ໂຄວິດ-19 ຣະບາດ ໃນຊຸມຊົນ ນະຄອນຫຼວງ

ໄຊຍາ
2021.08.16
ໂຄວິດ-19 ຣະບາດ ໃນຊຸມຊົນ ນະຄອນຫຼວງ ຊາວນະຄອນຫຼວງວຽງຈັນ ທີ່ອອກໄປລໍຖ້າຮັບ ການສັກວັກຊິນ ຢູ່ຕາມຈຸດຕ່າງໆ ທີ່ ທາງການຈັດໄວ້ໃຫ້
RFA

ໃນວັນທີ 14 ສິງຫາ ຜ່ານມາ ຜແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ໄດ້ແຈ້ງໂຈະ ການຮຽນ-ການສອນທຸກຣະດັບ ຊັ້ນຊົ່ວຄາວຕັ້ງແຕ່ຊັ້ນ ອະນຸບານຈົນເຖິງວິຊາຊີບ ທັງພາກຣັຖ ແລະ ເອກກະຊົນ. ຍ້ອນວ່າຄະນະສະເພາະກິຈ ໄດ້ແຖລງພົບຜູ້ຕິດ ເຊື້ອໂຄວິດ-19 ໃນຊູມຊົນເພີ່ມຂຶ້ນ.

ແຈ້ງການໂຈະຊົ່ວຄາວຍັງບໍ່ມີກຳນົດວ່າ ຈະກັບມາເປີດສອນເມື່ອໃດ ດັ່ງເຈົ້າໜ້າທີ່ຜແນກສຶກສາ ນະຄອນຫຼວງວຽງຈັນ ທີ່ຂໍສງວນ ຊື່ ໄດ້ກ່າວໃນວັນທີ 16 ສິງຫານີ້ວ່າ.

"ອີງຕາມສະພາບການຣະບາດ ຂອງພຍາດໂຄວິດ-19 ຫັ້ນມັນຍັງຢູ່ໃນຊຸມຊົນນ່າ ໃຫ້ເລື່ອນອອກໄປສະກ່ອນນັ້ນແຫຼະ ຂຶ້ນນຳຊຸມຊົນ ພຍາດນີ້ເຮົາກໍຈະເປີດໄດ້ຢູ່ ເພິ່ນຍັງບໍ່ວາງໃຈ ສາຍພັນໃໝ່ນີ້ ມັນຍາກເດ້."

ທ່ານໄດ້ກ່າວຕື່ມວ່າ ຖ້າຫາກຍັງມີການຣະບາດ ໃນຊຸມຊົນຢູ່ ຈົນຮອດວັນທີ 01 ກັນຍາ 2021 ນີ້ຍັງບໍ່ມີທ່າອ່ຽງວ່າດີຂຶ້ນທາງຜແນກ ສຶກສາທິການ ກໍມີແຜນໃຫ້ແຕ່ລະໂຮງຮຽນ ປັບການຮຽນ-ການສອນ ໂດຍໃຫ້ນັກຮຽນ ຮຽນອອນລາຍຢູ່ບ້ານ ເຊິ່ງກໍຕ້ອງມີການປຶກສາ ຫາລື ກັນກ່ອນ.

ນອກຈາກນີ້ທາງມະຫາວິທາຍາລັຍ ແຫ່ງຊາດລາວ ກໍໄດ້ອອກແຈ້ງການ ໃຫ້ໂຈະການຮຽນ-ການສອນ ຊົ່ວຄາວໂດຍເຣີ່ມຕັ້ງແຕ່ ວັນທີ 16 ສິງຫາ ນີ້ເປັນຕົ້ນໄປ. ສາເຫດທີ່ໂຈະເນື່ອງ ຈາກກ່ອນໜ້ານີ້ພົບນັກຮຽນ ທີ່ໄປເສັງຄະນະອັກສອນສາດ ມີການຕິດເຊື້ອ ເຊິ່ງໃນນັ້ນຍັງມີ ຜູ້ສັມພັດໃກ້ຊິດອີກ 30 ຄົນ.

ສ່ວນການຖແລງຂ່າວປະຈຳວັນ ຂອງຄະນະສະເພາະກິຈ ເມື່ອວັນທີ 16 ສິງຫາ ພົບວ່າມີຜູ້ຕິດເຊື້ອເພີ່ມ 349 ຄົນ ໃນນີ້ມີຕິດເຊື້ອ ໃນຊຸມຊົນ 37 ຄົນ ແລະ ກໍຣະນີນຳເຂົ້າ 312 ຄົນ ຈາກຜົລການກວດວິເຄາະ ທັງໝົດ 2,478 ໂຕຢ່າງ ຂອງ ວັນທີ 15 ສິງຫາ 2021. ໂດຍນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອ 104 ຄົນ, ແຂວງຈຳປາສັກ 55 ຄົນ, ແຂວງ ສາລະວັນ 31 ຄົນ, ແຂວງບໍ່ແກ້ວ 21 ຄົນ, ແຂວງສວັນນະເຂດ 63 ຄົນ, ແຂວງຫຼວງພຣະບາງ 2 ຄົນ, ແຂວງໄຊຍະບູຣີ 5 ຄົນ ແລະ ແຂວງເຊກອງ 1 ຄົນ. ດັ່ງ ດຣ ສີສະຫວາດ ນິລະໄຊ ຮອງ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວເມື່ອວັນທີ 16 ສິງຫາ ວ່າ.

"ເກັບໂຕຢ່າງມາກວດວິເຄາະທັງໝົດ 2,487 ຄົນ ກວດພົບຜູ້ຕິດເຊື້ອ ໃໝ່ທັງໝົດ 349 ຄົນ ຕິດເຊື້ອຢູ່ໃນຊຸມຊົນແມ່ນ 37 ຄົນ, ຫຼວງພຣະບາງ 1 ຄົນ ບໍ່ແກ້ວ 27 ຄົນ ສວັນນະເຂດ 8 ຄົນ ເຊກອງ 1 ຄົນ ສ່ວນກໍຣະນີນຳເຂົ້າ ທັງໝົດແມ່ນມີ 312 ຄົນ."

ກ່ຽວກັບການຕິດເຊື້ອໂຄວິດ-19 ພາຍໃນຊຸມຊົນຫຼາຍຂຶ້ນນີ້ ຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກໍໄດ້ເວົ້າວ່າ ກໍໃຊ້ຊີວິດ ປົກກະຕິ ເຖິງແມ່ນວ່າຈະຢ້ານ ແຕ່ກໍປ້ອງກັນຕົນເອງ ເວລາອອກໄປໃສ ກໍຕ້ອງໃສ່ຜ້າອັດປາກອັດດັງ ລ້າງມືບໍ່ໄປໜັ່ງຊຸມແຊວງ ບ່ອນທີ່ມີຄົນແອອັດ.

"ໂອຍກະຢ້ານແຫຼະເນາະ ໄປນີ້ໄປນັ້ນຕ້ອງໄດ້ຣະມັດຣະວັງ ຢ່າງດີຫັ້ນແຫຼະ ຕ້ອງໃສ່ຜ້າປິດປາກ ຕ້ອງໃສ່ເຈວທຸກຄັ້ງ ເພິ່ນກໍວ່າບໍ່ໃຫ້ ຊຸມແຊວກັນ."

ຊາວບ້ານຢູ່ແຂວງສວັນນະເຂດ ອີກທ່ານນຶ່ງກໍເວົ້າວ່າ ກໍບໍ່ໄດ້ຕື່ນຕົກໃຈຄືແຕ່ກ່ອນ ເພາະກໍຮູ້ຈັກວິທີປ້ອງກັນຕົນເອງແລ້ວ ເວລາອອກ ໄປໃສກໍໃສ່ຜ້າອັດປາກອັດດັງ ບໍ່ໄປເຂດພື້ນທີ່ ສີແດງ ແລະ ບໍ່ໄປບ່ອນຄົນຫຼາຍ.

ນອກຈາກນີ້ ທ່ານ ບຸນເຫຼືອ ພັນດານຸວົງ ຮອງນາຍົກຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ລົງພື້ນທີ່ ເຂດເສຖກິຈພິເສດສາມຫຼ່ຽມ ຄຳ ແຂວງບໍ່ແກ້ວ ເມື່ອວັນທີ 13 ສິງຫາ 2021 ຜ່ານມາເພື່ອໃຫ້ທິດຊີ້ນຳ ໃນການແກ້ໄຂບັນຫາ ການແຜ່ຣະບາດຂອງໂຄວິດ-19 ແລະ ຊ່ອຍເຫຼືອຄົນງານພະມ້າ ທີ່ຕອງການກັບຄືນປະເທດ ໂດຍໄວ ເຊິ່ງປັດຈຸບັນເຈົ້າໜ້າທີ່ ກໍຍັງທະຍອຍສົ່ງຄົນງານພະມ້າ ຢູ່ພາຍ ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ກັບຄືນບ້ານຢ່າງຕໍ່ເນື່ອງ ເຊິ່ງເຈົ້າໜ້າທີ່ກໍເຮັດຕາມ ມາຕການປ້ອງກັນໂຄວິດ-19 ຂອງທາງການ ລາວ. ດັ່ງ ເຈົ້າໜ້າທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງກ່າວໃນວັນທີ 16 ສິງຫາ ນີີ້ວ່າ:

"ຍັງມີຢູ່ຄົນພະມ້າ ຍັງມີຫຼາຍຢູ່ຄົນຊິອອກ ຄົນຊິອອກເຮົາກໍສົ່ງກໍໄດ້ ຄ່ອຍຈັດສົ່ງທະຍອຍໄປເຣື້ອຍໆ ຢູ່."

ອີງຕາມການຣາຍງານຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 16 ສິງຫາ 2021 ນີ້ຣາຍງານວ່າມາຮອດປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະຫາ ເຊື້ອໂຄວິດ-19 ທັງໝົດ 359,101 ຄົນ ໃນນັ້ນພົບຜູ້ຕິດເຊື້ອສະສົມ 10,441 ຄົນ ເສັຍຊີວິດ 9 ຄົນ ປີ່ນປົວ ເຊົາແລ້້ວ 6,244 ຄົນ ກຳລັງປີ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 4,188 ຄົນ.

ສ່ວນການສັກວັກຊິນປ້ອງເຊື້ອໂຄວິດ-19 ຫຼ້າສຸດ ໃນວັນທີ 15 ສິງຫາ 2021 ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນ ເຂັມ ທີນຶ່ງ 1,7000,139 ຄົນ ແລະ ເຂັມທີສອງ 1,479,898ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.