ຄົນງານລາວຖືພາ ຕິດໂຄວິດ-19 ຢູ່ໄທຍ ໄດ້ຮັບ ການປິ່ນປົວ

ສຸ​ພັດ​ຕາ
2021.08.26
ຄົນງານລາວຖືພາ ຕິດໂຄວິດ-19 ຢູ່ໄທຍ ໄດ້ຮັບ ການປິ່ນປົວ ຍານາງ ຊີ ອາຍຸ 20 ປີ ຈາກ ແຂວງສວັນນະເຂດ ຖືພາໄດ້ 6 ເດືອນປາຍ ທີ່ຕິດເຊື້ອ ໂຄວິດ-19 ຢູ່ໄທຍ ໄດ້​ຮັບ​ການ​ປິ່ນ​ປົວ ຈາກ​ທ່ານ​ໝໍ ແລ້ວ.
ນັກຂ່າວ ພົລເມືອງ

ໃນວັນທີ 23 ສິງຫາ 2021 ນີ້ ເປັນມື້ທີ່ ຍານາງ ຊີ (ນາມສົມມຸດ) ອາຍຸ 20 ປີ ຈາກແຂວງ ສວັນນະເຂດ ຊຶ່ງຖືພາໄດ້ 6 ເດືອນປາຍນັ້ນ ປິ່ນປົວ ໂຄວິດ-19 ເຊົາດີແລ້ວ ພາຍຫຼັງ ທີ່ລາວ ຮູ້ວ່າ ຕິດເຊື້ອໂຄວິດ-19 ແຕ່ເມື່ອວັນທີ 8 ສິງຫາ ແລ້ວໄດ້ຮັບ ການປິ່ນປົວແບບ (Home Isolation) ຈາກທ່ານໝໍ ໃນກໍຣະນີ ທີ່ລາວ ເປັນແມ່ຍິງຖືພາ ຊຶ່ງຕ້ອງເຂົ້າເຖິງ ການປິ່ນປົວ ໃຫ້ໄວທີ່ສຸດ. ປັດຈຸບັນ ລາວມີພຽງ ອາການ ດັງບໍ່ໄດ້ກິ່ນເທົ່ານັ້ນ ເຊິ່ງທ່ານໝໍ ຍັງໃຫ້ລາວ ກັກໂຕເອງ ຢູ່ຫ້ອງພັກ ຈົນໄປເຖິງ ວັນທີ 30 ສິງຫາ ຈຶ່ງໃຫ້ອອກໄປໃຊ້ ຊີວິດປະຈໍາວັນໄດ້ ຕາມປົກກະຕິ.

ມາຮອດມື້ວັນທີ 25 ສິງຫານີ້ ຍານາງຊີ ມີແຜນວ່າ ຈະເດີນທາງ ກັບເມືອລາວ ເພື່ອໄປເກີດລູກ ຢູ່ທີ່ ແຂວງສວັນນະເຂດ ພາຍຫຼັງ ທີ່ຄົບກໍານົດ ກັກໂຕ ຢູ່ຫ້ອງພັກ ເນື່ອງຈາກວ່າ ຖ້າຫາກວ່າ ລາວຍັງຢູ່ ໄທຍຕໍ່ ກໍບໍ່ມີວຽກເຮັດ ແລະ ບໍ່ມີເງິນ ຄ່າໃຊ້ຈ່າຍ ໃນການເກີດລູກ ເຊິ່ງຕົກຢູ່ ປະມານ 2-3 ໝື່ນບາດ, ອີງຕາມຄວາມເວົ້າ ຂອງຍານາງ ຊີ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ສິງຫານີ້:

“ກັບບ້ານ ກັບລາວ ກັບໄປຄອດລູກກ່ອນ ເຂົາເປີດດ່ານ ຈັ່ງຊິລົງມາໃໝ່ ເຮົາຢູ່ເຮົາກະບໍ່ມີເງິນ ເຮົາບໍ່ໄດ້ເຮັດງານ.”

ຍານາງ ຊີ ເວົ້າຕື່ມວ່າ ສໍາລັບ ແຜນໃນເບື້ອງ ທີ່ຈະເດີນທາງ ກັບປະເທດລາວນັ້ນ ແມ່ນໄດ້ໃຫ້ ໝູ່ທີ່ເປັນ ຄົນລາວ ຊຶ່ງເຄີຍເດີນທາງ ກັບລາວ ເປັນຜູ້ປະສານ ຫາຣົດຮັບ-ສົ່ງ ເພື່ອນໍາໂຕນາງ ໄປສົ່ງ ທີ່ດ່ານ ຊາຍແດນ ຂົວມິຕພາບໄທຍ-ລາວ ແຫ່ງທີ່ 2 ແຂວງມຸກດາຫານ ຫຼື ອາຈຕິດຕໍ່ ສະຖານທູດລາວ ເພື່ອຊ່ອຍເຫຼືອລາວ ໃຫ້ໄດ້ກັບປະເທດ ເນື່ອງຈາກ ຍານາງ ຊີ ເປັນຄົນລາວ ທີ່ອາສັຍ ຢູ່ປະເທດໄທຍ ແບບບໍ່ຖືກກົດໝາຍ ແລະ ວີຊາທ່ອງທ່ຽວ ກໍໝົດອາຍຸແລ້ວ.

ທາງດ້ານ ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດໄທຍ ທ່ານນຶ່ງ ກ່າວກ່ຽວກັບ ການຊ່ອຍເຫຼືອ ກໍຣະນີ ຂອງຍານາງຊີ ວ່າ ທາງສະຖານທູດລາວ ແນະນໍາ ໃຫ້ຍານາງ ຊີ ຕິດຕໍ່ ໄປຍັງ ດ່ານຊາຍແດນ ໄທຍ-ລາວ ເພື່ອຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ໃຫ້ສົ່ງໂຕ ຍານາງ ກັບເມືອເຮືອນ ທີ່ປະເທດລາວ ໂດຍຕົງ ເນື່ອງຈາກ ສະຖານທູດ ບໍ່ສາມາດ ມີບ່ອນກັກໂຕ ໃຫ້ຄົນງານລາວ ເພື່ອລໍຖ້າກັບ ປະເທດລາວໄດ້.

ນອກຈາກນີ້ ເຈົ້າໜ້າທີ່ ສະຖານທູດ ກໍຍັງໄດ້ ແນະນໍາໃຫ້ ຍານາງຊີ ລົມກັບ ເຈົ້າໜ້າທີ່ໄທຍ ປະຈໍາ ດ່ານຊາຍແດນ ໄທຍ-ລາວ ໃຫ້ຄວາມຊ່ອຍເຫຼືອນາງ ດ້ວຍຄວາມເວົ້າ ຂໍຄວາມເມດຕາ ແລະ ຂໍຄວາມຊ່ອຍເຫຼືອ ເພື່ອໃຫ້ນາງ ໄດ້ກັບປະເທດ ພ້ອມທັງ ໃຫ້ກຽມພາສປອດ ແລະ ເງິນຈໍານວນ 2-3 ພັນບາດ ເພື່ອຈ່າຍຄ່າ ບໍຣິການ ໃຫ້ເຈົ້າໜ້າທີ່ໄທຍນໍາ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ໄດ້ຍິນຂ່າວນີ້ ກະວ່າ ໄດ້ເສັຽຄົນນຶ່ງ ຢູ່ປະມານ 2-3 ພັນ (ບາດນີ້ແຫຼະ) ແຕ່ວ່າ ເວົ້າຈັ່ງຊີ້ ໃຫ້ແຮງງານລາວ ຫັ້ນນ່າ ບໍ່ຕ້້ອງມາ ສະຖານທູດ ເລີຍເດີ້ ມີແຕ່ ໃຫ້ຮ້ອງຂໍ ວິງວອນກັບ ເຈົ້າໜ້າທີ່ ທີ່ວ່າ ດຽວນີ້ ຂ້ອຍບໍ່ມີເງິນ ມີຄໍາອິ່ຫຼີ ຕອນນີ້ ບໍ່ໄດ້ເຮັດວຽກ ມາຫຼາຍເດືອນແລ້ວ ບໍ່ມີເງິນມີຄໍາ ຈັກໜ່ອຍເລີຍ ສະນັ້ນແລ້ວ ຂໍໃຫ້ຊ່ວຍສົ່ງ ຂ້ອຍ ເມືອປິ່ນປົວຮັກສາ ຫຼື ສີດວັກຊິນ ຢູ່ລາວແດ່ ວ່າຊັ້ນເດີ້.”

ທ່ານກ່າວຕື່ມວ່່າ ເງິນຄ່າ ບໍຣິການ ຈໍານວນ 2-3 ພັນບາດນັ້ນ ບໍ່ແມ່ນ ເງິນຄ່າປັບໃໝ ອັນເນື່ອງມາຈາກ ຄົນງານລາວ ຢູ່ອາສັຍທີ່ ປະເທດໄທຍ ແບບບໍ່ຖືກກົດໝາຍ ແຕ່ຢ່າງໃດ, ແຕ່ເປັນ ເງິນຄ່າ ບໍຣິການ ເພື່ອສົ່ງໂຕ ຄົນງານລາວ ກັບປະເທດລາວ ຢ່າງປອດພັຍ ເທົ່ານັ້ນ ຫາກເປັນ ເງິນຄ່າປັບໃໝ ຈະຫຼາຍກວ່ານັ້ນ ໂດຍຄິດໄລ່ເປັນ ປະມານ 500 ບາດ ຕໍ່ມື້ ທີ່ຄົນງານລາວ ອາສັຍຢູ່ ປະເທດໄທຍ ເກີນກໍານົດ ແບບບໍ່ຖືກກົດໝາຍ ຕ້ອງໄດ້ຈ່າຍ.

ຂນະທີ່ ເຈົ້າໜ້າທີ່ ສໍານັກງານ ກວດຄົນເຂົ້າເມືອງ ແຂວງມຸກດາຫານ ກ່າວເຖິງ ສະພາບການ ການເປີດ ດ່ານພົມແດນ ໄທຍ-ລາວ ວ່າ ຫົວໜ້າ ຫ້ອງວ່າການ ກະຊວງ ຄົມມະນາຄົມ ອະນຸຍາດ ສະເພາະ ໃຫ້ຄົນງານລາວ ທີ່ອາສັຍຢູ່ໄທຍ ທັງແບບ ບໍ່ຖືກກົດໝາຍ ແລະ ຖືກກົດໝາຍ ແລ້ວມີຄວາມປະສົງ ຈະເດີນທາງກັບ ປະເທດລາວ ໃນໄລຍະນີ້ ສາມາດໃຊ້ ດ່ານຊາຍແດນ ໄທຍ-ລາວ ຂ້າມກັບລາວໄດ້ ໂດຍບໍ່ມີ ຄ່າໃຊ້ຈ່າຍ ຫຼື ຖືກລົງໂທດ ແຕ່ຢ່າງໃດ ແລະ ຖ້າຫາກຄົນລາວ ເດີນທາງກັບ ປະເທດລາວແລ້ວ ຈະບໍ່ສາມາດ ກັບເຂົ້າມາ ປະເທດໄທຍ ໄດ້ອີກ ຈົນກວ່າວ່າ ຈະມີການເປີດ ປະເທດອີກຄັ້ງ ເນື່ອງຈາກ ປັດຈຸບັນ ຍັງຢູ່ ໃນໄລຍະ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ທີ່ໜັກໜ່ວງ.

ສ່ວນກໍຣະນີ ຂອງຍານາງ ຊີ ເຊິ່ງເປັນຄົນງານລາວ ທີ່ອາສັຍ ຢູ່ໄທຍ ແບບບໍ່ຖືກກົດໝາຍ ກໍຕ້ອງໄດ້ໄປ ຮັບບັດຄິວ ຢູ່ສູນພັກຄອຍ (ຫຼື ສູນພັກລໍຖ້າ) ເພື່ອລໍຖ້າ ການສົ່ງກັບປະເທດ ຂອງແຂວງ ມຸກດາຫານ ກ່ອນ ຫຼັງຈາກນັ້ນ ລາວ ກໍຈະສາມາດ ເດີນທາງກັບ ປະເທດລາວໄດ້ ພາຍໃນ 1-2 ມື້, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ມັນກໍປິດດ່ານ ທົ່ວປະເທດໄທຍ ຕາມປະກາດ ຂອງຫົວໜ້າ ຫ້ອງວ່າການ ກະຊວງຄົມມະນາຄົມ ມີແຕ່ຜ່ອນຜັນ ສະເພາະ ຣົດບັດທຸກ ໃຫ້ອອກໄດ້ ຢ່າງດຽວ ແລະ ໃຫ້ຄົນລາວ ກັບໄດ້ຢ່າງດຽວ ຄົນລາວໄປແລ້ວ ກໍໄປກັັກໂຕ ໃຫ້ຄົບ 14 ມື້ ທີ່ຝັ່ງລາວ ແລ້ວກໍເດີນທາງ ກັບເຂົ້າ ປະເທດໄທຍ ບໍ່ໄດ້ ຖ້າກໍຣະນີ ຂອງຍານາງ ຊີ ອາຈໄປພັກທີ່ ສູນພັກລໍຖ້າ ຂອງແຂວງ ທາງແຂວງເຂົາຈັດໃຫ້ ຕ້ອງໄປຮັບ ບັດຄິວ ຢູ່ບ່ອນນັ້ນກ່ອນ ຮັບບັດຄິວ ດຽວຂະເຈົ້າ ສົ່ງໂຕມາ ດ່ານຊາຍແດນ ໄທຍ-ລາວ ແຂວງມຸກດາຫານ ແລ້ວກັບລາວ ໄດ້ເລີຍ ບໍ່ມີຄ່າໃຊ້ຈ່າຍ.”

ດ້ານເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ ແຂວງສວັນນະເຂດ ໄດ້ເປີດ ດ່ານຊາຍແດນ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 2 ເພື່ອໃຫ້ຄົນງານລາວ ຈາກປະເທດໄທຍ ເດີນທາງເຂົ້າມາ ແຂວງສວັນນະເຂດໄດ້ ໂດຍທາງພາກສ່ວນ ທີ່ກ່ຽວຂ້ອງ ຈະມີຣົດໄປຮັບ ຄົນງານລາວ ຈໍານວນນັ້ນໆ ໄປກັກໂຕ ຕາມສູນກັກໂຕ ຂອງແຂວງ.

ສໍາລັບ ກໍຣະນີ ຂອງຍານາງ ຊີ ທີ່ເປັນ ແມ່ຍິງຖືພານັ້ນ ຈະໄດ້ຮັບ ການເບິ່ງແຍງ ຈາກທາງທີມແພດ ຢ່າງໃກ້ຊິດ ແລະ ບໍ່ໄດ້ເສັຽ ຄ່າໃຊ້ຈ່າຍ ກ່ຽວກັບ ການເກີດລູກ ແຕ່ຢ່າງໃດ ຍ້ອນລາວ ເປັນພົລເມືອງລາວ ມີພຽງແຕ່ ລາວຈະໄດ້ ເສັຽຄ່າກິນ ຄ່າຢູ່ ແລະ ອຸປກອນ ເດັກນ້ອຍ ຈໍານວນ ບໍ່ຫຼາຍເງິນ ເທົ່ານັ້ນ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ຄືວ່າເພິ່ນໃຫ້ກັບຢູ່ ແຕ່ວ່າ ໃຫ້ກັບຕາມດ່ານ ໃຫ້ກັບຖືກຕ້ອງເດ້ ເພິ່ນມີ ເພິ່ນກຽມໂຮງໝໍໄວ້ ຖ້າຢູ່ ສໍາລັບ ພວກພາກສນາມນ່າ ມາເກີດຢູ່ພີ້ ກໍໄດ້ ເກີດລູກບໍ່ໄດ້ ເສັຽຄ່າອິຫຍັງ ມີແຕ່ຊື້ແນວອື່ນ ຫັ້ນແຫຼະ ພວກມານອນ ໂຮງໝໍຫັ້ນນ່າ.”

ກ່ຽວກັບ ເຣື່ອງການປິ່ນປົວ ຂອງຍານາງຊີ ຈົນເຊົາ ຈາກການຕິດໂຄວິດ-19 ນັ້ນ, ຍານາງຊີ ກ່າວວ່າ ລາວ ໄດ້ຮັບ ຢາປິ່ນປົວ ໂຄວິດ-19 ພ້ອມເຄື່ອງ ວັດແທກອຸນຫະພູມ ຮ່າງກາຍ ແລະ ເຄື່ອງວັດແທກ ອ໊ອກຊິເຈນ ໃນເລືອດ ຕັ້ງແຕ່ວັນທີ 12 ສິງຫາ ພາຍຫຼັງ ທີ່ວິທຍຸເອເຊັຽເສຣີ ໄດ້ຣາຍງານຂ່າວ ອອກອາກາດໄປ 1 ມື້, ເຊິ່ງຢາປິ່ນປົວ ທີ່ທ່ານໝໍ ສົ່ງມາໃຫ້ລາວ ກິນຢູ່ ຫ້ອງພັກນັ້ນ ປະກອບດ້ວຍ ຢາຕ້ານໂຄວິດ-19 ຫຼື (Favipiravir 200 mg) ຈໍານວນ 70 ເມັດ, ຢາຕ້ານ ການອັກເສບ ປິ່ນປົວ ອາການແພ້ ແລະ ກົດພູມຄຸ້ມກັນ ຫຼື (Prednisolone 5 mg.) ຈໍານວນ 50 ເມັດ ແລະ ຢາແກ້ ກັດກະເພາະ.

ໃນລະຫວ່າງ ທີ່ຍານາງ ຊີ ກິນຢາປິ່ນປົວໂຄວິດ-19 ນັ້ນ, ທ່ານໝໍ ແລະ ນາງ ພະຍາບານ ຈະປະສານຫານາງ ເພື່ອຕິດຕາມ ລະດັບອຸນຫະພູມ ຮ່າງກາຍ ແລະຣະດັບ ຄວາມເຂັ້ມຂົ້ນຂອງ ອ໊ອກຊິເຈນ ໃນເລືອດ ຢ່າງຕໍ່ເນື່ອງ ຈົນຮອດມື້ນີ້ ລະດັບຄວາມເຂັ້ມ ຂອງອ໊ອກຊິເຈນ ໃນເລືອດ ແລະ ລະດັບອຸນຫະພູມຮ່າງກາຍ ຂອງຍານາງ ຊີ ກັບມາເປັນ ປົກກະຕິແລ້ວ. ດັ່ງນັ້ນ ທ່ານໝໍ ຈຶ່ງຢຸດເຊົາ ການປິ່ນປົວນາງ ແລະ ສັ່ງໃຫ້ຍານາງ ຊີ ກັກໂຕ ຢູ່ຫ້ອງພັກ ຕື່ມອີກ 7 ມື້ ຈົນເຖິງ ວັນທີ 30 ສິງຫາ 2021 ຈຶ່ງຈະ ສາມາດອອກໄປ ໃຊ້ຊີວິດ ຕາມປົກກະໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.