ເມືອງປາກອູເດັກນ້ອຍຍັງຂາດ ສານອາຫານ
2014.07.24

ປັຈຈຸບັນ ເດັກນ້ອຍ ອາຍຸ ຫລຸດ 5 ປີ ຫລາຍຄົນ ທີ່ ເປັນໂຣຄ ຂາດ ສານອາຫານ ຢູ່ເມືອງ ປາກອູ ແຂວງ ຫລວງພຣະບາງ ນັ້ນ ຕ້ອງການ ອາຫານເສີມ ເພື່ອໃຫ້ ຮ່າງກາຍ ແຂງແຮງ ຍ້ອນ ອາ ຫານເສີມ ທີ່ ທາງສູນກາງ ມອບໃຫ້ ເມື່ອປີກາຍ ນັ້ນ ໝົດແລ້ວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ໃນວັນທີ 24 ກໍຣະກະດາ 2014 ນີ້:
"ເພິ່ນໃຫ້ ອາຫານ ເປັນ ອາຫານເສີມ ຂອງເດັກ ຫັ້ນແຫລະ ທາງ ສູນກາງ ເພິ່ນເອົາໃຫ້ ມາເນາະ ແຕ່ວ່າກະ ບໍ່ຫລາຍ ຫລາຍເດືອນ ແລ້ວໝົດ ກໍຢາກຕ້ອງ ການແທ້ ເພາະວ່າ ຍັງຫຼາຍບ້ານ ຍັງຂາດ ຢູ່ ຫັ້ນນະ ບໍ່ໄດ້".
ນາງເວົ້າ ຕໍ່ໄປວ່າ ຈາກການລົງ ສໍາຣວດ ໃນແຕ່ລະ ບ້ານ ຂອງ ເມືອງປາກອູ ພົບວ່າ ມີເດັກນ້ອຍ ຂາດ ສານອາຫານ ຫລາຍ ຈໍານວນ ຜູ້ທີ່ຫາກໍ່ ກວດພໍ້ ເປັນເທື່ອ ທໍາອິດ ສະເລັ່ຽ ແລ້ວ ມື້ໜຶ່ງ 15 ຫາ 20 ຄົນ ຈາກ ແຕ່ເດີມ ທີ່ ມີຢູ່ແລ້ວ 200 ກວ່າຄົນ. ສິ່ງ ທີ່ ເຈົ້າໜ້າທີ່ ສາມາດ ເຮັດໄດ້ ຄືໃຫ້ຄວາມຮູ້ ດ້ານ ສຸຂສຶກສາ ແກ່ຜູ້ເປັນ ພໍ່ແມ່ ເຣື່ອງ ອາຫານ ທີ່ ມີ ສານອາຫານ ຄົບຖ້ວນ ຕາມຫລັກ ໂພຊນາການ ເພື່ອຜ່ອນຄາຍ ການຂາດ ສານອາຫານ ຂອງພວກ ລູກນ້ອຍ ໄປກ່ອນ.
ແລະວ່າ ຮອດມື້ນີ້ ຍັງບໍ່ມີ ໂຄງການໃດ ເຂົ້າມາ ໃຫ້ການ ຊ່ວຍເຫລືອ ເຣື່ອງ ອາຫານເສີມ ແກ່ເດັກນ້ອຍ ເທື່ອ ຊຶ່ງ ກໍຢ້ານວ່າ ຫາກເປັນ ແບບນີ້ ໄປດົນ ເດັກນ້ອຍ ຫລາຍຄົນ ອາຈຈະ ກັບມາມີ ອາການ ຂາດ ສານອາຫານ ຂັ້ນຮຸນແຮງ ຄືເກົ່າ. ດັ່ງນັ້ນ ຈຶ່ງຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ຮັບຊາບ ບັນຫາ ນີ້ນໍາ.
ເມືອງປາກອູ ເປັນເມືອງ ນື່ງ ໃນແຂວງ ຫລວງພຣະບາງ ທີ່ມີ ເດັກນ້ອຍ ຂາດ ສານອາຫານ ຢູ່ຫລາຍ ພໍສົມຄວນ ສ່ວນນື່ງ ກໍຍ້ອນ ຄອບຄົວ ທຸກຍາກ ບໍ່ມີເງິນ ຊື້ອາຫານ ໃຫ້ລູກກິນ ຢ່າງພຽງພໍ ຂນະທີ່ ເມືອງ ປາກອູ ຖືເປັນເມືອງ ອູ່ເຂົ້າ ອູ່ນໍ້າ ທີ່ ສໍາຄັນ ຂອງແຂວງ ແລະ ເຖິງແມ່ນວ່າ ທາງ ກະຊວງ ສາທາຣະນະສຸກ ຈະພຍາຍາມ ລົບລ້າງ ບັນຫາ ເດັກນ້ອຍ ຂາດ ສານອາຫານ ມາຕລອດ ກໍຕາມ ແຕ່ກໍຍັງ ບໍ່ສາມາດ ແກ້ໄຂ ບັນຫາ ນີ້ໄດ້ ພໍເທົ່າໃດ ອັນເປັນສິ່ງ ທ້າທາຍ ສໍາຄັນ ໃນການ ບັນລຸ ເປົ້າໝາຍ ສະຫັດສວັດ ສະຫະ ປະຊາຊາດ ເພື່ອການ ພັທນາ ຂອງ ຣັຖບານ ລາວ.