ໂຄວິດ-19 ເດລຕ້າ ອາຈຣະບາດ ໃນຊຸມຊົນ

ຈໍາປາທອງ
2021.07.12
ໂຄວິດ-19 ເດລຕ້າ ອາຈຣະບາດ ໃນຊຸມຊົນ ທາງການລາວເລັ່ງການສັກວັກຊິນ ໃຫ້ພົລເມືອງ ເພາະເປັນຫ່ວງຢ້ານເຊື້ອໂຄວິດ-19 ສາຍພັນເດລຕ້າ ທີ່ອາດຈະແຜ່ຂຍາຍໃນຊຸມຊົນ.
ພາບຈາກ: ສູນຂ່າວສານ ການແພດ ສຸຂສຶກສາ

ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 1,499 ຄົນ ໃນມື້ວັນທີ 11 ກໍຣະກະດາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 106 ຄົນ ໃນນັ້ນຢູ່ ແຂວງຈໍາປາສັກ 43 ຄົນ, ສວັນນະເຂດ 42 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 7 ຄົນ, ແຂວງວຽງຈັນ 2 ຄົນ. ໃນຈໍານວນຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມ 106 ຄົນນີ້ 104 ຄົນເປັນຄົນງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ແລະ 2 ຄົນ ແມ່ນຕິດເຊື້ອໃນຊຸມຊົນ ຢູ່ແຂວງວຽງຈັນ ທີ່ມີປວັດສໍາພັດ ໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ເຮັດໃຫ້ລາວມີຜູ້ຕິດເຊື້ອສະສົມ 2,825 ຄົນ ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 12 ກໍຣະກະດາ ນີ້ວ່າ:

“ໄດ້ກວດວິເຄາະທັງໝົດ 1499 ຄົນ, ຢູ່ໃນນັ້ນໄດ້ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດແມ່ນ 106 ຄົນ ຈາກນະຄອນຫຼວງວຽງຈັນ 12 ກໍຣະນີ, ແຂວງວຽງຈັນ 2 ກໍຣະນີ, ສວັນນະເຂດ 42 ກໍຣະນີ, ຈໍາປາສັກ 43 ກໍຣະນີ ແລະ ຄໍາມ່ວນ 7 ກໍຣະນີ.”

ທາງການລາວປະກາດໃນມື້ວັນເສົາ ຜ່ານມາວ່າ ໄດ້ມີຜູ້ຕິດເຊຶ້ອໂຄວິດ-19 ຣາຍໃໝ່ ອີກ 93 ຄົນ. ໃນນັ້ນ ສ່ວນໃຫຍ່ແມ່ນ ຄົນງານລາວ ທີ່ກັບມາຈາກຕ່າງປະເທດ. ແລະໃນມື້ວັນ ອາທິດທີ່ຜ່ານມາ ທາງການລາວກໍໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 89 ຄົນ ເປັນຕົ້ນ ຢູ່ແຂວງຈຳປາສັກ 39 ຄົນ ແລະ ແຂວງສວັນນະເຂດ 27 ຄົນ ຊຶ່ງສ່ວນຫຼາຍກໍແມ່ນ ຄົນງານລາວທີ່ກັບມາຈາກ ປະເທດໄທຍ.

ໄລຍະນີ້ ຄົນງານລາວຢູ່ຕ່າງປະເທດ ພາກັນເດີນທາງເຂົ້າມາລາວ ຢ່າງຕໍ່ເນື່ອງ ເຮັດໃຫ້ເຈົ້າໜ້າທີ່ສະເພາະກິຈປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວໃນມື້ວັນທີ 12 ກໍຣະກະດາ ນີ້ວ່າຮູ້ສຶກເປັນຫ່ວງ ເພາະຢ້ານເຊື້ອໂຄວິດ-19 ສາຍພັນເດລຕ້າ ຈະຖືກນໍາເຂົ້າມາ ຣະບາດໃນຊຸມຊົນຢູ່ປະເທດ ໂດຍສະເພາະຢູ່ທາງ ແຂວງຈໍາປາສັກ ແລະ ແຂວງສວັນນະເຂດ ທີ່ມີຄົນງານລາວກັບມາຈາກ ຕ່າງປະເທດຫຼາຍ ຊຶ່ງຈໍານວນນຶ່ງ ກໍອາຈລັກເຂົ້າມາຕາມ ຊ່ອງທາງທັມມະຊາດ ເຮັດໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດປ້ອງກັນໄດ້ທົ່ວເຖິງ:

“ເປັນຫ່ວງກໍເປັນຫ່ວງຫັ້ນແຫຼະ ໄລຍະນີ້ກະວ່າ ແມ່ນໜັກໆ ເຂົ້າມານີ້ກໍແຖວເຂດໃຕ້, ບາງເທື່ອກໍເຂົ້າມາທາງເຮືອນ້ອຍ ເຮືອຫຍັງ ຫັ້ນແຫຼະ ກະມາທາງຊາຍແດນ ຢ່າງຊ່ອງແຄບແດ່. ຕ້ອງໄດ້ມີມາຕການຕື່ມ ໂດຍສະເພາະສະຖານທີ່ ແມ່ນຮອງຮັບ. ລົງໂຄສະນາ ລະຕາມຊາຍແດນ ຕາມຄຸ້ມບ້ານ ປະຈໍາການ 24 ຊົ່ວໂມງ ປ່ຽນຜຽນກັນ. ສ່ວນນະຄອນຫຼວງເຮົາ ກໍມີແຕ່ເນັ້ນໃຫ້ຄົນສັກວັກຊິນ ໃຫ້ມັນຄົບຫັ້ນແຫຼະ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບເຣື່ອງນີ້ ຢູ່ ແຂວງຈໍາປາສັກ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວໃນທໍານອງດຽວກັນວ່າ, ກໍຮູ້ສຶກເປັນຫ່ວງຄືກັນວ່າ ຈະມີເຊື້ອໂຄວິດ-19 ສາຍພັນເດລຕ້າ ເຂົ້າມາຣະບາດຢູ່ໃນຊຸມຊົນ ເພາະທີ່ຜ່ານມາຢູ່ແຂວງຈໍາປາສັກກໍເຄີຍ ກວດວິເຄາະພົບຄົນງານລາວ 3 ຄົນ ທີ່ຕິດເຊື້ອໂຄວິດ-19 ສາຍພັນເດລຕ້າ ມາຈາກຕ່າງປະເທດ ແລະ ຍັງມີບັນຫາສະຖານທີ່ກັກ ກັນຊົ່ວຄາວ ແລະສະຖານທີ່ປິ່ນປົວ ຄົນຕິດເຊື້ອບໍ່ພຽງພໍ ອັນເຮັດໃຫ້ມີຄວາມກັງວົນຫຼາຍ ແລະວ່າທາງການເພິ່ນກໍໄດ້ ປຶກສາຫາລືກັນ ແກ້ໄຂຢູ່ວ່າ ຈະມີການຂຍາຍສະຖານທີ່ ຮອງຮັບເພິ່ມຕື່ມ ເພາະຄົນງານລາວທີ່ເດີນທາງເຂົ້າມາ ບໍ່ແມ່ນແຕ່ແຂວງຈໍາປາສັກ ເທົ່ານັ້ນ ແຕ່ຍັງມີແຂວງອື່ນໆອີກ ຊຶ່ງເບື້ອງຕົ້ນກໍມີແຜນວ່າ ຢາກໃຫ້ແຂວງອື່ນໆຊ່ອຍກັນ ຮັບຄົນງານລາວ ທີ່ກັບມາຈາກຕ່າງປະເທດນັ້ນນໍາ ດ້ວຍເພື່ອຫຼຸດຜ່ອນບັນຫາດັ່ງກ່າວ:

“ຫ່ວງຢູ່ ຢ້ານລະວັງໂຕນີ້ເຂົ້າມາຢູ່. ກໍຕຽມພ້ອມເລີຍແຕ່ພຸ້ນ ແຕ່ວ່າບັງເອີນມັນກະເຂົ້າມາຫຼາຍອີ່ຫລີ ເພິ່ນກໍຄົ້ນຄວ້າກັນຢູ່ນີ້. ພວກເຮົາຍັງຕຽມຫາຢູ່ ຫາວິທີຫັ້ນນະ ບໍ່ແມ່ນວ່າບໍ່ຮັບ ເພິ່ນມີແຜນ ຄັນວ່າຄົນແຂວງໃດ ກໍຢາກເອົາໄປບ່ອນນັ້ນ. ມັນກໍບໍ່ມີ ບ່ອນກັກບ່ອນຫຍັງຊີ້ນ່າ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຢູ່ຕາມຊາຍແດນ ຕໍາຣວດ ແລະ ທະຫານ ຍັງເຝົ້າຣະວັງ ລາດຕະເວນຢ່າງເຂັ້ມງວດ ເພື່ອປ້ອງກັນ ບໍ່ໃຫ້ຄົນລັກລອບເຂົ້າມາ.

ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບເຣື່ອງນີ້ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນມື້ວັນທີ 12 ກໍຣະກະດາ ນີ້ວ່າ ໃນຄວາມຄິດເຫັນສ່ວນຕົວ ແມ່ນກັງວົນນໍາຫຼາຍ ເພາະຢູ່ ປະເທດລາວກໍກວດພົບເຊື້ອໂຄວິດ-19 ສາຍພັນເດລຕ້າ ທີ່ຄົນງານລາວ ຢູ່ແຂວງຈໍາປາສັກ ໄດ້ນໍາມາຈາກຕ່າງປະເທດ ແລະ ຢູ່ແຂວງສວັນນະເຂດ ນີ້ກໍມີແຜນທີ່ຈະຂຍາຍສະຖານທີ່ ກັກຕົວ ແລະ ບ່ອນປິ່ນປົວເພີ່ມຕື່ມອີກຢູ່ ເພື່ອຮອງຮັບຄົນງານລາວ ທີ່ກັບຄືນມາຈາກຕ່າງປະເທດ ແລະວ່າ ຢູ່ແຂວງນີ້ຍັງໃຊ້ສນາມກິລາຫລັກ 4 ເປັນສູນກັກຕົວຊົ່ວຄາວ ທີ່ສາມາດຮອງຮັບໄດ້ປະມານ 1,000 ຄົນ ດັ່ງທີ່ທ່ານກ່າວວ່າ:

“ກັງວົນຫຼາຍແຫຼະ ເພາະວ່າການຣະບາດນີ້ ຂ້ອນຂ້າງທີ່ຈະໄວເນາະ ເດລຕ້ານະ ເພິ່ນກໍໄດ້ເພີ່ມກໍາລັງເຂັ້ມງວດຂຶ້ນໄປຕື່ມ ໃນແຕ່ລະ ຈຸດປ້ອງກັນຄົນລັກລອບ ເຮົາກະຢາກຮຽກຮ້ອງ ຜູ້ທີ່ກັບມາຫັ້ນແຫຼະ ໃຫ້ມາທາງດ່ານຖືກຕ້ອງ ເພາະວ່າເຮົາກະມີສູນຈໍາກັດ ບໍຣິເວນ ຂອງແຂວງເຮົາລະເນາະ ສນາມກິລາຫຼັກ 4 ເຮົານີ້. ກວດເຊື້ອອາຫານການກິນ ໃຫ້ກິນຫັ້ນນ່າ ຢູ່ໃນສູນເຮົາຫັ້ນ. ດຽວນີ້ເພິ່ນກໍາລັງ ມີແຜນ ສິຮອງຮັບເພີ່ມຕື່ມ ເພິ່ນກໍເບິ່ງວ່າສະຖານທີ່ໃດ ສາມາດເໝາະສົມຫັ້ນນ່າ.”

ອີງຕາມການຣາຍງານ ຂອງກົມພັທນາສີມືແຮງງານ ແລະ ຈັດຫາງານກະຊວງແຮງງານ ແລະ ສວັດດິການສັງຄົມຂອງລາວ ໃນມື້ວັນທີ 9 ກໍຣະກະດາ ນີ້ ຜ່ານກອງປະຊຸມ ປຶກສາຫາລື ຣະຫວ່າງທາງການລາວ ແລະໄທຍ, ໃນໄລຍະທີ່ມີການຣະບາດ ຂອງໂຄວິດ-19 ຢູ່ປະເທດໄທຍ ຈາກຂໍ້ມູນເບື້ອງຕົ້ນມາຮອດ ເດືອນພຶສພາ ທີ່ຜ່ານມານີ້ຄົນງານລາວ 246,757 ຄົນໄດ້ພາກັນ ຫຼັ່ງໄຫຼກັບຄືນປະເທດ. ປັດຈຸບັນ ພວກເຂົາເຈົ້າເຫຼົ່ານັ້ນ ເປັນຄົນຫວ່າງງານ.

ກອງປະຊຸມໄດ້ປຶກສາຫາລືກັນ ກ່ຽວກັບການຊ່ອຍເຫຼືອຄົນງານລາວ ຢູ່ໄທຍ ທີ່ຖືກຢຸດວຽກ, ການສັກວັກຊິນ ປ້ອງກັນໂຄວິດ-19 ແລະການກວດຫາເຊື້ອ ກ່ອນຈະສົ່ງຕົວກັບຄືນ ປະເທດລາວ ແລະການອໍານວຍຄວາມສະດວກ ໃນການຕໍ່ອາຍຸໜັງສືຜ່ານແດນ, ການຕຽມຈັດສົ່ງຄົນງານລາວ ກັບຄືນປະເທດ ຫຼື ຮັບເອົາຄົນງານລາວຊຸດໃໝ່ ເຂົ້າມາເຮັດວຽກຢູ່ ໄທຍ ຕາມຣະບົບ MOU, ດັ່ງເຈົ້າໜ້າທີ່ແຮງງານໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ອາທິດ ທີ່ຜ່ານມາ ທາງການລາວກໍໄດ້ລົມກັບອະທິບໍດີ ກົມຈັດຫາງານ ກະຊວງແຮງງານຂອງໄທຍ ເຣື່ອງມາຕການຊ່ອຍເຫຼືອ ຄົນງານລາວທີ່ຢູ່ໃນປະເທດໄທຍ ເຣື່ອງໃບອະນຸຍາດ ເຮັດວຽກໝົດອາຍຸ ຫຼື ວີຊາໝົດອາຍຸ ທີ່ບໍ່ສາມາດເດີນທາງອອກຈາກໄທຍໄດ້ ທາງໄທຍ ຈະຕໍ່ອາຍຸໃຫ້ ໄທຍຜ່ອນຜັນໃຫ້ຢູ່ ຫາລືຮ່ວມກັນຢູ່.”

ທາງການລາວຢາກໃຫ້ຄົນງານລາວ ຢູ່ຕ່າງປະເທດທີ່ຕ້ອງການກັບຄືນປະເທດ ກັບຜ່ານຊ່ອງທາງທີ່ຖືກຕ້ອງຕາມຣະບຽບກົດໝາຍ.

ອີງຕາມການຣາຍງານ ຂອງ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 12 ກໍຣະກະດາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 314,981 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 2,825 ຄົນ, ເສັຍຊີວິດ 3 ຄົນ, ປິ່ນປົວຫາຍແລ້ວ 2,253 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 606 ຄົນ. ມີຜູ້ໄດ້ຮັບການສັກວັກຊິນ ເຂັມທີ 1 ແລ້ວ 1,025,248 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ 641,545 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.