ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 68 ຄົນ ຢູ່ລາວ
2021.04.29

ທາງການລາວ ກວດພົບ ຜູ້ຕິດໂຄວິດ-19 ເພິ່ມອີກ 68 ຄົນ ເຖິງແມ່ນວ່າປະຊາຊົນ ສ່ວນໃຫຍ່ ໃຫ້ການຮ່ວມມື ໃນການປະຕິບັດ ມາຕການປ້ອງກັນໄວຣັສນີ້ ຢ່າງເຂັ້ມງວດກໍຕາມ.
ຜູ້ຕິດໂຄວິດ-19 ເພີ່ມອີກ 68 ຄົນທີ່ວ່ານີ້ ແມ່ນຈາກຜົລຂອງການເກັບຕົວຢ່າງ ມາກວດວິເຄາະ 2,817 ຄົນໃນມື້ວັນທີ 28 ເມສາ ນີ້, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ ຢູ່ລາວ ທັງໝົດ 672 ຄົນ ດັ່ງທີ່ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງ ຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 29 ເມສາ ນີ້ວ່າ:
“ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດສໍາລັບ ສປປລາວ ເຮົາແມ່ນ 2817 ຕົວຢ່າງ ຊຶ່ງວ່າໃນນ້ນ ພົບຜູ້ຕິດເຊື້ອໃໝ່ແມ່ນ 68 ຄົນ ເນາະ ຮອດປັດຈຸບັນ ສປປລາວ ມີຕົວເລກ ຜູ້ຕິດເຊື້ອສະສົມທັງໝົດ 672 ຄົນ ບໍ່ມີຜູ້ເສັຽຊີວິດ ມີຜູ້ປິ່ນປົວຫາຍດີ 50 ຄົນ.”
ທ່ານກ່າວຕື່ມວ່າ ຜູ້ຕິດໂຄວິດ-19 ຣາຍໃໝ່ 68 ຄົນ ທີ່ວ່ານີ້ ແມ່ນກວດພົບຢູ່ ນະຄອນຫຼວງວຽງຈັນ 34 ຄົນ, ແຂວງຈໍາປາສັກ 11 ຄົນ, ບໍ່ແກ້ວ 10 ຄົນ, ຫລວງພຣະບາງ 8 ຄົນ, ຫຼວງນໍ້າທາ 2 ຄົນ, ຜົ້ງສາລີ 1 ຄົນ, ອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. ຜູ້ຕິດເຊື້ອທັງໝົດ ໄດ້ຮັບການປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ.
ເພື່ອປ້ອງກັນການຣະບາດ ຂອງໄວຣັສດັ່ງກ່າວ ຄະນະສະເພາະກິດປ້ອງກັນ ໂຄວິດ-19 ສູນກາງ ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ທ້ອງຖິ່ນ ເອົາໃຈໃສ່ປະຕິບັດມາຕການ ເຝົ້າຣະວັງຢ່າງ ເຂັ້ມງວດ ໂດຍສະເພາະເຣື່ອງການຫ້າມຊຸມແຊວ, ການອອກໄປຊື້ເຄື່ອງຂອງ, ການເດີນທາງຂ້າມເມືອງ ຂ້າມແຂວງ ແລະການເຝົ້າຣະວັງ ຕາມແນວຊາຍແດນ ແມ່ນຕ້ອງປະຕິບັດ ຢ່າງເຂັ້ມງວດທີ່ສຸດ.
ເຈົ້າໜ້າທີ່ສະເພາະກິດ ປ້ອງກັນໂຄວິດ-19 ສູນກາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ ເຖິງ ກໍຣະນີກວດພົບຄົນຈີນ 3 ຄົນ ແລະ ຄົນວຽດນາມ 5 ຄົນ ທີ່ຕິດໂຄວິດ-19 ຢູ່ລາວ ນັ້ນວ່າ ປັດຈຸບັນ ທຸກຄົນໄດ້ຮັບການປິ່ນປົວ ແລະ ຕິດຕາມອາການຢູ່ ໂຮງໝໍ ໂດຍທີ່ບໍ່ໄດ້ເສັຍຄ່າໃຊ້ຈ່າຍຫຍັງ.
ແລະວ່າ ສໍາລັບຕົນຕ່າງປະເທດ ທີ່ອາສັຍຢູ່ລາວ ທີ່ບໍ່ຢູ່ໃນກຸ່ມສ່ຽງ ຫລື ບໍ່ໄດ້ສໍາພັດໃກ້ຊິດກັບຜູ້ຕິດໂຄວິດ-19 ກໍສາມາດເຂົ້າມາ ກວດຫາເຊື້ອໂຄວິດ-19 ຢູ່ໂຮງໝໍສູນກາງ ແລະ ໂຮງໝໍແຂວງ ໂດຍຈະໄດ້ເສັຍຄ່າໃຊ້ຈ່າຍ ປະມານ 650,000 ກີບ ຕໍ່ຄົນຕໍ່ຄັ້ງ, ສໍາລັບຄົນລາວ ແມ່ນ 50,000 ກີບ. ແຕ່ສໍາລັບກຸ່ມສ່ຽງ ແມ່ນບໍ່ໄດ້ເສັຍຄ່າ ດັ່ງທີ່ທ່ານກ່າວວ່າ:
“ເອີ໋ ! ໂຕນີ້ຕ້ອງໄດ້ເຂົ້າປິ່ນປົວຟຣີຫັ້ນແລ້ວ. ຖ້າແມ່ນກຸ່ມກຸ່ມທີ່ສັມຜັດ ກັບຜູ້ຕິດເຊື້ອເນາະ ດ້ວຍການຟຣີຫັ້ນແຫຼະ ຕາມນະໂຍບາຍ ຂອງ ພາກຣັຖຫັ້ນນະ ຈະມາກວດດ້ວຍຕົວເອງ ແມ່ນຕ້ອງໄດ້ຈ່າຍເງິນ 50 ພັນ ຄົນຕ່າງປະເທດ ນີ້ແມ່ນ 650 ພັນຫັ້ນ່າ.”
ເວົ້າເຖິງການປິດບ້ານປິດເມືອງ ທ່ານກ່າວວ່າໂດຍລວມແລ້ວ ການປະຕິບັດມາຕການປິດບ້ານ ປິດເມືອງ ນັບຕັ້ງແຕ່ຫລັງບຸນ ປີໃໝ່ ລາວມານີ້ ປະຊາຊົນລາວສ່ວນໃຫຍ່ ກໍພາກັນຕື່ນຕົວ ແລະໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ເປັນຢ່າງດີ.
ເວົ້າສະເພາະແຂວງຈໍາປາສັກ ຊຶ່ງເປັນແຂວງນຶ່ງ ທີ່ມີຄົນຕິດໂຄວິດ-19 ຫຼາຍເປັນອັນດັບສອງ ຄືຮອງລົງມາຈາກນະຄອນຫຼວງ ວຽງຈັນ ກໍໄດ້ເຂັ້ມງວດທີ່ສຸດ ໃນການປະຕິບັດ ມາຕການສະກັດກັ້ນ ແລະຄວບຄຸມການຣະບາດຂອງໄວຣັສນີ້ ໂດຍຫ້າມປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ຖ້າບໍ່ຈໍາເປັນ, ຫາກເດີນທາງມາຈາກ ຕ່າງບ້ານ ຕ່າງເມືອງ ຫລືຕ່າງແຂວງ ຈະຖືກກັກຕົວຢູ່ເຮືອນ 14 ມື້ ໂດຍໃຫ້ນາຍບ້ານ ເປັນຜູ້ເບິ່ງ ແລະຕິດຕາມອາການຂອງຜູ້ກ່ຽວ.
ແລະສໍາລັບປະຊາຊົນກຸ່ມສ່ຽງ ທີ່ມາກວດຫາເຊື້ອໂຄວິດ-19 ຢູ່ສູນກວດແຂວງ ທຸກຄົນກໍໃຫ້ການຮ່ວມມື ໃນເຣື່ອງຂໍ້ມູນ ແລະເຣື່ອງ ການກັກຕົວຕາມກໍານົດເປັນຢ່າງດີ ດັ່ງ ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ເມສານີ້ວ່າ:
“ເຊັ້ມງວດຄືກັນເນາະ ຖ້າວ່າໃນກໍຣະນີໃນເພິ່ນໄປພັນໆ ເມືອງຫາເມືອງຫັ້ນນະ ມາໃນເມືອງໃດ ເມືອງທີ່ມີຄວາມສ່ຽງບໍ໋ ແຕ່ວ່າເພິ່ນ ກະໄດ້ໃຫ້ກັກຕົວຢູ່ເຮືອນເນາະ ບໍ່ໃຫ້ໄປໃສ ຫັ້ນແຫຼະ ຖ້າວ່າມາກວດຢູ່ສູນແລ້ວນັ້ນ ເພິ່ນຈະບໍ່ໄດ້ໃຫ້ເມືອໃດ໋ ເພິ່ນຈະໃຫ້ກັກຕົວ ຢູ່ໃນສະຖານທີ່ນັ້ນເລີຍ.”
ແລະຊາວບ້ານຜູ້ນຶ່ງ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກໍເວົ້າເຖິງການປະຕິບັດ ມາຕການປ້ອງກັນການຣະບາດຂອງໂຄວິດ-19 ເຣື່ອງການໄປມາຫາສູ່ກັນ ຂອງຜູ້ຄົນ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຕາມການສັງເກດໃນເຂດບ້ານຂອງຕົນ ກໍຍັງມີ ຜູ້ຄົນໄປມາຫາສູ່ກັນຢູ່ ແຕ່ບໍ່ຫຼາຍ:
“ໂຕທີ່ຍັງອອກໄປມາຫາສູ່ກັນນີ້ ເພິ່ນກະຍັງໄປຢູ່ໃດ໋ ເພິ່ນກະໄປຈໍານວນນ້ອຍ ແບບວຽກຈໍາເປັນອີ່ຫລີເພິ່ນກະຈັ່ງໄປ.”
ຢູ່ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ຊາວລາວຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 29 ເມສານີ້ວ່າ ເມື່ອທາງ ການແຂວງປະກາດ ປິດບ້ານ ປິດເມືອງ ກໍບໍ່ມີຄົນ ອອກຈາກເຮືອນ, ແຕ່ອັນທີ່ກັງວົນຫຼາຍ ຄືການຂາດຣາຍໄດ້, ບໍ່ມີຢູ່ບໍ່ມີກິນ:
“ໂອ໊ຍເພິ່ນລັອກດາວຢູ່ ອອກຈາກເຮືອນກະອອກບໍ່ໄດ້ ຫົວໜ້າເອີ້ຍ ເປັນຈັ່ງຊີ້ນີ໋ ໂອ໋ຍ ຕາຍແລ້ວ ບໍ່ມີອັນຢູ່ອັນກິນແຫລະ.”
ແລະ ຢູ່ນະຄອນຫຼວງວຽງຈັນ ຊາວລາວຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນາຍບ້ານບໍ່ໃຫ້ອອກຈາກເຮືອນຖ້າບໍ່ ຈໍາເປັນ, ຂນາດວ່າຈະອອກໄປຊື້ເຄື່ອງຂອງຢູ່ຕລາດ ກໍຍັງຕ້ອງໄດ້ຂໍໜັງສື ຈາກທາງການ ຈຶ່ງອອກໄປໄດ້:
“ແຕ່ຕລາດອິຫຍັງກະອອກມາກະຍາກ ກະບໍ່ໄດ້ໄປໃສ ນອກຈາກເຮົາມີໃບຢັ້ງຢືນ ຈາກຫ້ອງການອິຫຍັງ ຖືໄປນໍາຫັ້ນນະ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ຂອງລາວ ໃນມື້ວັນທີ 29 ເມສານີ້, ມາຮອດປັດຈຸບັນ ທົ່ວ ປະເທດ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 166,390 ຄົນ. ໃນນັ້ນ ກວດພົບຜູ້ຕິດເຊື້ອ ສະສົມ 672 ຄົນ, ປິ່ນປົວເຊົາແລ້ວ 50 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາ ການຢູ່ໂຮງໝໍ 622 ຄົນ, ບໍ່ມີຜູ້ເສັຍຊີວິດ. ມາເຖິງປັດຈຸບັນ ມີຜູ້ໄດ້ຮັບ ການສັກຢາເຂັມທີ 1 ແລ້ວ 171,443 ຄົນ ແລະ ສັກເຂັມທີ 2 ແລ້ວ 65,536 ຄົນ.