ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 105 ຄົນ
2021.05.06

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍຣະນີ ໃໝ່ເພີ່ມອີກ 105 ຄົນ ຈາກ ຜົລການກວດວິເຄາະຫາເຊື້ອທັງໝົດ 3,596 ຕົວຢ່າງ ຂອງມື້ວັນທີ 5 ພຶສພາ 2021 ນີ້ ສົ່ງຜົລໃຫ້ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມແມ່ນ 1,177 ຄົນ ແລະຍັງບໍ່ມີ ຣາຍງານ ຜູ້ເສັຽຊີວິດ, ດັ່ງ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວຕໍ່ສື່ມວລຊົນ ໃນພິທີຖແລງຂ່າວ ປະຈໍາວັນທີ 6 ພຶສພາ ນີ້ ຕອນນຶ່ງວ່າ:
“ໄດ້ມີການເກັບຕົວຢ່າງທັງໝົດ 3 ພັນ ກັບ 596 ຕົວຢ່າງ ຜົລກວດວິເຄາະແມ່ນພົບຜູ້ຕິດເຊືິ້ອທັງໝົດ ໃນທົ່ວປະເທດ ແມ່ນ 100 ກັບ 5 ຄົນ.”
ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ກໍຣະນີໃໝ່ນີ້ ແມ່ນພົບຢູ່ນະຄອນຫຼວງວຽງຈັນ 15 ຄົນ, ແຂວງບໍ່ແກ້ວ 72 ຄົນ, ຈໍາປາສັກ 12 ຄົນ, ສວັນນະເຂດ 2 ຄົນ ຜົ້ງສາລີ 2 ຄົນ ແລະ ແຂວງວຽງຈັນ 2 ຄົນ ຊຶ່ງທັງໝົດນີ້ແມ່ນໄດ້ຮັບການປິ່ນປົວ ແລະຕິດຕາມ ອາການ ຢູ່ໂຮງໝໍເປັນທີ່ຮຽບຮ້ອຍແລ້ວ.
ນອກຈາກນີ້ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ຍັງຮຽກຮ້ອງໃຫ້ອໍານາດ ການປົກຄອງແຕ່ລະຂັ້ນ ເອົາໃຈໃສ່ຕິດຕາມການ ຈັດຕັ້ງປະຕິບັດຄໍາສັ່ງ, ແຈ້ງການ ແລະຄໍາແນະນໍາ ຕ່າງໆ ຂອງແຕ່ລະພາກສ່ວນ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການສະກັດກັ້ນ ແລະຄວບຄຸມ ບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຣະບາດອອກໄປ ເປັນວົງກວ້າງ ຫຼາຍກວ່າທີ່ເປັນຢູ່ນີ້.
ສ່ວນເຈົ້າໜ້າທີ່ ທີມແພດຊ່ຽວຊານ ຈາກວຽດນາມ 35 ຄົນ ແລະ ແພດຊ່ຽວຊານ ຈາກຈີນ 25 ຄົນ ທີ່ໄດ້ເດີນທາງມາລາວ ເພື່ອ ຊ່ອຍເຫຼືອເຣື່ອງການປິ່ນປົວ ແລະ ຕິດຕາມອາການ ຂອງຜູ້ຕິດເຊື້ອ ໂຄວິດ-19 ໃນລາວນັ້ນ ເຈົ້າໜ້າທີ່ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ຢູ່ສູນກາງ ທ່ານນຶ່ງ ກ່່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ພຶສພາ ນີ້ວ່າ ສໍາລັບທີມແພດ ຊ່ຽວຊານ ຈາກທັງ 2 ປະເທດ ທີ່ເຂົ້າມາຊ່ອຍເຫຼືອ ທາງການລາວເທື່ອນີ້ ຈະເຂົ້າໄປປະຈໍາຢູ່ສູນ ກວດພາກສນາມ ແລະ ຮິບໂຮມຂໍ້ມູລ ຢູ່ສູນກວດວິເຄາະ ແລະ ຣະບາດວິທຍາ ແລະ ບັນດາໂຮງໝໍປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ເນື່ອງຈາກເຈົ້າໜ້າທີ່ ຂອງລາວ ມີໜ້ອຍ ເຊິ່ງບໍ່ພຽງພໍຕໍ່ ການຮັບມື ໂດຍສະໃຫ້ປະຈໍາຢູ່ ນະຄອນຫຼວງວຽງຈັນ ເປັນສ່ວນໃຫຍ່.
ສ່ວນໃນຕ່າງແຂວງ ຫາກແຂວງໃດ ທີ່ມີການຣະບາດຮຸນແຮງ ແລະ ຍັງບໍ່ສາມາດສະກັດກັ້ນ ແລະຄວບຄຸມໄດ້ ກໍຈະສົ່ງທີມແພດ ໄປຊ່ອຍເຫຼືອ ພ້ອມດ້ວຍອຸປກອນ ການແພດຕ່າງໆ ກໍຈະສົ່ງມອບໃຫ້ ແຕ່ລະແຂວງ ທີ່ມີການຣະບາດຮຸນແຮງ, ດັ່ງທ່ານກ່າວວ່າ:
“ໄທເຮົາໜ້ອຍຢູ່ແລ້ວ ກະພຍາຍາມທີ່ສຸດ ຣັຖບານໄທເຮົາ ບໍ່ຢາກໃຫ້ມີບັນຫາ ຕາຍຄົນນຶ່ງກະບໍ່ຢາກໃຫ້ຕາຍ ວ່າຊັ້ນສາ ແຕ່ວ່າ ທາງຈີນ ທາງວຽດ ແນ່ກະເຂົ້າມາຊ່ວຍ ເພື່ອຢັບຢັ້ງ ບັນຫາ ບໍ່ໃຫ້ມັນແຜ່ລາມອີກ ວ່າຊັ້ນສາ ເພິ່ນກະໄປຈຸດໃດ ທີ່ມັນຣະບາດ ແບ່ງກັນລົງໄປໝົດ ແຕ່ລະແຂວງ.”
ຫຼ້າສຸດນີ້ ອີງຕາມການຣາຍງານ ຂອງນັກຂ່າວຈີນ ທ່ານ ຈົງຮວາ ສືປ້າວ ຈາກ ສໍານັກຂ່າວ Chinese Time ໄດ້ຣາຍງານວ່າ ພາຍຫຼັງ ທີ່ຄະນະທີມແພດ ຊ່ຽວຊານຈີນ ໄດ້ເດີນທາງ ມາເຖິງປະເທດລາວ ກໍໄດ້ເຣີ່ມເຄື່ອນໄຫວເຮັດວຽກ ຮ່ວມກັບຝ່າຍລາວ ທັນທີໂດຍໄດ້ເຂົ້າຮ່ວມກອງປະຊຸມ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ແລະໄດ້ແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບການແຜ່ຣະບາດ ຂອງໂຄວິດ-19 ໃນຮອບໃໝ່ ກໍຄືບັນຫາຕ່າງໆ ຂອງຂແນງ ສາທາຣະນະສຸຂ ແລະ ພາກສ່ວນທີ່ ກ່ຽວຂ້ອງຂອງລາວ.
ຂນະທີ່ ສະພາບການຣະບາດ ຂອງເຊື້ອໂຄວິດ-19 ໃນແຂວງບໍ່ແກ້ວ ເຊິ່ງຖືວ່າ ມີຜູ້ຕິດເຊື້ອສູງ ເປັນອັນດັບທີ 2 ຂອງປະເທດ ມີຜູ້ຕິດເຊື້ອ ຈໍານວນ 205 ຄົນ ຮອງລົງມາຈາກ ນະຄອນຫຼວງວຽງຈັນ ນີ້ກໍຖືວ່າ ຍັງຢູ່ໃນສະຖານະການ ທີ່ໜ້າກັງວົນຫຼາຍ ແລະໃນເວລາດຽວກັນ ທາງການແຂວງ ກໍໄດ້ຕຽມໂຮງໝໍ ພາກສນາມ ທັງໃນເຂດເທສບານແຂວງ ປະມານ 70 ຕຽງ ແລະ ເທສບານເມືອງຕົ້ນເຜິ້ງ ປະມານ 800 ຕຽງແລ້ວ ເພື່ອຮັບມື ຫາກເກີດການຣະບາດ ທີ່ຮຸນແຮງຂຶ້ນ ເຊິ່ງຄາດວ່າຈະສໍາເຣັດ ພາຍໃນກາງເດືອນ ພຶສພາ ນີ້.
ສໍາລັບຜູ້ຕິດເຊື້ອໂຄວິດ-19 ຢູ່ໃນແຂວງບໍ່ແກ້ວ ນີ້ສ່ວນໃຫຍ່ແມ່ນເປັນຄົນລາວ ທີ່ເຮັດວຽກໃນຮ້ານອາຫານ, ຮ້ານນວດ ແລະ ກັມມະກອນທົ່ວໄປ ອີກຈໍານວນນຶ່ງ ກໍແມ່ນເປັນຄົນຈີນ ເຊິ່ງທັງໝົດ ເຮັດວຽກຢູ່ພາຍ ໃນເຂດເສຖກິຈພິເສດ ສາມຫຼຽ່ມຄໍາ ເມືອງຕົ້ນເຜິ້ງ ໂດຍຜູ້ຕິດເຊື້ອ ທັງໝົດ ຈະໄດ້ຮັບການປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍເມືອງ ແລະໂຮງໝໍ ແຂວງບໍ່ແກ້ວ, ດັ່ງເຈົ້າໜ້າທີ່ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍກະແມ່ນຄົນລາວ ທີ່ໄປໃນເຂດຂອງກາຊິໂນ ແມ່ນຫຍັງຫັ້ນນ່າ ແຕ່ວ່າຄົນຈີນແທ້ ກະບໍ່ຫຼາຍ ບໍ່ໆບໍ່ສົ່ງ ປິ່ນປົວກັບທີ່ ກັກຕົວ ກັບທີ່ ແມ່ນແຫຼະຍັງຮັບມືໄດ້ຢູ່ ແຕ່ວ່າກະເບິ່ງ ສະຖິຕິ ທີ່ວ່າມັນຕິດຜ່ານມາ ກັບແຕ່ລະມື້ ກະຖືວ່າ ຫຼຸດລົງໆແລ້ວ ເພາະວ່າດຽວນີ້ ເພິ່ນກະກໍາລັງສ້າງ ໂຮງໝໍ ພາກສນາມຫັ້ນ ປະມານ 800 ຕຽງຫັ້ນນ່າ ຢູ່ໃນທ້າຍເດືອນ ຫຼືວ່າ ກາງເດືອນນີ້ ກະຊິສໍາເຣັດ.”
ທ່ານກ່າວຕື່ມວ່າ ສໍາລັບແຂວງບໍ່ແກ້ວ ປັດຈຸບັນ ຍັງສາມາດຮັບມືກັບສະຖານະການ ການຣະບາດຂອງເຊື້ອ ໂຄວິດ-19 ໄດ້ຢູ່ ເນື່ອງຈາກວ່າ ເຈົ້າໜ້າທີ່ພາກສ່ວນ ທີ່ກ່ຽວຂ້ອງ ທັງຣະດັບ ແຂວງແລະເມືອງ ຕ່າງກໍພ້ອມໃຈກັນ ປະຕິບັດໜ້າທີ່ຢ່າງສຸດຄວາມ ສາມາດຖ້າຫາກຮັບມື ກັບສະຖານະການບໍ່ໄດ້ແທ້ ກໍຈະສເນີໄປຫາສູນກາງ ເພື່ອຂໍທີມແພດລົງ ມາຊ່ອຍເຫຼືອຢ່າງຮີບດ່ວນ.
ສ່ວນສິ່ງທີ່ຂາດເຂີນ ແລະບໍ່ພຽງພໍສໍາລັບ ເຈົ້າໜ້າທີ່ີ ກໍຄື ເຄື່ອງວັດແທກຄວາມດັນ ແລະເຄື່ອງວັດແທກ ອຸນຫະພູມຮ່າງກາຍ ເຮັດໃຫ້ ການກວດວິເຄາະຫາຜູ້ຕິດເຊື້ອ ແລະການສັກຢາ ປ້ອງກັນໂຄວິດ-19 ເກີດຄວາມຫຼ້າຊ້າຫຼາຍ ໃນແຕ່ລະມື້.
ດ້ານເຈົ້າໜ້າທີ່ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການ ຕິດຕາມຫາໂຕຂອງກຸ່ມສ່ຽງ ແລະ ຜູ້ສັມຜັດໃກ້ຊິດ ກັບຜູ້ຕິດເຊື້ອ ໂຄວິດ-19 ທີ່ບໍ່ມີຊ່ອງທາງການຕິດຕໍ່ ກໍຈະແຈ້ງຜ່ານຣະບົບ ອອນລາຍ ເຊັ່ນວ່າ: ເວັບໄຊ ແລະ ເຟສບຸຄ ເຊິ່ງຈະຫຼ້າຊ້າຫຼາຍ ແຕ່ກໍບໍ່ມີຊ່ອງທາງອື່ນ ທີ່ຈະຕິດຕໍ່ໄດ້ ໃນປັດຈຸບັນນີ້.
ສໍາລັບກຸ່ມສ່ຽງ ທີ່ເຂົ້າມາກວດວິເຄາະຫາ ເຊື້ອໂຄວິດ-19 ເມື່ອກວດແລ້ວໆ ຈະຕ້ອງກັບໄປກັກໂຕ ຢູ່ເຮືອນຂອງຕົນເອງ 14 ມື້ ໂດຍຈະມີເຈົ້າໜ້າທີ່ ໂທໄປແຈ້ງຜົລກວດວິເຄາະ ວ່າເປັນຜົລບວກ ຫຼືລົບ ເຊິ່ງໃນຣະຫວ່າງການ ກັກໂຕນັ້ນ ກໍໄດ້ຕ້ອງສັງເກດ ອາການດ້ວຍຕົນເອງ ຈະບໍ່ມີເຈົ້າໜ້າທີ່ເຝົ້າຕິດຕາມ, ດັ່ງທ່ານກ່າວວ່າ:
“ຢູ່ໃນກຸ່ມສ່ຽງ ກວດລະແມ່ນໄດ້ກັກໂຕເດີ້ ຖ້າວ່າ ເຮົາມີເຊື້ອບວກເນາະ ເພິ່ນຈະໂທມາ ພາຍໃນມື້ນຶ່ງ ສອງມື້ ຖ້າ 5-6 ມື້ແລ້ວ ບໍ່ໂທມາ ຫຼືວ່າເປັນທິດ ບໍ່ໂທມາ ກະແປວ່າບໍ່ໄດ້ຕິດ.”
ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າ ເຈົ້າໜ້າທີ່ຈະເນັ້ນຢໍ້າກັບທຸກຄົນ ທີ່ມາກວດຫາເຊື້ອໂຄວິດ-19 ຕລອດເວລາ ເຖິງຈະບໍ່ຕິດເຊື້ອ ກໍຕ້ອງໄດ້ກັກໂຕ 14 ມື້ ບໍ່ໃຫ້ອອກໄປ ຊຸມແຊວກັບໝູ່, ເວັ້ນໄລຍະຫ່າງ ຣະຫວ່າງກັນ, ໃສ່ຜ້າອັດປາກອັດດັງຕລອດ ແລະ ຫ້າມເດີນທາງ ອອກໄປໃສ ເຊິ່ງເປັນມາຕການ ທີ່ທຸກຄົນຕ້ອງປະຕິບັດ ແຕ່ການປະຕິບັດໂຕຈິງ ຄົນທີ່ເປັນກຸ່ມສ່ຽງ ເຫຼົ່ານັ້ນ ບໍ່ໄດ້ປະຕິບັດຕາມ ມາຕການທີ່ເຈົ້າໜ້າທີ່ ແນະນໍາ ຈຶ່ງພາໃຫ້ເຊື້ອໂຄວິດ-19 ເກີດການຣະບາດ ໄປຫາຄົນອື່ນຢູ່ເລື້ອຍໆ.
ສະນັ້ນແລ້ວ ເມື່ອຣະບົບການຕິດຕາມຫາ ກຸ່ມສ່ຽງ ຫຼືຜູ້ກັກໂຕຢູ່ເຮືອນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຈຶ່ງກາຍເປັນຊ່ອງທາງໃຫ້ບາງຄົນ ສວຍໂອກາດອອກໄປ ຫາເລາະທ່ຽວ ຫຼືຕັ້ງວົງ ຊຸມແຊວກັນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 6 ພຶສພາ 2021 ນີ້ ຣາຍງານວ່າ ມາຮອດປັດຈຸບັນ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 185,266 ຄົນ ໃນນັ້ນ ພົບຜູ້ຕິດ ເຊື້ອສະສົມ 1,177 ຄົນ, ປິ່ນປົວເຊົາ ແລ້ວ 101 ຄົນ ກໍາລັງປິ່ນປົວ ແລະຕິດຕາມອາການ ຢູ່ໂຮງໝໍ 1,076 ຄົນ ແລະຍັງບໍ່ມີຣາຍງານ ຜູ້ເສັຽຊີວິດ.
ສ່ວນການສັກຢາປ້ອງກັນໂຄວິດ-19 ປັດຈຸບັນ ຜູ້ໄດ້ຮັບການສັກຢາ ດັ່ງກ່າວທັງໝົດ 388,831 ຄົນ ແຍກເປັນເຂັມທີ 1 ຈໍານວນ 309,900 ຄົນ ແລະເຂັມທີ 2 ຈໍານວນ 78,931 ຄົນ.