ສວັນນະເຂດເຂັ້ມງວດ ເຂົ້າອອກ ເຂດບ້ານແດງ

ໄຊຍາ
2021.08.24
ສວັນນະເຂດເຂັ້ມງວດ ເຂົ້າອອກ ເຂດບ້ານແດງ ໜ່ວຍກູ້ພັຍ ແຂວງສວັນນະເຂດ1629 ຈຸດ ຫົວເມືອງເໜືອ ອອກ ປະຕິບັດໜ້າທີ່.
ພາບຈາກ: ໜ່ວຍກູ້ພັຍ ແຂວງສວັນນະເຂດ 1629

ທາງການ ແຂວງສວັນນະເຂດ ໃຊ້ມາຕການເພື່ອຄວບຄຸມການຕິດເຊື້ອໃນຊຸມຊົນ ໂດຍສະເພາະແມ່ນ ນະຄອນໄກສອນ ພົມວິຫານ ທີ່ທາງການແຂວງ ໄດ້ອອກປະກາດ ໃຫ້ປະຕິບັດຢ່າງເຂັ້ມງວດ ຕໍ່ການເຂົ້າ-ອອກ ຂອງຄົນທ້ອງຖິ່ນ ແລະ ຄວບຄຸມການສັນຈອນ ໄປ-ມາ ເຣີ້ມແຕ່ 05 ໂມງເຊົ້າ ປິດ 20 ໂມງແລງ ຂອງແຕ່ລະມື້ ນັບແຕ່ມື້ປະກາດວັນທີ 23 ສິງຫາ ໄປຈົນເຖິງວັນທີ 05 ກັນຍາ 2021. ທັງນີ້ ຍັງສັ່ງຫ້າມຜູ້ທີ່ກັກໂຕໃນສູນ ບໍ່ໃຫ້ອອກຈາກສູນ ກັບບ້ານເດັດຂາດ.

ປັຈຈຸບັນໃນນະຄອນໄກສອນ ພົມວິຫານ ມີບ້ານທີ່ຖືກກຳນົດເປັນບ້ານແດງ ຈຳນວນ 24 ບ້ານ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງ ສວັນນະເຂດ ທີ່ຂໍສງວນຊື່ ແລະ ຕຳແໜ່ງໄດ້ກ່າວໃນວັນທີ 24 ສິງຫາວ່າ:

“ສວັນນະເຂດ ກໍເຣີ້ມຕິດຫຼາຍລະເດ ສາຍພັນເດລຕ້າ ກໍເຣີ້ມຣະບາດ ເພາະວ່າການຣະບາດ ຂ້ອນຂ້າງທີ່ຈະໄວເນາະ ເພິ່ນກໍໄດ້ ຣະມັດຣະວັງຕື່ມ ເປັນພິເສດກໍຈຳກັດໂຕນັ້ນ ບໍ່ໃຫ້ມີການແຜ່ຣະບາດ ໃນວົງກ້ວາງໃນຊຸມຊົນ.”

ຕໍ່ການປະຕິບັດ ຄຳສັ່ງດັ່ງກ່າວຊາວບ້ານ ໃນນະຄອນໄກສອນ ພົມວິຫານ ໄດ້ໃຫ້ຄຳເຫັນວ່າ ທາງການກໍມີຄຳສັ່ງຢ່າງເຂັ້ມງວດ ບໍ່ໃຫ້ ປະຊາຊົນເດີນທາງ ເຂົ້າ-ອອກ ໃນບ້ານເຂດແດງ 24 ບ້ານ ແລະ ມີເຈົ້າໜ້າທີ່ ປະກາດປະຊາສັມພັນ ຜ່ານໂທລະໂຄ່ງ ເພື່ອໃຫ້ ປະຊາຊົນເຂົ້າໃຈ ປະຕິບັດຕາມມາຕການລ໊ອກດາວ ຂອງນະຄອນໄກສອນ ພົມວິຫານ:

“ເພິ່ນກໍລ໊ອກເປັນບ້ານ ເປັນບ້ານ 20 ປາຍ ກາເຂັ້ມງວດບໍ່ໃຫ້ຄົນອອກຈາກເຮືອນ ຮ້ານຂາຍເຄື່ອງອີ່ຫຍັງ ເພິ່ນກໍບໍ່ໃຫ້ເປີດ ມີແຕ່ ແບບສັ່ງເອົາ ເຮົາກາໄປສົ່ງກາຣະວັງເອົາ.”

ຊາວບ້ານໃນນະຄອນໄກສອນ ພົມວິຫານ ອີກທ່ານນຶ່ງ ໄດ້ກ່າວວ່າ ເຈົ້າໜ້າທີ່ກໍມີການຕັ້ງດ່ານທຸກບ້ານ ໂດຍສະເພາະບ້ານແດງ ຫ້າມຄົນເດີນທາງເຂົ້າ-ອອກເດັດຂາດ ແຕ່ລະບ້ານ ກໍໄປໄດ້ແຕ່ຕລາດໃນຍາມເຊົ້າ ຂອງບ້ານຕົນເອງ ເພາະມັນຍັງມີການຣະບາດ ໃນຊຸມຊົນເພິ່ນຈຶ່ງປ້ອງກັນໄວ້ກ່ອນ:

"ເພິ່ນຕັ້ງດ່ານໃຫ້ຢູ່ບ້ານໃຜບ້ານມັນແຫຼະ ໝົດແຫຼະບ້ານໃດມີພຍາດໂຄວິດ ແລະ ເປັນບ້ານແດງນ່າ ເພິ່ນອະນຸຍາດໃຫ້ໄປຕລາດ ຕລາດກໍເປີດຢູ່ຕອນເຊົ້າ ແຕ່ສະບຽງອາຫານ ເພາະດຽວນີ້ມັນຂຍາຍຂຶ້ນຊຸມຊົນ.”

ສ່ວນສະຖານະການ ຣະບາດຂອງເຊື້ອໂຄວິດ-19 ຫຼ້າສຸດ ໂດຍສະເພາະແມ່ນ ການເປີດສົກຮຽນ 2021-2022 ນັ້ນ ທາງນະຄອນ ຫຼວງວຽງຈັນ ກໍໄດ້ປິດຈຸດບໍຣິການ ກວດຫາເຊື້ອໂຄວິດ-19 ຢູ່ໂຮງຮຽນມັທຍົມຕອນປາຍ ເມືອງສີໂຄດ ແຕ່ຖ້າມີຄົນປ່ວຍຕ້ອງການ ກວດຫາເຊື້ອ ກໍໄປກວດທີ່ສູນ ບຶງຂະຫຍອງແທນ ເຊິ່ງເຣີ້ມ ຕັ້ງແຕ່ວັນທີ 24 ສິງຫາ ເປັນຕົ້ນໄປ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

“ເພາະວ່າ ມັນກໍບໍ່ໄດ້ສູ້ຣະບາດຫຼາຍເດ້ ໂຕໂຮງຮຽນນີ້ ກາຕາມກະຊວງສຶກສາ ບາງເທື່ອຕົ້ນເດືອນກັນຍາ ເດືອນ 9 ນີ້ອາຈເປີດ ຖ້າວ່າສະພາບໂຄວິດປົກກະຕິ ແລະໂຮງຮຽນມັນກໍຕ້ອງໄດ້ຮອງຮັບໄດ້.”

ການຖແລງຂ່າວ ປະຈຳວັນທີ 24 ສິງຫາ ຂອງຄະນະສະເພາະກິຈ ກວດພົບຜູ້ຕິດເຊື້ອ ຣາຍໃໝ່ ເພີ່ມຂຶ້ນອີກ 336 ຄົນ ແຍກເປັນ ກໍຣະນີຕິດເຊື້ອໃນຊຸມຊົນ 147 ຄົນ ແລະ ກໍຣະນີ ນຳເຂົ້າ 189 ຄົນ ໂດຍຜ່ານການກວດວິເຄາະຫາເຊື້ອທັງໝົດ 2,342 ໂຕຢ່າງ ຂອງວັນທີ 23 ສິງຫາ ຜ່ານມາ. ດັ່ງ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈປ້ອງກັນເຊື້ອໂຄວິດ-19 ໄດ້ຖແລງບາງຕອນວ່າ:

“ໄດ້ກວດວິເຄາະທັງໝົດ 2,342 ຄົນ ໃນນັ້ນກວດພົບເຊື້ອໃໝ່ທັງໝົດ 336 ຄົນ ກາດຕິດເຊື້ອໃນຊຸມຊົນ ມີ 147 ຄົນ ສວັນນະເຂດ ເຫັນໂຕເລຂສູງເນາະເຖິງ 128 ຄົນ ຕໍ່ມາກໍແມ່ນແຂວງບໍ່ແກ້ວ 12 ຄົນ ນະຄອນຫຼວງ 5 ຄຳມ່ວນ 1 ສ່ວນກໍຣະນີນຳເຂົ້າ 189 ຄົນ.”

ໃນຈຳນວນ 336 ຕິດເຊື້ອໃໝ່ນັ້ນ ນະຄອນຫຼວງ ວຽງຈັນ ຕິດເຊື້ອ 133 ຄົນ ນຳເຂົ້າ 128 ຄົນ ແລະ ໃນຊຸມຊົນ 5 ຄົນ, ແຂວງ ບໍ່ແກ້ວ ເມືອງຕົ້ນເຜິ້ງ ຕິດເຊື້ອ 14 ຄົນ, ແຂວງຄຳມ່ວນ ຕິດເຊື້ອ 14 ຄົນ ນຳເຂົ້າ 13 ຄົນ ໃນຊຸມຊົນ 1 ຄົນ, ແຂວງຈຳປາສັກ ຕິດ ເຊື້ອ 46 ຄົນ ນຳເຂົ້າ, ແຂວງສວັນນະເຂດ ຕິດເຊື້ອ 130 ຄົນ ຊຸມຊົນ 128 ຄົນ ໃນນີ້ ຢູ່ໃນຄ້າຍຄຸມຂັງ 121 ຄົນ ນຳເຂົ້າ 2 ຄົນ ແລະ ແຂວງສາຣະວັນ ຕິດເຊື້ອໃນຊຸມຊົນ 1 ຄົນ.

ປັຈຈຸບັນ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອທັງໝົດ 411,618 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 12,957 ຄົນ, ເສັຽຊີວິດສະສົມ 11 ຄົນ, ປິ່ນປົວເຊົາດີແລ້ວ 8,683 ຄົນ ກຳລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 4,263 ຄົນ ແລະ ການສັກວັກຊິນປ້ອງກັນ ໂຄວິດ-19 ມີຜູ້ໄດ້ຮັບການສັກວັກຊິນ ເຂັມທີນຶ່ງ 2,188,426 ຄົນ ແລະ ເຂັມທີສອງ 1,686,246 ຄົນ.

ໃນວັນທີ 23 ສິງຫາ ກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ສົ່ງວັກຊິນປ້ອງກັນໂຄວິດ-19 ຈຳນວນ 400,000 ໂດສ ໃຫ້ແກ່ກອງທັບ ລາວ ເຊິ່ງເປັນໂຄຕ້າຂອງກອງທັບ ຣະຫວ່າງທັງສອງປະເທດ ແລະ ໄດ້ສົ່ງມອບໃຫ້ກັນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.