ເກີດອຸບັດຕິເຫດ ຣົຖຂົນສົ່ງຄົນງານລາວ ຕົກນ້ຳອູ
ຣົຖຂົນສົ່ງ ຄົນງານລາວ ເກີດອຸບັດຕິເຫດ ເສັຍຫຼັກຕົກນ້ຳອູ ຊຶ່ງຣົຖຄັນດັ່ງກ່າວ ຈະເອົາຄົນງານ ຈາກບ້ານຫ້ວຍຫ້ຽມ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄປສົ່ງຢູ່ ສວນກ້ວຍຈີນ ທີ່ເມືອງຫິນເຫີບ ແຂວງວຽງຈັນ ແລະມີຜູ້ໄດ້ຮັບ ບາດເຈັບ ສາຫັດ 3 ຄົນ.
-
ສຸພັດຕາ
2022-03-09 -
-
-
Your browser doesn’t support HTML5 audio
ເມື່ອວັນທີ່ 8 ມິນາ ທີ່ຜ່ານມາ ເວລາປະມານ 1 ໂມງ 30 ນາທີ ມີຣົຖຮຸນໄດ ຂົນສົ່ງຄົນງານລາວຊົນເຜົ່າອາຂ່າ ຈໍານວນ 12 ຄົນ ແລະຄົນຂັບຣົຖອີກ 1 ຄົນ ຮວມທັງໝົດເປັນ 13 ຄົນ ຊຶ່ງໃນມື້ດັ່ງກ່າວ, ຣົຖຄັນນີ້ໄດ້ຮັບເອົາຄົນງານ ຈາກບ້ານຫ້ວຍຫ້ຽມ ເມືອງນໍ້າບາກ ແຂວງຫຼວງພຣະບາງ ເພື່ອໄປສົ່ງຢູ່ສວນກ້ວຍຈີນ ທີ່ເມືອງຫິນເຫີບ ແຂວງວຽງຈັນ ແຕ່ຣົຖມາເກີດເຫດເສັຍຫຼັກຕົກນໍ້າອູ ຢູ່ເຂດບ້ານປາກແຈກ ຈຸດທີ່ຣົຖຕົກ ແມ່ນຫາດແຈກ ເມືອງປາກອູ ແຂວງຫຼວງພຣະບາງ, ໃນນັ້ນ ມີອາການສາຫັດ 3 ຄົນ ສ່ວນອີກ 10 ຄົນ ຮວມທັງຄົນຂັບນັ້ນ ແມ່ນປອດພັຍ, ອີງຕາມຄວາມເວົ້າ ຂອງຊາວບ້ານ ທີ່ເຫັນເຫດການ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ມິນານີ້ວ່າ:
“ເຂົາເຈົ້າຂີ່ຣົຖກາຍເຮືອນນັ້ນມາ ແລ້ວກະມາປະມານໝ້ອງ 5 ນາທີ ແລ້ວເຂົາເຈົ້າກໍລົງ ເຂົາເຈົ້າກໍລົງແຄມນໍ້າເລີຍ ແບບວ່າຣົຖເສັຍຫຼັກ ຢູ່ກາງບ້ານເຮົານີ້ເລີຍ ເຂົ້າໄປແລ້ວກະ ໄປບອກຊຸມຊົນເຂົາເຈົ້າໄປຊ່ວຍ ຊ່ວຍເຫຼືອເຂົາເຈົ້າ.”
ພາຍຫຼັງເກີດເຫດດັ່ງກ່າວ ຊາວບ້ານປາກແຈກ ກໍໄດ້ພາກັນເຂົ້າຊ່ອຍເຫຼືອ ສ່ວນຄົນທີ່ໄດ້ຮັບບາດເຈັບ ແມ່ນໄດ້ນໍາສົ່ງໂຕໄປໂຮງໝໍທະຫານ ເປັນທີ່ຮຽບຮ້ອຍແລ້ວ ສ່ວນຣົຖທີ່ຈົມນໍ້າອູ ແຕ່ມື້ວານນີ້ ມື້ນີ້ກໍເອົາໄດ້ຣົຖນັ້ນຂຶ້ນມາໄດ້ແລ້ວ, ດັ່ງຊາວບ້ານ ຢູ່ບ້ານປາກແຈກ ອີກຜູ້ນຶ່ງ ທີ່ເຂົ້າຊ່ອຍເຫຼືອ ກ່າວໃນມື້ດຽວກັນນີ້ວ່າ:
“ຕົກທັງຣົຖທັງຄົນເລີຍ ແລ້ວກໍມີໄທບ້ານເຮົາຫັ້ນ ພໍດີເອົາເຮືອມາຊ່ວຍເຫຼືອເຂົາເຈົ້າແຫຼະ ບ້ານເຮົານີ້ແຫຼະ ຊ່ວຍເຫຼືອເຂົາເຈົ້ານ່າ ອັນນ່າແຮງງານແມ່ນຄົນລາວເໝິດ ແຕ່ວ່າໄປເຮັດວຽກໃຫ້ຈີນເນາະ ສວນກ້ວຍຈີນຫັ້ນນ່າ ຄືວ່າຣົຖກູ້ພັຍແມ່ນຫຍັງ ເຂົາເຈົ້າມາເອົາແນ່ ໄປແຂວງ.”
ຂະນະທີ່ ຊາວບ້ານ ບ້ານນາຮໍາ ເມືອງນໍ້າບາກ ແຂວງຫຼວງພຣະບາງ ຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ຄົນຂັບຣົຖໃນເຫດການນີ້ ແມ່ນເປັນຊາວບ້ານ ບ້ານນາຮໍາ ເມືອງນໍ້າບາກ ໄດ້ຮັບຈ້າງຂັບຣົຖ ເອົາຄົນງານລາວ ຈາກບ້ານຫ້ວຍຫ້ຽມ ເມືອງນໍ້າບາກ ໄປສົ່ງຢູ່ສວນກ້ວຍຈີນ ທີ່ເມືອງຫິນເຫີບ ແຂວງວຽງຈັນ ຊຶ່ງຄົນຂັບຣົຖຜູ້ນີ້ ກໍບໍ່ເຄີຍມີປວັດ ຂັບຣົຖແລ້ວເກີດອຸບັດຕິເຫດຈັກເທື່ອ ເຫດການອຸບັດຕິເຫດເທື່ອນີ້ ຖືເປັນເທີື່ອທໍາອິດ ປັດຈຸບັນ ທັງຄົນຂັບຣົຖແລະຄົນງານລາວທັງໝົດນັ້ນ ກໍຍັງບໍ່ທັນໄດ້ກັບເຮືອນຂອງຂະເຈົ້າເທື່ອ.
ດັ່ງຊາວບ້ານຜູ້ນີ້ ເວົ້າວ່າ:
“ໂຊເຟີ້ຫັ້ນ ໄທບ້ານນາຮໍານີ້ ຊົນເຜົ່າຂະມຸເຮົານີ້ ແມ່ນເພິ່ນຮັບອັນນັ້ນ ເພິ່ນຮັບຄົນງານໄປເຮັດວຽກຢູ່ສວນ ສວນກ້ວຍ ແມ່ນເພິ່ນບໍ່ໄດ້ໄປຈ້າງ ບໍ່ໄດ້ເກີດອຸບັດຕິເຫດຈັກເທື່ອ ເທື່ອທໍາອິດ.”
ກ່ຽວກັບເຫດການນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກອູ ກໍໄດ້ລົງໄປເບິ່ງຈຸດເກີດເຫດ ພາຍຫຼັງທີ່ໄດ້ຮັບແຈ້ງຈາກຊາວບ້ານ ພ້ອມທັງໄດ້ແຈ້ງໃຫ້ຮູ້ວ່າ ສາເຫດທີ່ເຮັດໃຫ້ຣົຖເກີດອຸບັດຕິເຫດຣົຖຕົກນໍ້າອູນັ້ນ ບໍ່ໄດ້ເປັນຍ້ອນຄົນຂັບຣົຖຫຼັບໃນ ຄືດັ່ງທີ່ມີຂ່າວລື ແຕ່ເປັນຍ້ອນພວງມະໄລຣົຖເພ ບໍ່ສາມາດຫັກລ້ຽວຂວາ ເພື່ອຫຼີກລ້ຽງບໍ່ໃຫ້ຕົກນໍ້າໄດ້ ຊຶ່ງຕໍ່ເຫດການດັ່ງກ່າວນີ້ ເຈົ້າໜ້າທີ່ຕໍາຣວດ ກໍບໍ່ໄດ້ປັບໃໝ ຫຼື ໃສ່ໂທດແຕ່ຢ່າງໃດ ມີແຕ່ເຮັດບົດບັນທຶກປະຈໍາວັນໄວ້ ທີ່ຫ້ອງການກອງບັນຊາການ ປກສ ເມືອງປາກອູເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ຕໍາຣວດ ຢູ່ເມືອງປາກອູ ກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ໄດ້ຫຼັບໃນ ແຕ່ວ່າເຂົາວ່າ ແມ່ນພວງມະໄລຫັ້ນມັນລ໊ອກເລີຍ ປິ່ນບໍ່ໄດ້ວ່າຊັ້ນເດ້ ກໍເລີຍຕົກເຫວ ພວງມະໄລມັນລ້ຽວໄປ ບໍ່ໄປ ໄປຂວານີ້ນ່າ ບໍ່ໆບໍ່ປັບໃໝ ບໍ່ໆບໍ່ໄດ້ປັບ.”
ກ່ຽວກັບເຣື່ອງຄ່າປິ່ນປົວ ໃນກໍຣະນີນີ້ ແມ່ນຄົນເຈັບມາຈາກຕ່າງເມືອງ ເຂົ້າມາປິ່ນປົວຢູ່ພາຍໃນເທສບານແຂວງນັ້ນ ຕາມຫຼັກການດ້ານການເງິນ ຂອງຣະບົບສາທາຣະນະສຸຂຂອງລາວແລ້ວ ແມ່ນຜູ້ກ່ຽວຕ້ອງໄດ້ຈ່າຍເອງ ຫາກບໍ່ມີໃບນໍາສົ່ງຈາກໂຮງໝໍເມືອງ ທີ່ຜູ້ກ່ຽວມີສັມມະໂນຄົວ ມາໃຫ້ໂຮງໝໍທະຫານ ຫຼື ໂຮງໝໍແຂວງ.
ດັ່ງທ່ານໝໍ ຢູ່ໂຮງເມືອງປາກອູ ກ່າວໃນມື້ດຽວກັນນີ້ວ່າ:
“ຕ້ອງໃຫ້ເຂົາເຈົ້າມີໃບນໍາສົ່ງມາແຕ່ເມືອງນໍ້າບາກ ລະຈະບໍ່ເສັຍ ຄັນບໍ່ມີໃບນໍາສົ່ງມາ ໄດ້ເສັຍເງິນ ກໍຍັງວ່າ ພວກເຈົ້າ ໄປເອົາໃບນາສົ່ງ ຂອງເຂົາເຈົ້າຫັ້ນນ່າ ຢູ່ເມືອງນໍ້າບາກມາ ລະຈັ່ງຊິໄດ້.”
ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງໂຮງໝໍທະຫານ ແຂວງຫຼວງພຣະບາງ ເພື່ອສອບຖາມເຖິງອາການ ຂອງຄົນງານລາວທັງໝົດ ແລະຄ່າປິ່ນປົວ ວ່າຄົນງານລາວຈະຕ້ອງຈ່າຍເອງ ຫຼືວ່າບໍຣິສັດສວນກ້ວຍຈີນ ຈະເປັນຜູ້ຈ່າຍໃຫ້ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.