ປ້ອງກັນ ການຣະບາດ ໄວຣັສຊິກ້າ

ໄຊຍາ
2018.05.14
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ສະຖາບັນໄຂ້ຍຸງ ຂອງກະຊວງສາທາຣະນະສຸຂ ຮ່ວມກັບນາໆຊາດ ເພື່ອປ້ອງກັນ ການຣະບາດ ຂອງໄວຣັສຊີກ້າ ໂດຍຕ​ຣຽມກວດກາ ແລະ ເກັບຂໍ້ມູນ ຊອກຫາ ຜູ້ທີ່ຕິດ ເຊື້ອໄວຣັສຊິກ້າ ເພື່ອເປັນການສຶກສາ ຊ່ອຍເຫຼືອປີ່ນປົວ ແລະ ໃຫ້ຄວາມຮູ້ ແກ່ປະຊາຊົນ ໃນການປ້ອງກັນພຍາດ ທີ່ມາຈາກຍຸງລາຍ ໂດຍສະເພາະ ແຂວງໄຊຍະບູຣີ, ຄຳມ່ວນ ແລະ ແຂວງເຊກອງ, ດັ່ງ ຫົວໜ້າວິຊາການ ການຣະບາດ ສະຖາບັນໄຂ້ຍຸງ ແຂວງຄຳມ່ວນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

"ສຳລັບ ແຂວງ ຄຳມ່ວນ ເຮົາກໍ່ຍັງບໍ່ທັນໄດ້ພົບເດ້ລະ ພວກເຮົາຍັງບໍ່ທັນ ໄດ້ເກັບເອົາຕົວຢ່າງໄປກວດຈັກເທື່ອເລີຍເນາະ ເຮົາກໍຍັງລົມກັນ ເພາະເພີ່ນກໍ່ສິເອົາ 3 ແຂວງ ກ່ອນເນາະ ກຳລັງສິເລີ່ມເກັບ ຕົວຢ່າງ ແລະ ກໍລົງຈັດສັນຄົນເຈັບ ຄັດເລືອກເອົາຄົນເຈັບ ທີ່ວ່າເຂົ້າຄ່າຍສົງໃສ ວ່າເປັນພະຍາດ ສິກ້າ ນັ້ນໄປເກັບໄປກວດເນາະ."

ທ່ານກ່າວຕື່ມວ່າ ຕອນນີ້ ຍັງບໍ່ມີຣາຍງານ ການນຣະບາດ ຢູ່ໃນ ສປປ ລາວ ແຕ່ພາກສ່ວນກ່ຽວຂ້ອງ ໄດ້ຕ​ຣຽມປ້ອງກັນ ໂດຍເຈົ້າໜ້າທີ່ ຈະລົງເກັບ ຕົວຢ່າງເລືອດ ແລະ ປັສວະ 1 ຄົນ ຈະສາມາກວດຫາ ໄດ້ 5 ພຍາດ ເຊັ່ນ: ພຍາດ ແດງກີ້ (ໄຂ້​ເລືອດ​ອອກ), ຊິຄຸນກຸນຍາ , ໄວຣັສຊີກ້າ, ລູເບລລ່າ ແລະ ມິດໂຊ.

ໄຂ້ເລືອດອອກ ແລະ ໄວຣັສຊິກ້າ ມີອາການຄ້າຍຄືກັນ ແຕ່ຜູ້ຕິດເຊື້ອ ໄວຣັສຊິກ້າ ຈະສະແດງອາການອອກມາໃຫ້ເຫັນ ຫລັງຈາກ ຕິດເຊື້ອ ອາການເຫລົ່ານີ້ ສາມາດບັນເທົາລົງ ພາຍໃນ 2 ຫາ 7 ມື້ ຖ້າໄດ້ຮັບ ການປີ່ນປົວຢ່າງຖືກວິທີ   ແຕ່ຖ້າຫາກ ບໍ່ໄດ້ຮັບການປິ່ນປົວທັນການ ອາດຈະເຮັດໃຫ້ ຣະບົບສະໝອງ ຜິດປົກກະຕິ ໂດຍສະເພາະແມ່ຍິງຖືພາ ຈະເປັນກຸ່ມສ່ຽງ ທີ່ເຮັດໃຫ້ລູກ ທີ່ເກີດອອກມາ ຫົວນ້ອຍ, ສມອງ ນ້ອຍຜິດປົກກະຕິ.

ວິທີປ້ອງກັນ ການຕິດເຊື້ອ ໄວຣັສຊິກ້າ ຕ້ອງປ້ອງກັນ ຢ່າໃຫ້ຍຸງລາຍກັດ ຕ້ອງກຳຈັດ ແຫລ່ງເພາະພັນຍຸງລາຍ ຕາມກະຊວງສາທາ ຣະນະສຸຂ ແນະນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.