ຕິດເຊື້ອໂຄວິດ-19 ຕື່ມອີກ 25 ເສັຽຊີວິດ 1 ຄົນ
ຈາກຜົລກວດຫາ ຜູ້ຕິດເຊື້ອ ໂຄວິດ-19 ຈໍານວນ 4,429 ຕົວຢ່າງ ເມື່ອວັນທີ 9 ພຶສພາ 2021 ນີ້, ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 25 ຄົນ, ຂນະນີ້ ປະເທດລາວ ມີຜູ້ຕິດເຊື້ອ ສະສົມ 1,327 ຄົນ.
-
ຈໍາປາທອງ
2021-05-10 -
-
-
Your browser doesn’t support HTML5 audio
ຈາກຜົລຂອງການກວດວິເຄາະ ຫາຜູ້ຕິດເຊື້ອໂຄວິດ-19 ຈໍານວນ 4,429 ຕົວຢ່າງ ເມື່ອວັນທີ 9 ພຶສພາ 2021 ນີ້ ທາງການລາວ ກວດພົບຜູ້ຕິດໂຄວິດ-19 ເພີ່ມອີກ 25 ຄົນ, ເຮັດໃຫ້ ປະເທດລາວ ມີຜູ້ຕິດເຊື້ອສະສົມ 1,327 ຄົນ.
ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາະນະສຸຂ ຕາງໜ້າ ຄະນະສະເພາະກິດ ປ້ອງກັນ ໂຄວິດ-19 ກ່າວໃນການຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 10 ພຶສພາ ນີ້ວ່າ:
“ມາຮອດປັດຈຸບັນນີ້ ມີຣາຍງານຜູ້ຕິດເຊື້ອສະສົມ ທັງໝົດ 1,327 ຄົນ ໃນນັ້ນມື້ນີ້ພົບ ກໍຣະນີໃໝ່ 25 ກໍຣະນີ.”
ທ່ານກ່າວຕື່ມວ່າຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ 6 ຄົນ, ແຂວງບໍ່ແກ້ວ 15 ຄົນ, ສວັນນະເຂດ 3 ຄົນ ແລະ ແຂວງຈໍາປສັກ 1 ຄົນ ຊຶ່ງທັງໝົດໄດ້ຮັບການປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ. ສໍາລັບຄົນນຶ່ງ ທີ່ເສັຽຊີວິດຍ້ອນ ໂຄວິດ-19 ໃນມື້ວັນທີ 9 ພຶສພາ ນັ້ນເປັນກໍຣະນີທໍາອິດ ທີ່ເສັຽຊີວິດໃນ ປະເທດລາວ, ເປັນແມ່ຍິງສັນຊາດວຽດນາມ, ອາຍຸ 53 ປີ, ຜູ້ກ່ຽວຢູ່ ແລະເຮັດວຽກໃນເຂດບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ນາງໄດ້ເຂົ້າໄປກວດຫາເຊື້ອ ໂຄວິດ-19 ເມື່ອ ວັນທີ 30 ເມສາ ທີ່ຜ່ານມາ, ກວດພົບວ່າຕິດເຊື້ອ ແລະ ເສັຽຊີວິດໃນມື້ວັນທີ 9 ພຶສພາ ນີ້ທີ່ໂຮງໝໍເສດຖາທິຣາດ.
ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ກະຊວງສາທາຣະນະສຸຂ ກ່າວເຖິງເຣື່ອງການເສັຽຊີວິດຂອງນາງ ຕໍ່ສື່ມວນຊົນ ໃນພິທີຖແລງຂ່າວນັ້ນວ່າ ນາງໄດ້ ຢູ່ໃນກຸ່ມສ່ຽງສູງ ເນື່ອງຈາກວ່າມີສ່ວນພົວພັນ ກັບຮ້ານຄາຣາໂອເກ໋ ແລະ ບໍ່ໄປ ກວດຫາເຊື້ອໂຄວິດ-19 ຕັ້ງແຕ່ໄລຍະທໍາອິດ, ເຮັດໃຫ້ເຊື້ອໂຄວິດ-19 ກະຈາຍຕົວໄວ ແລະ ຮຸນແຮງ ຂຶ້ນ ແລະ ນາງກໍມີໂຣຄ ປະຈໍາຕົວ ຕັບອັກເສບ-ບີ ແລະ ເບົາຫວານ ຈຶ່ງເຮັດໃຫ້ການປິ່ນປົວລ່າຊ້າ ແລະ ເສັຽຊີວິດໃນເວລາຕໍ່ມາ:
“ມານໍາເບິ່ງແລ້ວ ຜູ້ທີ່ເສັຽຊີວິດນີ້ເນາະ ກະມີອາຍຸສູງສົມຄວນ 53 ປີ ແລ້ວກະຕິດພັນກັບ ຮ້ານຄາຣາໂອເກ໋ ທີ່ຢູ່ບ້ານນາໄຊຫັ້ນ. ດັ່ງນັ້ນ ແລ້ວເຮົາຈຶ່ງເວົ້າ ການທີ່ທ່ານເປັນຄົນເຈັບ ເປັນກຸ່ມສ່ຽງ ຕັດສິນໃຈມາໂຮງໝໍລ່າຊ້າ ຕັດສິນໃຈຫລີກເວັ້ນ ການປິ່ນປົວ ຕັດສິນໃຈຫລົບຊ້ອນ ບໍ່ປາກົດຕົວໃຫ້ພວກເຮົາ ໄດ້ມາປິ່ນປົວໄວ ແຕ່ຫົວທີເນາະ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາອໍານາດການປົກຄອງ ບ້ານນາໄຊ ເພື່ອຂໍຮູ້ບ່ອນຢູ່, ອາຊີບແລະຍາດພີ່ນ້ອງ ຂອງຜູ້ເສັຽຊີວິດ, ແຕ່ນາຍບ້ານບອກວ່າ ບໍ່ຮູ້ຈັກ ປວັດແລະການເຄື່ອນໄຫວໃດໆ ຂອງຄົນວຽດນາມ ທີ່ເສັຽຊີວິດນັ້ນ.
ໃນຂນະດຽວກັນ ຊາວບ້ານນາໄຊ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຮູ້ແຕ່ວ່າຜູ້ເສັຍຊີວິດ ພັກຢູ່ບ້ານນາໄຊ, ແຕ່ບໍ່ຮູ້ວ່າ ຢູ່ບ່ອນໃດແທ້ ແລະບໍ່ຮູ້ວ່າເຮັດວຽກຫຍັງ. ແຕ່ພາຍຫລັງທີ່ຮູ້ຂ່າວວ່າ ນາງຕິດໂຄວິດ-19 ທາງອໍານາດການປົກຄອງບ້ານ ຈຶ່ງອອກມາ ເຕືອນ ໃຫ້ລູກບ້ານຣະມັດຣະວັງຕົວ, ບໍ່ໃຫ້ອອກຈາກເຮືອນໄປໃສ ຫາກອອກໄປ ກໍຕ້ອງ ໃສ່ຜ້າອັດປາກອັດດັງ, ໃຫ້ປ້ອງກັນຕົວເອງ ເຂັ້ມງວດ.
ທ່ານກ່າວຕື່ມວ່າ ບ້ານນາໄຊ ເປັນຊຸມຊົນໃຫຍ່, ຕັ້ງຢູ່ກາງນະຄອນຫຼວງວຽງຈັນ, ມີຮ້ານອາຫານ, ຮ້ານນວດ ແລະສະຖານທີ່ບັນເທິງ ຫລາຍແຫ່ງ ແລະມີຄົນວຽດນາມອາສັຍຢູ່ຫລາຍ, ທັງເຂົ້າມາເຮັດທຸຣະກິດ ແລະເປັນຄົນງານຮັບຈ້າງທົ່ວໄປ ແລະວ່າແມ່ຍິງວຽດນາມ ທີ່ເສັຍຊີວິດນັ້ນ ໄດ້ພົວພັນກັບສະຖານທີ່ບັນເທິງ ຢູ່ບ້ານນາໄຊ ດັ່ງທີ່ທ່ານກ່າວວ່າ:
“ຢູ່ນາໄຊ ນາຍບ້ານມາຖແລງຂ່າວເດ໋. ຂະເຈົ້າກະຕ້ອງປ້ອງກັນ ນໍາກັນຫັ້ນນ່າ ເພື່ອບໍ່ແຜ່ລາມໄປຫຼາຍບ່ອນຫັ້ນນ່າ. ຄົນວຽດນາມ ຢູ່ນີ້ຫລາຍກ່ອນເດ໊ເນາະ ຄົນວຽດນາມມັກຢູ່ນີ້ ບ້ານນາໄຊ ຂະເຈົ້າຮວມກັນຫັ້ນນ່າ ສ່ວນຫລາຍມັນຈະເປັນເທັກ ເປັນບາຫັ້ນ ຂະເຈົ້າຕິດມາ.”
ຊາວບ້ານນາໄຊ ອີກຜູ້ນຶ່ງເວົ້າວ່າ ບໍ່ຮູ້ຈັກຄົນວຽດນາມ ທີ່ເສັຽຊີວິດນັ້ນ. ແຕ່ພໍໄດ້ຍິນຂ່າວການເສັຍຊີວິດຂອງຜູ້ກ່ຽວ ຊາວບ້ານນາໄຊ ສ່ວນໃຫຍ່ຕ່າງກໍພາກັນ ຣະມັດຣະວັງຫຼາຍຂຶ້ນ, ປິດເຮືອນປິດຊານ ບໍ່ອອກໄປໃສ:
“ກະບໍ່ໃດ໋ ເຈົ້າ ປົກຕິຢູ່ໃຜຢູ່ມັນຮັກສາຕົວເອງ ເຈົ້າ ຢ້ານ ເຈົ້າ ຮ້ານແລກປ່ຽນເງິນກະປິດຂ້າງໆບ້ານ ມີແຕ່ໜ້າບ້ານເປີດຮ້ານນຶ່ງ.”
ກ່ຽວກັບເຣື່ອງນີ້ ຕາງໜ້າສະມາຄົມວຽດນາມ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ພຶສພາ ນີ້ວ່າ ຊາວວຽດນາມຜູ້ເສັຍຊີວິດນັ້ນ ເປັນຄົນງານ ທີ່ເຂົ້າມາ ເຮັດວຽກເປັນແມ່ບ້ານ ຢູ່ຮ້ານຄາຣາໂອເກ໋ ແລະອາສັຍຢູ່ບ້ານນາໄຊ ພຽງຜູ້ດຽວ, ນາງເຂົ້າມາລາວແບບຖືກຕ້ອງຕາມກົດໝາຍ.
ແລະພາຍຫລັງທີ່ຮູ້ຂ່າວການເສັຽຊີວິດຂອງນາງ ທາງສະມາຄົມວຽດນາມ ກໍໄດ້ປະສານງານກັບທາງການລາວ ເພື່ອຂໍກະດູກມາທໍາ ພິທີທາງສາສນາ ແລະໄດ້ແຈ້ງຂ່າວໄປໃຫ້ ຄອບຄົວຂອງນາງ ທີ່ປະເທດວຽດນາມຮູ້ແລ້ວ ດັ່ງທີ່ທ່ານກ່າວວ່າ:
“ເອີ໋; ເພິ່ນມີຄອບຄົວຢູ່ວຽດນາມ ເພິ່ນມີຄົນດຽວນີ໋ແຕ່ວ່າສະມາຄົມເຮົາ ເປັນຜູ້ຮັບຜິດຊອບເຣື່ອງນີ້ແລ້ວ ເຮົາໄປຮັບດູກຈາກສະເພາະ ກິດແນ່ແລ້ວກະເອົາໄປວັດກົງເຕັກຂອງວຽດ ໄຫວ້ມື້ເຊົ້າແລ້ວ ມື້ແລງນີ້ກະໄຫວ້ອີກ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ວັນທີ 10 ພຶສພາ 2021, ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ກວດຫາເຊື້ອໂຄວິດ-19 ທັງໝົດ 199,798 ຕົວຢ່າງ, ມີຜູ້ຕິດເຊື້ອສະສົມ 1,327 ຄົນ, ເສັຽຊີວິດ 1 ຄົນ, ປິ່ນປົວຫາຍແລ້ວ 238 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 1,088 ຄົນ.
ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ທັງໝົດ 488,473 ຄົນ. ໃນນັ້ນໄດ້ສັກ ເຂັມທີ 1 ແລ້ວ 405,200 ຄົນ ແລະ ສັກເຂັມທີ 2 ແລ້ວ 83,273 ຄົນ.