17 ສິງຫາ ຜູ້ຕິດໂຄວິດ-19 ເພີ່ມອີກ 381 ຄົນ

ຈໍາປາທອງ
2021.08.18
17 ສິງຫາ ຜູ້ຕິດໂຄວິດ-19 ເພີ່ມອີກ 381 ຄົນ ນັກສິລປິນ ຕ້ອງຫາ ທຸກທາງ ເພື່ອຄວາມຢູ່ລອດ
RFA

ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 ຈໍານວນ 2,769 ຄົນ ໃນມື້ວັນທີ 17 ສິງຫາ 2021 ນີ້ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 381 ຄົນ. ໃນນັ້ນ ຕິດໃນຊຸມຊົນ 48 ຄົນ ແລະ ນໍາເຂົ້າ 333 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສາສົມ 11,029 ຄົນ. ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະ ສະເພາະກິດປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 18 ສິງຫາ ນີ້ວ່າ:

“ພວກເຮົາໄດ້ກວດວິເຄາະທັງໝົດ 2,769 ຄົນ. ກວດພົບຜູ້ຕິດເຊື້ອໃໝ່ 381 ຄົນ ຊຶ່ງເປັນຕົວເລກທີ່ສູງທີ່ສຸດ ນັບຕັ້ງແຕ່ມີການ ຣະບາດມານີ້. ພົບການຕິດເຊື້ອຢູ່ໃນຊຸມຊົນ 48 ຄົນ ນະຄອນຫຼວງ ພົບ 1 ຄົນ ບໍ່ແກ້ວ ຈາກເມືອງຕົ້ນເຜິ້ງ 1 ຄົນ ຄໍາມ່ວນ 2 ຄົນ ສວັນນະເຂດ 44 ຄົນ. ສ່ວນກໍຣະນີນໍາເຂົ້າ ມີ 333 ຄົນ.”

ໃນຈໍານວນ 381 ຄົນທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ແຂວງສວັນນະເຂດ 152 ຄົນ, ຄໍາມ່ວນ 148 ຄົນ, ຈໍາປາສັກ 45 ຄົນ, ນະຄອນ ຫຼວງວຽງຈັນ 33 ຄົນ, ສາລະວັນ 1 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ.

ທຸກມື້ນີ້ ທາງການແຂວງບໍ່ແກ້ວ ສົ່ງຄົນງານພະມ້າ ຈາກເຂດເສຖກິດພິເສດ ສາມຫລ່ຽມຄໍາ ກັບຄືນປະເທດຫຼາຍແລ້ວ ພາຍຫຼັງ ທີ່ມີການຕົກລົງກັນຣະຫວ່າງ 2 ປະເທດ ລາວ-ພະມ້າ ໃນມື້ວັນທີ 8 ສິງຫາ 2021 ນີ້. ແຕ່ບໍ່ຮູ້ຈໍານວນວ່າໄດ້ສົ່ງໄປເທົ່າໃດກັນແທ້, ຮູ້ແຕ່ວ່າພວກເຂົາເຈົ້າ ໄດ້ລົງທະບຽນ ແລະກວດຫາເຊື້ອໂຄວິດ-19 ກ່ອນຈະໄດ້ກັບຄືນພະມ້າ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ສິງຫາ ນີ້ວ່າ:

“ການຈັດສົ່ງແຮງງານພະມ້າ ມີມີຢູ່ ຫະຍອຍໄປເລື້ອຍໆ ເທື່ອລະ 250 ເທື່ອລະ 100 ໄປຈັ່ງຊັ້ນແຫຼະ ກັ່ນກອງອອກເອົາ. ກໍໄດ້ ຈັດສົ່ງຣະຫວ່າງ ຮ່ວມມື 2 ປະເທດນັ້ນແຫຼະ ຈັດສົ່ງທຸກມື້ ວັນກ່ອນກໍຈັດ ວັນນີ້ກໍຈັດຄືກັນ ມື້ສິ້ນສູດກໍກໍານົດບໍ່ໄດ້ ແຕ່ມັນກໍໄປຕາມ ຂະບວນການ ຜູ້ໃດສິກັບບ້ານກໍໃຫ້ກັບ ເພາະເຂົາມາລົງທະບຽນໄວ້ເດ໋ ແລ້ວກະກວດໂຄວິດ ເນາະ.”

ມາເຖິງປັດຈຸບັນ ຍັງບໍ່ຮູ້ຈໍານວນຄົນງານພະມ້າ ທີ່ລໍກັບຄືນປະເທດ ວ່າມີເທົ່າໃດ, ພວກເຂົາເຈົ້າຕ້ອງປະຕິບັດ ຕາມຂັ້ນຕອນທຸກຢ່າງ ຮວມທັງການກວດຫາເຊື້ອ ໂຄວິດ-19 ກ່ອນຈະ ອອກໄປ. ຖ້າຜູ້ໃດຖືກກວດພົບຕິດເຊື້ອ ແລະມີຄວາມສ່ຽງ ກໍຕ້ອງຖືກກັກຕົວຢູ່ບ່ອນ ທີ່ທາງການຈັດໄວ້ໃຫ້. ຄົນງານພະມ້າທີ່ບໍ່ໄດ້ກັບປະເທດ ທາງການລາວມີ ອາຫານການກິນແຈກໃຫ້ ແລະ ຊ່ອຍເຫຼືອໃນເບື້ອງຕົ້ນ. ພວກທີ່ໄດ້ກັບ ແມ່ນລົງເຮືອທີ່ທ່າເຮືອບ້ານມອມ ໃກ້ກັບເຂດເສຖກິດພິເສດ ດັ່ງ ເຈົ້າໜ້າທີ່ຂແນງແຮງງານ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ເວົ້າວ່າ:

“ຜ່ານມາລະແມ່ນ ເພິ່ນສົ່ງຢູ່ເຂດພຸ້ນເລີຍເນາະ ຢູ່ທ່າເຮືອບ້ານມອມພຸ້ນ ແຫລະ ເຮືອມາຮັບເລີຍແຫລະ ລາຍລະອຽດນະເນາະ ອັນນີ້ ກໍຍັງບໍ່ຮູ້ວ່າ ເພິ່ນໄດ້ຈັດສົ່ງເທົ່າໃດແດ່ ແລ້ວກະຍັງ ເທົ່າໃດຫັ້ນນ່າເນາະ.”

ອີງຕາມການຣາຍງານ ຂອງຫ້ອງການຖແລງຂ່າວວັທນະທັມ ແລະທ່ອງທ່ຽວເມືອງຕົ້ນເຜິ້ງ ວັນທີ 8 ສິງຫາ ທາງການແຂວງບໍ່ແກ້ວ ແລະທາງການແຂວງທ່າຂີ້ເຫລັກ ຂອງພະມ້າ ໄດ້ປະຊຸມກັນ ແລະຕົກລົງກັນວ່າທາງການ ແຂວງບໍ່ແກ້ວ ຈະຈັດສົ່ງຄົນງານພະມ້າ ທີ່ຕ້ອງການກັບຄືນປະເທດ ມື້ນຶ່ງບໍ່ເກີນ 200 ຄົນ, ແຕ່ຂໍໃຫ້ຄົນງານພະມ້າ ປະຕິບັດ ຕາມມາຕການ ປ້ອງກັນໂຄວິດ-19 ຂອງລາວ.

ພ້ອມກັນນັ້ນ ທາງການແຂວງບໍ່ແກ້ວ ກໍຈະຫາວິທີຊ່ອຍເຫລືອຄົນງານພະມ້າ ໂດຍຈະປະສານງານ ກັບ ບໍຣິສັດດອກງິ້ວຄໍາ ແລະ ບໍຣິສັດຜູ້ວ່າຈ້າງ ໃຫ້ເບິ່ງແຍງຄົນງານ ໂດຍສະເພາະຜູ້ທີ່ຕິດໂຄວິດ-19. ສ່ວນຄົນງານພະມ້າ ທີ່ເຂົ້າມາລາວແບບບໍ່ຖືກຕ້ອງຕາມ ຣະບຽບກົດໝາຍ ແມ່ນຣັຖບານ 2 ປະເທດ ຈະອໍານວຍຄວາມສະດວກ ໃຫ້ໄດ້ກັບຄືີນ ປະເທດພະມ້າ.

ເວົ້າເຖິງຄົນງານພະມ້າ ຢູ່ໃນເຂດເສຖກິດພິເສດນີ້ ຄົນລາວຜູ້ນຶ່ງ ທີ່ຢູ່ໃນເຂດນັ້ນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ສິງຫາ ນີ້ວ່າ ຫລັງຈາກຄົນງານພະມ້າ ປະທ້ວງ ທາງການ ແຂວງບໍ່ແກ້ວ ກໍໃຫ້ພວກເຂົາເຈົ້າ ໄປລົງທະບຽນ ກວດຫາເຊື້ອໂຄວິດ-19 ກ່ອນຈະໄດ້ກັບປະເທດ, ປັດຈຸບັນຍັງມີ ຄົນງານພະມ້າ ຈໍານວນນຶ່ງເຮັດວຽກຢູ່ ຊຶ່ງສ່ວນໃຫຍ່ກໍແມ່ນກໍ່ສ້າງ ແລະເປັນແມ່ບ້ານ:

“ຄົນພະມ້າຫວາ ຍັງຢູ່ໄດ໋ຍັງເຫຼືອໄດ໋ ເຂົາເຈົ້າເຮັດວຽກເຣື່ອງກໍ່ສ້າງ ເຮັດວຽກອະນາມັຍ ຫຼັກໆເປັນແມ່ບ້ານບໍ໋ ສ່ວນຫຼາຍກະແບບ ແມ່ຄ້າ. ຖ້າເຈົ້າສິອອກ ເຈົ້າຕ້ອງໄດ້ລົງ ທະບຽນ ຕາມເຂົາເຈົ້າວາງແຜນໄວ້ ລໍຖ້າຄິວ.”

ສໍາລັບຄົນງານລາວ ໃນເຂດນັ້ນ ທີ່ຢາກກັບຄືນບ້ານ ທາງການແຂວງບໍ່ແກ້ວ ກໍໃຫ້ໄປລົງທະບຽນ ແລະ ລໍຖ້າອອກຕາມຄິວ ແຕ່ຫຼາຍ ຄົນລໍຖ້າເປັນເດືອນແລ້ວກໍມີ. ແລະຄົນລາວ ອີກຜູ້ນຶ່ງ ທີ່ຢູ່ໃນເຂດເສຖກິດ ກໍເວົ້າວ່າພາຍຫຼັງ ທີ່ມີການປະທ້ວງ ເບື້ອງຕົ້ນເຫັນທາງ ການລາວ ຊ່ອຍເຫລືອຄົນງານພະມ້າ ທີ່ຕ້ອງການກັບຄືນປະເທດ ແຕ່ກໍຍັງມີຄົນງານ ພະມ້າ ຫຼາຍຢູ່ທີ່ບໍ່ຢາກກັບບ້ານ ຍ້ອນຍັງມີ ວຽກເຮັດເປັນປົກກະຕິຢູ່:

“ພະມ້າກໍມີຜູ້ເຮັດວຽກປົກຕິຢູ່ ຫລາຍຢູ່ລະກະພວກທີ່ວ່າມີເປົ້າໝາຍ ກັບບ້ານເພິ່ນກໍຊ່ວຍໃຫ້ກັບບ້ານ.”

ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 18 ສິງຫາ 2021 ນີ້, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ໄດ້ ຮັບການກວດວິເຄາະຫາ ເຊື້ອໂຄວິດ-19 ທັງໝົດ 364,016 ຄົນ, ມີຜູ້ຕິດເຊື້ຶອສະສົມ 11,029 ຄົນ, ປິ່ນປົວຫາຍແລ້ວ 6,826 ຄົນ,ເສັຍຊີວິດ 9 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 4,194 ຄົນ. ມາເຖິງມື້ວັນທີ 17 ສິງຫາ ນີ້ມີຜູ້ ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 1,756,711 ຄົນ ແລະ ໄດ້ສັກເຂັມທີ 2 ແລ້ວ 1,510,673 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.