ຮຽກຮ້ອງ ເຈົ້າຂອງໂຄງການ ຈ່າຍຄ່າປິ່ນປົວ
2018.05.09
ນັກຮຽນ 2 ຄົນ ຢູ່ບ້ານຜັກຂະ ເມືອງໄກສອພົມວິຫານ ແຂວງສວັນນະເຂດ ທີ່ຂີ່ຣົດຈັກ ຕຳກອງດິນ ຂອງໂຄງການສ້າງທາງ ຈົນໄດ້ຮັບ ບາດເຈັບສາຫັດ ເມື່ອວັນທີ 30 ເມສາ ຜ່ານມາ. ປັດຈຸບັນ ໄດ້ອອກຈາກໂຮງໝໍ ແຂວງສວັນນະເຂດ ມາປີ່ນປົວ ຢູ່ເຮືອນແລ້ວ, ແຕ່ທາງຜູ້ຄອງ ໄດ້ຮ້ອງຮຽນ ໄປຍັງ ອຳນາດການປົກຄອງ ໃຫ້ຕິດຕໍ່ ໄປຍັງຜູ້ຮັບເໝົາໂຄງການ ຮັບຜິດຊອບຄ່າປີ່ນປົວ, ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 08 ພຶສພາ ນີ້ວ່າ:
"ເຂົາເຈົ້າ ມາສເນີ ຢູ່ວ່າ ໃຫ້ແຈ້ງຕື່ມວ່າ ມີຄວາມຮັບຜິດຊອບ ບໍ່ທາງນີ້ວ່າ ຊິພົວພັນໃຫ້ ເປັນໄປໄດ້ຍາກ ໃຫ້ເສັຍຄ່າປີ່ນປົວ ຊ່ອຍແດ່ເພີ່ນວ່າ ປະມານ 2-3 ລ້ານກີບ ນີ້ແຫລະ."
ເຈົ້າໜ້າທີ່ກ່າວຕື່ມວ່າ ໃນເບື້ອງຕົ້ນ ບໍ່ໄດ້ຕິດຕໍ່ ໄປຫາບໍຣິສັດ ພີດີບີ ເຊິ່ງເປັນເຈົ້າຂອງ ໂຄງການສ້າງທາງ ແຕ່ຈະຕິດຕໍ່ ໃນໄວໆນີ້ ສ່ວນບໍຣິສັດ ຈະຮັບຜິດຊອບ ຫລືບໍ່ນັ້ນ ກໍຂຶ້ນ ຢູ່ກັບການພິຈາຣະນາ ເພາະວ່າ ເຣື່ອງນີ້ ທາງບໍຣິສັດ ບໍ່ໄດ້ມີສ່ວນຜິດ ເນື່ອງຈາກ ໄດ້ຕິດປ້າຍເຕືອນແລ້ວ ໃຫ້ ຣະວັງການກໍ່ສ້າງ ແຕ່ບໍ່ໄດ້ ຕິດປ້າຍໄຟເຕືອນ ຢູ່ບ່ອນທີ່ມີກອງດິນຢູ່ແຄມທາງ.
ກ່ອນໜ້ານີ້ ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງສວັນນະເຂດ ກ່າວວ່າ ການກໍ່ສ້າງໂຄງການ ທຸກໂຄງການ ຕ້ອງໄດ້ຕິດ ປ້າຍເຕືອນ ຣະວັງເຂດການກໍ່ສ້າງ ຫາກມີອຸປະກອນການກໍ່ສ້າງ ກີດຂວາງ ການຈາຣະຈອນ ກໍຕ້ອງໄດ້ມີປ້າຍບອກ ແລະ ຕິດຕັ້ງໄຟເຕືອນ ໃຫ້ຮຽບຮ້ອຍ ໃຫ້ເຫັນຢ່າງຈະແຈ້ງ ເພື່ອປ້ອງກັນບໍ່ໃຫ້ຣົດແລ່ນຕຳ ໃນຕອນກາງຄືນ. ບໍ່ເຊັ່ນນັ້ນ ຫາກມີປະຊາຊົນ ໄດ້ຮັບອຸບັດຕິເຫດ ຈາກ ການກໍ່ສ້າງທາງ ໂຄງການ ຈະຕ້ອງຊົດເຊີຍຄ່າເສັຽຫາຍ ແກ່ຜູ້ໄດ້ຮັບບາດເຈັບ.