ນັກສຶກສາຄ້າງຢູ່ຫໍພັກ ຕ້ອງການ ໃຫ້ຊ່ອຍເຫຼືອ
2021.05.15
ໃນໄລຍະການປະກາດ ໃຊ້ມາຕການປິດເມືອງ ໄປຈົນທ້າຍເດືອນພຶສພາ, ຢູ່ ມະຫາວິທຍາລັຍ ແຫ່ງ ວິທຍາເຂດດົງໂດກ ຍັງມີ ນັກສຶກສາຕົກຄ້າງປະມານ 1.900 ຄົນ ໂດຍສະເພາະ ນັກສຶກສາຈາກຕ່າງແຂວງ ບໍ່ສາມາດເດີນທາງກັບບ້ານໄດ້. ປັຈຈຸບັນ ທາງມະຫາວິທຍາລັຍແຫ່ງຊາດ ໄດ້ປະກາດຢຸດການຮຽນການສອນຊົ່ວຄາວ.
ພ້ອມນີ້ນັກສຶກສາທີ່ຕົກຄ້າງຢູ່ຫໍພັກ ຍັງຂາດເຂີນອາຫານ ແລະເຄື່ອງໃຊ້ສິ່ງທີ່ຈຳເປັນປະຈຳວັນ. ດັ່ງເຈົ້າໜ້າທີ່ມະຫາວິທຍາລັຍ ແຫ່ງຊາດ ໄດ້ກ່າວຕໍ່ເອເຊັຽເສຣີເມື່ອວັນທີ 14 ພຶສພາວ່າ.
"ຂະເຈົ້າສິກຽມມາເຂົ້າຮຽນໃນເທີມຕໍ່ໄປເດ້ ພໍດີສະພາບວ່າເຮົາມາແຜ່ຣະບາດແລ້ວເພິ່ນ ກໍເລີຍມາລ໊ອກໄລຍະນຶ່ງຊົ່ວຄາວຫັ້ນນ່າ. ກໍມີທຸຣະກິຈຫ້າງຮ້ານເພິ່ນ ໄດ້ມາຜ່ານຄະນະ ກັມມະການຂອງມະຫາວິທຍາລັຍແຫ່ງຊາດ ເປັນເຂົ້າສານອາຫານແຫ້ງນີ້ ແຫລະ."
ສະພາບການປັຈຈຸບັນຂອງນັກສຶກສາ ທີ່ຕ້ອງການ ແລະຈຳເປັນກໍຄືອາຫານການກິນ ແລະ ນໍ້າດື່ມເພາະວ່າຣັຖບານຍັງປະກາດ ມາຕການປິດເມືອງຢູ່. ນັກສຶກສາບໍ່ສາມາດໄປໃສໄດ້ ຕ້ອງຢູ່ແຕ່ຫໍພັກ. ດັ່ງນັກສຶກສາຄົນນຶ່ງ ທີ່ຕົກຄ້າງໃນຫໍພັກໄດ້ກ່າວວ່າ.
"ຈຳເປັນກະເປັນເຣື່ອງອາຫານການກິນ ຕື່ມນີ້ແຫຼະເປັນຈຳພວກນໍ້າດື່ມ, ເຂົ້າສານເຂົ້າກິນນີ້ແຫຼະ. ແບບວ່າຍັງບໍ່ຮູ້ວ່າຕໍ່ໜ້າມັນສິສືບ ຕໍ່ລ໊ອກດາວຫັ້ນນ່າ ມັນຈະລຳບາກອີກຫັ້ນນ່າ ກະຍັງບໍ່ທັນຮູ້ເທື່ອ."
ນັກສຶກສາທີ່ຕົກຄ້າງ ໃນຫໍພັກຍັງມີຈຳນວນຫລາຍ ເຖິງວ່າຈະມີຫລາຍໜ່ວຍງານ ເຂົ້າມາຊ່ອຍເຫລືອເຣື່ອງອາຫານການກິນ ແຕ່ກໍ ບໍ່ພຽງພໍຕາມຄວາມຕ້ອງການ. ເຣື່ອງອາຫານ ການກິນຍັງຕ້ອງການ ເປັນຈຳນວນຫລາຍ. ດັ່ງນັກສຶກສາອີກຄົນນຶ່ງໄດ້ກ່າວວ່າ:
"ມີໜ່ວຍງານຕ່າງໆ ມາບໍຣິຈາກກ່ຽວກັບອາຫານການກິນ ໃຫ້ນັກສຶກສາ. ຍັງມີຄວາມຕ້ອງການເພາະວ່າ ຍັງກັບບ້ານບໍ່ໄດ້ເທື່ອ ເພາະວ່າເພິ່ນລ໊ອກດາວ. ຫໍພັກນັກສຶກສາຍັງພັກຢູ່ ຫໍພັກຫລາຍປະເພດອາຫານ ການກິນໃນແຕ່ລະມື້."
ປະຊາຊົນຜູ້ທີ່ມີສ່ວນຊ່ອຍເຫລືອສັງຄົມ ນັບແຕ່ມີການຣະບາດຜູ້ກ່ຽວ ທີ່ຂໍສງວນຊື່ໄດ້ ແຈກອາຫານໃຫ້ຄົນຂາດເຂີນໄລຍະຜ່ານມາ ໄດ້ກ່າວວ່າກໍແຜນທີ່ຈະໄປຊ່ອຍເຫຼືອນັກສຶກສາ ທີ່ຕົກຄ້າງຢູ່ຫໍພັກ ມະຫາວິທຍາລັຍແຫ່ງຊາດຢູ່ ຕອນນີ້ຂໍຊ່ອຍເຫຼືອ ປະຊາຊົນ ຜູ້ຂາດເຂີນຕາມກຳລັງທີ່ມີກ່ອນ.
"ບໍ່ ຍັງບໍ່ມີເທື່ອມີແຕ່ໄປແຈກແຖວຊຸມຊົນສະລັມບໍ່ມີຫຍັງປະມານນີ້ແຫລະ."
ພາຍຫລັງທີ່ຄະນະຣັຖບານໄດ້ປະກາດສືບຕໍ່ ມາຕການປິດເມືອງ ໄປຈົນເຖິງວັນທີ 20 ພຶສພາ ນັ້ນ. ຕາມການຣາຍງານຂອງຫ້ອງ ການຄຸ້ມຄອງຫໍພັກ ມະຫາວິທຍາລັຍແຫ່ງຊາດ ໄດ້ຣາຍງານວ່າ ປັຈຈຸບັນມີນັກສຶກສາ ປະມານ 1.900 ຄົນ ຕົກຄ້າງຢູ່ໃນຫໍພັກ 3 ແຫ່ງ ເຊັ່ນຫໍພັກ ຊີເກມ, ຫໍພັກໃນ ແລະ ຫໍພັກນັກສຶກສາ ຕ່າງປະເທດ.
ສຳລັບການແກ້ໄຂ ສະພາບການສະເພາະໜ້າ ຂອງມະຫາວິທຍາລັຍແຫ່ງຊາດ ໄດ້ອອກໜັງສືແຈ້ງການ ເຖິງອາດີດນັກສຶກສາ ແລະ ບຸກຄົນທົ່ວໄປປະກອບສ່ວນ, ສ່ວນວັດຖຸປັຈຈັຍ ຊ່ອຍເຫລືອນັກສຶກສາ ບໍ່ວ່າຈະເປັນເງິນ, ອາຫານ ແລະ ເຄື່ອງດື່ມ ໃຫ້ນັກສຶກສາ ແຕ່ລະພາກວິຊາ ທີ່ຕົກຄ້າງໃນຫໍພັກປັຈຈຸບັນນີ້.
ນອກຈາກນີ້ຍັງມີນັກສຶກສາ ທີ່ເຊົ່າຫ້ອງແຖວຢູ່ ກໍຕ້ອງການຄວາມຊ່ອຍເຫລືອເຊັ່ນ, ນັກສຶກສາທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ ລຳບາກທັງຄ່າເຊົ່າຫ້ອງ, ອາຫານການກິນ ກໍຍັງດີຄ່າເຊົ່າ ເດືອນນີ້ທາງເຈົ້າຂອງເພິ່ນຍົກເວັ້ນໃຫ້ ສ່ວນຄ່າໄຟ-ຄ່ານໍ້າ ແລະຄ່າໃຊ້ ຈ່າຍປະຈຳວັນ ທາງຄອບຄົວຍັງໂອນມາໃຫ້ໃຊ້ ແຕ່ກະບໍ່ພໍ ເພາະບໍ່ໄດ້ໄປເຮັດວຽກ ຍາມກາງຄືນ.