ຜູ້ຍິງຟື້ນຈາກໂຄວິດ-19 ຕໍ່ມາ ຜົລກວດເປັນບວກ

ຈໍາປາທອງ
2020.05.04
F-Covid-cases ຜູ້ຕິດເຊື້ອ ຄົນທີ 14 ແລະ 15 ຊຶ່ງເປັນໝູ່ກັນ ທີ່ກັບຈາກ ປະເທດອັງກິດ
ຮູບພາບຈາກ : ນັກຂ່າວພົລເມືອງ

ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ຜູ້ປະຈຳການຄະນະສະເພາະກິດ ຄວບຄຸມເຊື້ອພຍາດໂຄວິດ-19 ໄດ້ ຖແລງຂ່າວ ທີ່ສູນປະຕິບັດງານ ຂອງຄະນະສະເພາະກິດຄວບຄຸມ ໂຄວິດ-19 ໃນມື້ວັນທີ 4 ພຶສພາ ນີ້ວ່າສະພາບການເຝົ້າຣະວັງໂຄວິດ -19 ຢູ່ ສປປລາວ ຮອດ 5 ໂມງແລງ ຂອງມື້ວັນທີ 3 ພຶສພາ ນີ້ ບໍ່ມີກໍຣະນີ ຕິດເຊື້ອພຍາດໃໝ່ ແຕ່ໄດ້ຮັບເອົາຜູ້ຕິດເຊື້ອພຍາດນີ້, ຊຶ່ງ ໄດ້ຮັບການປິ່ນປົວດີ ແລະໄດ້ອອກໂຮງໝໍໄປແລ້ວນັ້ນ ຄືນມາຕິດຕາມປິ່ນປົວໃໝ່ ຍ້ອນກວດພົບວ່າຍັງຕິດເຊື້ອພຍາດນັ້ນຢູ່, ຕາມຂ່າວໜັງ ສືພິມວຽງຈັນໃໝ່ ຂອງທາງການລາວ ວັນທີ 4 ພຶສພາ 2020 ນີ້.

ຜູ້ຕິດເຊື້ອພຍາດໂຄວິດ-19 ກໍຣະນີ ທີ 14 ທີ່ຕ້ອງໄດ້ຖືກກັບເຂົ້າມາປິ່ນປົວ ຢູ່ໂຮງໝໍອີກຕື່ມ ພາຍຫລັງທີ່ຖືກກວດພົບວ່າ ຕິດເຊື້ອພຍາດ ນີ້ຢູ່, ນາງເປັນນັກສຶກສາອາຍຸ 19 ປີ ຢູ່ບ້ານສ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ເຂົ້າໂຮງໝໍ ເມື່ອມື້ວັນທີ 7 ເມສາ ແລະ ໄດ້ປິ່ນປົວດີ ແລ້ວອອກໂຮງໝໍ ວັນທີ 16 ເມສາ ທີ່ຜ່ານມາ ຄືໃຊ້ເວລາປິ່ນປົວ 9 ມື້ ແລ້ວດີ ແລະໄດ້ອອກໄປຕິດຕາມ ອາການຢູ່ເຮືອນ ເມື່ອກັບມາກວດອີກຕື່ມ ໃນມື້ວັນທີ 1 ພຶສພາ ນີ້ພົບວ່າຍັງມີເຊື້ອພຍາດໂຄວິດ-19 ຢູ່. ທ່ານ ພູທອນ ເມືອງປາກ ກ່າວເຖິງຜູ້ຕິດເຊື້ອ ໂຄວິດ-19 ກໍຣະນີ ທີ 14 ນັ້ນວ່າໄດ້ໃຫ້ຢູ່ຕຶກແຍກຢູ່ຕ່າງຫາກ:

"ເວົ້າເຖິງຄົນເຈັບເກົ່າເນາະ ທີ່ອອກໂຮງໝໍໄປແລ້ວ ຄົນເຈັບນໍ້າເບີ 14 ນັ້ນເຮົາໄດ້ກວດຜົລບວກອອກມາ. ຜົລກວດອອກມາເປັນບວກນັ້ນ ພວກເຮົາໄດ້ເອົາມາຕິດຕາມ ຢູ່ໂຮງໝໍນັ້ນ ກໍຖືວ່າໄດ້ແຍກໄວ້ບ່ອນຕຶກ ແຍກປ່ຽວນຶ່ງຕ່າງຫາກ ບໍ່ໄດ້ນອນກັບຄົນເຈັບ ທີ່ວ່າກໍາລັງປິ່ນປົວ ຢູ່ນີ້."

ເມື່ອເວົ້າເຖິງອາການຂອງນາງ ທ່ານ ພູທອນ ກ່າວວ່າ ປົກກະຕິ, ແລະຜູ້ທີ່ຢູ່ໃກ້ຊິດ ແລະໄດ້ສໍາພັດກັບນາງ ບໍ່ໄດ້ຕິດເຊື້ອພຍາດຈາກນາງ ດັ່ງທີ່ທ່ານກ່າວວ່າ:

"ອາການຂອງຜູ້ນີ້ ກະຖືວ່າມີອາການທີ່ປົກຕິ ບໍ່ມີໄຂ້ບໍ່ມີໄອ, ບໍ່ເຈັບຄໍແລະອື່ນໆແມ່ນບໍ່ມີອາການ ສະເພາະຜູ້ໃກ້ຊິດໃນຄອບຄົວ ທີ່ວ່າເພິ່ນ ໄປຈໍາກັດ ບໍຣິເວນຢູ່ເຮືອນນັ້ນ ກະກວດຢັ້ງຢືນແລ້ວວ່າຜົລກວດອອກ ມາເປັນຜົລລົບ ໝາຍຄວາມວ່າບໍ່ໄດ້ຕິດເຊື້ອ. ຄົນເຈັບບໍ່ໄດ້ສົ່ງເຊື້ອ ໃຫ້ຄົນ ໃກ້ຄຽງຄົນໃກ້ຊິດ ຄົນທີ່ສັມຜັດກັບລາວ ຢູ່ໂຮງໝໍມິຕພາບ ປັດຈຸບັນນີ້ ມີຜູ້ຕິດຕາມຢູ່ 10 ຄົນ."

ພ້ອມກັນນັ້ນ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກໍເວົ້າກ່ຽວກັບກໍລະນີ້ ດັ່ງກ່າວວ່າ ການກວດຄືນຜູ້ປ່ວຍຕິດເຊື້ອໂຄວິດ-19 ທີ່ປິ່ນປົວຫາຍດີອອກ ໂຮງໝໍ ພ້ອມກັກບໍຣິເວນ ແລ້ວມາກວດຫາເຊື້ອຄືນໃໝ່. ໄດ້ກວດພົບຊິ້ນ ສ່ວນເສດເຫຼືອ ຫລືຊາກຂອງ ໄວຣັສ ທີ່ຍັງຫລົງເຫລືອເລັກນ້ອຍ ຢູ່ໃນຮ່າງກາຍຂອງນາງ ແລະຜົນຂອງການກວດເປັນບວກ ຄືຕິດເຊື້ອ ພຍາດ ນີ້ຢູ່ ແຕ່ມັນບໍ່ສາມາດແຜ່ເຊື້ອໄດ້. ປັດຈຸບັນໄດ້ນໍາຜູ້ກ່ຽວກັບເຂົ້າໂຮງໝໍອີກ ໂດຍຈະມີການໃຫ້ຢາບໍາລຸງ ແລະຕິດຕາມອາການ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.