125 ຄົນ ຕິດເຊື້ອໂຄວິດ-19
ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິິດ-19 ຕື່ມອີກ 125 ຄົນ, ໃນນັ້ນ ຕິດໃນຊຸມຊົນ 50 ຄົນ ແລະ ນຳເຂົ້າ 75 ຄົນ ໃນຂະນະທີ່ ບຸນເຂົ້າປະດັບດິນ ຖືກຈຳກັດ.
-
ສິດນີ
2021-09-06 -
-
-
Your browser doesn’t support HTML5 audio
ສປປລາວ ກວດພົບ ຄົນຕິດເຊື້ອ ໂຄວິິດ-19 ຕື່ມອີກ 125 ກໍຣະນີ ແລະ ໃນປີນີ້ ຫຼາຍແຂວງ ບໍ່ສາມາດ ຈັດງານບຸນ ເຂົ້າປະດັບດິນໄດ້ ເນື່ອງຈາກ ຍັງມີ ເຊື້ອໂຄວິດ-19 ຣະບາດ ໃນຊຸມຊົນ ຫຼາຍຢູ່. ແຕ່ເຖິງຢ່າງໃດ ກໍຕາມ, ຍັງມີ ຊາວບ້ານຫຼາຍຄົນ ຍັງເຮັດຕາມ ປະເພນີ ຄືເກົ່າ ເພາະບຸນ ຫໍ່ເຂົ້າດັບດິນ ເປັນງານປະເພນີ ມາແຕ່ ດຶກດຳບັນ, ດັ່ງຊາວບ້ານ ທ່ານນຶ່ງ ຢູ່ນຄອນຫຼວງ ວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກັນຍານີ້ວ່າ:
“ອັນນີ້ ກໍເຮັດຕາມ ຮີດຄອງປະເພນີ ຄືເກົ່າຫັ້ນແຫລະ ບໍ່ໄດ້ເອົາ ເຂົ້າວັດ ແຕ່ວ່າ ຢາຍນຳເຮືອນ ເຮົາເອງ, ທາງເຂົ້າເຮືອນ ໜ້າບ້ານ, ຄຣູບາ ເພິ່ນອອກມາ ບິນທະບາດ ຕາມແຄມທາງນີ້ ໄດ້ຕັກແທ້ ກະຢູ່ ລະຫວ່າງ ຫ່າງກັນຫັ້ນແຫລະ ເປັນພຍາດ ແນວນີ້ເດ.”
ຊາວບ້ານ ຢູ່ນະຄອນຫຼວງ ວຽງຈັນ ອີກທ່ານນຶ່ງ ເວົ້າວ່າ: ເຖິງແມ່ນວ່າ ທາງການ ຈະອອກແຈ້ງການ ຫ້າມຈັດງານບຸນ ເຂົ້າປະດັບດິນ ຊາວບ້ານ ກໍຍັງ ເຮັດຕາມ ປະເພນີຄືເກົ່າ ແຕ່ບໍ່ໄດ້ ເຂົ້າໄປວັດ ຢາຍຫໍ່ເຂົ້າ ພຽງແຕ່ ຢາຍຕາມ ແຄມຮົ້ວ ແຄມທາງ ຂ້າງບ້ານ ແລະ ຕັກບາດ ໃນຍາມເຊົ້າ ເທົ່ານັ້ນ ເມື່ອພຣະສົງ ມາບິນທະບາດ.
“ມີໃບແຈ້ງການ ຈາກນະຄອນຫຼວງ ແຈ້ງມາວ່າ ບໍ່ໃຫ້ມີ ກິຈກັມ ຕັກບາດ ຫໍ່ເຂົ້າໂຕນີ້ ອີງຕາມ ພຍາດໂຄວິດ ແຜ່ຣະບາດ ຫໍ່ເຂົ້າປະດັບດິນ ແກ່ເຮືອນໃຜເຮືອນມັນ ຫັ້ນແຫລະ ຢາດນ້ຳ ອະທິຖານເອົາ ຕັກບາດ ຢູ່ນຳທາງ ກໍຕັກ ແຕ່ວ່າ ຄົນກໍ ບໍ່ຫຼວງບໍ່ຫຼາຍ ຮີດບໍ່ໃຫ້ໝອງ ຄອງບໍ່ໃຫ້ເສົ້າ ຫັ້ນແຫລະ ເຮົາກໍເຮັດໄປ.”
ໃນຂນະທີ່ ແຂວງຄຳມ່ວນ ກໍມີການປະກາດ ປິດບ້ານ-ປິດເມືອງ ບໍ່ໃຫ້ຄົນເຂົ້າ-ອອກ ໃນເຂດເທສບານ ເມືອງທ່າແຂກ ຍອ້ນມີຜູ້ຕິດເຊື້່ອ ໃນຊຸມຊົນເພີ່ມຂຶ້ນ ຖ້າຜູ້ໃດ ມີຄວາມຈຳ ເປັນຈະເດີນທາງ ຕ້ອງໄດ້ຮັບ ອະນຸຍາດ ຈາກໜ່ວຍສະເພາະກິຈ ປ້ອງກັນ ໂຄວິດ-19 ກ່ອນ ແລະ ໃຫ້ນາຍບ້ານ ກວດກາ ຢ່າງເຂັ້ມງວດ ກ່ອນຈະອອກໄປ
”ທີ່ມາຈາກແຂວງ ຊີ່ເຂົ້າມາ ລະແມ່ນ ບໍ່ໃຫ້ເຂົ້າມາ ຖ້າມີໃຜ ເຂົ້າມາ ກໍຕ້ອງກວດກາ ຄັກແນ່ ກະມີ ຄວາມຈຳເປັນ ໃດເນາະ ຖ້າວ່າ ມາແຕ່ບ່ອນອື່ນ ກໍຕ້ອງ ມີບັດບັນທຶກ ຖ້າບໍ່ຢູ່ ບ້ານແດງ ຫັ້ນນ່າ ມັນມີຕິດເຊື້່ອ ໃນເມືອງ ບາງຄົນ ກັກໂຕແລ້ວ ກະວ່າ ກວດຄັກແນ່ແລ້ວ ອີ່ຫຍັງແລ້ວ ອອກເມືອບ້ານ ພັດຕິດ ອີກຫັ້ນນ່າ.”
ນອກຈາກນິີ້ ຢູ່ເມືອງທ່າແຂກ ຍັງໄດ້ອອກ ແຈ້ງການ ປິດຕລາດຫລັກ 2 ແລະຫລັກ 3 ຕລາດ ພັດມະນີ ຫ້າມຈັດ ບຸນປະເພນີ ແລະ ຫ້າມຊຸມແຊວກັນ ຈົນຮອດ ວັນທີ 13 ກັນຍາ.
ທີ່ແຂວງສາຣະວັນ ທາງການແຂວງ ກໍອອກແຈ້ງການ ບໍ່ໃຫ້ຄົນ ເດີນທາງເຂົ້າ-ອອກ ພາຍໃນ ເມືອງສາຣະວັນ ເຣີ່ມແຕ່ ວັນທີ 5-16 ກັນຍາ ປີ 2021 ນີ້ ແລະ ຫ້າມການສັນຈອນ ຕັ້ງແຕ່ 7 ໂມແລງຫາ 5 ໂມງເຊົ້າ ການແຈ້ງການ ດັ່ງກ່າວ ກໍບໍ່ແຕກຕ່າງ ກັບທີ່ຜ່ານມາ ແຕ່ຕ້ອງການ ຢາກໃຫ້ ປະຊາຊົນ ເພີ່ມຄວາມ ລະມັດລະວັງ ຫລາຍຂຶ້ນ.
“ບໍ່ຕ່າງກັັນ ຫັ້ນແຫລະ ຕ້ອງປະຕິບັດ ເຂັ້ມງວດ ຖ້າວຽກຈຳເປັນ ກ່ຽວຂ້ອງກັບ ພາກສ່ວນໃດ ກໍໃຫ້ ພາກສ່ວນນັ້ນ ຢັ້ງຢືນເອົາ ຖ້າໃນຊຸມຊົນແທ້ ກໍເຣີ່ມມີວ່າງນີ້ ແຫລະກ່ອນ ກໍແມ່ນ ມັນຢູ່ໃນ ສູນຈຳກັດ ຫັ້ນພນັກງານຫັ້ນ.”
ທາງການລາວ ກວດພົບ ຜູ້ຕິດເຊື້ອໃໝ່ ເພີ່ມອີກ 125 ຄົນ ໃນມື້ນີ້ ຕິດຈາກຊຸມຊົນ 50 ຄົນ, ນຳເຂົ້າ 75 ຄົນ ຈາກຜົລ ກວດວິເຄາະ ຫາຜູ້ຕິດເຊື້່ອ ທັງໝົດ 2,472 ຄົນ ຂອງມື້ວັນທີ 5 ກັນຍາປີ 2021 ນີ້ ໃນນັ້ນ ພົບຜູ້ຕິດເຊື້ອ ຢູ່ນະຄອນຫຼວງ ວຽງຈັນ 4 ຄົນ, ບໍ່ແກ້ວ 8 ຄົນ, ແຂວງຫຼວງພຣະບາງ 1 ຄົນ, ຄຳມ່ວນ 19 ຄົນ, ສວັນນະເຂດ 54 ຄົນ, ຈຳປາສັກ 31 ຄົນ ແລະ ແຂວງສາຣະວັນ 8 ຄົນ, ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ແລະ ຕາງໜ້າ ຄນະສເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 6 ກັນຍານີ້ວ່າ
“ໄດ້ກວດວິເຄາະ ທັງໝົດ 2,479 ຄົນ ໃນນັ້ນ ກວດພົບ ຜູ້ຕິດເຊື້່ອໃໝ່ ທັງໝົດ 125 ຄົນ ຊຶ່ງຕິດເຊື້ອ ຈາກຊຸມຊົນ ທັງໝົດ 50 ຄົນ ແຂວງຈຳປາສັກ 16 ຄົນ, ແຂວງຄຳມ່ວນ 15 ຄົນ, ແຂວງສວັນນະເຂດ 8 ຄົນ, ແຂວງບໍ່ແກ້ວ 8 ຄົນ ແຂວງສາຣະວັນນັ້ນ ແມ່ນພົບ ຄົນຕິດເຊື້ອ ຢູ່ໃນຝາແຝດ, ແຂວງ ຫຼວງພຣະບາງນັ້ນ ເປັນເພດຊາຍ ອາຊີບກັມມະກອນ ກໍ່ສ້າງ.”
ອີງຕາມ ການຣາຍງານນ ຈາກຄະນະສເພາະກິຈ ປ້ອງກັນ ໂຄວິດ-19 ມາຮອດ ວັນທີ 6 ກັນຍາ ປີ 2021, ປະເທດລາວ ມີຜູ້ໄດ້ຮັບ ການກວດຫາເຊື້່ອ ທັງໝົດ 452,363 ຄົນ ມີຜູ້ຕິດເຊື້ອ ສະສົມ ທັງໝົດ 16,058 ຄົນ, ປີ່ນປົວເຊົາ ແລ້ວ 10,648 ຄົນ, ກຳລັງ ປີ່ນປົວຢູ່ 5,394 ຄົນ, ເສັຽຊິວິດ 16 ຄົນ.
ສ່ວນການສັກຢາ ວັກຊິນ ປ້ອງກັນ ໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ສັກ ວັກຊິນ ໂດຍແຍກເປັນ ເຂັມທີ 1 ຈຳນວນ 2,545,657 ຄົນ ແລະ ເຂັມທີ 2 ຈຳນວນ 1,837,302 ຄົນ.