ຊາວລາວເປັນຫ່ວງແຫຼ່ງ ສັກຢາກັນ ໂຄວິດ-19

ສຸພັດຕາ
2021.04.22
ຊາວລາວເປັນຫ່ວງແຫຼ່ງ ສັກຢາກັນ ໂຄວິດ-19 ປະຊາຊົນລາວ ພາກັນລໍຖ້າ ສັກຢາປ້ອງກັນໂຄວິດ-19 ຕາມໂຮງໝໍ ຂອງຣັຖ ທີ່ໂຮງໝໍ ເມືອງສີໂຄດຕະບອງ, ໂຮງໝໍເມືອງສີສັດຕະນາຄ ນະຄອນຫຼວງວຽງຈັນ. (ຖ່າຍຮູບ: TS)
RFA

ພາຍຫຼັງທີ່ມີຜູ້ຕິດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ເພີ້ມຂຶ້ນຊາວລາວຫຼາຍຄົນ ກໍພາກັນຢ້ານ ເຮັດໃຫ້ຫຼາຍຄົນຕື່ນໂຕໄປສັກຢາ ປ້ອງກັນໂຄວິດ-19 ເປັນຈໍານວນຫຼາຍເຮັດໃຫ້ເກີດ ຄວາມແອອັດ ສ່ຽງຕໍ່ການຕິດເຊື້ອ ໂຄວິດ-19, ເປັນຕົ້ນ:

ຢູ່ໂຮງໝໍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍມີຊາວລາວຈໍານວນຫຼາຍ ໄປລໍຖ້າສັກຢາປ້ອງກັນ ໂຄວິດ-19 ຢ່າງໜາແໜ້ນ ໂດຍບໍ່ໄດ້ມີການລຽນແຖວຕໍ່ຄິວ ແລະ ບໍ່ປະຕິບັດຕາມຣະບຽບ ເຖິງແມ່ນວ່າ ທາງໂຮງໝໍຈະມີມາຕການ ໃນການເວັ້ນໄລຍະຫ່າງ ກໍຕາມ, ແຕ່ຫຼາຍຄົນຕ່າງກໍຟ້າວຝັ່ງ ເພື່ອໃຫ້ໄດ້ຮັບການສັກຢານັ້ນ ຈົນບໍ່ໄດ້ຄໍານຶງເຖິງຄວາມສ່ຽງ.

ກ່ຽວກັບເຣື່ອງນີ້ ຊາວລາວຫຼາຍຄົນ ຢາກໃຫ້ທາງການຊ່ອຍຫຼຸດຜ່ອນ ແກ້ໄຂບັນຫາດັ່ງກ່າວ ຫຼື ຊ່ອຍກະຈາຍການສັກຢາປ້ອງກັນ ໂຄວິດ-19 ໄປຕາມເຂດບ້ານຕ່າງໆ ເພື່ອຫຼຸດຜ່ອນ ຄວາມແອອັດ, ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສາ 2021 ນີ້ວ່າ:

“ແມ່ນໃຜກໍຢາກໄປສັກ ປ້ອງກັນຕົວເອງແມ່ນບໍ ເຫັນແບບນັ້ນມັນກະຄືວ່າ ມັນບໍ່ມີຣະບຽບຫັ້ນນ່າ ເບິ່ງເນາະມັນແຫ່ງມີຄວາມສ່ຽງ ທັມມະດາ ມັນຕ້ອງແບບວ່າ ລຽນແຖວລຽນຫຍັງ ກັນເຂົ້າໄປຕາມລໍາດັບ ເຈົ້າໜ້າທີ່ ເຮັດຣະບຽບບໍ່ກໍເຮັດ, ແຕ່ວ່າ ເຂົາເຈົ້າບໍ່ ປະຕິບັດຫັ້ນນ່າ ທຸກຄົນກະເປັນຫ່ວງ ກໍຢາກໃຫ້ເຈົ້າໜ້າທີ່ແກ້ໄຂ ເຮັດໄປຫຼາຍຈຸດຫັ້ນແຫຼະ ກະແມ່ນຢາກ ໃຫ້ເອົາໄປແຕ່ລະບ້ານ ຫັ້ນແຫຼະ.”

ຊາວລາວອີກທ່່ານນຶ່ງ ກໍເວົ້າວ່າຕົນເອງ ໄດ້ເຫັນວິດິໂອດັ່ງກ່າວແລ້ວ ທີ່ມີຄົນໄປສັກຢາປ້ອງກັນ ໂຄວິດ-19 ແລ້ວບໍ່ເວັ້ນໄລຍະ ຫ່າງບໍ່ຕໍ່ຄິວ ເຊິ່ງກໍມີຄວາມເປັນຫ່ວງ ທີ່ສ່ຽງຈະຕິດ ໂຄວິດ-19 ກັນຫຼາຍ ເພາະວ່າມັນແອອັດ:

“ມັນກະແອອັດ ບາດນີ້ຄົນໄປຫຼາຍ ສ່ຽງແທ້ເດ້ ບາງຄົນທີ່ສຸຂພາບບໍ່ແຂງແຮງ ກະຊິຕິດໄວ ອັນນີ້ມັນກໍຂຶ້ນກັບ ຄວາມສໍານຶກຂອງ ແຕ່ລະຄົນ ຖ້າແມ່ນເຫັນຄົນຫຼາຍ ຢ່າຟ້າວເຂົ້າຈະ ໄປແຫຍ້ກັນເຮັດຫຍັງ ບາງຄົນ ຢ້ານແຕ່ບໍ່ໄດ້ສັກກ່ອນຫັ້ນນ່າ ຖ້າແມ່ນເພິ່ນ ມີວັກຊິນ ຈໍານວນຫຼວງຫຼາຍນີ້ ດີແທ້ລະແມ່ນເຮັດບ້ານ ຕໍ່ບ້ານໂລດແຫຼະ ເປັນມື້ໂລດມັນຄ່ອຍງ່າຍ, ແຕ່ວ່າ ແມ່ນທີມແພດເພິ່ນ ຕັ້ງຄະນະກັມມະການ ລົງແຕ່ລະບ້ານ ແຕ່ລະສະຖານທີ່ເລີຍ.”

ຊາວລາວອີກທ່ານນຶ່ງ ກໍເວົ້າວ່າ ເຫັນໃນວິດິໂອນັ້ນຄືກັນ ທີ່ມີຄົນແອອັດກັນຫຼາຍ ຢູ່ໂຮງໝໍເມືອງສີສັດຕະນາກ:

“ໂຕນີ້ ກໍເປັນຫ່ວງເດ້ ກໍມີຄວາມສ່ຽງຫຼາຍເຕີບ ທາງໂຮງໝໍ ຄວນຈັດສັນຄິວ ຫຼືແຖວ ຫຼືວ່າໄລຍະຫ່າງ ຂອງຜູ້ທີ່ວ່າລຽນຄິວຫັ້ນນ່າ ຫຼືອາຈຈະຈໍາກັດ ຕອນນີ້ເຮົາຮັບຄົນແອອັດ ເກີນໄປແລ້ວ ເຮົາຄວນນັດເຂົາເຈົ້າ ມາຕອນບ່າຍບໍ ຫຼືນັດມື້ຕໍ່ໆໄປ ຫຼື ກະຈາຍເຮັດ ເປັນຈຸດ ສັກວັກຊິນເພີ່ມຕື່ມ ຈະເປັນການດີກວ່າ.”

ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ສາເຫດທີ່ເຮັດໃຫ້ມີຄົນພາກັນ ໄປສັກຢາປ້ອງກັນໂຄວິດ-19 ຈໍານວນຫຼາຍຈົນບໍ່ໄດ້ ຄໍານຶງເຖິງຄວາມແອອັດ ແລະ ສ່ວນນຶ່ງກໍຍ້ອນ ທາງການ ເຮັດຈຸດບໍຣິການ ສັກຢາປ້ອງກັນ ໂຄວິດ-19 ໜ້ອຍຈຸດເກີນໄປ:

“ເປັນນໍາທາງເມືອງ ທາງໂຮງໝໍເພິ່ນແຈ້ງມີຈຸດສັກດຽວກັນ, ແຕ່ລະບ່ອນ, ແຕ່ລະເມືອງ ກະບໍ່ຮູ້ວ່າຜູ້ໃດເປັນແນວໃດ, ແຕ່ວ່າຜູ້ໃດ ກະຢາກສັກ ເພື່ອປ້ອງກັນໄວ້ຫັ້ນແຫຼະເນາະ ກະຫຼາຍຄົນແຫ່ງໄດ້ຍິນຂ່າວ ເສບຂ່າວກະຢາກສັກ ເພື່ອປ້ອງກັນຕົນເອງຫັ້ນແຫຼະ.”

ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ສາເຫດທີ່ມີຄົນໄປໃຊ້ ບໍຣິການຫຼາຍ ຍ້ອນພາກັນຢ້ານຕິດເຊື້ອໂຄວິດ-19 ເພາະວ່ານະຄອນຫຼວງວຽງຈັນ ມີຜູ້ຕິດໂຄວິດ-19 ເພີ້ມຂຶ້ນ:

“ເຂົາເຈົ້າ ຄົນສັກກ່ອນປີໃໝ່ ກໍຕ້ອງໄດ້ຄະລໍາເຫຼົ້າເບັຽ ຢ້ານບໍ່ໄດ້ມ່ວນຊື່ນປີໃໝ່ຊິນ່າ ກໍເລີຍຄິດວ່າ ຫຼັງປີໃໝ່ ຄ່ອຍສັກສາອາຈມີ ຄວາມຕື່ນໂຕພ້ອມກັນ ຄວາມຢ້ານໃນການທີ່ວ່າ ມີຂ່າວອອກມາ ວ່າມີຜູ້ຕິດເຊື້ອຢູ່ ນະຄອນຫຼວງວຽງຈັນ ເປັນບໍຣິເວນ ທີ່ວ່າຊຸມຊົນ ແລ້ວໃກ້ຄຽງໃນໂຕເມືອງ.”

ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ສະເພາະກິຈ ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະ ຕໍາແໜ່ງກ່າວວ່າ ໃນວິດິໂອ ທີ່ມີຄົນໄປສັກຢາ ປ້ອງກັນໂຄວິດ-19 ກັນຈໍານວນຫຼາຍ ແລ້ວບໍ່ຕໍ່ຄິວ ເຮັດໃຫ້ແອອັດນັ້ນ ເຈົ້າໜ້າທີ່ຢູ່ໂຮງໝໍ ກໍມີການປະກາດ ໃຫ້ປະຕິບັດຕາມ ຄິວແລ້ວ ແລະປົກກະຕິ ທາງໂຮງໝໍ ທີ່ເປີດຈຸດບໍຣິການ ສັກຢາປ້ອງກັນໂຄວິດ-19 ກໍມີມາຕການສູງຢູ່ແລ້ວ ທັງການໃຫ້ເວັ້ນ ໄລຍະຫ່າງ, ການວັດແທກອຸນຫະພູມ ແລະແນະນໍາໃຫ້ໃສ່ຜ້າອັດປາກອັດດັງ, ດັ່ງທ່ານກ່າວວ່າ:

“ກ່ອນເຮົາຈະເຂົ້າໄປຕໍ່ຄິວ ເພິ່ນໃຫ້ລ້າງເຈວ ແລະ ກໍເອົາຜ້າອັດປາກ ແລ້ວກໍມີແນວແທກ ມັນມີເຊັນເຊີ້ຢ່າງຜ່ານເດ້ ເປັນແລ້ວ ເຈົ້າເຂົ້າມາມັນກໍຂຶ້ນເລີຍເດ້ ຄືວ່າແຫຼະຢູ່ໂຮງໝໍ ກະເປັນບ່ອນນຶ່ງ ທີ່ວ່າ ເຂົາເຈົ້າເປັນກັນໄດ້ດີເດ້ ໝໍເຂົາເຈົ້າ ກໍໝັ້ນໃຈຫັ້ນແຫຼະ ສັກຢູ່ຕາມບ້ານ ຕາມຫຍັງ ແພດໝໍ ເວົ້າງ່າຍໆ ມັນບໍ່ມີງົບ.”

ເຈົ້າໜ້າທີ່ ໂຮງໝໍເມືອງສີສັດຕະນາກ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ໄດ້ເປີດການສັກຢາປ້ອງກັນ ໂຄວິດ-19 ໃຫ້ກັບປະຊາຊົນ ທົ່ວໄປແລ້ວ ແຕ່ສາມາດສັກໄດ້ຈໍານວນຈໍາກັດ ພຽງມື້ລະປະມານ 100 ຄົນເທົ່ານັ້ນ:

“ດຽວນີ້ພວກເຮົາ ສັກຊາວບ້ານທົ່ວໄປແລ້ວ ມື້ລະລ້ອຍ ແພດໝໍເຮົາ ກໍຄົບສອງເຂັມແລ້ວ ມາຕການກະເຮັດຄືເພິ່ນ ຕາມອັນທີ່ວ່າ ໜ່ວຍສະເພາະກິຈ ເພິ່ນອັນນັ້ນຫັ້ນແຫຼະ.”

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ສະເພາະກິຈ ທ່ານດຽວກັນນີ້ ກ່າວຕື່ມວ່າ ກໍຢາກໃຫ້ປະຊາຊົນ ທີ່ມາສັກຢາປ້ອງກັນໂຄວິດ-19 ຕາມ ໂຮງໝໍຕ່າງໆ ຈົ່ງໃຫ້ຄວາມຮ່ວມມື ປະຕິບັດຕາມ ມາຕການ ປ້ອງກັນໂຄວິດ-19 ໂດຍການເວັ້ນໄລຍະຫ່າງ, ໃສ່ຜ້າອັດປາກອັດດັງ, ລໍຖ້າຕາມຄິວ ແລະປະຕິບັດຕາມເຈົ້າໜ້າທີ່ແນະນໍາ ເພື່ອຫຼຸດຜ່ອນຄວາມວຸ້ນວາຍ ແລະບໍ່ໃຫ້ແອອັດເກີນໄປ ເພາະທຸກຄົນຜ່ານເຂົ້າມາ ແລ້ວມີເອກສານ ກໍຈະໄດ້ຮັບການສັກຢາປ້ອງກັນ ໂຄວິດ-19 ນັ້ນແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.