ຄົນລາວຄົນຈີນຈະລັກ ເຂົ້າໄປລາວ ຖືກຈັບ
2021.05.29

ຕຳຣວດເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ແລະ ເຈົ້າໜ້າທີ່ໜ່ວຍງານລາດຕະເວນ ທີ່ກ່ຽວຂ້ອງໄດ້ຈັບຄົນຈີນ ໄດ້ 4 ຄົນ ໃນນີ້ມີຄົນລາວ 1 ຄົນ ເມື່ອວັນທີ 26 ພຶສພາ ຜ່ານມາ ຢູ່ບໍຣິເວນແຄມແມ່ນໍ້າຂອງ. ໂດຍກຸ່ມ 4 ຄົນ ກຳລັງຈະລັກລອບ ຂ້າມໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງມີຄົນລາວຂັບເຮືອ ຂ້າມຝັ່ງມາຮັບ.
ໂດຍທັງໝົດ ທີ່ຖືກຈັບບໍ່ມີໜັງສືເດີນທາງ ດັ່ງນັ້ນເຈົ້າໜ້າທີ່ ຈຶ່ງໄດ້ຄວບຄຸມໂຕໄປ ກວດຫາເຊື້ອໂຄວິດ-19 ແຕ່ບໍ່ພົບເຊື້ອ ເບື້ອງຕົ້ນ ຄົນຈີນກຸ່ມດັ່ງກ່າວຈະຖືກດຳເນີນ ຕາມກົດໝາຽໃນໄທຍ. ດັ່ງເຈົ້າໜ້າທີ່ຕຳຣວດ ເມືອງຊຽງແສນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 28 ພຶສພາ ວ່າ:
"ຈະມີຝ່າຍທີມ ບູຣະນາການກວດໂຄວິດ ເປັນລົບໝົດ. ຄົນລາວ ຫາກມີຂໍ້ຫາເຂົ້າມາຜິດກົດໝາຍ. ເຮົາຈະຜັກດັນກັບໄປເປັນ ນະໂຍບາຍໃນໄລຍະນີ້. ຖ້າຖືກຕັ້ງຂໍ້ຫານຳພາກໍຈະຖືກ ດຳເນີນຄະດີອາຍາຢູ່. ກໍຣະນີຄົນຈີນ ກໍຈະດຳເນີນຄະດີ ສົ່ງສານໄປຄວບຄຸມ ພື້ນທີ່ ຕມ ຊຽງຮາຍ. ພໍຈຳນວນຄົນຫຼາຍເຂົາກໍຈະ ນໍາສົ່ງເຂົ້າໄປທີ່ ຕມ ບາງກອກ ເພື່ອນຳສົ່ງກັບ ປະເທດ."
ທ່ານໄດ້ກ່າວຕື່ມວ່າ ໃນໄລຍະໂຄວິດ-19 ຣະບາດຢູ່ນີ້ຕາມຊາຍແດນ ລຳນໍ້າຂອງກໍມີເຈົ້າໜ້າທີ່ຕຳຣວດ, ທະຫານ ແລະອາສາສມັກ ບ້ານຕ່າງໆ ລາດຕະເວນຕລອດ 24 ຊົ່ວໂມງ ເພື່ອປ້ອງກັນບໍ່ໃຫ້ ຄົນລັກລອບຂ້າມໄປ-ມາ ຍ້ອນສ່ຽງນໍາເຊື້ອໂຄວິດ-19 ໄປແຜ່ ຣະບາດ ຢູ່ບ່ອນອື່ນ. ຖ້າເຈົ້າໜ້າທີ່ກວດພົບ ກໍຈະມີເຈົ້າໜ້າທີ່ ສາທາຣະນະສຸຂ ນໍາໂຕໄປກວດຫາ ເຊື້ອໂຄວິດ-19 ທັນທີຈາກນັ້ນ ກໍດຳເນີນ ຕາມກົດໝາຽຂອງໄທຍ.
"ຈະມີເວລາລາດຕະເວນກັນຢູ່ ແລະ ກໍແຕ່ລະໝູ່ບ້ານ ກໍຈະຈັດສູນເຝົ້າຣະວັງກັນ ໂຕເສີມກໍຈະມີຝ່າຍທາງເມືອງ. ຝ່າຍອາສາ ຝ່າຍຕຳຣວດສາຍກວດ ແລະ ກໍຝ່າຍຂອງທາງທະຫານ ເຂົາກໍຈະຈັດຊຸດສາຍກວດ ຂອງເຂົາອອກເລາະ. ຖ້າພົບຜູ້ລັກລອບ ສາທາຣະນະສຸຂ ກໍມີຊຸດກວດໂຄວິດ ກໍຈະເຮັດວຽກຮ່ວມກັນທັນທີ."
ສຳລັບຄົນຈີນ 4 ຄົນ ຊື່ທ້າວ ຢາງຈຽນ ອາຍຸ 32 ປີ, ທ້າວ ຈາງສ່ຽວຫລີນ ອາຍຸ 28 ປີ, ທ້າວ ໂຈເວີ່ຍ ອາຍຸ 34 ປີ ແລະ ທ້າວ ຈາງຊູເຊວ ອາຍຸ 30 ປີ. ສ່ວນຄົນລາວ ຊື່ ທ້າວພັນ ມະນີຣັດສະໝີ ອາຍຸ 35 ປີ ມາກັບໝູ່ອີກຄົນນຶ່ງ ຊື່ ທ້າວຕຸ້ຍ ອາຍຸ 35 ປີ. ໄດ້ຂັບເຮືອໜີໄປຝັ່ງລາວ ກ່ອນພາຍຫຼັງ ເຫັນເຈົ້າໜ້າທີ່ຕຳຣວດ.
ເບື້ອງຕົ້ນນີ້ ທ້າວພັນ ທີ່ເປັນຄົນລາວ ໄດ້ໃຫ້ຂໍ້ມູນຕໍ່ຕຳຣວດວ່າ ໄດ້ຮັບແຈ້ງຈາກນາຍຈ້າງຝັ່ງລາວພ້ອມກັບ ທ້າວຕຸ້ຍ ທີ່ໄດ້ໜີໄປ ນັ້ນນຳເອົາເຮືອມາຮັບຄົນຈີນ ກຸ່ມດັ່ງກ່າວຢູ່ຝັ່ງໄທຍ ເພື່ອຂ້າມໄປຝັ່ງລາວ. ເຊິ່ງ ທ້າວພັນ ເປັນຄົນເບິ່ງຕົ້ນທາງແຕ່ ທ້າວຕຸ້ຍ ເຫັນເຈົ້າໜ້າທີ່ກ່ອນຈຶ່ງຂັບເຮືອໜີໄປ.
ເຈົ້າໜ້າທີ່ໄດ້ຄວບຄຸມໂຕ ທ້າວພັນ ເປັນຄົນລາວ ໃນຂໍ້ຫາປົກປິດ ແລະ ນຳພາຊ່ອຍຄົນຕ່າງດ້າວ ເຂົ້າເມືອງແບບຜິດກົດໝາຍ. ເພື່ອໃຫ້ຄົນຕ່າງດ້າວນັ້ນ ພົ້ນຈາກການຈັບກຸມ ຂອງ ເຈົ້າໜ້າທີ່ ແລະ ບໍ່ປະຕິບັດຕາມກົມຄວບຄຸມໂຣຄ ທີ່ໃນໄລຍະນີ້ມີ ໂຄວິດ-19 ຣະບາດ.
ສຳລັບຄົນຈີນທັງ 4 ຄົນ ຖືກຂໍ້ຫາເປັນບຸກຄົນຕ່າງດ້າວ ທີ່ເຂົ້າມາໃນຣາຊອານາຈັກ ໂດຍບໍ່ໄດ້ຮັບອະນຸຍາດ. ບໍ່ເດີນທາງອອກຕາມ ຊ່ອງ ທາງດ່ານກວດກາຄົນເຂົ້າເມືອງແລະ ບໍ່ປະຕິບັດຕາມກົມຄວບຄຸມໂຣຄ ທີ່ໃນໄລຍະນີ້ມີໂຄວິດ-19 ຣະບາດ.
ໃນຂນະທີ່ ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ກໍຣະນີດັ່ງກ່າວນີ້ວ່າ ຍັງບໍ່ທັນຮູ້ຣາຍຣະອຽດເຣື່ອງນີ້ ເບື້ອງຕົ້ນເຈົ້າໜ້າທີ່ ໄທຍ ແລະເຈົ້າໜ້າທີ່ລາວ ຈະມີການປະສານງານກັນ ຢູ່ແລ້ວ. ຖ້າເຈົ້າໜ້າທີ່ໄທຍ ຈັບຄົນລາວ ທີ່ລັກລອບຂ້າມໄປຝັ່ງໄທຍ ໂດຍຜິດກົດໝາຍໄດ້. ແຕ່ຕ້ອງລໍຖ້າຝັ່ງໄທຍ ດຳເນີນຕາມຂັ້ນຕອນຂອງກົດໝາຽໄທຍ ກ່ອນຈື່ງຈະປະສານ ມາຫາລາວ.
"ບໍ່ຮູ້ເນາະເວົ້າເຣື່ອງສາມຫລ່ຽມຄຳ ນີ້ເນາະ ບາງຄົນກໍຢາກເຂົ້າ ບາງຄົນກໍຢາກອອກຊີ້ນ່າ. ຄັນໄທຍຈັບໄດ້ກໍຕ້ອງ ປະສານຄົນລາວ ເນາະ ມັນຊິມີກົດໝາຍ ຢູ່ແລ້ວແຕ່ວ່າຈະດຳເນີນ ເຂົາຈະມາກວດເບິ່ງຕາມກົດໝາຍ ແນວໃດ. ຊ່ວງນີ້ມັນຊ່ວງໂຄວິດ ຖືວ່າມັນຊິ ລັກລອບເຂົ້າມາ. ມັນກາອາດຈະມີອັນນີ້ ເຮົາປະຕິເສດບໍ່ໄດ້ດອກ ເພາະວ່າໂຕນີ້ນ່າ ກໍຈະມີແນ່ນອນ ແລ້ວ."
ກ່ຽວກັບເຣື່ອງນີ້ ຊາວບ້ານແຂວງບໍ່ແກ້ວ ໄດ້ເວົ້າວ່າປັຈຈຸບັນ ກໍເວົ້າວ່າຍັງເຫັນເຈົ້າໜ້າທີ່ ລາດຕະເວນຕາມຊາຍແດນ ເຊິ່ງຊາວບ້ານ ກໍດີໃຈ ທີ່ເຫັນເຈົ້າໜ້າທີ່ກວດກາ ທີ່ເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ຄົນພາຍນອກ ລັກລອບເຂົ້າມາ.
"ອໍຢູ່ມີຕຳຣວດທະຫານ ເຄື່ອນໄຫວ ຢູ່ນີ້ລາດຕະເວນຕລອດຄືນ, ກໍດີເນາະເພື່ອໃຫ້ບໍ່ໃຫ້ຄົນຕ່າງຖິ່ນເຂົ້າມານີ້. ຢ້ານແຕ່ຄົນທາງນອກ ເຂົ້າມາຕິດໂຄວິດເຂົ້າມານີ້ແຫຼະ. ຢາກໃຫ້ສືບຕໍ່ ເຮັດໄປເນາະເພາະມັນຍັງ ຕິດຢູ່ບໍ່ເຊົານີ້. ກໍຕາມຣາຍງານກໍເຣີ່ມຈະດີຂຶ້ນມາ."
ຊາວບ້ານໃນແຂວງບໍ່ແກ້ວ ອີກທ່ານນຶ່ງໄດ້ກ່າວວ່າ ກໍເຫັນເຈົ້າໜ້າທີ່ກວດກາ ຕາມຊາຍແດນ ຕາມລຳແມ່ນໍ້າຂອງຕລອດເວລາ. ຕອນນີ້ມັນຣະບາດຫຼາຍ ກໍຈຳເປັນຕ້ອງໄດ້ໃຫ້ ເຈົ້າໜ້າທີ່ເຂັ້ມງວດ.
"ເພິ່ນເວນຍາມຕລອດໄດ໊ ເພາະວ່າມັນກາຣະບາດຫຼາຍ ມັນຊິເອົາບໍ່ທັນຫັ້ນນ່າ. ເອີກະດີ ກໍຄັນວ່າບໍ່ເຂັ້ມງວດ ມັນກະບາງເທື່ອ ຜູ້ຕິດກະບໍ່ຮູ້ໂຕເອງກະມີ. ມັນຊິໝົດບໍ່ໂຄວິດນີ້ນ່າ. ຄືຊິຍາກຢູ່ ມີແຕ່ວ່າເຮົາກະຕ້ອງໄດ້ຣະມັດຣະວັງ ເຮົາໄດ້ເພິ່ງພາໂຕເອງ ນີ້ແຫຼະ."
ຕາມການຣາຍງານຂອງຄະນະສະເພາະກິຈ ແຂວງບໍ່ແກ້ວ ຂໍ້ມູນຮອດວັນທີ 28 ພຶສພາ ພົບວ່າຍອດສະສົມ ຜູ້ຕິດເຊື້ອຮວມ ໃນ ແຂວງບໍ່ແກ້ວ 492 ຄົນ, ໃນນີ້ ເມືອງຕົ້ນເຜິ້ງ ມີຜູ້ຕິດເຊື້ອ 451 ຄົນ, ເມືອງຫ້ວຍຊາຍ 40 ຄົນ, ເມືອງປາກທາ 1 ຄົນ, ເມືອງ ຜາອຸດົມ ແລະ ເມືອງເມິງ ຍັງບໍ່ມີຜູ້ຕິດເຊື້ອ. ຜູ້ຕິດເຊື້ອກຳລັງ ປີ່ນປົວມີ 139 ຄົນ, ເຊົາດີ 353 ຄົນ ແລະ ບໍ່ມີຜູ້ເສັຍຊີວິດ.