ລາວ ຍັງຄວບຄຸມ ສິນຄ້າປົນເປື້ອນ ສານເຄມີ ບໍ່ໄດ້

ໄຊຍາ
2018.10.01
f-fruits ເຈົ້າໜ້າທີ່ ກ່ຽວຂ້ອງ ກຳລັງກວດວິຈັຍ ຫາສານເຄມີ ທີ່ເຈືອປົນ ໃນຜັກ ແລະ ໝາກໄມ້.
Screen capture: http://laosupdate.com/9522/

ຣັຖບານລາວ ຍັງບໍ່ສາມາດ ຄວບຄຸມສິນຄ້າ ປົນເປື້ອນສານເຄມີ ໂດຍສະເພາະ ໝາກໄມ້ ທີ່ມາຈາກວຽດນາມໄດ້ ຍ້ອນວ່າ ຂາດອຸປະກອນ ໃນການກວດກາ ນັກວິຊາການມີໜ້ອຍ ແລະ ສູນວິໃຈສານເຄມີ ໃນສິນຄ້າ ກໍມີ ແຕ່ຢູ່ນະຄອນຫລວງວຽງຈັນ, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ນະຄອນຫຼວງວຽງຈັນ  ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ນີ້ວ່າ:

“ບ້ານເຮົາ ມັນອາຫານ ມາຈາກວຽດນາມ ສ່ວນນຶ່ງຫັ້ນນາ ແຕ່ວ່າ ມັນກໍ່ມີສິ່ງເຈືອປົນມາຢູ່ ແຕ່ວ່າສຳລັບເຮົານີ້ ເວລານໍາເຂົ້າມາ ເຮົາກໍ່ ບໍ່ຮູ້ວ່າ ມັນມາຈາກພາກສ່ວນໃດ ຄວບຄຸມຍາກທີ່ສຸດ ເພາະວ່າ ເຂົ້າມາແລ້ວ ບາດນີ້ ເຮົາກໍ່ຫ້ອງແລັບຂອງເຮົາ ມັນກໍ່ຮອງຮັບບໍ່ໄດ້ ເພາະວ່າ ສູນວິໃຈ ມີແຫ່ງດຽວ ຄື ນະຄອນຫຼວງວຽງຈັນຫັ້ນນ່າ ເວລາມັນມາ ກໍຄວບຄຸມຍາກ ກໍອີງໃສ່ເວລາມັນເກີດປະກົດການ ເຮົາຈຶ່ງຄ່ອຍວ່າລົງ.”

ທ່ານອະທິບາຍວ່າ ປັດຈຸບັນ ສິນຄ້າປົນເປື້ອນສານເຄມີນັ້ນ ຈະພົບເຫັນ ຫຼາຍທີ່ສຸດ ໃນອາຫານທະເລ, ຊີ້ນສັດ, ຜັກ ແລະ ໝາກໄມ້ ຖ້າເປັນ ຊີ້ນສັດ ສ່ວນໃຫຍ່ ຈະມີສານຟໍມາລີນ ແລະ ສານກັນບູດ ແຕ່ຖ້າເປັນພືດຜັກ ແລະ ໝາກໄມ້ ສ່ວນໃຫຍ່ຈະປົນເປື້ອນ ສານເລັ່ງໃຫຍ່ໄວ ແລະ ສີເຄມີ ທີ່ເຮັດໃຫ້ສິນຄ້າສົດໃໝ່. ສານເລົ່ານີ້ ເມື່ອເຂົ້າສູ່ ຮ່າງກາຍໄປດົນນານ ຈະເຮັດໃຫ້ເກີດມະເຮັງໄດ້.

ທ່ານອະທິບາຍອີກວ່າ ປັດຈຸບັນ ການແກ້ບັນຫາດັ່ງກ່າວ ຍັງເຮັດຍາກຫຼາຍ ເນື່ອງຈາກ ບໍ່ມີບຸຄລາກອນ ຫລື ວິຊາການ ພຽງພໍ ທີ່ຈະໄປຢູ່ ປະຈຳດ່ານ ຊາຍແດນ ແຂວງຕ່າງໆ ອີກທັງ ເວລາ ໄປກວດກາ ຕາມດ່ານ ເຈົ້າໜ້າທີ່ ບໍ່ສາມາດກວດສິນຄ້າ ທັງໝົດ ທີ່ຢູ່ໃນຣົດໄດ້ສ່ວນໃຫຍ່ ຈັບໄດ້ ເວລາສິນຄ້າ ເກືອບຕົກຮອດມື ຜູ້ບໍຣິໂພຄແລ້ວ ຫລື ມີພົລເມືອງ ຣາຍງານມາ ສ່ວນພໍ່ຄ້າແມ່ຄ້າວຽດນາມ ຈັບໄດ້ກໍປະຕິເສດຕລອດ.

“ສ່ວນຫລາຍ ມັນແມ່ຄ້າຫຍ່ອຍ ແບກຫາບໄປເອົາຫັ້ນນ່າ ລັກລອບນີ້ ເຮົາບໍ່ເຫັນ ສ່ວນຫລາຍມັນມີແຕ່ ເຮົາເຫັນຢູ່ຕາມທ້ອງຕລາດນີ້ແຫລະ ເວລາເຮົາລົງໄປ ສຳລັບວຽດນີ້ ມັນບໍ່ເວົ້າພາສາລາວ ມັນຈະບໍ່ສົນ ມີແຕ່ວ່າ ບໍ່ຮູ້ ບໍ່ຮູ້ ບໍ່ຮູ້ ແບບເຂົາເອີ້ນວ່າ ແມ່ຄ້າວຽດວ່າຊັ້ນສະ ເຂົາກໍເວົ້າ ໄປຕາມລັກສະນະນັ້ນ.”

ໃນວັນທີ 27 ເດືອນສິງຫາ ຜ່ານມາ ເຈົ້າໜ້າທີ່ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ນຳເອົາ ເຄື່ອງໃນງົວ, ຄວາຍ 750 ກິໂລກຣາມ ທີ່ປົນເປື້ອນສານຟໍມາລິນ ໄປທຳລາຍຖິ້ມ ພາຍຫລັງ ຢືດໄດ້ທີ່ຕລາດທາດຫລວງໃຕ້ ໂດຍແມ່ຄ້າ ໃນຕລາດເວົ້າວ່າ ຮັບມາ ຈາກຄົນວຽດນາມ ແລະ ເມື່ອກາງເດືອນພຶສພາ ຜແນກສາທາຣະນະສຸຂ ແຂວງຈຳປາສັກ ຈັດພິທີຈູດທຳລາຍ ອາຫານທະເລ ທີ່ປົນເປື້ອນສານຟໍມາລີນ ຈຳນວນ 200 ປາຍກິໂລກຣາມ ໂດຍຍຶດໄດ້ ທີ່ຕລາດ ນະຄອນປາກເຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.