ລາວ,ຈີນລົງນາມສ້າງໂຮງໝໍ ມະໂຫສົດ ຫຼັງໃໝ່

ໄຊຍາ
2018.03.13
F-mahosot ໂຮງໝໍມະໂຫສົດ ໃນ ນະຄອນຫລວງວຽງຈັນ ໄດ້ປິ່ນປົວຄົນເຈັບ ມາເກືອບເຖິງ ຊົ່ວເຊັນຄົນແລ້ວ
RFA/LX

ໃນນາມຂອງຣັຖບານ ສອງປະເທສ ລາວແລະຈີນ ທ່ານ ນາວ ບຸດຕາ ຫົວໜ້າຫ້ອງການ ກະຊວງສາທາຣະນະສຸກ ແລະ ທ່ານ ວັງ ກິຮຸຍ ທີ່ປຶກສາ ດ້ານເສຖກິດ ແລະການຄ້າ ສະຖານທູດຈີນ ປະຈຳລາວ ໄດ້ລົງນາມຂໍ້ຕົກລົງ ກຽ່ວກັບການປະຕິບັດ ໂຄງການສ້າງ ໂຮງໝໍ ມະໂຫສົດ ຫຼັງໃໝ່ ທີ່ຈີນ ເປັນຜູ້ຊ່ວຍເຫຼືອ ທີ່ນະຄອນຫຼວງວຽງຈັນ ໃນວັນສຸກທີ່ຜ່ານມາ.

ຈຸດປະສົງຂອງການສ້າງໂຮງໝໍ ມະໂຫສົດ ແຫ່ງໃໝ່ນີ້ ທາງການລາວ ຈະເຮັດໃຫ້ປະຊາຊົນລາວ ບໍ່ຈຳເປັນຕ້ອງໄປປິ່ນປົວ ຢູ່ປະເທສ ເພື່ອນບ້ານ ແລະ ເຮັດໃຫ້ຈຳນວນ ປະຊາຊົນລາວ ທີ່ໄປປີ່ນປົວຫຼຸດໜ້ອຍຖອຍລົງ.

ເພື່ອກະຕຽມບຸຄລາກອນ ສຳລັບໂຮງໝໍນີ້ ກະຊວງສາທາຣະນະສຸຂ ກໍ່ໄດ້ຕຽມສົ່ງພະນັກງານ ແພດ ໝໍ ໄປຝຶກອົບຮົມ ຣະຍະສັ້ນ 3 ເດືອນ, 6 ເດືອນ ຫຼື 1 ປີ ຢູ່ປະເທສຈີນ ໃນປີ 2018 ນີ້. ຈະໃຫ້ ແພດ-ໝໍ ໄປຝຶກອົບຮົມ ວິຊາການຕ່າງໆ ທັງປີ່ນປົວ ແລະ ນໍາໃຊ້ເຄື່ອງມື ການແພດ ທັງຝ່າຍເທັກນິກ ວິຊາການ ເປັນແຕ່ລະຍະໄປ. ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການເງິນ ກະຊວງສາທາຣະນະສຸຂ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

"ນຶ່ງ, ຕ້ອງຮຽນຄຸ້ມຄອງໂຮງໝໍ, ສອງມາ, ກໍ່ຕ້ອງເວົ້າເຣື່ອງການນໍາໃຊ້ອຸປກອນ ເນາະ ເອົາມາແລ້ວເຮົາບໍ່ຮູ້ຄຸ້ມຄອງ ຈັກຫນ່ອຍ ກະຊິເພ ແຫລ້ວ ຕໍ່ມາຫລະບາງເທື່ອນີ້ ລະດັບເຕັກນິກ ເພື່ອຍົກຣະດັບຕື່ມ ວ່າເຕັກໂນໂລຢີ ຊໍ່າໃດ ເຮົາຊໍ່ານີ້ ກໍ່ຕອ້ງໄປຮຽນນໍາ ເພີ່ນຕື່ມ ມີແຜນ ແຕ່ລະຣະຍະ ຕົວຢ່າງຣະຍະນີ້ ເອົາແພດຜ່າຕັດ ເອົາແພດວາງຢາສລົບໄປ ເອົາແພດ ສົ່ງເຄື່ອງມືໄປຕົວຢ່າງ."

ໂຮງໝໍໃໝ່ນີິ້ມີຕຶກສູງ 8 ຊັ້ນ, 600 ຕຽງ, ມຸນຄ່າການກໍ່ສ້າງ ປະມານ 90 ລ້ານໂດລາ ສະຫະຣັຖ, ມີກຳນົດສ້າງ ໃຫ້ແລ້ວໃນ 2020 ແລະ ຄາດວ່າຈະເປີດໃຊ້ ໃນປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.