ຢູ່ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 93 ຄົນ
ທາງການລາວ ກວດພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 93 ຄົນ ແລະ ຫຼາຍແຂວງ ກໍໄດ້ເພີ່ມມາຕການ ເຝົ້າຣະວັງ ການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ເຂັ້ມງວດຂຶ້ນຕື່ມ.
-
ສຸພັດຕາ
2021-04-28 -
-
-
Your browser doesn’t support HTML5 audio
ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 93 ຄົນ ຈາກຜົລກວດວິເຄາະຫາເຊື້ອທັງໝົດ 3,055 ຄົນ ຂອງມື້ວັນທີ 27 ເມສາ 2021 ນີ້ ສົ່ງຜົລໃຫ້ຍອດຜູ້ຕິດເຊື້ອ ໂຄວິດ-19 ໃນປະເທດລາວ ສະສົມ ມີ 604 ຄົນ, ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວຕໍ່ສື່ມວລຊົນ ໃນມື້ວັນທີ 28 ເມສານີ້ວ່າ:
“ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 3,055 ຄົນ ແມ່ນພົບຜູ້ຕິດເຊື້ອໃໝ່ 93 ຄົນ ມາຮອດປັດຈຸບັນ ຕົວເລຂຕິດເຊື້ອສະສົມ ຂອງປະເທດຂອງພວກເຮົາ ແມ່ນ 604 ຄົນ ບໍ່ມີຜູ້ ເສັຽຊີວິດ ປິ່ນປົວຫາຍດີ ທັງໝົດ 50 ຄົນ.”
ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ກໍຣະນີໃໝ່ນີ້ ຢູ່ນະຄອນຫຼວງວຽງຈັນ ມີ 75 ຄົນ, ຈໍາປາສັກ 11 ຄົນ, ຫຼວງພຣະບາງ 4 ຄົນ ແລະ ແຂວງສວັນນະເຂດ 3 ຄົນ ໂດຍທັງໝົດ ແມ່ນໄດ້ໄປປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ ເປັນທີ່ຮຽບຮ້ອຍແລ້ວ.
ສໍາລັບແຂວງທີ່ມີຜູ້ຕິດເຊື້ອໂຄວິດ-19 ສູງທີ່ສຸດ ຍັງເປັນນະຄອນຫຼວງວຽງຈັນ ຮອງລົງມາແມ່ນແຂວງຈໍາປາສັກ, ສວັນນະເຂດ, ບໍ່ແກ້ວ ແລະແຂວງວຽງຈັນ ສ່ວນແຂວງທີ່ຍັງບໍ່ມີ ຜູ້ຕິດເຊື້ອ ແມ່ນແຂວງຫົວພັນ, ໄຊສົມບູນ ແລະ ແຂວງອັດຕະປື.
ຂນະທີ່ ການເຝົ້າຣະວັງ ແລະມາຕການປ້ອງກັນ ການແຜ່ຣະບາດຂອງ ເຊື້ອໂຄວິດ-19 ໃນແຂວງ ທີ່ມີຄວາມສ່ຽງສູງນັ້ນຍັງຕ້ອງ ປະຕິບັດຢ່າງເຂັ້ມງວດທີ່ສຸດ ແລະ ບໍ່ອະນຸຍາດ ໃຫ້ເດີນທາງອອກໄປໃສ ຖ້າບໍ່ຈໍາເປັນແທ້ໆ ຍົກເວັ້ນໄປຊື້ອາຫານການກິນ ແລະ ເຄື່ອງຂອງຈໍາເປັນ ແລະອອກໄປໂຮງໝໍ ໂດຍຕ້ອງໃສ່ຜ້າອັດປາກອັດດັງ ຕລອດເວລາ ຫາກພາຣະ ວຽກງານນັ້ນສໍາເຣັດແລ້ວ ກໍຕ້ອງກັບເມືອເຮືອນທັນທີ, ດັ່ງ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ເມສາ ນີ້ວ່າ:
“ຖືວ່າແຕ່ລະບ້ານ ແຕ່ລະເມືອງ ກະແມ່ນຈໍາກັດຕົນ ໄລຍະນີ້ ຖືວ່າ ບໍ່ຢາກໃຫ້ອອກເຮືອນ ເພາະບາງຄົນ ມັນບໍ່ສະແດງອາການ ກະໄດ້ ວາງມາຕການ ຜູ້ໃດບໍ່ໃສ່ໄປ (ຜ້າອັດປາກອັດດັງ) ກະແມ່ນໄປປັບໃໝ ຢູ່ໃນຕລາດເບາະ ຢູ່ໃນສູນບໍຣິການ ຕ້ອງໃຫ້ເຈົ້າ ໜ້າທີ່ ຂອງສະຖານທີ່ ເພິ່ນຕຽມໄວ້ໃຫ້ຂະເຈົ້າ ຜູ້ໃດບໍ່ມີຕ້ອງ ໃຫ້ຂະເຈົ້າໃສ່.”
ເຈົ້າໜ້າທີ່ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການປະຕິບັດ ມາຕການປ້ອງກັນ ການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ພາຍໃນແຂວງ ກໍຄືກັນກັບແຂວງອື່ນໆ ເຊິ່ງຖືວ່າ ເຂັ້ມງວດທີ່ສຸດ ອາຈກະທົບຕໍ່ການໃຊ້ຊີວິດ ປະຈໍາວັນຂອງປະຊາຊົນ ແລະ ພາກທຸຣະກິຈນໍາ ແຕ່ມັນກໍຈໍາເປັນ ເພື່ອ ບໍ່ໃຫ້ ເກີດການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເຂົ້າໄປໃນຊຸມຊົນ.
ສ່ວນສະຖານະການ ການສະກັດກັ້ນ ແລະ ຄວບຄຸມເຊື້ອໂຄວິດ-19 ພາຍໃນແຂວງຈໍາປາສັກ ກໍຖືວ່າ ຍັງຂ້ອນຂ້າງໜັກໜ່ວງເພາະ ມີຜູ້ຕິດເຊື້ອຈໍານວນ 78 ຮອງຈາກນະຄອນຫຼວງ ວຽງຈັນ ແລະຍັງຄວບຄຸມການຣະບາດ ບໍ່ໄດ້ເທົ່າທີ່ຄວນ ເນື່ອງຈາກບຸຄລາກອນ ມີໜ້ອຍ, ແຕ່ສິ່ງທີ່ໜ້າເປັນຫ່ວງທີ່ສຸດກໍຄື ຫາກເຊື້ອໂຄວິດ-19 ຍັງຣະບາດເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ແບບນີ້ຈະເຮັດໃຫ້ອຸປກອນການ ແພດບໍ່ພຽງພໍ ໂດຍສະເພາະອ໊ອກຊິເຈນ ທີ່ມີຄວາມຈໍາເປັນທີ່ສຸດ, ດັ່ງທ່ານກ່າວວ່າ:
“ດຽວນີ້ ເຈົ້າໜ້າທີ່ແພດໝໍ ບໍ່ໄດ້ຢູ່ໄດ້ເຊົາ ຢາກວ່າໜັກຫັ້ນແຫຼ້ວ ອ໋ອກຊີເຈນຫັ້ນເດ້ ບໍ່ມີຫຼາຍຫັ່ນນ່າ ແພດໝໍເຮົາກະບໍ່ພຽງພໍ ເຄື່ອງມື ອຸປກອນ ຄັນຂະເຈົ້າຕິດຫຼາຍບາດດຽວ ຊິເອົາມາແຕ່ໃສ ເຄື່ອງຫາຍໃຈ, ໂອ້...ໂຮງໝໍສນາມ ເພິ່ນຊິເຮັດກໍ່ສ້າງຂຶ້ນໃໝ່ ແບບດ່ວນໆນ່າ ພື້ນທີ່ ມັນບໍ່ມີກະຈໍາເປັນເອົາ.”
ທ່ານກ່າວຕື່ມວ່າ ເພື່ອຮັບມືກັບສະພາບການຣະບາດ ທີ່ຮຸນແຮງ ຂອງເຊື້ອໂຄວິດ-19 ນີ້ ທາງແຂວງ ຈຶ່ງໄດ້ຕຽມຄວາມພ້ອມໃນການ ຫັນເອົາ ສະຖານທີ່ ທີ່ເໝາະສົມເພື່ອເປັນໂຮງໝໍ ພາກສນາມ ເປັນຕົ້ນວ່າ: ຄ້າຍຄຸມຂັງຂອງແຂວງ ແລະອາຄານຫໍພັກນັກສຶກສາ ຂອງວິທຍາລັຍການເງິນພາກໃຕ້ ໂດຍຄາດວ່າ ຈະຮອງຮັບຜູ້ປ່ວຍໄດ້ປະມານ 1,000 ຫາ 2,000 ຄົນ.
ຂນະທີ່ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ອະນຸຍາດ ໃຫ້ຄົນ ອອກຈາກເຮືອນ ແລະເດີນທາງໄປ ຕ່າງບ້ານ, ຕ່າງເມືອງ ຣະຫວ່າງແຂວງ ໂດຍບໍ່ໄດ້ຮັບອະນຸຍາດ, ສ່ວນຮ້ານອາຫານ ແລະຕລາດສົດນັ້ນ ໃຫ້ເປີດຕາມໂມງການ ແລະຕ້ອງຊື້ໄປກິນ ຢູ່ເຮືອນເທົ່ານັ້ນ.
ສໍາລັບຜູ້ທີ່ອອກໄປຊື້ເຄື່ອງຂອງ ຈະຕ້ອງອອກໄປຄົນດຽວ ຕໍ່ຄອບຄົວ ແລະໃຫ້ໃສ່ຜ້າອັດປາກອັດດັງ, ເວັ້ນໄລຍະຫ່າງ ຫາກຣະເມີດຂໍ້ ປະຕິບັດ ກໍຈະກ່າວຕັກເຕືອນກ່ອນ ແລະ ຖ້າຫາກຍັງມີຮອບສອງ ກໍຈະປັບໃໝໃສ່ໂທດ ຕາມຣະບຽບ, ດັ່ງທີ່ທ່ານກ່າວວ່າ:
“ອີງຕາມການແຈ້ງການດ່ວນ ຂອງເພິ່ນເນາະ ໃນວັນທີ 27 ເມສາ ເປີດຕາມໂມງການເພິ່ນເນາະ ຕາມທີ່ເພິ່ນແຈ້ງ ປົກກະຕິເພິ່ນໃຫ້ ເປີດ 5 ໂມງເຊົ້າ ຫາ 5 ໂມງແລງເນາະ, ແຕ່ວ່າ ພວກເຮົາກະຮັກສາ ໄລຍະຫ່າງ ປ້ອງກັນໃຜມັນຫັ່ນແຫຼະເນາະ.”
ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ໄລຍະນີ້ຂາຍ ອາຫານບໍ່ໄດ້ເລີຍ ຣາຍໄດ້ກໍຫຼຸດລົງ ເກືອບ 90% ຈາກທີ່ເຄີຍຂາຍອາຫານໄດ້ ໃນແຕ່ລະມື້ ເນື່ອງຈາກບໍ່ມີຄົນອອກມາຊື້ ເພາະ ຂະເຈົ້າຢ້ານໂຄວິດ ຮວມເຖິງກັງວົນເຣື່ອງ ມາຕການປັບໃໝ ຂອງທາງການແຂວງນໍາ ເພາະໃນແຕ່ລະມື້ ຈະມີເຈົ້າໜ້າທີ່ຕໍາຣວດ ອອກມາປະກາດເຕືອນ ຕລອດເວລາ ວ່າຫ້າມອອກຈາກເຮືອນ:
“ເພິ່ນ ກະມີແຕ່ໃຫ້ຂາຍກັບບ້ານ ໃຜກະຢາກກິນ ມັນກະໃສ່ຖົງ ມັນກະບໍ່ມີຄົນມາຊື້ດອກອ້າຍ ແຕ່ລະມື້ຈະມີຣົດຕໍາຣວດ ເຂົາມາ ປະກາດ ເຂົາເຫັນເຮົາຍັງເປີດ ມີຄົນນັ່ງກິນແລ້ວ ເຂົາໃໝເຮົາໂລດໃດ໋.”
ຊາວລາວ ໃນນະຄອນປາກເຊ ແຂວງຈໍາປາສັກ ຄົນນຶ່ງເວົ້າວ່າ ຫຼັງຈາກປະກາດປິດບ້ານປິດເມືອງ ກໍໃຊ້ຊີວິດລໍາບາກຫຼາຍ ເພາະ ບໍ່ມີແນວຢູ່ແນວກິນ ບາງຄົນກໍມີ່, ກິນປາກະປ໋ອງ, ບາງຄົນກໍຂ້າເປັດຂ້າໄກ່ກິນ ຫາກປະຊາຊົນ ຈະອອກໄປຊື້ເຄື່ອງຊື້ຂອງຢູ່ຕລາດ ກໍຕ້ອງໄດ້ຂໍອະນຸຍາດ ຈາກຫ້ອງການບ້ານກ່ອນ ຈຶ່ງຈະອອກໄປໄດ້:
“ໂອ້ຍບໍ່ໄດ້ໄປໃສແຫຼະ ມີແຕ່ຢູ່ເຮືອນແຫຼ້ວດຽວນີ້ຫັ່ນ ມີແຕ່ກິນໄປຫັ່ນແຫຼະ ກິນມີ່ກິນຫຍັງໄປຈັ່ງຊີ້ແຫຼະ ມັນບໍ່ມີຕລາດເຂົາກະຍັງ ບໍ່ເປີດນະ ເຂົາປິດເລີຍຕລາດກະດາຍ ບາງຮ້ານ ກະເປີດ ຫາກມີມາຕການຄັກແນ່ ອອກຈາກເຮືອນບໍ່ໄດ້ວ່າຈັ່ງຊັ້ນສະ ໄປຊື້ ອາຫານການກິນ ກະຍັງຍາກ ກະຕ້ອງໄດ້ຂໍໜັງສືບ້ານໄປ ບ້ານອະນຸຍາດ ຈັ່ງໄດ້ໄປ.”
ໃນວັນທີ 27 ເມສາ 2021 ນີ້ ໜັງສືພິມລາວພັທນາ ລົງວິດິໂອຄລິບ ເຈົ້າໜ້າທີ່ຕໍາຣວດ ແຂວງສວັນນະເຂດ ໄດ້ຂີ່ຣົດປະກາດ ບອກປະຊາຊົນ ໃຫ້ປິດຮ້ານຄ້າ ເພື່ອຮັກສາກົດຣະບຽບ ຕາມຄໍາສັ່ງເລຂທີ 15/ນຍ, ດັ່ງເຈົ້າໜ້າທີ່ ໃນວິດິໂອນັ້ນ ກ່າວຕອນນຶ່ງວ່າ:
“ອ້າວປິດ ປິດເລີຍສະ ປິດເລີຍສະ ປິດຮ້ານດຽວນີ້ ອອກມານັ່ງຫຍັງນິ່ ບໍ່ມີວຽກ ເຂົ້າເຮືອນສະ ເຂົ້າເຮືອນສະລຸງ ໃສ່ຜ້າອັດປາກ ແດ່ເດີ້ ອັດຮ້ານດຽວນີ້ ອັດຮ້ານອັດຮ້ານ ມາຕການ ເຂັ້ມງວດແລ້ວຕອນນີ້ ບໍ່ແມ່ນຊິມາອໍ້ແອ້ ກັນເດີ້ຖ້ຽວນີ້ເດີ້ ບໍ່ໃຫ້ມາອີກຖ້ຽວສອງ ມາອີກຖ້ຽວສອງ ຖືວ່າ ເຂົ້າສູ່ຣະບຽບ ກົດໝາຍເດີ້.”
ອີງຕາມການຣາຍງານ ຂອງ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 28 ເມສາ 2021 ຣາຍງານວ່າມາຮອດປັດຈຸບັນ ປະເທດລາວ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ຈໍານວນ 163,573 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອ ໂຄວິດ-19 ສະສົມ 604 ຄົນ ປິ່ນປົວເຊົາແລ້ວ 50 ຄົນ ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ ຈໍານວນ 554 ຄົນ ແລະຍັງບໍ່ມີຜູ້ເສັຽຊີວິດ.
ສ່ວນການສັກຢາປ້ອງກັັນໂຄວິດ-19 ນັ້ນ ປັດຈຸບັນ ມີຜູ້ໄດ້ຮັບການສັກ ເຂັມທີ່ 1 ຈໍານວນ 149,176 ຄົນ ແລະເຂັມທີ່ 2 ຈໍານວນ 61,572 ຄົນ.