທຍ ທີ່ວ່າສອງຄົນລັກລອບຂ້າມມາຫັ້ນ ມາປ່ອຍເຊື້ອຫັ້ນ.”
ຢູ່ແຂວງຈໍາປາສັກ ປະຊາຊົນທ່ານນຶ່ງ ກໍເວົ້າຄືກັນວ່າ ຮູ້ສຶກດີໃຈ ທີ່ຣັຖບາລໄທຍ ໃຫ້ການຊ່ອຍເຫລືອລາວ ໃນໄລຍະໂຄວິດ-19 ຣະບາດໜັກຢູ່ນີ້ ແລະວ່າ ລາວບໍ່ມີອຸປກອນ ການແພດ ທີ່ທັນສມັຍ, ດັ່ງທີ່ທ່ານກ່າວວ່າ:
”ໂຕນີ້ກໍດີໃຈນໍາເພິ່ນລະເວິຍ ໄທຍ ເພີ່ນຊ່ອຍເຫລືອ ຖືວ່າລາວ ເພິ່ນມັນບໍ່ມີເຄື່ອງ ໝາຍຄວາມວ່າເຄື່ອງທັນສມັຍອີ່ຫຍັງ ລາວເຮົາ ມັນພວມຣະບາດຫຼາຍ ຖ້າວ່າເພິ່ນມີເພິ່ນຊ່ອຍເຫຼືອ ກະດີໃຈນໍາເພິ່ນຫັ້ນແຫຼະ.”
ແລະຢູ່ແຂວງສວັນນະເຂດ ຊາວບ້ານທ່ານນຶ່ງ ກໍເວົ້າວ່າ ຖືເປັນເຣື່ອງດີ ທີ່ຣັຖບາລໄທຍ ຊ່ອຍເຫລືອທາງການລາວ ໃນເຣື່ອງ ອຸປກອນການແພດ ຍ້ອນວ່າລາວຍັງບໍ່ມີພຽງພໍ:
”ກະດີແລ້ວຄັນເພິ່ນມາຊ່ອຍຫັ້ນ ຕາມໂຮງໝໍບໍ່ທົ່ວເຖິງຊໍ້າ ບາງຄົນເຂົ້າໄປກວດພຍາດ ກະຍັງບໍ່ໄດ້ຊໍ້າ ບໍ່ທັນພຽງພໍເດ້ ກະຢ້ານເດ້ ດຽວນີ້ ໄປໃສກໍບໍ່ໄປດຽວນີ້,”
ກ່ຽວກັບເຣື່ອງທີ່ວ່ານີ້ ທີ່ຜ່ານມາ ທາງການໄທຍ ກໍໄດ້ໃຫ້ການຊ່ອຍເຫຼືອລາວ ເລື້ອຍມາ ໃນດ້ານອຸປກອນການແພດ ເປັນຕົ້ນ ເມື່ອກ່ອນໜ້ານີ້ ກໍໄດ້ PPE ໃຫ້ຈໍານວນ 500 ຊຸດ ແລະໜ້າກາກອະນາມັຍ N95 480 ຊຸດ ມູນຄ່າ 100,000 ບາດ.
ພ້ອມກັນນັ້ນ ສະຖານທູດໄທຍ ປະຈໍາລາວ ແລະ ອົງການຈັດຕັ້ງຂອງໄທຍ ທີ່ມີຊື່ວ່າ Team Thailand ກໍກໍາລັງຈະອໍານວຍ ຄວາມສະດວກໃນການຮວບຮວມ ເຄື່ອງຊ່ອຍເຫລືອ ຈາກສະມາຄົມທຸຣະກິດໄທຍ ໃນລາວ, ສະພາການຄ້າໄທ-ລາວ, ບໍຣິສັດ ໄທຍໃນລາວ ແລະບຸກຄົນສັນຊາດໄທຍ ໃນລາວ ທີ່ຮ່ວມກັນບໍຣິຈາກເປັນເງິນ ແລະ ອຸປກອນການແພດ ຕ່າງໆ ມູນຄ່າປະມານ 3,400,000 ບາດ ໂດຍມີກໍານົດຈະມອບໃຫ້ ຣັຖບາລລາວ ໃນມື້ວັນທີ 12 ພຶສພາ 2021 ນີ້.