ສວັນນະເຂດ ຂາດເຂີນ ອຸປກອນການແພດ
2021.08.28
ແຂວງສວັນນະເຂດ ຍັງມີຜູ້ຕິດເຊື້ອ ໂຄວິດ-19 ໃນຊຸມຊົນ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນແຕ່ລະວັນ. ເຊິ່ງເຮັດໃຫ້ ວຽກງານ ການປີ່ນປົວ ຂອງແພດ-ໝໍ ຕ້ອງພົບກັບ ຄວາມຫຍຸ້ງຍາກ ເມື່ອ ອຸປກອນ ການປ້ອງກັນ ສຳລັບແພດ ດັ່ງນໍ້າຢາຂ້າເຊື້ອ, ຊຸດ PPE ແລະ ຜ້າອັດປາກ-ອັດດັງ ບໍ່ພຽງພໍ ແລະ ສນອງໃຫ້ຊ້າ ສ່ວນຕຽງ ຮອງຮັບ ສຳລັບຄົນເຈັບ ຍັງສາມາດ ຮອງຮັບ ໄດ້ຢູ່. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວ ໃນວັນທີ 27 ສິງຫາ ນີ້ວ່າ.
“ມັນສນອງ ບໍ່ທັນ ມັນມີ ກາມາຊ້າ ຫັ້ນນ່າ ຄວາມໝາຍ ມັນບໍ່ທັນ ໂຕຫຼັກ ທີ່ຈຳເປັນ ທີ່ວ່າ ໄດ້ໃຊ້ ກໍຄືແອວກໍຮໍ ຂ້າເຊື້ອ, ໜ້າກາກ N95 ຊຸດ PPE ຕຽງ ກາຍັງມີຢູ່.”
ສະພາບ ການຣະບາດ ຂອງເຊື້ອໂຄວິດ-19 ຫຼ້າສຸດ ຄນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ໄດ້ຣາຍງານ ປະຈຳວັນ ທີ 27 ສິງຫາ ວ່າ ທາງຄນະ ສະເພາະກິຈ ໄດ້ມີຄວາມພ້ອມ ເພື່ອຕຽມ ການຮອງຮັບ ຜູ້ຕິດເຊື້ອ ໂຄວິດ-19 ໄວ້ແລ້ວ. ຖ້າແຂວງໃດ ອຸປກອນ ການແພດ ບໍ່ພໍ ຫຼື ຂາດເຂີນ ໃຫ້ນຳສເນີນ ຕໍ່ຂັ້ນສູນກາງ ເພື່ອຈະໄດ້ ຈັດຊື້ ໃຫ້ທັນເວລາ ດັ່ງ ດຣ ຄຳພົວ ສຸດທິສົມບັດ ຕາງໜ້າ ໃຫ້ກົມປີ່ນປົວ ຟື້ນຟູ ໜ້າທີ່ການ ກະຊວງສາທາຣະນະສຸຂ ທີ່ຮັບຜິດຊອບ ວຽກງານ ປີ່ນປົວ ຄຸ້ມຄອງ ກໍຣະນີ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຖແລງຂ່າວ ບາງຕອນວ່າ:
“ພວກເຮົາ ໄດ້ປະເມີນ ສະຖານະການ ເປັນແຕ່ໄລຍະ ແບບລາຍວັນ ແລະ ຕຽມພ້ອມ ຕລອດເວລາ ເພື່ອຮອງຮັບ ບັນຫາ ທີ່ເກີດຂຶ້ນ ຖ້າວ່າ ມີອຸປກອນ ອັນໃດ ເຄື່ອງມືອັນໃດ ຍັງຂາດເຂີນ ບໍ່ພຽງພໍ ພວກເຮົາ ແມ່ນນຳສເນີ ຕໍ່ຄນະ ສະເພາະກິຈ ແລະ ອະນຸມັດ ຈັດຊື້ດ່ວນ ຕາມຄວາມຕ້ອງການ ແລະ ທັນເວລາ.”
ດຣ ຄຳພົວ ໄດ້ຣາຍງານ ຕື່ມວ່າ ປັຈຈຸບັນ ໂຮງໝໍປີ່ນປົວ ຂັ້ນສູນກາງ ແລະ ຂັ້ນແຂວງ 20 ແຫ່ງ ສ່ວນໂຮງໝໍສນາມ ທົ່ວປະເທດ ມີທັງໝົດ 22 ແຫ່ງ. ໂດຍນະຄອນຫຼວງ ວຽງຈັນ ມີ 3 ແຫ່ງ ຄື ໂຮງໝໍເສດຖາທິຣາຊ, ໂຮງໝໍມິຕພາບ ແລະ ໂຮງໝໍສູນກາງ 103 ກອງທັບ ພ້ອມກັນນີ້ ກໍມີ ໂຮງໝໍສນາມ ສູນກິລາ ລ້ານຊ້າງ ສາມາດ ຮອງຮັບໄດ້ 354 ຕຽງ, ສູນຫຼັກ 27 ຮອງຮັບ ໄດ້ 300 ຕຽງ, ສູນກິລາ ຫ້ວຍຫົງ ຮອງຮັບ ໄດ້ 150 ຕຽງ, ສູນດົງໂດກ ຮອງຮັບໄດ້ 350 ຕຽງ, ສູນກິລາ ຫຼັກ 16 ຮອງຮັບ ໄດ້ 360 ຕຽງ ປັຈຈຸບັນ ຢູ່ນະຄອນຫຼວງ ວຽງຈັນ ຍັງມີຕຽງ ຫວ່າງ 500 ປາຍຕຽງ.
ສ່ວນຢູ່ ແຂວງສວັນນະເຂດ ມີໂຮງໝໍ ພາກສນາມ ຫຼັກ 9 ສາມາດ ຮອງຮັບໄດ້ 1,200 ຕຽງ, ໂຮງໝໍ ອັນເກນ ຮອງຮັບ ໄດ້ 800 ຕຽງ, ໂຮງໝໍສນາມ ວິທຍາລັຍສຸຂພາບ ຮອງຮັບ ໄດ້ 230 ຕຽງ. ສ່ວນແຂວງຈຳປາສັກ ມີໂຮງໝໍ ພາກສນາມ ໂພນທອງ ຮອງຮັບ ໄດ້ 253 ຕຽງ, ໂຮງໝໍ ວິທຍາລັຍ ການເງິນ ຮອງຮັບໄດ້ 800 ຕຽງ, ໂຮງໝໍ ພາກສນາມ ວິທຍາລັຍ ຈຳປາສັກ ຮອງຮັບໄດ້ 279 ຕຽງ, ໂຮງໝໍ ພາກສນາມ 106 ຮອງຮັບ ໄດ້ 44 ຕຽງ , ແຂວງຄຳມ່ວນ ໂຮງໝໍ ພາກສນາມ ຢູ່ສູນວັທນະທັມ ຮອງຮັບ ໄດ້ 100 ຕຽງ, ໂຮງໝໍ ພາກສນາມ ມໍປາຍ ທ່າແຂກ ຮອງຮັບ ໄດ້ 400 ຕຽງ, ໂຮງໝໍ ພາກສນາມ ຕລາດພະນົມພອນ ຮອງຮັບ ໄດ້ 400 ຕຽງ ໂຮງໝໍ ທະຫານແຂວງ ຮອງຮັບ ໄດ້ 80 ຕຽງ ແລະ ແຂວງສາຣະວັນ ມີໂຮງໝໍແຂວງ ຮອງຮັບໄດ້ 13 ຕຽງ, ໂຮງໝໍ ສນາມ ຢູ່ໂຮງໝໍ ຊົນເຜົ່າ ຮອງຮັບ ໄດ້ 663 ຕຽງ ແລະ ປັຈຈຸບັນ ມີເຈົ້າໜ້າທີ່ແພດ ແລະ ບຸກຄາລາກອນ ທີ່ກ່ຽວຂ້ອງ ຮອງຮັບທັງໝົດ 2,956 ຄົນເຊິ່ງທຸກຄົນ ໄດ້ຜ່ານ ການອົບຮົມ ທຸກຂັ້ນຕອນ.
ຕໍ່ການຣະບາດເຊື້ອ ໂຄວິດ-19 ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຂອງແຂວງສວັນນະເຂດ ຊາວບ້ານ ໃນຊຸມຊົນ ໄດກ່າວວ່າ ເປັນກັງວົນ ເຣື່ອງຂອງ ການໃຊ້ຊີວິດ ປະຈຳວັນ ເພາະໂຕເລກ ຜູ້ຕິດເຊື້ອ ກໍເຮັດໃຫ້ ການໃຊ້ຊີວິດ ມີຄວາມສ່ຽງ ຕໍ່ການຕິດເຊື້ອ.
“ກັງວົນ ເຣື່ອງສັງຄົມ ຈັກເຮົາ ຈະຢູ່ແບບໃດ ໄປແບບໃດ ຈຶ່ງຈະປອດພັຍ ຈັ່ງຊິເດ້ ມີພຽງແຕ່ວ່າ ຮັກສາ ໄລຍະຫ່າງ ເຮົາບໍ່ຕ້ອງ ໄປຢູ່ບ່ອນແຖວ ຊຸມຊົນ ເຮົາບໍ່ໄດ້ໄປ ທົ່ວທີບ.”
ຊາວບ້ານ ໃນນະຄອນຫຼວງ ວຽງຈັນ ໄດ້ກ່າວວ່າ ກໍຮູ້ສຶກ ເປັນກັງວົນ ໃນການໃຊ້ ຊີວິດ ປະຈຳວັນ ໃນເວລາ ໄປໃສມາໃສ ກໍໄດ້ ຣະມັດຣະວັງ ກໍຄື ບໍ່ໄປ ບ່ອນເປັນ ຊຸມຊົນແອອັດ.
“ກັງວົນນີ້ ເຮົາກັງວົນ ພຽງແຕ່ວ່າ ເຮົາກໍບໍ່ໄດ້ ອອກຈາກ ເຮືອນຈາກຊານໄປ ອອກຈາກ ເຮືອນໄປ ເຮົາກໍໃສ່ ຜ້າອັດປາກອັດດັງ ແລະ ເຮົາກໍ ຫຼີກລ້ຽງ ບ່ອນຊຸມຊົນ ໝວດຄົນຫຼາຍໆ.”
ຊາວບ້ານ ໃນແຂວງບໍ່ແກ້ວ ກໍຮູ້ສຶກກັງວົນ ເຊັ່ນກັນ ປັຈຈຸບັນ ການຄ້າຂາຍ ກໍຂາຍບໍ່ໄດ້ ເຈົ້າໜ້າທີ່ ເຂັ້ມງວດ ການໄປການມາ ເພາະບໍ່ໃຫ້ ເດີນທາງອອກໄປໃສ.
“ກໍກັງວົນ ຫັ້ນແຫຼະ ມັນຄ້າຂາຍ ບໍ່ໄດ້ເລີຍ ດຽວນີ້ ຮ້ານນ້ອຍຮ້ານໃຫຍ່ ປິດ ໝົດເລີຍ ໂອ້ປັຈຈຸບັນ ເຂັ້ມງວດຫຼາຍ ໄປມາບໍ່ໄດ້ເລີຍ ເມືອງຕໍ່ເມືອງ ກໍປິດຢູ່ນີ້ ບ້ານກໍເຣີ່ມປິດ ຫຼາຍແລ້ວ.”
ຊາວບ້ານ ໃນແຂວງຫຼວງນໍ້າທາ ກ່າວວ່າ ການໃຊ້ຊີວິດ ກໍເປັນກັງວົນ ຢູ່ແລ້ວ ເຣື່ອງຂອງຄວາມ ປອດພັຍ ປັຈຈຸບັນ ເຈົ້າໜ້າທີ່ ບໍ່ໃຫ້ເດີນທາງ ໄປຕ່າງເຂດ.
“ກັງວົນ ຫຼາຍຢ່າງລະເນາະ ເຣື່ອງຄວາມປອດພັຍ ຕອນນີ້ ບໍ່ໃຫ້ ໄປມາຫາສູ່ ກັນແລ້ວ ຢູ່ບ້ານໃຜ ບ້ານມັນ.”
ດຣ ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາ ຣະນະສຸຂ, ໄດ້ຖແລງຂ່າວ ໃນມື້ດຽວກັນວ່າ. ໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມຂຶ້ນ 247 ຄົນ ແຍກເປັນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ 103 ຄົນ ແລະ ກໍຣະນີ ນຳເຂົ້າ 144 ຄົນ ໂດຍຜ່ານຈາກ ການກວດວິເຄາະ ທັງໝົດ 3,740 ໂຕຢ່າງ ຂອງວັນທີ 26 ສິງຫາ 2021 ເຊິ່ງໃນນັ້ນ ນະຄອນຫຼວງວຽງຈັນ 21 ຄົນ, ແຂວງຄຳມ່ວນ 14 ຄົນ, ສາຣະວັນ 25 ຄົນ, ບໍ່ແກ້ວ 29 ຄົນ, ອຸດົມໄຊ 5 ຄົນ, ສວັນນະເຂດ 94 ຄົນ, ຈຳປາສັກ 36 ຄົນ, ຫຼວງນໍ້າທາ 18 ຄົນ ແລະ ແຂວງຫຼວງພຣະບາງ 4 ຄົນ.
ຕາມການ ຣາຍງານ ຂອງວັນທີ 27 ສິງຫາ ຜູ້ທີ່ໄດ້ຜ່ານ ການກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 422,149 ຄົນ ໃນນັ້ນ ພົບຜູ້ຕິດ ເຊື້ອສະສົມ 14,351 ຄົນ ເສັຽຊີວິດ ສະສົມ 12 ຄົນ ສ່ວນປີ່ນປົວ ເຊົາດີ 9,411 ຄົນ ກຳລັງປີ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 4,928 ຄົນ.