ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 5 ຄົນ ຢູ່ລາວ

ສິດນີ
2021.05.26
ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 5 ຄົນ ຢູ່ລາວ ເຈົ້າໜ້າທີ່ເຝົ້າຍາມ ເຂດບ້ານທົ່ງກາງ, ເມືອງສີສັດຕະນາຄ ນະຄອນຫຼວງວຽງຈັນ, ເຊິ່ງເປັນ 1 ໃນບ້ານ ທີ່ຖືກກຳນົດໃຫ້ ເປັນບ້ານສີແດງ ເຝົ້າຣະວັງ ໂຄວິດ-19
RFA

ທາງການລາວໄດ້ກວດພົບເຫັນ ຜູ້ຕິດເຊື້ອໂຄວິດ-19 ເພີ້ມອີກ 5 ຄົນ ຈາກຜົລກວດຜູ້ຕິດເຊື້ອສະສົມ ຈຳນວນ 1,883 ຕົວຢ່າງ ຂອງມື້ວັນທີ 25 ພຶສພາ ປີ 2021 ດັ່ງ ດຣ. ສີສວາດ ສຸດທານີລະໄຊ ຮອງຫົວຫນ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາ ຣະນະສຸກ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 26 ພຶສພາ ປີ 2021 ວ່າ:

“ສຳລັບວຽກງານວິເຄາະ ໃນວັນທີ 25 ພຶສພາ ນີ້ ພວກເຮົາໄດ້ເກັບໂຕຢ່າງ ມາກວດວິເຄາະທັງຫມົດ 1,761 ຕົວຢ່າງ ມີກໍຣະນີ ຕິດເຊື້່ອໃຫມ່ແມ່ນ 5 ຄົນ ສຳລັບຢູ່ ສປປລາວ ຮອດ ປັດຈຸບັນນີ ມີຜູ້ຕິດເຊື້ອ ທັງຫມົດ 1,883 ຄົນ ແລະຍັງສືບຕໍ່ປິ່ນປົວ ທົ່ວ ປະເທດ 620 ຄົນ.”

ເຈົ້າຫນ້າທີ່ສະເພາະກິດ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ພາຍຫລັງໂຕເລກ ຜູ້ຕິດເຊື້່ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຫລຸດລົງ ໃນແຕ່ລະມື້ ແຕ່ພາກສ່ວນກ່ຽວຂ້ອງ ຍັງປະຕິບັດຕາມມາຕການຕ້ານ ໂຄວິດ-19 ຢ່າງເຄັ່ງຄັດ ຍັງສືບຕໍ່ຕັ້ງສູນກວດ ໂຄວິິດ-19 ໃນ 4 ສູນ ແລະ ຈຸດສັກຢາວັກຊິນ ເຫມືອນເດີມ ຈົນກວ່າຈະມີຄຳສັ່ງໃຫ້ຍົກເລີກ.

“ຍັງສືບຕໍ່ ສືບຕໍ່ ນາຍົກເພິ່ນອອກຄຳສັ່ງຮອດ ວັນທີ 4 ເດືອນຫົກ ບາດນີ້ ຜູ້ໃດບໍ່ໄປສັກ ເຮົາກະຣະດົມຂະເຈົ້າ ມາສັກຢູ່ນີ້ ຜູຸ້ເຮັດໄຮ່ ເຮັດນາ ເຂົາເຈົ້າບໍ່ສົນເດ້ ຢູ່ກາງໄຮ່ກາງນາ ເຂົາເຈົ້່າບໍ່ສັກ ຫັ້ນນ່າ ກໍມີແຕ່ຣະດົມຂະເຈົ້າແຫຼະ ມາສັກຫ້ັນນ່າ ເພາະຢາດຽວນີ້ ມັນຈຳກັດເດ້ ດຽວເພີ່ນສົ່ງມາອີກ.”

ຄະນະສະເພາະກິດປ້ອງກັນໂຄວິດ-19 ຢູ່ ແຂວງອຸດົມໄຊ ໄດ້ອອກແຈ້ງການ ໃນວັນທີ 25 ພຶສພາ ນີ້ວ່າຈະສືບຕໍ່ປະຕິບັດມາຕການ ປ້ອງກັນໂຄວິດ-19 ໄປຮອດວັນທີ 7 ມິຖຸນາ ປີ 2021 ແລະ ຫ້າມປະຊາຊົນເຂົ້າ-ອອກ ເມືອງໄຊ ຍ້ອນວ່າ ໃນວັນທີ 24 ພຶສພາ ຜ່ານມາ ມີຜູ້ຕິດເຊື້ອຈຳນວນຫຼາຍ ແຕ່ສາມາດຮັບມືໄດ້.

“ພົບກໍຣະນີ ເປັນຈຸ້ມຂື້ຶ້ນ ຫັ້ນເດ້ ເລີ້ມລ໊ອກດາວເລີຍ ມື້ວານນີ້ເພືີ່ອປິດເລີຍ ສະເພາະເມືອງໄຊຫັ້ນ ບໍ່ໃຫ້ເຂົ້າເລີຍ ກໍມີເຈົ້າຫນ້າທີ່ ຕຳຮວດແດ່ ກັກໄວ້ຫມົດເລີຍ ບໍ່ໃຫ້ເຂົ້າບໍ່ໃຫ້ອອກ ຄວບຄຸມຄິດວ່າໄດ້ເນາະ ທັງຫມົດພະນັກງານເຮົາ ກໍໄດ້ຊ່ອຍກັນ ປະຊາຊົນ ກໍຖືວ່າ ປະຕິບັດຕາມຄຳສັ່ງ ຂອງ ທ່ານເຈົ້າແຂວງ ເພິ່ນແຈ້ງອອກ ຫັ້ນແຫຼະເນາະ.”

ກ່ຽວກັບການປິດບ້ານ-ປິດເມືອງ ຢູ່ເມືອງໄຊ ເຈົ້າຫນ້າທ່ີ່ ສະເພາະກິດ ໄດ້ກຳນົດເຂດບ້້ານສິີແດງ 3 ບ້ານ ດັ່ງບ້ານດອນແກ້ວ, ບ້ານວັງໄຮ ແລະ ບ້ານ ລ້ອງກໍເດື່ອ ໂດຍໄດ້ເອົາເຊືອກ ມາກັ້ນເຂດໄວ້ ແຕ່ລະບ້ານມີເຈົ້າຫນ້າທີ່ ປະຈຳແຕ່ລະຈຸດ ເພື່ອບໍ່ໃຫ້ ຄົນເຂົ້າ-ອອກ ໃນໄລຍະນີ້. ດັ່ງຊາວບ້ານທ່ານນຶ່ງເວົ້າວ່າ:

“ດຽວນີ້ເຂົາລ໊ອກແລ້ວ ດຽວນີ້ນ່າ ບໍ່ໃຫ້ໃຜເຂົ້າໃຜອອກ ເອົາສາຍເຊື້່ອກເອົາຫຍັງມາເນັ່ງໃສ່ ແຕ່ບ້ານຈົນຮອດຫນ່ວຍ ການໄປ ການມາ ກໍຖືວ່າໃຫ້ຈຳກັດ ຢູ່ໃນເຮືອນ ຢູ່ໃນຄອບຄົວ ຂອງໃຜຂອງມັນ ໄປຕລາດນີ້ ກໍຫາກໄດ້ ແຕ່ວ່າ ປະຕິບັດຕາມທິດຊີ້ນຳ ຂອງຄະນະສເພາະກິດ ຫັ້ນແຫຼະ.”

ຊາວບ້ານຢູ່ບ້ານວັງໄຮ ທ່ານນຶ່ງເວົ້າວ່າ ປັດຈຸບັນ ປະຊາຊົນພ້ອມປະຕິບັດຕາມຄຳສັ່ງ ຂອງທາງການ ຊື່ງຕົນເອງກໍບໍ່ກ້າອອກໄປໃສ ເພາະຢ້ານຕິດເຊື້ອ ໂຄວິດ-19:

“ໄລຍະນີ້ ຂະເຈົ້າກໍມີມາຕການເຄັ່ງຄັດວ່າ ຫ້າມອອກໄປໃສ ແບບລ໊ອກດາວ ຫ້າມໄປທ່ຽວ ຄັນບໍ່ມີວຽກ ກໍຫ້າມອອກໄປນອກ ກໍບໍ່ໄດ້ອອກໄປ ຂ້ອຍຢ້ານຄືກັນ ຄົນຕິດພຍາດຫລາຍ.”

ຊາວບ້ານ ບ້ານລ້ອງກໍເດື່ອ ທ່ານນຶ່ງເວົ້າວ່າ ປັດຈຸບັນເຈົ້າຫນ້າທີ່ບໍ່ໃຫ້ ປະຊາຊົນອອກໄປໃສ ໃຫ້ຢູ່ແຕ່ເຮືອນ ສາມາດໄປຕລາດໄດ້ ແຕ່ຕ້ອງປະຕິບັດມາຕການ ປ້ອງກັນໂຄວິດ-19:

“ຄັນຊິວ່າໄປພື້ນທີ່ສີແດງ ຄືຈະໄປບໍ່ໄດ້ ເພາະວ່າ ເຂດທີ່ມີຄວາມສ່ຽງ ເຂົາກະບໍ່ໃຫ້ເຂົ້າເນາະ ກໍມາຕລາດໄດ້ຢູ່ ກໍຄືໃສ່ແມສ ມີແຈວລ້າງມືຕິດໂຕ.”

ອິງຕາມຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 26 ພຶສພາ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ຶອສະສົມ 1,883 ຄົນ ເສັຽຊິວິດ 2 ຄົນ ປົວເຊົາ 1,261 ຄົນ ຍັງປົວຢູ່ໂຮງພຍາບານ 620 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.