ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 56 ຄົນ

ອຸ່ນແກ້ວ ສຸກສະຫວັນ
2021.05.25
ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 56 ຄົນ ຜູ້ໃຊ້ຣົດໃຊ້ຖນົນ ໃນ ນະຄອນຫຼວງວຽງຈັນ ໃສ່ຜ້າອັດປາກ-ອັດດັງ ຕາມມາຕການ ປ້ອງກັນໂຄວິດ-19
RFA

ທາງການລາວ ກວດພົບ ຜູ້ຕິດໂຄວິດ-19 ເພີ່ມອີກ 56 ຄົນ ໃນຂນະທີ່ ແຂວງບໍ່ແກ້ວ ກໍອອກແຈ້ງການ ໃຫ້ພະນັກງານ ຂອງຣັຖ ເຂົ້າມາເຮັດວຽກ ຕາມປົກກະຕິ.

ທາງການລາວກວດພົບຜູ້ຕິດເຊື້ອ 56 ຄົນ ຈາກຜົນກວດວິເຄາະຫາຜູ້ຕິດເຊື້ອ ທັງໝົດ 1,484 ຕົວຢ່າງ ຂອງວັນທີ 24 ພືສພາ 2021 ສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອສະສົມ 1,878 ຄົນ.

ດຣ ພອນປະເສີດ ໄຊມຸງຄຸນ ຕາງໜ້າຄະນະສະເພາະກິດ ຄວບຄຸມໂຄວິດ-19 ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີ 25 ພຶສພາ ຕອນນຶ່ງວ່າ:

"ການກວດວິເຄາະຊອກຫາເຊື້ອພຍາດໂຄວິດ-19 ໃນມື້ວານນີ້ ໄດ້ເກັບຕົວຢ່າງມາວິເຄາະ ທັງໝົດ 1,484 ຕົວຢ່າງ ຊຶ່ງໃນນັ້ນ ໄດ້ກວດພົບເຊື້ອ 56 ຄົນ ສຳລັບຢູ່ ສປປ ລາວ ເຮົາ ຮອດປັດຈຸບັນ ຜູ້ຕິດເຊື້ອສະສົມ ທັງໝົດແມ່ນ 1,878 ຄົນ."

ທ່ານ ກ່າວຕື່ມວ່າ ຜູ້ຕິດເຊື້ອໃໝ່ ຖືກພົບຢູ່ນະຄອນຫຼວງວຽງຈັນ 16 ຄົນ, ບໍ່ແກ້ວ 17 ຄົນ, ສວັນນະເຂດ 10 ຄົນ, ອຸດົມໄຊ 7 ຄົນ, ຜົ້ງສາລີ 3 ຄົນ ແລະ ຈຳປາສັກ 3 ຄົນ ທັງໝົດໄດ້ ຮັບການປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍແລ້ວ.

ກ່ຽວກັບມາຕການຄວບຄຸມ ການແຜ່ລະບາດຂອງ ໂຄວິດ-19 ຕາມຊຸມຊົນ ຢູ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດຄວບຄຸມ ໂຄວິດ-19 ສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ກຳນົດ 6 ເມືອງ ຈຳນວນ 29 ບ້ານ ເປັນພື້ນທີ່ສີແດງ ຄື ການຄວບຄຸມ ການລະບາດສູງສຸດ ແລະ ອີກ 4 ເມືອງ ຈຳນວນ 6 ບ້ານ ເປັນພື້ນທີ່ສີເຫຼືອງ ຄືພື້ນທີ່ເຝົ້າລະວັງການລະບາດ ໂດຍຫ້າມປະຊາຊົນ ບໍ່ໃຫ້ມີການເດີນທາງ ອອກຈາກເຮືອນ ຖ້າບໍ່ຈຳເປັນ, ໃຫ້ເວັ້ນໄລຍະຫ່າງ ກັບຄົນໃນຄອບຄົວ ຈົນວ່າຈະມີການປ່ຽນແປງ ຄຳສັ່ງຈາກ ທາງການ.

ເຈົ້າໜ້າທີ່ຄະນະສະເພາະກິດຄວບຄຸມໂຄວິດ-19 ນະຄອນຫຼວງວຽງຈັນ ກ່າວວ່າໄດ້ຈັດຕັ້ງໜ່ວຍສະເພາະກິດ ລົງໄປແຕ່ລະບ້ານ.

"ໃຫ້ຄວາມຮ່ວມມື ຍັງຍັງ ບໍ່ທັນເຫັນຍັງບໍ່ທັນເຫັນມີປາກົດການ [ຜູ້ລະເມີດ] ມື້ນີ້ ເຂົາກະລົງຕົວໜ່ວຍສະເພາະກິດ ນຶ່ງເດ້ລົງບ້ານ, ບ້ານແດງລົງກວດມາຕລອດ ບໍ່ເປັນຫຍັງດອກເດີ້."

ຫລ້າສຸດ ສະເພາະຢູ່ແຂວງບໍ່ແກ້ວ ມີຜູ້ຕິດເຊື້ອສະສົມ 492 ຄົນ ແລະ ທາງການໄດ້ອະນຸມັດ ໃຫ້ໂຮງຮຽນປະຖົມ ແລະ ມັທຍົມ ພາຍໃນເມືອງຕົ້ນເຜິ້ງ ມີການເປີດການຮຽນ- ການສອນ ສະເພາະລະດັບຊັ້ນ ປໍ5, ມໍ4 ແລະ ມໍ7 ເພື່ອບໍ່ໃຫ້ກະທົບ ຕໍ່ການສອບເສັງ ເລື່ອນຊັ້ນ ຕາມຫລັກສູດຂອງ ກະຊວງສຶກສາທິການ ແລະ ກິລາ ສ່ວນວ່າ ລະດັບຊັ້ນອື່ນໆ ຍັງໂຈະການຮຽນການສອນຄືເກົ່າ.

ນອກຈາກນີ້ ແຂວງບໍ່ແກ້ວ ຍັງໄດ້ອອກແຈ້ງການ ໃຫ້ບັນດາພະນັກງານ ພັກ-ຣັຖ ແລະ ຫົວໜ່ວຍທຸຣະກິດ ຢູ່ໃນແຂວງມາປະຈຳ ການຢູ່ກົມ-ກອງຂອງຕົນເອງ ເປັນປົກກະຕິ ແຕ່ທຸກຄົນຍັງຕ້ອງປະຕິບັດ ມາຕການປ້ອງການໂຄວິດ-19 ຢ່າງເຂັ້ມງວດທີ່ສຸດ. ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງບໍ່ແກ້ວ ໄດ້ກ່າວວ່າ:

"ເປີດການຮຽນ-ການສອນ ເອົາສະເພາະແຕ່ຊັ້ນທີ່ມັນຈະຈົບ ຊັ້ນທຳມະດາ ຫັ້ນເພິ່ນບໍ່ເປີດ ແລ້ວສຳນັກງານ-ອົງການກໍເປີດຄືກັນ ແຕ່ວ່າມັນກະຕ້ອງຢູ່ໃນລະບຽບ ຄືແຈ້ງການຂອງ ເຈົ້າແຂວງອອກຫັ້ນແຫລະ."

ເຈົ້າໜ້າທີ່ສະເພາະກິດຄວບຄຸມ ໂຄວິດ-19 ແຂວງບໍ່ແກ້ວ ຍັງບໍ່ອະນຸຍາດ ໃຫ້ເຂົ້າ-ອອກ ເມືອງຕົ້ນເຜິ້ງ ເພາະວ່າທີ່ຍັງມີການ ລະບາດ ແລະກວດພົບຜູ້ຕິດເຊື້ອໂຄວິດ-19 ເກືອບ ທຸກມື້. ເຈົ້າໜ້າທີ່ສະເພາະກິດ ຄວບຄຸມໂຄວິດ-19 ແຂວງບໍ່ແກ້ວ ກ່າວວ່າ:

"ບໍ່ປົກກະຕິປານໃດ ເຂດທີ່ວ່າບໍ່ແມ່ນ ມີການລະບາດຄື ເມືອງເມິງ ເມືອງປາກທາ ກະໄປໄດ້ແລ້ວ ແຕ່ວ່າ ຍັງເມືອງຕົ້ນເຜິ້ງ ນີ້ຍັງ ບໍ່ໄດ້ດີເທື່ອ ເພາະວ່າ ຍັງມີການລະບາດຢູ່ ເມືອງອື່ນກະເປີດແລ້ວ."

ພະນັກງານຫ້ອງວ່າການ ປົກຄອງແຂວງບໍ່ແກ້ວ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ພະນັກງານຂອງຣັຖ ກັບມາເຮັດວຽກຢູ່ຫ້ອງ ການຂອງຕົນເອງແລ້ວ ແຕ່ ຕ້ອງປະຕິບັດ ມາຕການຄວບຄຸມ ຢ່າງເຂັ້ມງວດ.

"ໄດ້ຮັບແຈ້ງການເພິ່ນເນາະ ກັບມາປະຈຳການ ປົກກະຕິແລ້ວ ແຕ່ວ່າ ກະຮັກສາໄລຍະຫ່າງ ຫັ້ນແຫລະ."

ພະນັກງານຫ້ອງການ ກຳມະບານ ແຂວງບໍ່ແກ້ວ ກ່າວຕໍ່ເອເຊັຽເສຣີ ໃນວັນດຽວກັນ ວ່າ ພະນັກງານເລີ່ມມາເຮັດວຽກແລ້ວຕາມ ແຈ້ງການຂອງເຈົ້າແຂວງ.

"ກໍມື້ນີ້ຍັງມາໜ້ອຍນຶ່ງ ມື້ອື່ນພຸ້ນແຫລະ ທ່ານ ເຈົ້າແຂວງແຈ້ງວ່າ ໃຫ້ມາປະຈຳການ ປົກກະຕິແລ້ວ ກະເຫັນຄົນມາໜ້ອຍດຽວ, ປະຕິບັດ ປົກກະຕິແລ້ວ, [ແຕ່] ທາງເມືອງຕົ້ນເຜິ້ງ ເຂົ້າບໍ່ສາມາດເທື່ອ."

ຄະນະສະເພາະກິດ ຄວບຄຸມໂຄວິດ-19 ໄດ້ລາຍງານໃນວັນທີ 25 ພຶສພາ ວ່າ:

ມີຜູ້ໄດ້ຮັບການກວດໂຄວິດ ທັງໝົດ 236,228 ຄົນ ໃນທົ່ວປະເທດ, ພົບຜູ້ຕິດເຊື້ອສະສົມ 1,878 ຄົນ, ເສັຽຊີວິດ 2 ຄົນ, ປິ່ນປົວເຊົາແລ້ວ 1,180 ຄົນ, ກຳລັງປິ່ນປົວ ແລະ ຕິດຕາມ ອາການ ຢູ່ແຮງໝໍ 696 ຄົນ.

ສ່ວນການສັກວັກຊີນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊີນ ແລ້ວເຂັມທີ1 ຈຳນວນ 614,566 ຄົນ ແລະ ເຂັມທີ 2 ຈຳນວນ 136,217 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.