ນັກຮຽນແພ້ຢາຂ້າແມ່ທ້ອງ

ຈໍາປາທອງ
2020.06.25
F-Students-sick ຢູ່ ນະຄອນຫຼວງວຽງຈັນ ມີນັກຮຽນທີ່ກິນຢາຂ້າແມ່ທ້ອງ ແລ້ວເຮັດໃຫ້ຮ່າງກາຍອ່ອນເພັຽ, ກໍາລັງຖືກນໍາສົ່ງໂຮງໝໍ
ຂອບໃຈ ພາບ ມູນນິທິຈີນ ນະຄອນຫຼວງວຽງຈັນ

ພໍ່ແມ່ຂອງນັກຮຽນ ໂຮງຮຽນມັທຍົມ ຢູ່ເມືອງວັງວຽງ ແຂວງວຽງຈັນ ເປັນຫ່ວງນໍາລູກຂອງຕົນ ທີ່ຮູ້ວ່າທາງໂຮງຮຽນ ໃຫ້ນາຍຄຣູຢາຍຢາ ຂ້າແມ່ທ້ອງໃຫ້ນັກຮຽນກິນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ແລ້ວຫຼາຍຄົນມີອາການ ຂ້າງຄຽງ ເຮັດໃຫ້ຮ່າງກາຍອ່ອນເພັຍ, ວິນຫົວ, ແໜ້ນໜ້າອົກ, ປຸ້ນທ້ອງ, ປວດຮາກ, ຮາກ ແລະ ບາງຄົນກໍຮາກຫລາຍ.

ພໍ່ແມ່ນັກຮຽນເປັນຫ່ວງນໍາ ກໍຣະນີດັ່ງກ່າວ ກໍຍ້ອນວ່າລູກສາວຂອງຕົນ ກໍໄດ້ກິນຢາຂ້າແມ່ທ້ອງ ໃນວັນທີ 24 ມິຖຸນາ ນີ້ ແຕ່ໂຊກດີລູກ ຂອງຕົນບໍ່ເປັນຫຍັງ ຂນະທີ່ລູກຂອງຄົນອື່ນໆລົງຂ່າວທາງ ສື່ສັງຄົມອອນລາຍ ວ່າມີອາການໜ້າຈືດ, ໜ້າເຫຼືອງ, ເມື່ອເຫັນແລ້ວກໍຕົກໃຈ ຢ້ານເດັກນ້ອນນັກຮຽນເຈັບແຮງ, ດັ່ງນັ້ນຈຶ່ງຢາກໃຫ້ມີແພດ ຫລື ໝໍ ມາຕິດຕາມນາຍຄຣູ ຕອນຢາຍຢາ ຂ້າແມ່ທ້ອງໃຫ້ ນັກຮຽນກິນນັ້ນ, ອີງຕາມຄໍາເວົ້າຂອງຜູ້ເປັນແມ່ນັກຮຽນ ໂຮງຮຽນມັທຍົມ ຢູ່ເມືອງວັງວຽງ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ມິຖຸນາ ນີ້:

“ຕົກໃຈເດ໋ ແລະກະຢ້ານ ກໍຢ້ານວ່າສິເປັນຫຍັງຮ້າຍແຮງ ເພາະວ່າຕາມສື່ ມອງໄປທາງໃດ ກໍໜ້າຈືດ ໜ້າເຫລືອງ ບາງຄົນກໍຄືຮ້ອງກໍຫຍັງ ຢູ່ຫັ້ນນະ ໂອ໊ ດີແທ້ ການກິນຢາແນວນີ້ນ່າ ໜ້າສິມີແພດ ມີໝໍ ລົງມາຕິດຕາມຫັ້ນນ່າ ບໍ່ຢາກໃຫ້ຣັຖເອົາມາຢາຍ ຄຣູອາຈານພານັກຮຽນ ກິນຫັ້ນນ່າ ກໍເປັນຫ່ວງເພາະວ່າ ລູກເອື້ອຍກໍກິນທິດແລ້ວນີ້.”


ຢູ່ນະຄອນຫລວງວຽງຈັນ ພໍ່ແມ່ນັກຮຽນ ໂຮງຮຽນ ມສ ຮຸ່ງເຮືອງ ເມືອງສີໂຄດຕະບອງ ທີ່ມີອາຍຸ 10 ປີ ກໍເປັນຜູ້ນຶ່ງໃນຈໍານວນ 38 ຄົນ ທີ່ແພ້ຢາຂ້າແມ່ທ້ອງ ຢູ່ໂຮງຮຽນ. ພາຍຫຼັງ ທີ່ພໍ່ແມ່ນັກຮຽນ ຄົນນັ້ນ ຮູ້ຂ່າວວ່າ ລູກຂອງຕົນ ແພ້ຢາຂ້າແມ່ທ້ອງ ກໍເປັນຫ່ວງນໍາລູກ ຍ້ອນວ່າ ທີ່ຜ່ານມາ ລູກຂອງຕົນກໍໄດ້ກິນຢາຂ້າແມ່ທ້ອງ ຢູ່ໂຮງຮຽນ ແຕ່ບໍ່ເຄີຍມີອາການຮາກ, ວິນຫົວ, ເຈັບທ້ອງ. ແຕ່ມາເທື່ຶອນີ້ ເປັນຫັຍງຈຶ່ງເປັນຄື ແນວນັ້ນ ມີຄວາມຜິດພາດຫຍັງບໍ່ຮູ້ ນໍາເພິ່ນ. ແລ້ວຜູ້ເປັນພໍ່ແມ່ ກໍໄປຕິດຕາມອາການ ຂອງລູກຢູ່ໂຮງໝໍ, ດີແຕ່ວ່າລູກປອດພັຍ ພາຍຫລັງທີ່ ທ່ານໝໍໃຫ້ຢາຂ້າເຊື້ອ ແລະໃສ່ນໍ້າ ທະເລ:

“ເປັນຫ່ວງແທ້ ກໍລູກໃຜກໍເປັນຫວ່ງໝົດ ເພິ່ນກໍລົງມາເນາະ ຂ້າແມ່ທ້ອງ ຫວັງດີຫັ້ນແລ້ວ ບາດນີ້ຂ້າແລ້ວ ເດັກນ້ອຍມັນເກີດແພ້ ແຕ່ວ່າ ຜ່ານມາ ເຂົາກໍບໍ່ເຄີຍມີບັນຫາ ແຕ່ວ່າດຽວນີ້ ຈັກມັນໄປຜິດພາດ ອິຫຍັງບໍ່ຮູ້ນໍາເພິ່ນ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງສີໂຄດຕະບອງ ກ່າວວ່າ ໃນມື້ວັນທີ 24 ມິຖຸນາ ນີ້ເກີດກໍຣະນີ ນັກຮຽນ 38 ຄົນ ຢູ່ ໂຮງຮຽນ ມສ ຮຸ່ງເຮືອງ ແພ້ຢາຂ້າແມ່ທ້ອງ ຊຶ່ງໃນນັ້ນ ຈໍານວນນຶ່ງ ມີອາການປຸ້ນທ້ອງ, ປວດຮາກ, ແໜ້ນໜ້າເອິກ ແລະ ວ່າໄດ້ໃຫ້ພວກ ເຂົາເຈົ້າກິນນໍ້າ ແລະຢາກະເພາະ ແລະນັກຮຽນອີກຈໍານວນນຶ່ງ ກໍຫົວໃຈເຕັ້ນໄວ ຫາຍໃຈຍາກ, ໄດ້ໃຫ້ອອກຊີເຈນ. ແຕ່ມາເຖິງ ປັດຈຸບັນ ພວກເດັກນ້ອຍນັກຮຽນ ເຫລົ່ານັ້ນມີອາການ ດີຂຶ້ນແລ້ວ:

“ສ່ວນຫລາຍຈະມີອາການເບົາບາງ ປົກກະຕິ ຂອງການກິນຢາຂ້າແມ່ທ້ອງ ກໍຄືອາການຜົລຂ້າງຄຽງ ຂອງມັນຫັ້ນນະ ປວດຮາກ ແໜ້ນໜ້າ ເອິກ ແລ້ວກໍບາງຄົນ ຫົວໃຈເຕັ້ນຖີ່ໄວ ແລ້ວກໍມື້ສິໄດ້ ຂ້າແມ່ທ້ອງ ພຍາຍາມກ່ອມໃຫ້ກິນເຂົ້າເຊົ້າ ບໍ່ໃຫ້ອົດອາຫານ ພຍາຍາມໃຫ້ພັກຜ່ອນ ນັ້ນແຫລະ.”

ແຕ່ນາຍຄຣູ ໂຮງຮຽນມັທຍົມແຫ່ງນຶ່ງ ຢູ່ເມືອງໄຊທານີ ກໍເວົ້າວ່າ ທາງໂຮງຮຽນໄດ້ພຍາຍາມຂ້າແມ່ທ້ອງ ໃຫ້ນັກຮຽນ ອາຍຸ 13-14 ປີ ໝົດທຸກຄົນໃນມື້ວັນທີ 24 ມິຖຸນາ ນີ້ ແຕ່ບໍ່ພົບວ່າ ມີນັກຮຽນ ຄົນໃດເກີດອາການປວດຮາກ, ວິນຫົວ, ປຸ້ນທ້ອງ, ເມື່ອຍ ຄືກັນກັບນັກຮຽນ ໂຮງຮຽນແຫ່ງອື່ນໆ.

ທາງໂຮງຮຽນໄດ້ແຈ້ງໃຫ້ອໍານາດການປົກຄອງບ້ານ ທີ່ນັກຮຽນຢູ່, ແຈ້ງໃຫ້ພໍ່ແມ່ຜູ້ປົກຄອງ ແລະນັກຮຽນ ກຽມໂຕໃຫ້ພ້ອມ ຄືນອນພັກຜ່ອນ ໃຫ້ເຕັມທີ່ ແລະ ກິນເຂົ້າເຊົ້າ ກ່ອນຈະໄປໂຮງຮຽນ ກິນຢາ ຂ້າແມ່ທ້ອງ. ພ້ອມກັນນັ້ນກໍບອກ ນາຍຄຣູຖາມນັກຮຽນ ຕື່ມອີກຄັ້ງນຶ່ງວ່າບໍ່ ວິນຫົວ, ບໍ່ອົດຫລັບອົດນອນ ແລະໄດ້ກິນເຂົ້າເຊົ້າ ແລ້ວຈຶ່ງໃຫ້ນັກຮຽນ ກິນຢາຂ້າແມ່ທ້ອງ ດັ່ງທີ່ທ່ານກ່າວວ່າ:

“ກໍບໍ່ມີໃຜເປັນຫຍັງ ກໍວ່າປົກກະຕິ ມີແຕ່ວ່ານັກຮຽນຜູ້ໃດ ພັກຜ່ອນເຕັມທີ່ຈຶ່ງໃຫ້ກິນເນາະ ຖ້ານັກຮຽນຜູ້ໃດບໍ່ ອົດຫລັບອົດນອນ ບໍ່ເປັນວິນ ອິຫຍັງຕ່າງໆ ພວກເຮົາກໍໃຫ້ກິນເນາະ.”

ຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງປາກຊ່ອງ ກໍເວົ້າກ່ຽວກັບເຣຶ່ອງນີ້ວ່າ ໃນມື້ວັນທີ 23 ມິຖຸນາ ນີ້ນັກຮຽນ ປ.3 ແລະ ປ.4 ຈໍານວນ 11 ຄົນ ຢູ່ໂຮງຮຽນພູເຂົາທອງ ເມືອງປາກຊ່ອງ ພາຍຫລັງກິນຢາຂ້າແມ່ທ້ອງ ແລ້ວມີອາການປວດຮາກ, ວິນຫົວແລ້ວພາກັນໃຫ້ ແຕ່ກໍເປັນຜົນຂ້າງຄຽງ ຈາກການກິນຢານັ້ນຊື່ໆ ຍ້ອນເປັນປະຕິກິຣິຍາໃສ່ກັນ ຣະຫວ່າງຢາຂ້າແມ່ທ້ອງ ແລະ ກະເພາະຄົນ ບໍ່ແມ່ນອາການ ແພ້ຢາ ແລະທາງໂຮງໝໍກໍໄດ້ ປະຖົມພຍາບານເບື້ອງຕົ້ນ ຕິດຕາມອາການ ເປັນເວລາ 3 ຊົ່ວໂມງ ແລ້ວກໍໃຫ້ກັບບ້ານ, ບໍ່ໄດ້ໃຫ້ນອນ ໂຮງໝໍ:

“ບໍ່ແມ່ນວ່າມັນສິແພ້ຢາດອກ ຄວາມໝາຍຫັ້ນນະ ມັນແມ່ນຜົລຂ້າງຄຽງຊື່ໆ ມີອາການຫັ້ນແຫຼະ ເຈັບປຸ້ນທ້ອງ ວິນຫົວ ແລະໄຂ້ ລະກໍໄດ້ ແກ້ໄຂປະຖົມພຍາບານ ໄລຍະຕົ້ນຫັ້ນແຫລະ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງຊີ້ແຈງ ຕໍ່ ສື່ມວນຊົນລາວ ໃນມື້ວັນທີ 25 ມິຖຸນາ ນີ້ວ່າ; ຈຸດປະສົງຂອງການ ກິນຢາຂ້າແມ່ທ້ອງ ໃນໂຮງຮຽນ ແມ່ນເພື່ອເຮັດໃຫ້ເດັກນ້ອຍມີ ສຸຂພາບແຂງແຮງ, ບໍ່ຂາດສານອາຫານ, ການພັທນາຂອງເດັກ ຈະເຣີນເຕີບໂຕໄວ, ເຮັດໃຫ້ການຕິດເຊື້ອຫລຸດລົງ, ຫຼຸດຜ່ອນອັດຕຣາ ການຕາຍຂອງເດັກ ທີ່ເກີດຈາກພຍາດແຊກຊ້ອນຕ່າງໆ.

ທ່ານກ່າວວ່າ ປັດຈຸບັນ ເດັກນ້ອຍນັກຮຽນທົ່ວປະເທດ 231 ຄົນ ມີອາການປຸ້ນທ້ອງ, ປວດຮາກ, ຮາກ ແລະ ຖອກທ້ອງ ພາຍຫລັງກິນ ຢາຂ້າແມ່ທ້ອງແລ້ວ. ໃນຈໍານວນນັ້ນ ຢູ່ນະຄອນຫລວງວຽງຈັນ 220 ຄົນ ແລະ ຢູ່ແຂວງຈໍາປາສັກ 11 ຄົນ. ແລະວ່າກົມຄວບຄຸມພຍາດ ຕິດຕໍ່ ໄດ້ອອກແຈ້ງການໃຫ້ຢຸດ ການຢາຍຢາຂ້າແມ່ທ້ອງ ໃນໂຮງຮຽນຊົ່ວຄາວແລ້ວ ແລະຈະໄດ້ກວດກາ ຄຸນນະພາບຂອງຢາ ນັ້ນຄືນ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

“ໄດ້ຮັບຣາຍງານຈາກເມືອງ ແຂວງ ພາຍຫລັງມີນ້ອງນັກຮຽນ ເກີດຜົລຂ້າງຄຽງ ພາຍ ຫລັງທີ່ໄດ້ກິນຢາຂ້າແມ່ທ້ອງ ຈໍານວນ 231 ຄົນ. ພາຍຫລັງການ ປຶກສາຫາຣື ຣະຫວ່າງທີມງານ ທີ່ຮັບຜິດຊອບ ວຽກງານການຢາຍຢາ ຂ້າແມ່ທ້ອງ ແລະອົງການອະນາມັຍໂລກແລ້ວ ແມ່ນເຫັນດີໃຫ້ໂຈະ ຢາຍຢາຂ້າແມ່ທ້ອງ ເປັນການຊົ່ວຄາວ ເພື່ອດໍາເນີນການສອບສວນ ເຫດການດັ່ງກ່າວ ແລະກວດກາຄືນ ຄຸນນະພາບ ຢາຂ້າແມ່ທ້ອງ ທີ່ແຈກຢາຍໃນສປປລາວ.”

ທ່ານກ່າວຕື່ມອີກວ່າ ຢາຂ້າແມ່ທ້ອງ  Medbendazole 500mg ຜລິດຈາກປະເທດປ໊ອກຕູການ ທີ່ອົງການອະນາມັຍໂລກ ຈັດມາໃຫ້ ນັກຮຽນ ທີ່ມີອາຍຸແຕ່ 9 ປີຫາ 13 ປີ ເພື່ອຂ້າແມ່ທ້ອງ ໂຕກົມ ແລະ ແມ່ທ້ອງຊນິດອື່ນໆ ທີ່ຍາດແຍ່ງສານອາຫານ ໃນລໍາໃສ້ ແລະ ອາດເຮັດ ໃຫ້ຂາດສານອາຫານໄດ້ ໂດຍຈະຢາຍຢາ ນີ້ໃຫ້ນັກຮຽນກິນປີລະຄັ້ງ ແລະທັງວ່າຈະໄດ້ສົ່ງຢານີ້ ໄປກວດຢູ່ປະເທດ ວຽດນາມ ແລະ ຈະຮູ້ຜົນກວດປະມານ 1 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.