ຂ.ສວັນນະເຂດ ໜ່ວຍກູ້ພັຍ ຂາດ ອຸປກອນ

ໜ່ວຍກູ້ພັຍ ແຂວງສວັນນະເຂດ ຍັງຂາດເຂີນ ອຸປກອນ ການຊ່ວຍເຫລືອ ຜູ້ປະສົບ ອຸບັດຕິເຫດ ຕາມທ້ອງຖນົນ.

ຣົດໂຮງໝໍ ຫຼື ຣົດໜ່ວຍກູ້ພັຍ ໃນເຫດສຸກເສີນ ຕາມທ້ອງຖນົນ RFA

ໜ່ວຍກູ້ພັຍ ແຂວງສະຫວັນນະເຂດ ກຽມຮັບມືກັບອຸບັດຕິເຫດ ໃນຣະຍະບຸນປີໃໝ່ສາກົນ 2018 ນີ້ ແຕ່ຍັງຂາດເຂີນ ອຸປກອນຊ່ວຍເຫລືອ ຜູ້ປະສົບ ອຸບັດຕິເຫດ ເປັນຕົ້ນເຄື່ອງງັດ, ເຄື່ອງປະຖົມພຍາບານ ຊຶ່ງເມື່ອປີ 2016 ທີ່ຜ່ານມາໄດ້ພົບ ຄວາມຫຍຸ້ງຍາກ ມາແລ້ວ. ດັ່ງ ເຈົ້າໜ້າທີ່ໜ່ວຍກູ້ພັຍ ແຂວງສະຫວັນນະເຂດ ກ່າວໃນມື້ວັນທີ 29 ທັນວາ ນີ້ວ່າ:

"ຄືສິ່ງອໍານວຍຄວາມສະດວກ ຂອງເຮົາໃນປັດຈຸບັນນີ້ ແມ່ນເຮົາຍັງຂາດເຂີນ ອຸປກອນຫລາຍຢ່າງ ເປັນຕົ້ນແມ່ນ ອຸປກອນເຄື່ອງຕັດ, ງັດ ໃນການງັດເອົາຜູ້ບາດເຈັບ ອອກມາຫລືງັດເອົາຜູ້ເສັຽຊີວິດ ອອກມາຈາກທີ່ຣົດ ທີ່ຕິດອັດກັອບປີ້ ຂຶ້ນມາ ເປັນຣົດໃຫຍ່ ຕໍາກັນ ແລ້ວເຮັດໃຫ້ ຊັກຊ້າໃນການ ນໍາສົ່ງຜູ້ບາດເຈັບ ເຮັດໃຫ້ຜູ້ບາດເຈັບຊ່ວຍຊີວິດ."

ທ່ານກ່າວຕື່ມວ່າ ປັດຈຸບັນ ແຂວງນີ້ມີໜ່ວຍກູ້ພັຍ ທິມນຶ່ງ ແລະມີເຈົ້າໜ້າທີ່ກູ້ພັຍ ໃນຣະຍະບຸນປີໃໝ່ສາກົນ ນີ້ມື້ນຶ່ງ 30 ຄົນ, ມີຣົດກູ້ພັຍ 2 ຄັນ ທີ່ອາຈບໍຣິການໄດ້ ບໍ່ທົ່ວເຖິງ ເພາະໃນຣະຍະບຸນປີໃໝ່ສາກັນນີ້ ມັກຈະເກີດອຸບັດຕິເຫດຫລາຍ ເປັນຕົ້ນຢູ່ເມືອງ ໄກສອນ ພົມວິຫານ.

ປີທີ່ຜ່ານໆມາແຂວງສວັນນະເຂດ ເກີດອຸບັດຕິເຫດຫຼາຍ ມີທັງຜູ້ບາດເຈັບ ແລະເສັຍຊີວິດ ຊຶ່ງສ່ວນໃຫຍ່ກໍແມ່ນ ເກີດຈາກການດື່ມເຫຼົ້າເມົາ ແລ້ວຂັບຂີ່ຣົດ ສະເລັ່ຽມື້ນຶ່ງປະມານ 40-50 ຄັ້ງ. ທ່ານຄາດວ່າ ໃນຣະຍະບຸນປີໃໝ່ສາກົນ 2018 ອຸບັດຕິເຫດ ຢູ່ແຂວງສະຫວັນນະເຂດ ໜ້າຈະມີຫລາຍກວ່າ ປີທີ່ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org