ຄົນງານລາວກັບຈາກໄທຍ ພ້ອມ ໂຄວິດ-19
2021.07.09

ແຂວງຈຳປາສັກເຂົ້າສູ່ພາວະເຊື້ອໂຄວິດ-19 ມີການຣະບາດທີ່ຮຸນແຮງ ໂດຍສະເພາະແມ່ນກວດພົບວ່າມີຜູ້ຕິດເຊື້ອສາຍພັນໃໝ່ ສາຍພັນເດລຕ້າ. ທັງນີ້ທາງການໄດ້ແຈ້ງວ່າ ສ່ວນຫຼາຍຜູ້ຕິດເຊື້ອ ແມ່ນເປັນຄົນງານລາວ ທີ່ເດີນທາງກັບຈາກໄທຍ ແລະ ໄດ້ນໍາເຊື້ອເຂົ້າມາ. ປັຈຈຸບັນການປີ່ນປົວ ຄົນຕິດເຊື້ອໃນແຂວງ ເຣີ່ມວິກິດ ໂຮງໝໍແຂວງທີ່ກະຕຽມໄວ້ ຮອງຮັບກ່ອນໜ້ານີ້ ບໍ່ພຽງພໍຈຳເປັນຕ້ອງໄດ້ ສ້າງໂຮງໝໍສນາມຂຶ້ນຕື່ມ.
ຍ້ອນສາເຫດອັນໃດຈຶ່ງເຮັດໃຫ້ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ພາກັນເດີນທາງກັບບ້ານ ຄົນງານລາວຢູ່ໄທຍໄດ້ໃຫ້ສັມພາດຕໍ່ ເອເຊັຽເສຣີ ເມື່ອຕົ້ນເດືອນກໍຣະກະດາ ວ່າ, ບັນຫາຫຼັກກໍ່ແມ່ນການຣະບາດ ໃນໄທຍ ທີ່ຮຸນແຮງ, ຄົນງານລາວບໍ່ໄດ້ສັກວັກຊິນ ເຊິ່ງເປັນສິ່ງຈຳເປັນໃນພາວະແບບນີ້ ຖ້າບໍ່ໄດ້ສັກວັກຊິນ ນາຍຈ້າງກໍບໍ່ຮັບເຂົ້າເຮັດວຽກ.
"ຢ່າງເຊັ່ນຄົນພະມ້າ, ຄົນລາວ, ຄົນກັມພູຊາ ຢູ່ນີ້ແມ່ນບໍ່ ວຽດນາມ ເຂົາກາສິຕີເປັນອາຊຽນ ເປັນຕ່າງດ້າວໝົດເລີຍ. ສົມມຸດໃນ ກຸ່ມນີ້ິຕິດໂຄວິດ ເຂົາເໝົາເລີຍວ່າ ຕ່າງດ້າວເອົາ ໂຄວິດ ເຂົ້າມາເຜີຍແຜ່ ເຂົາບໍ່ມອງຄວາມເປັນຈິງ ວ່າແຕ່ວ່າດຽວນີ້ໃຫ້ຄົນໄທຍສັກກ່ອນ."
ສາເຫດການເດີນທາງກັບບ້ານຄົນງານລາວ ອີກຄົນນຶ່ງບອກວ່າຕ້ອງການກັບໄປສັກວັກຊິນ ທີ່ປະເທດລາວ ອີກຢ່າງຢູ່ໄທຍ ກໍບໍ່ມີ ວຽກເຮັດບໍ່ມີຣາຍໄດ້ ຈຶ່ງຈຳເປັນຕ້ອງກັບໄປກ່ອນ. ແຕ່ຖ້າກັບໄປແລ້ວ ບໍ່ຮູ້ວ່າເມື່ອໃດເພິ່ນຈະເປີດປະເທດ ເພື່ອຮັບເອົາຄົນງານລາວ ມາເຮັດວຽກອີກ.
"ທີ່ວ່າລັ່ງກັບເມືອ ເພື່ອຖ້າສັກວັກຊິນ ແຕ່ບັນຫາວ່າເມືອ ເຂົາສິເປີດປະເທດຕອນໃດ ເຮົາຕ້ອງທຳມາຫາກິນ ສ່ວນຫຼາຍພວກທີເມືອ ເງິນຄ່າຣົດແທບບໍ່ມີ ເພາະວ່າຢູ່ນີ້ຢູ່ໄປກາຕົກງານ ຄ່າເຊົ່າບ້ານຄ່ານັ້ນຄ່ານີ້ ເຂົາຈຶ່ງໄດ້ເມືອບ້ານ ເພື່ອທີ່ຈະສັກວັກຊິນ ລະກາຖ້າ ປະເທດເປີດ."
ເຊັ່ນດຽວກັນກັບຄົນງານລາວຜູ້ນີ້ ກໍໄດ້ໃຫ້ຄວາມເຫັນຄ້າຍຄືກັນວ່າ ຄົນງານລາວ ທີ່ກັບໄປບ້ານນັ້ນກໍຍ້ອນຄວາມຢ້ານວ່າຈະຕິດ ເຊື້ອໂຄວິດ-19 ແຕ່ຜູ້ທີ່ຢູ່ນັ້ນກໍຢ້ານວ່າເມື່ອກັບບ້ານ ແລ້ວອາດຈະກັບມາໄທຍບໍ່ໄດ້ ເນື່ອງຈາກຣັຖບານໄທຍ ປະກາດພາວະ ການລ໊ອກດາວ ເຊິ່ງບໍ່ຮູ້ວ່າເມື່ອໃດຈະເປີດປະເທດ.
"ຊິມີແຮງງານລາວຈຳນວນນຶ່ງ ທີ່ຂ້າມກັບໄປບ້ານ ຄວາມຢ້ານຄວາມກົວ ກາເລີຍກັບໄປບ້ານກ່ອນສິກັບເຂົ້າມາກັບບໍ່ໄດ້ ເພາະວ່າ ທາງຣັຖບານໄທຍ ເຂົາບໍ່ອະນຸຍາດໃຫ້ແຮງງານ ເຂົ້າມາເພາະວ່າເຂົາກຳລັງຄວບຄຸມໂຣຄຢູ່."
ຕາມການຣາຍງານຂອງ ສື່ທາງການ ວ່າຄົນງານລາວທີ່ເຮັດວຽກຢຸ່ໄທຍ ເດີນທາງກັບບ້ານຢ່າງບໍ່ຂາດສາຍ. ໂດຍສະເພາະ ແຂວງຈຳປາສັກ ມີຄົນງານລາວ ທີ່ເດີນທາງເຂົ້າທາງ ດ່ານສາກົນ ວັງເຕົ່າ-ຊ່ອງເມັກ ຕາມປະກາດຂອງທາງການລາວ ໃຫ້ກັບມາແບບຖືກຕ້ອງຕາມກົດໝາຍ.
ດຣ. ວຽງສີ ສຸພັກດີ ຫົວໜ້າຜແນກສາທາຣະນະສຸຂ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ສື່ທ້ອງຖິ່ນວ່າ, ຄົນງານລາວທີ່ເດີນທາງ ກັບຈາກໄທຍ ໂດຍຜ່ານດ່ານສາກົນ ວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ສະເລັ່ຽມື້ລະ 100 ຄົນ. ທີ່ສຳຄັນຜ່ານການກວດຫາເຊື້ອ ຂອງຄົນງານລາວ ກັບພົບຜູ້ຕິດເຊື້ອເປັນຈຳນວນຫຼາຍ ເຊີ່ງເຮັດໃຫ້ຍອດສະສົມ ຜູ້ຕິດເຊື້ອ ໃນແຂວງຈຳປາສັກ ເພີ່ມຂຶ້ນແບບ ກ້າວກະໂດດ ຊຶ່ງມາຮອດວັນທີ 07 ກໍຣະກະດາ 2021 ມີຈຳນວນ 570 ຄົນ ແລະ ປິ່ນປົວເຊົາ 371 ຄົນ ແລະ ກຳລັງປິ່ນປົວ 200 ຄົນ.
ໃນຂນະທີ່ການຮັບຮອງ ການປິ່ນປົວ ທາງຜແນກສາທາຣະນະສຸຂ ແຂວງຈຳປາສັກ ຕ້ອງປະເຊີນກັບໂຮງໝໍ ມີຕຽງບໍ່ພໍເພື່ອ ຮອງຮັບຄົນເຈັບ. ຜ່ານມາແຂວງຈຳປາສັກ ໄດ້ກະຕຽມ ໂຮງໝໍ ເພື່ອຮອງຮັບການປີ່ນປົວ 3 ແຫ່ງ ຄື; ໂຮງໝໍເມືອງໂພນທອງ ສາມາດບັນຈຸໄດ້ 81 ຕຽງ, ໂຮງໝໍພາກສນາມຫຼັກ 21 ບັນຈຸໄດ້ 113 ຕຽງ ຕອນນີ້ແມ່ນເຕັມໝົດແລ້ວ ແລະ ຍັງເຫຼືອພຽງໂຮງໝໍ 106 ທີ່ ບັນຈຸໄດ້ 40 ຕຽງ.
ເພື່ອແກ້ໄຂບັນຫາ ຄົນເຈັບລົ້ນໂຮງໝໍ ໃນປັຈຈຸບັນທາງອົງການປົກຄອງ ແຂວງຈຳປາສັກ ປະກາດວ່າຈະນໍາໃຊ້ ຫໍພັກວິທຍາລັຍ ການເງິນພາກໃຕ້ ເປັນໂຮງໝໍພາກສນາມ ອີກແຫ່ງນຶ່ງ ແຕ່ກໍບໍ່ສາມາດຮອງຮັບໄດ້ຫຼາຍ.
ແຕ່ຖ້າເກີດເຫດສຸກເສີນ ຄົນງານລາວເດີນທາງເຂົ້າມາຫຼາຍກວ່ານີ້ ທາງອົງການປົກຄອງແຂວງ ກໍໄດ້ຮຽກຮ້ອງໄປຍັງສູນກາງ ຊ່ອຍຊອກຫາວິທີແກ້ໄຂ ຢ່າງຮີບດ່ວນ ເຊີ່ງຄາດວ່າ ຄົນງານຈະກັບປະມານ 800 ເຖິງ 1000 ຄົນ ໃນເດືອນກໍຣະກະດາ ນີ້.
ສະພາບການການຣະບາດເຊື້ອໂຄວິດ-19 ຂອງແຂວງຈຳປາສັກ ໄດ້ເພີ່ມຄວາມຮຸນແຮງ ຕື່ມອີກພາຍຫຼັງທີ່ ຄະນະສະເພາະກິຈ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການຣະບາດ ຂອງເຊື້ອໂຄວິດ-19 ຂອງແຂວງຈຳປາສັກ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນເດລຕ້າ ຢູ່ບ້ານຫ້ວຍແຫ່ 2 ກໍຣະນີ ແລະ ບ້ານໂພນແດງເໜືອ 1 ກໍຣະນີ.
ຕໍ່ກໍຣະນີດັ່ງກ່າວ ຫ້ອງການເມືອງສຸຂຸມາ ໄດ້ອອກແຈ້ງການ ເມື່ອວັນທີ 04 ກໍຣະກະດາ ໂດຍໄດ້ກຳນົດໃຫ້ ບ້ານຫ້ວຍແຫ່ ເປັນ ພື້ນທີ່ສີແດງຕ້ອງໄດ້ປິດບ້ານ ແລະ ບ້ານໂນນແດງເໜືອ ເປັນພື້ນທີ່ສີເຫຼືອງ ຕ້ອງໄດ້ ເຝົ້າຣະວັງ.
ສ່ວນແນວທາງໃນການສະກັດກັ້ນ ການຣະບາດຂອງເຊື້ອພຍາດໂຄວິດ-19 ຂອງແຂວງຈຳປາສັກ ສະເພາະໜ້ານັ້ນທາງແຂວງ ໄດ້ເລັ່ງສັກວັກຊິນໂຄວິດ-19 ພາຍໃນແຂວງໃຫ້ໄດ້ ຫຼາຍທີ່ສຸດ. ຢ່າງນ້ອຍວັກຊິນທີ່ຣັຖ ສນອງໃຫ້ຈະຊ່ອຍໃຫ້ແກ່ແຜ່ເຊື້ອ ໃນແຂວງຫຼຸດລົງ. ດັ່ງຜແນກສາທາຣະນະສຸຂແຂວງ ໄດ້ກ່າວຕໍ່ສື່ວ່າ:
"ວິທີນີ້ແມ່ນວິທີທີ່ດີທີ່ສຸດ ເຮົາຈະຕ້ອງໄດ້ສຸມໃສ່ ເຣື່ອງການສັກວັກຊິນ ໃຫ້ຫຼາຍທີ່ສຸດເຮົາເບິ່ງບາງປະເທດ ທີ່ຈະເຣີນໃນໂລກ ເຂົ້າສຸມໃສ່ການສັກວັກຊິນ ເປັນບັນຫາສຳຄັນທີ່ສຸດ ຈຶ່ງຈະຢຸດຢັ້ງ ການແຜ່ຣະບາດ ໝາຍຄວາມວ່າບໍ່ໃຫ້ມີຄວາມຮຸນແຮງ ບໍ່ໃຫ້ເສັຽຊີວິດ ອັນນີ້ແມ່ນມາຕການຮີບດ່ວນ ທີ່ພວກເຮົາກຳລັງເຮັດຄຽງຄູ່ ກັບການຄວບຄຸມ."
ຕາມການຣາຍງານຂອງຄະນະສະເພາະກິຈ ສູນກາງ ນະຄອນຫຼວງວຽງຈັນ ເມື່ອວັນທີ 8 ກໍຣະກະດາ 2021 ພົບຜູ້ຕິດເຊື້ອເພີ່ມ 69 ຄົນ, ໃນນີ້ແຂວງຈຳປາສັກ ຕິດເຊື້ອເພີ່ມອີກ 35 ຄົນ ຮວມເປັນ 573 ຄົນ, ສວັນນະເຂດ ຕິດເຊື້ອ 30 ຄົນ , ຄຳມ່ວນ 30 ຄົນ ແລະ ຫຼວງນໍ້າທາ 1 ຄົນ. ຜູ້ຕິດເຊື້ອສ່ວນຫຼາຍ ແມ່ນກໍຣະນີນຳເຂົ້າ ຫຼື ຄົນງານລາວທີ່ກັບມາຈາກໄທຍ. ປັຈຈຸບັນຍອດຜູ້ຕິດເຊື້ອ ສະສົມເປັນ 2,469 ຄົນ. ເສັຽຊີວິດ 03 ຄົນ.
ອີງຕາມສະພາບຍັງເຫັນວ່າ ຄົນງານລາວ ຍັງຈະເດີນທາງກັບມາລາວ ຢ່າງຕໍ່ເນື່ອງ ເຊິ່ງຈະເຮັດໃຫ້ອັດຕຣາຫວ່າງງານ ເພີ່ມຂຶ້ນຫຼາຍ ໂດຍກ່ອນໜ້ານີ້ ຍານາງ ຄຳໃບ ຂັດທິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານໃນກອງປະຊຸມ ສມັດຊາໃຫຍ່ ຂອງອົງການແຮງງານສາກົລ ສມັຍທີ 109 ປະຈຳປີ 2021 ທີ່ຈັດຂຶ້ນ ໃນວັນທີ 3-19 ມິຖຸນາ 2021 ທີ່ ເມືອງເຈນີວາ ປະເທດສວິສເຊີແລັນ ພາຍໃຕ້ຫົວຂໍ້ ການຮັບມືກັບການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຂອງຣັຖບານ ເພື່ອປົກປ້ອງ ຜູ້ອອກແຮງງານ ແລະ ໃຊ້ແຮງງານໃນ ສປປ ລາວ ດ້ວຍຮູບແບບກອງປະຊຸມທາງໄກ ມີບາງຕອນໄດ້ຣະບຸວ່າ:
"ສະຖຽນຣະພາບ ຂອງການເຮັດວຽກ ແລະ ຣາຍຮັບຂອງກຳລັງແຮງງານ, ສຳລັບ ສປປ ລາວໂຄວິດ-19 ໄດ້ເຮັດໃຫ້ກຳລັງ ແຮງງານທີ່ເຮັດວຽກພາຍໃນປະເທດຈຳນວນ 114,000 ຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130,000 ຄົນຕ້ອງໄດ້ກັບຈາກ ການເຮັດວຽກ ຢູ່ຕ່າງປະເທດ."
ນອກນັ້ນກໍຍັງມີແຮງງານນອກຣະບົບ ຈຳນວນຫຼາຍ ໄດ້ຮັບຜົລກະທົບ ໂດຍສະເພາະແມ່ນແຮງງານ ເຄື່ອນຍ້າຍຈາກຊົນນະບົດ ເຂົ້າມາເຮັດວຽກໃນໂຕເມືອງ ຮວມທັງແຮງງານ ທີ່ຜລິດກະສິກັມ ເພື່ອເປັນສິນຄ້າ. ຂແນງບໍຣິການເປັນຂແນງ ທີ່ໄດ້ຮັບຜົລກະທົບ ຫຼາຍກວ່າໝູ່.