ມ.ໂພນໂຮງຫຼາຍບ້ານບໍ່ມີ ສຸຂສາລາ
2014.12.03

ຊາວ ໂພນໂຮງ ເປີດເຜີຍ ວ່າ ມາຮອດ ປັດຈຸບັນ ຫລາຍບ້ານ ໃນເມືອງ ໂພນໂຮງ ຍັງບໍ່ມີ ສຸຂສາລາ ເປັນ ຂອງ ຕົນເອງ ບາງ ບ້ານ ປະຊາຊົນ ຕ້ອງໄດ້ ເດີນທາງ ກວ່າ 10 ກິໂລແມັດ ເພື່ອ ໄປປີ່ນປົວ ຢູ່ໂຮງຫມໍ ໃນເມືອງ. ດັ່ງ ທ່ານ ກ່າວວ່າ:
"ມີ ປະຊາຊົນ 1563 ຄົນ 228 ຄອບຄົວ ວ່າຊັ້ນນະ ບໍ່ມີ ສຸຂສາ ລາ ບໍມີເດ ມີແຕ່ ເມືອງ ໂພນໂຮງ ແຕ່ວ່າໄປ ປະມານ ໝ້ອງ 8 ຫລັກ 10 ຫລັກ ນີ້ແຫລະ ໃຊ້ຕົວນີ້ ເລີຍ".
ທ່ານເວົ້າ ຕື່ມວ່າ ບ້ານ ຂອງລາວ ເປັນ 1 ໃນຈຳນວນ ຫລາຍ ບ້ານ ທີ່ຍັງບໍ່ມີ ສຸຂສາລາ ປະຈຳບ້ານ ບ້ານ ໃນເຂດ ໃກ້ຄຽງ ກໍ ບໍ່ມີ ສຸຂສາລາ ຄືກັນ ດົນໆ ຈື່ງມີ ເຈົ້າຫນ້າທີ່ ສາທາ ຣະນະສຸຂ ເຂົ້າມາ ກວດກາ ສຸຂພາບ ແລະ ສັກຢາ ໃຫ້. ບ້ານທີ່ ລາວ ຢູ່ນີ້ ຫ່າງຈາກ ເມືອງ ໂພນໂຮງ ປະມານ 10 ກິໂລແມັດ.
ຫາກເກີດ ເຈັບເປັນ ໃນ ຍາມກາງຄືນ ຫລື ໃນ ຊ່ວງ ຣະດູຝົນ ກໍ ລຳບາກ ພໍສົມຄວນ ຍ້ອນການ ເດີນທາງ ບໍ່ສະດວກ ຕ້ອງໄດ້ຜ່ານ ຖນົນຫົນທາງ ທີ່ ເປ່ເພ. ໝູ່ບ້ານ ທີ່ລາວຢູ່ ມີການ ພັທນາ ເລັກນ້ອຍ ຈາກ ຣັຖບານ ເຊັ່ນ ຣະບົບ ໄຟຟ້າ ແລະ ທາງປູຢາງ ບາງສ່ວນ ແຕ່ຍັງບໍ່ມີ ໂຮງຮຽນ ປະຖົມ ນ້ຳສະອາດ ແລະ ສຳຄັນ ທີ່ສຸດ ກໍຄື ສຸຂສາລາ ເພື່ອ ປິ່ນປົວ ຄົນເຈັບ ຊາວບ້ານ ໄດ້ຮ້ອງຂໍ ໄປແລ້ວ ແຕ່ຍັງ ບໍ່ ມີຄໍາຕອບ ເທື່ອ.
ອິງຕາມ ສະຖິຕິ ປັດຈຸບັນ ໃນລາວ ມີບ້ານ ຕົວຢ່າງ ຫລື ບ້ານ ທີ່ມີ ສຸຂສາລາ ປະຈຳບ້ານ ແລ້ວ ປະມານ 3800 ກວ່າແຫ່ງ ໃນ ຈຳນວນ ບ້ານ ທັງຫມົດ 8500 ກວ່າແຫ່ງ ໃນລາວ ຫລື ປະມານ 40 ສ່ວນຮ້ອຍ ຂອງບ້ານ ທັງຫມົດ.