ຄຣູອາສາສມັກ ເປັນໂຣກມະເຮັງ ຂາດເງິນປິ່ນປົວ

ມະນີຈັນ
2018.10.08
f-teacher ວິທະຍາໄລ ຄຣູ ແຂວງຫລວງພຣະບາງ
RFA

ນາງ ພິມນະພາ ອາຍຸ 25 ປີ ຄຣູອາສາສມັກຢູ່ໂຮງຮຽນ ບ້ານໂຄມຂວາງ ແຂວງຫລວງພຣະບາງ ທີ່ຖືກກວດພົບເປັນໂຣກມະເຮັງ ຂັ້ນນຶ່ງ ແລະ ກໍາລັງປິ່ນປົວຢູ່ໂຮງໝໍມະໂຫສົດ ໃນນະຄອນຫລວງວຽງຈັນ, ປັດຈຸບັນ ປະສົບບັນຫາຂາດເງິນຄ່າປິ່ນປົວ ເນື່ອງຈາວ່າ ນາງເປັນຄຣູບໍ່ມີເງິນເດືອນ ແລະ ບໍ່ໄດ້ຮັບການຊ່ອຍເຫລືອ ຈາກພາກສ່ວນໃດ ຂອງທາງການລາວເລີຍ ເຮັດໃຫ້ທາງຄອບຄົວ ທີ່ທຸກຍາກ ບໍ່ມີເງິນພຽງພໍ ທີ່ຈະປິ່ນປົວ, ຕ້ອງໄດ້ຮຽກຮ້ອງ ຂໍການຊ່ອຍເຫລືອຢ່າງຮີບດ່ວນ, ຕາມຄໍາເວົ້າ ຂອງໝູ່ນາງ ພິມນະພາ ຕໍ່​ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໃນມື້ວັນທີ 8 ຕຸລານີ້

"ເພິ່ນຍັງຢູ່ຫໍພັກຟື້ນ ຢູ່ຕຶກສາມ ຮ່າງກາຍ ແມ່ນຫຍັງ ຍັງບໍ່ທັນພ້ອມ ເທື່ອນະ, ຂາດການຮັກສາມາດົນແລ້ວ ມັນເກີດການຕິດເຊື້ອ ເກີດການຕິດເຊື້ອແລ້ວ ກະເລີຍ ກໍເກີດເປັນມະເຮັງຂັ້ນນຶ່ງ ຂັ້ນເລີ່ມຕົ້ນ."
ນາງ ພິມນະພາ ເຮັດວຽກ ເປັນຄຣູອາສາສມັກ ມາດົນສົມຄວນແລ້ວ. ເມື່ອເດືອນສິງຫາ ຜ່ານມານີ້ ນາງເຈັບທ້ອງຮຸນແຮງ, ໄປໂຮງໝໍເມືອງ ຫລວງພຣະບາງ. ທ່ານໝໍກວດ ແລະ ສັນນິຖານວ່າ ນາງເປັນ ພະຍາດລໍາໃສ້ ແລະ ມົດລູກ ຈຶ່ງໃຫ້ຢາມາກິນ, ແຕ່ກໍບໍ່ດີ. ດັ່ງນັ້ນ ນາງຈຶ່ງໄດ້ມາກວດຢູ່ໂຮງໝໍມະໂຫສົດ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 1 ກັນຍາ ຈຶ່ງພົບວ່່າ ເປັນໂຣກມະເຮັງ ຍ້ອນໄດ້ຮັບການປິ່ນປົວຊ້າ.
ທ່ານເວົ້າວ່າ ປັດຈຸບັນ ທາງຄອບຄົວ ຂອງຄຣູອາສາສມັກ ຄົນດັ່ງກ່າວ ໄດ້ຮຽກຮ້ອງ ຂໍການບໍຣິຈາກ ຈາກຫລາຍພາກສ່ວນ ເປັນຄ່າຜ່າຕັດເທື່ອທີ 2 ໃນເດືອນໜ້ານີ້.
ກ່ຽວກັບ ເຣຶ່ອງທີ່ວ່ານີ້ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້ຕິດຕໍ່ໄປຫາ ຫ້ອງການສຶກສາ ນະຄອນຫລວງພຣະບາງ ໄດ້ຮັບຄໍາຕອບວ່າ ກໍຣະນີ ຂອງນາງ ພິມນະພາ ຈະບໍ່ໄດ້ຮັບສວັດດີການ ຊ່ອຍເຫລືອຄ່າໃຊ້ຈ່າຍປິ່ນປົວ ແຕ່ຢ່າງໃດ ເພາະບໍ່ເປັນຣັຖກອນ, ຕ້ອງໃຫ້ທາງອໍານາດການປົກຄອງບ້ານ ທີ່ນາງສອນຢູ່ ເປັນຜູ້ຊ່ອຍເຫລືອ.

"ຄຣູອາສາສມັກນີ້ ມັນຂຶ້ນ ກັບໂຮງຮຽນເຂົາກໍ ກຸ່ມບ້ານເຂົານະ ຄັນຖ້າວ່າ ເປັນຄຣູ ທີ່ວ່າມີເງິນເດືອນ ຣັຖກອນຄຸ້ມຄອງ ຈະມີເງິນຄ່າປິ່ນປົວ ຄັນຖ້ານອນໂຮງໝໍຫັ້ນ ຈະມີເງິນນະໂຍບາຍ ຫລາຍຊ່ວງເນາະ ມັນຈະມີເງິນກອງທຶນເງິນກູ້ ແລ້ວກະມີເງິນ ກັມບານຊີ້ນະ ໂຕນີ້ຂຶ້ນກັບ ຊຸມຊົນກຸ່ມບ້ານ ເຂົາເນາະ.

ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້ຕິດຕໍ່ໄປຍັງ ອໍານາດການປົກຄອງ ບ້ານໂຄມຂວາງ ທາງເຈົ້າໜ້າທີ່ບ້ານ ເວົ້າວ່າຍັງບໍ່ທັນມີ ແຜນຫາເງິນຊ່ອຍເຫລືອ ຄຣູອາສາສມັກ ຄົນດັ່ງກ່າວເທື່ອ ເພາະຍັງບໍ່ມີພາກສ່ວນໃດ ປະສານມາ.

ເມື່ອເດືອນພຶສພາ ປີນີ້, ນາງ ແສງໄຊ ບຸຜາ ຄຣູອາສາສມັກ ປະຈໍາໂຮງຮຽນ ບ້ານຕາລີງ ເມືອງນອງ ແຂວງສະຫວັນນະເຂດ ໄດ້ເສັຽຊີວິດໄປຍ້ອນ ໂຣກມະເຮັງລໍາໃສ້ ຍ້ອນໄດ້ຮັບ ການປິ່ນປົວຊ້າ ເພາະຂາດການຊ່ອຍເຫລືອ. ຄອບຄົວ ຂອງນາງ ຕ້ອງໄດ້ຢືມເງິນ ເປັນໜີ້ເປັນສິນ ເພື່ອນບ້ານມາເປັນຄ່າປິ່ນປົວ  ແຕ່ກໍຍັງດີ ທີ່ໄດ້ຮັບ ການຊ່ອຍເຫລືອ ຈາກກະຊວງສຶກສາທິການ ແລະ ກິລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.