ສວິດເຊິແລນ ຊ່ອຍເຫຼືອອາຫານ ໃຫ້ສູນກັກຕົວ

ສຸພັດຕາ
2021.07.13
ສວິດເຊິແລນ ຊ່ອຍເຫຼືອອາຫານ ໃຫ້ສູນກັກຕົວ ສູນຈໍາກັດບໍຣິເວນ ຫຼັກ 27 ສໍາລັບຄົນງານລາວ ທີ່ກັບຈາກປະເທດເພື່ອນບ້ານ ຢູ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ນັກຂ່າວພົລເມືອງ

ໃນວັນທີ 12 ກໍຣະກະດາ ທີ່ຜ່ານມານີ້ ກະຊວງສາທາຣະນະສຸຂ ຣາຍງານວ່າ ອົງການເພື່ອການພັທນາ ໄດ້ຮ່ວມມືກັບທາງການ ສວິດເຊິແລນ ໃຫ້ການຊ່ອຍເຫຼືອດ້ານສະບຽງອາຫານ ແກ່ຄົນງານລາວ ຢູ່ສູນຈໍາກັດບໍຣິເວນ ເພື່ອປ້ອງກັນການຣະບາດຂອງເຊື້ອ ໂຄວິດ-19 ໃນ 6 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊຍະບຸຣີ, ແຂວງບໍ່ແກ້ວ, ແຂວງສວັນນະເຂດ ແລະ ແຂວງຈໍາປາສັກ ມູລຄ່າ 790,000 ໂດລາ ສະຫະຣັດ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກໍຣະກະດາ ນີ້ວ່າ: ຕາມຮູ້ຂໍ້ມູນເບື້ອງຕົ້ນ ແມ່ນທາງການຈະໃຫ້ເປັນເງິນ ແຈກຢາຍໃນແຕ່ລະແຂວງ ແລ້ວເຈົ້າໜ້າທີ່ ທີ່ກ່ຽວຂ້ອງເປັນຜູ້ບໍຣິຫານ ໂດຍເຮັດອາຫານມາແຈກ ໃຫ້ກັບຄົນງານລາວ ທີ່ຖືກກັກໂຕຢູ່ສູນຈໍາກັດບໍຣິເວນ ເຊິ່ງຄົນທີ່ຖືກກັກ ບໍຣິເວນ ຄົນນຶ່ງ ຈະໄດ້ກິນອາຫານ 3 ຄາບ ເຊົ້າ ສວາຍ ແລງ ຖ້າຫາກສະເລັ່ຽ ຄົນນຶ່ງຈະຕົກເປັນເງິນ ມື້ລະ 45 ພັນກີບ, ດັ່ງທ່ານກ່າວວ່າ:

“ເພິ່ນຊ່ວຍຫັ້ນ ໄດ້ຍິນວ່າ ເປັນເງິນ ແຕ່ເພິ່ນກະລົງມາຕິດຕາມເນາະ ເພິ່ນເອົາເງິນໃຫ້ ເພິ່ນກະມີຜູ້ປະມູນເຮັດຂອງກິນເດ້ ໄດ້ເວົ້າ ສັນຍາກັນຫັ້ນແຫຼະ ວ່າເຈົ້າຕ້ອງເຮັດອາຫານ ປ່ຽນອາຫານ ໃຫ້ເຂົາເຈົ້າໄດ້ກິນ ແບບສັບປະເພດ ອາຫານກິນ ສໍາລັບແຮງງານນີ້ ແມ່ນຖືກຢູ່ 45 ພັນກີບ ຕໍ່ວັນ ສາມຄາບຕໍ່ຄົນ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວ ກ່ຽວກັບການຊ່ອຍເຫຼືອ ຂອງທາງການສວິດເຊິແລນ ໃນດ້ານອາຫານການກິນ ໃຫ້ແກ່ຄົນງານລາວ ຢູ່ສູນກັກໂຕນັ້ນວ່າ ຍັງບໍ່ຮູ້ຣາຍລະອຽດເທື່ອ:

“ໂອ້ ອັນຂອງຕ່າງປະເທດ ພວກເຮົາບໍ່ຮູ້ ແຕ່ສະເພາະບ່ອນຕິດ ທີ່ພວກເຮົາຮັບຜິດຊອບ ແມ່ນຄັນຖ້າຜູ້ມາຊ່ວຍເຫຼືອເນາະ ເອີ່; ເພິ່ນກໍຈະແຈ້ງມາ ວ່າຈະບໍຣິຈາກເຂົ້າ ບໍຣິຈາກນໍ້າ ມາໃຫ້ເອງຕາມນັ້ນເລີຍ.”

ກ່ຽວກັບເຣື່ອງອາຫານການກິນ ຢູ່ສູນກັກບໍຣິເວນ ຊາວລາວທ່ານນຶ່ງ ທີ່ເຄີຍກັກໂຕຢູ່ສູນຈໍາກັດບໍຣິເວນ ເພື່ອປ້ອງກັນການຣະບາດ ຂອງເຊື້ອໂຄວິດ-19 ໃນແຂວງສວັນນະເຂດ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຈາກທີ່ເຄີຍກັກໂຕ ເຣື່ອງອາຫານການກິນ ແມ່ນໄດ້ຊື້ກິນເອງ ທັງ 3 ຄາບ ເຊົ້າ ສວາຍ ແລງ ຫຼື ໃຫ້ພໍ່ແມ່ເອົາມາສົ່ງໃຫ້ ບາງເທື່ອທາງການ ກໍຈະມີແຕ່ ໝີ່ມາມ່າ ແຫ້ງ ແລະເອົານໍ້າດື່ມໃຫ້ ແຕ່ກໍບໍ່ໄດ້ໃຫ້ຫຼາຍ ແລະ ຖ້າຫາກສູນກັກໂຕ ຈະມີອາຫານໃຫ້ຄົນທີ່ກັກໂຕ ໄດ້ກິນຄົບ 3 ຄາບ ກໍເປັນເຣື່ອງ ທີ່ດີຫຼາຍ ເພາະຄົນທີ່ກັບມາ ຈາກຕ່າງປະເທດ ໃນໄລຍະການຣະບາດຂອງໂຄວິດ-19 ກໍໄດ້ຮັບຜົລກະທົບມາຢູ່ແລ້ວ ບໍ່ມີເງິນ ທີ່ຈະຊື້ເຂົ້າກິນທຸກມື້:

“ຄືຕອນທີ່ກັກ ຢູ່ສວັນນະເຂດ ຊື້ກິນເອງ ໃຫ້ພໍ່ແມ່ມາສົ່ງໃຫ້ ຕອນເຊົ້າກະແມ່ມາ ຕອນທ່ຽງກະແມ່ມາ ຕອນແລງກະແມ່ມາ ລາງທີ ກໍເອົາເງິນຝາກໃຫ້ ຜູ້ຍາມຫັ້ນນ່າ ໃຫ້ເຂົາໄປຊື້ຂ້າງນອກມາໃຫ້ ກໍນ່າຈະຊ່ວຍແບບວ່າ ເອີ່ປະມານແບບຕອນທ່ຽງ ຫຼືຕອນເຊົ້າກະໄດ້ ເພາະວ່າຕອນທີ່ເຮົາ ມາແຕ່ກຸງເທພ ແມ່ນບໍ່ ບາງຄົນກະບໍ່ມີເງິນ ຍັງຕ້ອງມາຊື້ຢູ່ຊື້ກິນ.”

ຊາວລາວອີກທ່ານນຶ່ງ ທີ່ເຄີຍກັກໂຕຢູ່ສູນຫຼັກ 27 ນະຄອນຫຼວງວຽງຈັນ ກໍເວົ້າວ່າ ຢູ່ສູນກັກໂຕ ຫຼັກ 27 ນີ້ ທາງການ ມີອາຫານ ໃຫ້ກິນ 3 ຄາບ ໂດຍໃຫ້ຄາບລະ 1 ກ່ອງ ແລະ ກໍມີ ການແຈກໝີ່ມາມາ ແລະ ນໍ້າດື່ມ ຫຼືບາງເທື່ອຖ້າເຮົາ ຢາກກິນອາຫານ ທີ່ຕ້ອງການ ກໍເອົາເງິນຝາກໃຫ້ ເຈົ້າໜ້າທີ່ ໄປຊື້ມາໃຫ້ກໍໄດ້:

“ມີໃຫ້ຢູ່ ແຕ່ມັນກະບໍ່ສະດວກ ສໍ່າເຮົາມາຢູ່ບ້ານເຮົາລະເນາະ ກິນສາມມື້ ເປັນເຂົ້າກ່ອງ ມີໝີ່ມາມາ ຫັ້ນລະ ມີເຂົ້າໜຽວ ເຂົ້າຕົ້ມກໍມີ ເຮົາຢາກກິນຢ່າງອື່ນ ເຮົາກະຊື້ກິນໄປນໍາ.”

ໃນວັນທີ 12 ກໍຣະກະດາ 2021 ຄະນະສະເພາະກິຈ ປ້ອງກັນ ແລະຄວບຄຸມໂຄວິດ-19 ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 76 ຄົນ ຈາກຜົລກວດວິເຄາະຫາເຊື້ອທັງໝົດ 1,623 ຕົວຢ່າງ ໃນນັ້ນ ແຂວງຈຳປາສັກ ມີຜູ້ຕິດເຊື້ອສູງກວ່າໝູ່ ໂດຍມີຜູ້ຕິດເຊື້ອ ຈໍານວນ 43 ຄົນ, ແຂວງສວັນນະເຂດ 21 ຄົນ, ແຂວງຄຳມ່ວນ 6 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ ແລະ ແຂວງຫຼວງນ້ຳທາ 2 ຄົນ. ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 13 ກໍຣະກະດາ ນີ້ວ່າ:

“ພວກເຮົາໄດ້ກວດທັງໝົດ 1,623 ຄົນ ຢູ່ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 76 ຄົນ ຈາກນະຄອນຫຼວງວຽງຈັນ 4 ກໍຣະນີ, ຈໍາປາສັກ 43, ສວັນນະເຂດ 21, ຫຼວງນໍ້າທາ 2 ແລະ ຄໍາມ່ວນ 6 ກໍຣະນີ.”

ທ່ານກ່າວຕື່ມວ່າ ສໍາລັບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 76 ຄົນ ໃໝ່ນີ້ ຢູ່ໃນນັ້ນ ກໍຣະນີນໍາເຂົ້າແມ່ນ 74 ກໍຣະນີຈາກນະຄອນຫຼວງ ວຽງຈັນ 4 ກໍຣະນີ, ຈໍາປາສັກ 43, ສວັນນະເຂດ 21, ຄໍາມ່ວນ 6 ກໍຣະນີ ຊຶ່ງກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດ ເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ສໍາລັບການຕິດເຊື້ຶອໃນຊຸມຊົນ ກໍແມ່ນ 2 ກໍຣະນີ ຈາກ ແຂວງຫຼວງນໍ້າທາ ເຊິ່ງມີປວັດສັມຜັດ ໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

ນອກຈາກນີ້ ທາງການແຂວງສວັນນະເຂດ ກໍໄດ້ແຈ້ງມາຕການ ໃນການປ້ອງກັນໂຄວິດ-19 ເພີ່ມຕື່ມໂດຍເຈົ້າໜ້າທີ່ຕາມຊາຍແດນ ໄດ້ເຂັ້ມງວດເພື່ອຮັບປະກັນ ບໍ່ມີຄົນລັກລອບ ເຂົ້າມາ ຫາກພົບກໍຈະປັບໃໝ ແລະດໍາເນີນຄະດີຕາມກົດໝາຍ ແລະ ມີການຕັ້ງດ່ານ ເພື່ອກວດກາຄົນເຂົ້າ-ອອກ ເພີ່ມຕື່ມ ຍ້ອນຍັງມີເຊື້ອໂຄວິດ-19 ຣະບາດພາຍໃນຊຸມຊົນ ເຊິ່ງຜູ້ໃດທີ່ສັກວັກຊິນ ປ້ອງກັນໂຄວິດ-19 ຄົບສອງເຂັມແລ້ວ ກໍສາມາດເດີນທາງ ເຂົ້າ-ອອກໄດ້, ດັ່ງເຈົ້າໜ້າທີ່ ທ່ານນຶ່ງກ່າວວ່າ:

“ເຮົາມີຕັ້ງຢູ່ 2 ຈຸດເພີ່ມ ໝາຍຄວາມວ່າ ນຶ່ງມາຈາກທາງສາຍເໜືອ, ສອງລະແມ່ນທາງໃຕ້ ມັນມີການຣະບາດໃນຊຸມຊົນເນາະ ພວກເຮົາໄດ້ຕັ້ງເຂັ້ມງວດຂຶ້ນຕື່ມ ຕ່າງແຂວງນິ ມາຈາກເຂດສ່ຽງ ຈະຕ້ອງມີໜັງສືການເດີນທາງ ກະມີໃບສັກວັກຊິນ ສອງເຂັມຄົບ.”

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 13 ກໍຣະກະດາ 2021 ນີ້ຣາຍງານວ່າ ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 316,604 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສົມສົມ 2,901 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 2,215 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 683 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.