ແພດ-ໝໍ ໄລຍະໂຄວິດ-19 ໄດ້ເງິນ ນະໂຍບາຍ ອັດຕຣາກິນ ບໍ່ທົ່ວເຖິງ
2021.04.30
ປັຈຈຸບັນທາງການກຳລັງ ເລັ່ງກວດຫາເຊື້ອ ພຍາດໂຄວິດ-19 ທີ່ມັນແຜ່ລາມໃນຊຸມຊົນ ແລະຄາດວ່າໃນສັປດານີ້ອາດຈະມີຜູ້ຕິດເຊື້ອ ພຍາດໂຄວິດ-19 ເຖິງ 1000 ຄົນ.
ຕໍ່ການປະຕິບັດໜ້າທີ່ນີ້ ກໍໄດ້ມີຫຼາຍຂແນງການ ທີ່ເຂົ້າມາກ່ຽວຂ້ອງ ປັຈຈຸບັນ ທາງການລາວກໍໄດ້ຕຽມສະຖານທີ່ຮອງຮັບຜູ້ປ່ວຍທີ່ ຕິດເຊື້ອ ໃນຂອບເຂດທົ່ວປະເທດ.
ສ່ວນວຽກງານ ການປິ່ນປົວ ແລະປ້ອງກັນ ວຽກງານຂແນງການນີ້ຕ້ອງໃຊ້ແພດ-ໝໍ ເປັນຈຳນວນຫຼາຍ ແລະ ເຮັດວຽກຕລອດເວລາ. ເຖິງເຈົ້າໜ້າທີ່ກຸ່ມນີ້ ຈະໄດ້ສັກຢາກັນໂຄວິດ-19 ແລ້ວກໍຕາມ. ແຕ່ກໍຍັງມີຄວາມສ່ຽງ. ດັ່ງກຸ່ມແພດ-ໝໍ ທີ່ປີ່ນປົວ ແລະສັກວັກຊິນໄດ້ ສັມພັດໃກ້ຊິດກັບຄົນ. ເຊິ່ງມາຕການປ້ອງກັນປະຊາຊົນ ຍັງຂາດແຄນ ອຸປກອນປ້ອງກັນ.
ນອກຈາກນີ້ນະໂຍບາຍ ຕໍ່ກັບພະນັກງານ ໃນການປະຕິບັດໜ້າທີ່ ແມ່ນບໍ່ໄດ້ຮັບສິດທິພິເສດໃດ. ດັ່ງເຈົ້າໜ້າທີ່ທ່ານນຶ່ງທີ່ຂໍສງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 28 ເມສາ ວ່າ:
"ບໍ່ວ່າຈະເປັນທະຫານ ຕຳຣວດ ແພດໝໍ ພວກເຮົາໂດຍສະເພາະ ແມ່ນທີມງານແພດ ຂອງພວກເຮົານີ້ແລ້ວ. ຜູ້ເຮັດວຽກຕິດແທດກັບ ຜູ້ປ່ວຍບໍ່ມິເງິນກິນດຽວນີ້. ທະຫານ ຕຳຣວດ ກະເປັນຄືກັນເບິດ ອັນນີ້ເວົ້າຫຼາຍກະບໍ່ໄດ້ ແລະຫຼາຍໆຄົນຮູ້ກັນດີ ຂ້ອຍກະບໍ່ຢາກເວົ້າ ຫຼາຍ, ເວົ້າຫຼາຍຂ້ອຍກະຢ້ານຕົກການ ຂ້ອຍກະດາຍ ແລະສິ່ງທີ່ຂ້ອຍເຫັນອີກນຶ່ງ ກະຄືອຸປກອນເຄື່ອງມື ທີ່ເຂົາຊິລົງໄປເອົາໃຫ້ ແຕ່ລະເມືອງແຕ່ລະສຸຂສາລາ ລົງມາແລ້ວບາດແລ້ວ ຈັກໄປທາງໃດ."
ທີ່ຜ່ານມາກໍໄດ້ມີຫຼາຍໜ່ວຍງານ ຂອງສາກົລໄດ້ມອບເຄື່ອງຊ່ອຍເຫລືອ ໂດຍສະເພາະ ແມ່ນອຸປກອນທີ່ຮັບໃຊ້ວຽກງານສະກັດກັ້ນ ໂຄວິດ-19. ດັ່ງເຄື່ອງມືການແພດ, ເຄື່ອງປ້ອງກັນ ແພດ, ເຈວລ້າງມື ແລະ ໜ້າກາກ. ໃນໄລຍະປະຕິງານ ແພດ-ໝໍ ຊັ້ນຜູ້ນ້ອຍ ທີ່ຕ້ອງປະຕິບັດຕາມຄຳສັ່ງ ໄດ້ເລົ່າວ່າ ເຄື່ອງມືເລົ່ານັ້ນ ໃນໂຮງໝໍປັຈຈຸຸບັນນີ້ ກຳລັງຕ້ອງການຫຼາຍ ແຕ່ບໍ່ເຫັນທາງຂແນງການ ທີ່ກ່ຽວຂ້ອງເອົາອອກມາເບີກໃຫ້ ແພດໃຊ້ບໍ່ຮູ້ວ່າ ເສັຽໄປທາງໃດ.
ຕໍ່ກັບອຸປກອນ ການແພດ ແລະ ເຄື່ອງມືອື່ນໆ ເພື່ອປີ່ນປົວໂຄວິດ-19 ນັ້ນ ພະນັກງານ ທີ່ກ່ຽວຂ້ອງຜູ້ບໍ່ເປີດເຜີຍ ຕົນເອງໄດ້ເລົ່າວ່າ ເສັ້ນທາງເຄື່ອງມືຂອງໂຕນີ້ ຕາມເອກສານແລ້ວ ແມ່ນໄດ້ເບີກໃຫ້ແຕ່ລະແຂວງ ໄປນໍາໃຊ້ໃນການປີ່ນປົວ. ແຕ່ມີສ່ວນນຶ່ງຖືກນຳເຂົ້າ ໄປບໍຣິສັດ ການແພດແຫ່ງນຶ່ງ ເພື່ອເອົາໄປຈໍາໜ່າຍ. ໂດຍໃຫ້ຂແນງການ ທີ່ກ່ຽວຂ້ອງຂຶ້ນ ງົບປະມານ ແລ້ວໄປຊື້ເອົາເຊັ່ນໜ້າກາກ, ນໍ້າຢາ, ຢາປົວ ແລະ ເຄື່ອງມືການແພດຈຳນວນນຶ່ງ.
ສ່ວນການກວດເຊື້ອພຍາດໂຄວິດ-19 ກ່ອນໜ້ານີ້ກໍໄດ້ປະກາດວ່າ ບໍ່ໄດ້ຈ່າຍຄ່າກວດ ສຳລັບຄົນລາວ ແຕ່ຄົນຕ່າງປະເທດຕ້ອງໄດ້ ເສັຽຄ່າກວດດັ່ງ ທ່ານ ຮສ ດຣ ພູທອນ ເມືອງປາກ ໄດ້ກ່າວຢັ້ງຢືນວ່າ:
"ເວົ້າເຖິງຄ່າກວດຫາ ໂຄວິດ-19 ເຣື່ອງ ພີຊີອາຣ ແລະ ຄ່າປີ່ນປົວໃນໂຮງໝໍ ອັນນີ້ແຈ້ງແລ້ວນະໂຍບາຍ ຂອງພັກຂອງຣັຖ ຂອງ ພວກເຮົາ ຕໍ່ປະຊາຊົນພົລເມືອງຄົນລາວເຮົານີ້ ແມ່ນບໍ່ໄດ້ເສັຍຄ່າ. ຮວມທັງຄ່າກວດ ທີ່ແຮງງານລາວ ເຂົ້າມານີ້ຊິກວດ ຫລື ບໍ່ກວດ ຢູ່ປະເທດຕົ້ນທາງມານີ້ກໍຕາມ ມາແລ້ວພວກເຮົາເກັບໄປກວດໃຫ້ເຂົ້າຈຳກັດ ຢູ່ສູນຈຳກັດ ບໍຣິເວັນ. ຈົນຄົບ 14 ວັນ ກະບໍ່ໄດ້ເສັຍຄ່າ ໃຊ້ຈ່າຍຫຍັງ. ສຳລັບຜູ້ມີເຊື້ອບວກ ເຂົ້າປີ່ນປົວກໍບໍ່ໄດ້ເສັຍຄ່າໃຊ້ຈ່າຍຫຍັງ ຮວມທັງຄ່າປີ່ນປົວ ຮວມທັງຄ່າກວດຫາເຊື້ອກະບໍ່ໄດ້ ເກັບຄ່າ.
ສ່ວນຜູ້ເກັບຄ່ານັ້ນ ກະແມ່ນບັນດາ ນັກທຸຣະກິຈ ບັນດາກັມມະກອນ ຊາວຕ່າງປະເທດທີ່ມາເຮັດວຽກຢູ່ ສປປລາວ ມັນເປັນຈຳນວນ ຫຼາຍໂຕຢ່າງ ມື້ນີ້ມື້ອື່ນມານີ້ຢູ່ ແຂວງໄຊຍະບູລີ ຈະເຂົ້າມາພັນຄົນ ກະຊັ້ນເຮົາໄດ້ຈັດແບ່ງ ເຂົ້າທີ່ສຸດຈັກຄົນສາມາດ ຮອງຮັບໄດ້ ສູນຈຳກັດບໍຣິເວນ."
ປະຊາຊົນຄົນນຶ່ງ ຢູ່ແຂວງຈຳປາສັກ ກໍເວົ້າຜ່ານສື່ສັງຄົມອອນລາຍວ່າ ການໄປກວດຫາເຊື້ອ ພຍາດໂຄວິດ-19 ຢູ່ພາຍໃນແຂວງ ຖ້າເປັນປະຊາຊົນທົ່ວໄປ ແມ່ນຕ້ອງໄດ້ຈ່າຍ ປະມານ 6 ແສນກີບ.
"ໃຜທີ່ຢູ່ໃນຈຸດສ່ຽງ ທີ່ວ່າເຈົ້າຂອງຈະຕິດໂຄວິດ ແມ່ນໄປກວດໄດ້ເດີ້ ຢູ່ໂຮງໝໍ ເມືອງປາກເຊ ຢູ່ໂຮງໝໍເມືອງປາກເຊ ບໍ່ແມ່ນໂຮງໝໍ ແຂວງໂຮງມໍແຂວງ ແມ່ນຮັບຮັກສາສະເພາະ ຜູ້ທີ່ຕິດເຊື້ອໂຄວິດແລ້ວ. ແຕ່ຖ້າໂຮງໝໍ ເມືອງປາກເຊແມ່ນເພິ່ນຮັບກວດ ສຳລັບຜູ້ທີ່ ສົງໃສ ຫລື ຢູ່ໃນຄວາມສ່ຽງວ່າ ເຈົ້າຂອງຊິຕິດໂຄວິດ ແມ່ນໄປໄດ້ ທີ່ໂຮງໝໍເມືອງປາກເຊ ຢູ່ ຫລັກ 7 ແຕ່ຄ່າກວດເດັກນ້ອຍ ນັກຮຽນນັກສຶກສາເສັຽ 50 ພັນກີບ ຄ່າກວດຫາເຊື້ອໂຣຄໂຄວິດ ເດັກນ້ອຍນັກຮຽນນັກສຶກສາ ແມ່ນເສັຽຄ່າ 50 ພັນກີບ ແຕ່ຖ້າເປັນ ປະຊາຊົນຄົນ ທ່ົວໄປ ແມ່ນເສັຍ 6.5 ແສນກີບ."
ບັນຫາການຊ່ອຍເຫຼືອ ແລະ ການອຸດໜູນຈາກທາງການ ນັບແຕ່ມີການຣະບາດ ຂອງເຊື້ອພຍາດໂຄວິດ-19 ມາຣັຖບານໄດ້ ປະກາດຊ່ອຍເຫຼືອພຽງຈຳນວນນ້ອຍ. ສ່ວນຫຼາຍກໍແມ່ນ ພາກທຸຣະກິດ ເອກຊົນໃນລາວ ແລະ ສາກົລເຂົ້າມາຊ່ອຍ ດັ່ງປະຊາຊົນ ຄົນນຶ່ງ ໄດ້ຕັ້ງຄຳຖາມວ່າ ການຊ່ອຍເຫລືອເລົ່ານັ້ນ ເປັນຫຍັງບໍ່ຮອດມື ປະຊາຊົນ.
"ໃນສະພາບປັຈຈຸບັນນີ້ ທີ່ມັນໂຄວິດ-19 ນີ້ ພັກແລະຣັຖ ຊ່ອຍຫຍັງປະຊາຊົນເອົາແບບນີ້ສະ ເຣື່ອງສຸຂພາບເຮົານີ້ຜ້າປິດປາກ ອານາມັຍໄດ້ແຈກບໍ່. ຂນາດວັກຊີນນີ້ນ່າເຂົາເອົາມາ ຊ່ອຍເຫລືອປະຊາຊົນ ຄົນລາວເຮົາເຂົ້າເຖິງຍາກ ທີ່ສຸດດຽວນີ້. ຍັງຢູ່ແຕ່ຂັ້ນ ເມືອງ ປະຊາຊົນແຖວເຂດບ້ານນອກ ນີ້ຍັງບໍ່ໄດ້ໃກ້ ທີ່ວ່າບາງເຂດ ຢູ່ເຂດຊົນນະບົດ ກໍຍັງບໍ່ທັນໄດ້ເຂົ້າ ເຖິງ. ຄ່າໄຟ ກໍຍັງຂຶ້ນ ຊ່ວງໂຄວິດ ນີ້ຫຼາຍໆຄົນກໍເຫັນຢູ່ ໄດ້ໂພສໃນສື່ສັງຄົມອອນລາຍ ວ່າພວກເຮົາໄດ້ຮັບ ການຊ່ອຍເຫລືອ ມີແຕ່ຈາກຕ່າງປະເທດ ຈາກສະຫະພາບ ເອີຣົບ ຈາກ ສະຫະປະຊາຊາດ."
ຕໍ່ບັນຫາຄວາມບໍ່ໂປ່ງໃສ ໃນວົງການແພດ ໃນໄລຍະນີ້ ອະດີດພະນັກງານຣັຖ ຄົນນຶ່ງໄດ້ໃຫ້ຄຳເຫັນວ່າ. ສ່ວນຫຼາຍພາກຣັຖຈະສວຍ ໂອກາດໃນໄລຍະທີ່ ມັນເປັນຂະບວນການ. ຍົກໂຕຢ່າງເຣື່ອງການ ຈັດວັນສຳຄັນຂອງຊາດ ເປັນຕົ້ນ ແລະ ຍັງມີອີກຫຼາຍງົບປະມານ ເລົ່ານີ້ແມ່ນຖືກກົດໝາຽ ບໍ່ເພາະໄດ້ເຊັນຮັບຮອງມາແລ້ວ. ແຕ່ຕອນມາຈັດສັນແບ່ງສ່ວນ ງົບປະມານ ຈະແບ່ງໄປໃຫ້ກຸ່ມຕົນເອງຫຼາຍ ກວ່າ ເພາະຜູ້ມີອຳນາດ ໃນການຈັດສັນຈະໄດ້ ສ່ວນແບ່ງຈາກງົບປະມານ.
ສ່ວນໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດນີ້ ໂດຍສະເພາະແມ່ນງົບປະມານ ຫລື ເອີ້ນກັນວ່າອັດຕຣາກິນ ຂອງວິຊາການນີ້ຈະ ເປັນງົບເບີກແບບສຸກເສີນໄດ້ ໃນເມື່ອມາເຖິງຈຸດ ທີ່ມີການຣະບາດໜັກຂຶ້ນ ຫຼາຍຂແນງການ ກໍໄດ້ເຂົ້າມາກ່ຽວຂ້ອງ ງົບປະມານ ສ່ວນນີ້ກໍຕ້ອງ ໄດ້ເບີກຫຼາຍຂຶ້ນ. ສຳລັບການຈັດແບ່ງພະນັກງານ ຜູ້ທີ່ສາຍບໍຣິຫານນີ້ ບໍ່ຄ່ອຍມີບັນຫາ ເພາະຈະໄດ້ເງິນຈາກສ່ວນ ນີ້ງ່າຍ. ແຕ່ພະນັກງານຜູ້ນ້ອຍ ນີ້ຖ້າໄດ້ກະບໍ່ຄົບຍົກໂຕຢ່າງເບີກ ໃຫ້ 10 ມື້ ແຕ່ເບີກໂຕຈີງ 7 ມື້ ແຕ່ກໍມີລາຍເຊັນຢູ່ໃນໃບຮັບເງິນ ເຊິ່ງສາມາດມາໄລ່ ລຽງໄດ້ ໃໝ່ອີກເທື່ອນຶ່ງ.
ແນ່ນອນວ່າໃນໄລຍະນີ້ ການກວດກາກໍຄົງຍາກ ເພາະອັດຕຣາກິນຂອງພະນັກງານ ສ່ວນຫຼາຍເບີກເປັນເງິນສົດ. ອາດີດພະນັກງານ ຜູ້ນີ້ ບອກວ່າຖ້າເປັນໄປໄດ້ ໃຫ້ໂອນເຂົ້າບັນຊີ ຜູ້ກ່ຽວໂດຍກົງ ຈະໄດ້ໝົດບັນຫາ ເຣື່ອງຂອງການກິນ ງົບປະມານ ເຊິ່ງຈັບໃຜບໍ່ໄດ້.
ນັບຈາກນີ້ໄປການຣະບາດ ກໍຍັງຈະເພີ່ມຂຶ້ນ, ພະນັກງານທີ່ກ່ຽວຂ້ອງ ກໍໍຍັງຄົງຕ້ອງເຮັດວຽກໜັກຂຶ້ນ. ແຕ່ກໍຕ້ອງໄດ້ເຮັດເພາະນີ້ມັນ ແມ່ນໜ້າທີ່ຂອງແຕ່ລະຂແນງການ ຊຶ່ງບໍ່ມີສິດ ທີ່ຈະເວົ້າຫຼືຮຽກຮ້ອງໃດໆ ຖ້າຮຽກຮ້ອງຫຼາຍ ກໍຢ້ານຖືກໄລ່ອອກການ ຊຶ່ງເປັນບັນຫາ ສຳລັບພະນັກງານຣັຖ ໃນປັຈຈຸບັນທີ່ກວ່າຈະເຂົ້າມາສັງກັດຣັຖໄດ້ ກໍຍາກເພາະສະນັ້ນຈຶ່ງໄດ້ ປະຕິຕາມຄຳສັ່ງຂອງຂັ້ນເທິງ.