ມື້ດຽວຜູ້ຕິດເຊື້ອ ໂຄວິດ-19 ມີເພີ່ມ 28 ຄົນ

ໃນມື້ດຽວ ລາວກວດພົບ ຜູ້ຕິດໂຄວິດ-19 ຕື່ມອີກ 28 ຄົນ ຊຶ່ງໃນນັ້ນ ຢູ່ ນະຄອນຫຼວງວຽງຈັນ 26 ຄົນ ຈົນ ໄດ້ປະກາດ ປິດເມືອງ.

ປະຊາຊົນລາວ ພາກັນມາຖ້າ ສັກຢາປ້ອງກັນໂຄວິດ-19 ຕາມໂຮງໝໍ ຂອງຣັຖ ທີ່ໂຮງໝໍ ເມືອງສີໂຄດຕະບອງ, ໂຮງໝໍເມືອງສີສັດຕະນາຄ ນະຄອນຫຼວງວຽງຈັນ. (ຖ່າຍຮູບ: TS) RFA

ທາງການລາວ ກວດພົບຜູ້ຕິດໂຄວິດ-19 ໃນມື້ດຽວ ຄືວັນທີ 20 ເມສາ ຕື່ມອີກ 28 ຄົນ ຊຶ່ງໃນນັ້ນຢູ່ ນະຄອນ}ວງວຽງຈັນ 26 ຄົນ ແລະ ແຂວງຈໍາປາສັກ 2 ຄົນ ຈົນຣັຖບາລລາວ ໄດ້ປະກາດປິດ ນະຄອນ}ວງ ແຕ່ມື້ວັນທີ 22 ເມສາໄປເຖິງ ວັນທີ 5 ພຶສພາ 2021.

ກ່ຽວກັບເຣື່ອງທີ່ວ່ານີ້ ດຣ. ສີສະຫວາດ ສຸດທານີຣະໄຊ ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນລາວ ໃນມື້ວັນທີ 21 ເມສາ 2021 ນີ້ວ່າ:

“ສໍາລັບການເກັບຕົວຢ່າງ ຊອກຫາເຊື້ອໂຄວິດ-19 ຢູ່ ສປປລາວ ໃນວັນທີ 20 ເມສາ 2021 ພວກເຮົາໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 656 ຄົນ ແລ້ວຜົນການກວດວິເຄາະ ທັງໝົດແມ່ນພົບ ຜູ້ຕິດເຊື້ອໃໝ່ 28 ຄົນຢູ່ໃນນັ້ນ ມີຜູ້ຕິດເຊື້ອຈາກນະຄອນ ຫລວງ 26 ຄົນ ແລ້ວກະ ແຂວງຈໍາປາສັກ 2 ຄົນ.”

ຜູ້ຕິດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຈໍານວນ 26 ຄົນ ທີ່ວ່ານັ້ນ ແມ່ນຕິດຢູ່ຮ້ານນວດ 1111 ສາມຄົນ, ຮ້ານ Diamond Karaoke ສອງຄົນ, ຮ້ານ Marina Night Club ສາມຄົນ, ຮ້ານອາຫານ Funny 89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ສອງຄົນ, ຮ້ານ Bar and Karaoke 8118 ນຶ່ງຄົນ ແລະ ກິນເຫລົ້າຊຸມແຊວ ຢູ່ສະຖານທີ່ຕ່າງໆ ທັງຢູ່ອູ່ຣົດ ໂພນຕ້ອງ, ບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໃຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້ ຮວມກັນ 15 ຄົນ.

ແລະຜູ້ຕິດໂຄວິດ-19 ຢູ່ແຂວງຈໍາປາສັກ 02 ຄົນນັ້ນເປັນຄົນງານລາວ ທີ່ກັບມາຢ່າງຖືກ ຕ້ອງຕາມຣະບຽບການ ຈາກປະເທດໄທຍ, ໄດ້ຖືກກັກຕົວຢູ່ສູນແຂວງຈໍາປາສັກ ຕາມຣະບຽບ ແລະກວດພົບວ່າຕິດໂຄວິດ-19.

ດຣ. ພອນປະເສີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະຣະບາດວິທຍາ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວໃນມື້ ດຽວກັນນັ້ນວ່າ ຈໍານວນຜູ້ຕິດໂຄວິດ-19 ຕື່ມອີກ 28 ຄົນ, ໄດ້ເຂົ້າປິ່ນປົວ ແລະຕິດຕາມອາການຢູ່ ໂຮງໝໍມິຕພາບທີ່ນະຄອນຫຼວງ ວຽງຈັນ ແລະ ໂຮງໝໍແຂວງຈໍາປາສັກ ແລະວ່າ ຄະນະສະເພາະກິດ ຂັ້ນສູນກາງ ແລະ ແຂວງ ຈໍາປາສັກ ໄດ້ຕິດຕາມກຸ່ມສ່ຽງທີ່ ໄດ້ສໍາພັດ ໃກ້ຊິດກັບຜູ້ຕິດເຊື້ອທີ່ວ່ານັ້ນ ເພື່ອເກັບຕົວຢ່າງມາກວດວິເຄາະ ດັ່ງທີ່ທ່ານກ່າວວ່າ:

“ຜູ້ຕິດເຊື້ອ 28 ຄົນ ແມ່ນໄດ້ປິ່ນປົວ ຕິດຕາມອາການຢູ່ ໂຮງໝໍທາງສູນກາງ ແລ້ວກະທາງແຂວງຈໍາປາສັກ. ສໍາລັບຜູ້ສັມຜັດໃກ້ຊິດ ເບື້ອງຕົ້ນແມ່ນພວກເຮົາໄດ້ ເກັບຕົວຢ່າງມາເພີ່ມ ແລ້ວເນາະ ແລ້ວກະຍັງລໍຜົລກວດຢູ່ວ່າ ຜູ້ສັມຜັດໃກ້ຊິດທັງໝົດ ໄລຍະວານນີ້ຫັ້ນ ແລ້ວກະມື້ນີ້ຫັ້ນເນາະ ສິເກັບຕົວຢ່າງມາເພື່ອ ສິກວດຫາກຸ່ມສ່ຽງຫັ້ນແຫລະ.”

ປັດຈຸບັນ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຮຽກຮ້ອງໃຫ້ກຸ່ມສ່ຽງ ທີ່ໄດ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ຜູ້ທີ່ເດີນທາງໄປ ສະຖານທີ່ ທີ່ມີຜູ້ຕິດເຊື້ອ ໄປກວດຫາເຊື້ອ ໂຄວິດ-19 ຕາມຈຸດບໍຣິການຕ່າງໆ ທີ່ນະຄອນຫລວງວຽງຈັນ ຊຶ່ງທາງການຈັດໄວ້ ຄື; ສນາມກິລາໃນຮົ່ມ ບຶງຂະຫຍອງ, ສນາມກິລາເຈົ້າອະນຸວົງ, ໂຮງຮຽນມັທຍົມ ສີໂຄດຕະບອງ ແລະ ໂຮງຮຽນມັທຍົມລາວ-ວຽດ ໂພນພະເນົາ ຊຶ່ງຄາດວ່າຈະມີກຸ່ມສ່ຽງ ໄປກວດບໍ່ຕໍ່າກວ່າ 1,000 ຄົນ, ດັ່ງເຈົ້າໜ້າທີ່ ສະເພາະກິດປ້ອງກັນ ໂຄວິດ-19 ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 21 ເມສານີ້ວ່າ:

“ຜູ້ທີ່ວ່າຂະເຈົ້າໃກ້ຊິດສັມຜັດຫັ້ນນ່າ ກະພວກກຸ່ມສ່ຽງຫັ້ນນ່າ ແມ່ນພວກເຮົານີ້ ມີແຕ່ໃດລົງກວດເປັນຈຸດໆກວດເນາະ ຫລາຍໆໄດ໋ ເພິ່ນກະຖ້າຟັງເຮົາ ຄັນແມ່ນຜົລເປັນແນວໃດແລ້ວ ກະແມ່ນເພິ່ນໃຊ້ມາຕການ ລະແມ່ນຂັ້ນເທິງ ເພິ່ນເນາະ ມີແຕ່ຖ້າຟັງຖແລງ ຂ່າວເພິ່ນ.”

ທ່ານກ່າວຕື່ມວ່າ ເບື້ອງຕົ້ນຍັງບໍ່ມີຄໍາສັ່ງ ໃຫ້ປິດໂຮງງານອຸດສາຫະກັມຕ່າງໆ ຢູ່ນະຄອນຫລວງວຽງຈັນ ເນື່ອງຈາກຍັງຕ້ອງໄດ້ ປະເມີນສະຖານະການ ການຣະບາດກ່ອນວ່າຈະມີ ຜູ້ຕິດເຊື້ອໂຄວິດ-19 ເພິ່ມຂຶ້ນໜ້ອຍຫລາຍປານໃດ, ຫາກມີຄົນຕິດເຊື້ອຫລາຍ ເພິ່ມຂຶ້ນຕໍ່ເນື່ອງ ແລະຍາກທີ່ຈະປ້ອງກັນ ແລະຄວບຄຸມໄດ້ ກໍອາຈສັ່ງໃຫ້ປິດຊົ່ວຄາວ.

ພາຍຫລັງທີ່ໄດ້ກວດພົບ ຜູ້ຕິດໂຄວິດ-19 ຫຼາຍ, ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນີ້ວ່າ ບັນຍາກາດໃນນະຄອນຫຼວງ ມິດງຽບຫຼາຍ, ບໍ່ມີໃຜອອກຈາກເຮືອນໄປໃສ ເພາະຄົນສ່ວນຫລາຍພາກັນກັງວົນ ຍ້ານຕິດ ໂຄວິດ-19.

“ກັງວົນໝົດຫັ້ນແຫຼະ ຜູ້ໃດທີ່ຂີ່ຣົດ ຜູ້ໃດຍ່າງນໍາທາງ ກະຈົ່ມໝົດທຸກຜູ້ທຸກຄົນ ຊໍ້າແລ້ວຊໍ້າເຫລົ່າ ຊໍ້າແລ້ວຊໍ້າເຕີມເນາະຄັນເພິ່ນ ຄຸມໄດ້ກະເອົາແຕ່ບຸນຫັ້ນແລ້ວ ຄັນຄຸມບໍ່ໄດ້ກະສ່ຽງ ຢ່າງດຽວຫັ້ນແຫຼະ. ຢູ່ນະຄອນຫຼວງນີ້ ກະບໍ່ມີຜູ້ມີຄົນ ງຽບປານບ້ານຮ້າງ ເອົາໂລດ.”

ແລະເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີວ່າ ເຖິງຈະບໍ່ໄດ້ໃກ້ພື້ນທີ່ ສ່ຽງຕໍ່ການຣະບາດ ຂອງໂຄວິດ-19 ແຕ່ກໍໄດ້ຮັບຜົລກະທົບໜັກ ຄືກັນເພາະບໍ່ມີຄົນໄປໃສມາໃສ, ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ບ້ານພັກຕາມແຄມ ແມ່ນໍ້າຂອງ ຕ່າງກໍພາກັນຢ້ານ ແລະປິດກິຈການຊົ່ວຄາວໄປຫຼາຍແລ້ວ ດັ່ງ ທີ່ທ່ານກ່າວວ່າ:

“ໂອ໋! ກະຢ້ານຄືກັນຫັ້ນແຫລະ ໄດ້ປິດໝົດແຖວນີ້ ຮ້າ່ນອາຫານຂະເຈົ້າເສັຽໃຈແນ່ ເສັຽຫລັກ ເສັຽຫລາຍ, ຫັ້ນລະໂອ໋, ຕາຍເລີຍ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ເວົ້າວ່າ ພາຍຫລັງກວດພົບຜູ້ຕິດໂຄວິດ-19 ຢູ່ ຮ້ານຕ່າງໆ ທາງການກໍໄດ້ສັ່ງໃຫ້ປິດຮ້ານ ທີ່ມີຄົນ ຕິດເຊື້ອ ແລະ ມີຄວາມສ່ຽງສູງນັ້ນໄປ, ໄດ້ສັ່ງໃຫ້ມີການສືບສວນສອບສວນ ເຈົ້າຂອງກິຈການເຫລົ່ານັ້ນ ແລະ ມີເຮືອລາດຕະເວນ ຕາມລໍາແມ່ນໍ່າຂອງ:

“ດຽວນີ້ນີ໋ແມ່ນມີຄໍາສັ່ງ ສັ່ງປິດໝົດເລີຍ ຮ້ານອາຫານ ຮ້ານບັນເທິງຕ່າງໆ ສັ່ງປິດໝົດເລີຍ ກະຢູ່ໃນຂັ້ນສືບສວນສອບສວນ ວ່າມີ ເຈຕນາແຜ່ເຊື້ອແທ້ ບໍ໋ຫັ້ນນ່າ ແລະ ທາງຊາຍແດນ ນໍ້າຂອງ ເພິ່ນກະເອົາເຮືອ ຂອງທະຫານ ເຮືອຕໍາຣວດ ລາຕເວນຕລອດ 24 ຊົ່ວໂມງແລ້ວ.”

ທ່ານກ່າວຕື່ມວ່າ ການຣະບາດ ຂອງໂຄວິດ-19 ຢູ່ລາວເທື່ອນີ້ ແມ່ນຈາກຄົນງານລາວ ທີ່ກັບມາແຕ່ໄທຍ ແລະຄົນໄທຍບາງຄົນ ທີ່ລັກຂ້າມນໍ້າຂອງ ຈາກປະເທດໄທຍ ເຂົ້າມາລາວ. ດັ່ງນັ້ນຂັ້ນເທິງຈຶ່ງ ໄດ້ສັ່ງໃຫ້ທະຫານ ແລະຕໍາຣວດ ລາດຕະເວນ ຕາມລໍາ ແມ່ນໍ້າຂອງ ຊາຍແດນລາວ-ໄທຍ ຕລອດ 24 ຊົ່ວໂມງ.

ນັບຕັ້ງແຕ່ເດືອນມົກກະຣາ 2020 ມາຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດ ວິເຄາະຫາເຊື້ອໂຄວິດ-19 ທັງໝົດ 149,400 ປາຍຄົນ. ໃນນັ້ນກວດພົບຜູ້ຕິດເຊື້ອສະສົມ ທັງໝົດ 88 ຄົນ. ຜູ້ທີ່ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ ໂຮງໝໍ ມີທັງໝົດ 39 ຄົນ. ໃນນັ້ນ ຢູ່ໂຮງໝໍທີ່ ນະຄອນຫລວງວຽງຈັນ 31 ຄົນ, ໂຮງໝໍແຂວງຈໍາປາສັກ 3 ຄົນ, ໂຮງໝໍແຂວງ ສາລະວັນ 1 ຄົນ, ໂຮງໝໍແຂວງສວັນນະເຂດ 2 ຄົນ, ໂຮງໝໍແຂວງ ຄໍາມ່ວນ 1 ຄົນ ແລະໂຮງໝໍ ແຂວງບໍລິຄໍາໄຊ 1 ຄົນ.

ທົ່ວປະເທດລາວ ມີສູນກັກບໍຣິເວນຊົ່ວຄາວ 47 ສູນ ຊຶ່ງໃນນັ້ນມີຜູ້ຖືກກັກຕົວ ທັງໝົດ 3,387 ຄົນ ແລະທຸກຄົນໄດ້ເກັບຕົວຢ່າງໄປ ກວດວິເຄາະໂຄວິດ-19, ແຕ່ກວດບໍ່ພົບວ່າ ມີຜູ້ຕິດເຊື້ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org