ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ຂ.ບໍ່ແກ້ວ ນໍາໜ້າ

ໄຊຍາ
2021.05.10
ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ຂ.ບໍ່ແກ້ວ ນໍາໜ້າ ຄວາມງຽບເຫງົາຢູ່ຕລາດ ເມືອງຕົ້ນເຜິ້ງ ຈາກ ການປິດບ້ານປິດເມືອງ ແຂວງບໍ່ແກ້ວ ທີ່ ປະຕິບັດ ມາຕການປ້ອງກັນໂຄວິດ-19
ນັກຂ່າວພົລເມືອງ

ແຂວງບໍ່ແກ້ວ ມີຍອດຜູ້ຕິດເຊື້ອພຍາດໂຄວິດ-19 ສະສົມຈຳນວນ 284 ຄົນ ຈາກຂໍ້ມູນຂອງການຣາຍງານມາເຖິງວັນທີ 10 ພຶສພາ. ໂດຍແຂວງບໍ່ແກ້ວ ມີຜູ້ຕິດເຊື້ອເປັນອັນດັບສອງ ຮອງຈາກນະຄອນຫຼວງວຽງຈັນ. ຜູ້ຕິດເຊື້ອ ສ່ວນໃຫຍ່ແມ່ນຢູ່ເມືອງຕົ້ນເຜີ້ງ ແລະ ຄົນງານເຮັດວຽກໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ. ດັ່ງ ເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມພຍາດໂຄວິດ-19 ປະຈຳແຂວງ ບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 10 ພຶສພາ ວ່າ:

"ຈຳນວນເພີ່ມຫຼາຍສົມຄວນຫັ້ນແຫຼະ, ໂອສ່ວນຫຼາຍນີ້ແມ່ນຢູ່ໃນເຂດຕົ້ນເຜີ້ງໝົດເນາະ, ເຂດນີ້ຫວະຕິດປະມານ 200 ປາຍນີ້ແຫຼະ. ກວດກະຫຼາຍສົມຄວນຫັ້ນແຫຼະ ເກັບໂຕຢ່າງ ກວດຖືວ່າ ໃຊ້ມາຕການປ້ອງກັນຫັ້ນແຫຼະ."

ທ່ານກ່າວຕື່ມວ່າ ທາງການແຂວງບໍ່ແກ້ວ ຍັງສືບຕໍ່ໃຊ້ມາຕການປີດການເຂົ້າອອກ ເມືອງແລະແຂວງ ຮວມທັງບໍ່ໃຫ້ເຂົ້າອອກໃນເຂດ ເສຖກິຈພິເສດ. ເນຶ່ອງຈາກເປັນເຂດແຜ່ ຣະບາດຫຼາຍທີ່ສຸດໃນແຂວງ ເຊິ່ງຖ້າໃຜຝ່າຝືນ ຈະດຳເນີນຄະດີຕາມກົດໝາຍ.

ທາງເຈົ້າໜ້າທີ່ຄຸ້ມຄອງ ເຂດເສຖກິຈພິເສດສາມຫລ່ຽມຄຳ ໄດ້ກ່າວວ່າປັຈຈຸບັນ ທາງພາກສ່ວນກ່ຽວຂ້ອງກຳລັງ ລົງພື້ນທີ່ໃນເຂດ ເສຖກິຈ ພິເສດ ເພື່ອຄວບຄຸມການແຜ່ຣະບາດ ພ້ອມທັງພົ່ນສີດຢາຂ້າເຊື້ອ ຕາມສະຖານະການ ທີ່ຜູ້ຕິດເຊື່້ອພຍາດໂຄວິດ-19 ເຄີຍເດີນທາງໄປ.

"ເພິ່ນບໍ່ໃຫ້ເຂົ້າບໍ່ໃຫ້ອອກແຫຼະເພິ່ນປີດໄວ້ໝົດດຽວນີ້ນ່າ. ຄວບຄຸມເດ້ດຽວນີ້ກຳລັງ ຢູ່ໃນຂັ້ນຕອນຄວບຄຸມ ລົງກວດຕິດຕາມຣະບຽບ ທີ່ທາງຣັຖບານວາງອອກຫັ້ນແຫຼະ. ເວົ້າເຣື່ອງມາຕການຕ່າງໆ ເພິ່ນກະເຂັ້ມງວດຫັ້ນແຫຼະ."

ທ່ານໄດ້ກ່າວຕື່ມວ່າ ເມື່ອວັນທີ 5 ພຶສພາ ຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງບໍ່ແກ້ວ ກໍໄດ້ອອກແຈ້ງການໄປຍັງກຸ່ມ ບໍຣິສັດ ດອກງີ້ວຄຳ ແລະ ຜູ້ປະກອບການພາຍໃນ ເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ໃຫ້ມີການຄວບຄຸມຄົນງານ ບໍ່ໃຫ້ລັກອອກນອກເຂດ ຢ່າງເດັດຂາດ ແລະ ຫ້າມເອົາຄົນງານອອກຈາກວຽກ. ຖ້າບໍຣິສັດໃດຝ່າຝືນ ຈະຖືກຢຶດທະບຽນ ວິສາຫະກິຈບໍ່ອະນຸຍາດໃຫ້ດຳເນີນ ກິຈການ ໃນເຂດເສຖກິຈພິເສດສາມຫລ່ຽມຄຳ.

ຄົນງານທີ່ເຮັດວຽກ ໃນເຂດເສຖກິຈພິເສດສາມຫລ່ຽມຄຳ ໄດ້ກ່າວວ່າ ໃນໄລຍະນີ້ ທາງນາຍຈ້າງໄດ້ສັ່ງໃຫ້ຄົນງານ ເຮັດວຽກແຕ່ຢູ່ ພາຍໃນຫ້ອງພັກ ຫ້າມອອກນອກຢ່າງເດັດຂາດ.

"ຢູ່ນີ້ເພີ່ນເຂັ້ມງວດຫຼາຍບໍ່ໄດ້ໃຫ້ອອກໄປໃສເລີຍ ມີແຕ່ເຮັດວຽກກໍເຮັດວຽກແຕ່ຫ້ອງພັກ ເພີ່ນກັກບໍຣິເວັນໝົດແລ້ວ ເຮັດວຽກຢູ່ໃນຫ້ອງ ແລ້ວກະເວລາຮອດຍາມກິນເຂົ້າ ເພິ່ນກໍຈະເອົາເຂົ້າມາສົ່ງ ເປັນຊັ້ນໆ ໃນເຮົາ."

ສ່ວນບໍຣິເວນບ້ານຕ່າງໆ ໃນເມືອງຕົ້ນເຜິ້ງ ທີ່ຕີດຢູ່ກັບເຂດເສຖກິຈພິເສດ ສາມຫລ່ຽມຄຳ ກໍມີການຕັ້ງດ່ານກວດກາຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການລັກລອບອອກມາທາງນອກ ຂອງຄົນງານ. ດັ່ງເຈົ້າໜ້າທີ່ຂັ້ນທ່ອງຖິ່ນໄດ້ກ່າວວ່າ:

"ພວກເຮົາປ້ອງກັນຍາມແຕ່ລະຈຸດ ແຕ່ລະບ່ອນທີ່ວ່າມີຊ່ອງຫວ່າງ ຢ້ານຄົນທີ່ວ່າຢູ່ໃນບໍຣິສັດ ດອກງີ້ວຄຳ ຫັ້ນເນາະລັກລອບອອກມາ ຢູ່ບ້ານຂອງປະຊາຊົນ ບໍ່ໃຫ້ລັກລອບເຂົ້າມາ ບ້ານເຮົາ. ຜູ້ໃດຝ່າຝືນກໍຈະໄດ້ ປະຕິບັດຕາມຣະບຽບ ທີ່ທາງຄະນະສະເພາະກິຈ ເພິ່ນ ໄດ້ວາງອອກເນາະ."

ການຣະບາດເຊື້ອໂຄວີດ-1ໍ9 ໃນແຂວງບໍ່ແກ້ວ ເປັນຣະດັບເຂົ້າຊຸມຊົນ ເຊິ່ງມັນໄດ້ສົ່ງຜົລກະທົບຕໍ່ກັບ ແມ່ຄ້າຂາຍເຄື່ອງໜ້າບ້ານ ຍ້ອນວ່າວ່າທາງແຂວງ ກໍໃຊ້ມາຕການປີດເມືອງ ຫຼາຍຄົນບໍ່ໄດ້ອອກບ້ານ ອັນສົ່ງຜົລຕໍ່ກຄ້າຂາຍເຄື່ອງ ຂອງແມ່ຄ້າ. ດັ່ງແມ່ຄ້າ ຮ້ານອາຫານ ຂນາດນ້ອຍໄດ້ກ່າວວ່າ:

"ມື້ນຶ່ງກະປະມານ 7-8 ຄົນ ນີ້ແຫຼະກະບໍ່ຫຼາຍປານໃດ ເພາະວ່າດຽວນີ້ກະຂາຍ ໜ້າເຮືອນຫຼຸດລົງຫຼາຍເຕີບ ຊ່ວງນີ້ແທ້ໄປໃສບໍ່ໄດ້."

ຕາມການຣາຍງານຂອງຄະນະສະເພາະກິຈ ແຂວງບໍ່ແກ້ວ ປະຈຳວັນທີ 10 ພຶສພາ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 15 ຄົນ ຢູ່ເມືອງ ຕົ້ນເຜີ້ງ ຍອດໂຕເລກສະສົມ ຜູ້ຕີດເຊື້ອ 284 ຄົນ ກຳລັງປິ່ນປົວ 271 ຄົນ, ປົວເຊົາດີ 13 ຄົນ. ໂດຍຈຳນວນ ຜູ້ຕິດເຊື້ອໂຄວິດ -19 ແຍກຕາມເມືອງ ເມືອງຫ້ວຍຊາຍ 40 ກໍຣະນີ, ເມືອງຕົ້ນເຜິ້ງ 243 ກໍຣະນີ, ເມືອງປາກທາ 1 ກໍຣະນີ ເມືອງເມິງ ແລະ ຜາອຸດົມ ບໍ່ມີຜູ້ຕີດເຊື້ອ. ປັຈຈຸບັນ ຊາວແຂວງບໍ່ແກ້ວໄດ້ສັກຢາເຂັມທີ 1 ຈຳນວນ 49,905 ຄົນ ເຂັມທີ 2 ຈຳນວນ 4,667 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.