ຄົນງານລາວຢູ່ໄທຍ ຕິດໂຄວິດ-19 ບໍ່ໄດ້ປິ່ນປົວ

ໄຊຍາ
2021.07.12
ຄົນງານລາວຢູ່ໄທຍ ຕິດໂຄວິດ-19 ບໍ່ໄດ້ປິ່ນປົວ ການສັກວັກຊິນປ້ອງກັນໂຄວິດ-19 ທີ່ ແຂວງໜອງຄາຍ ປະເທດໄທຍ ຊຶ່ງທາງການໄທຍ ໄດ້ປະກາດວ່າໃນ ເດືອນ ກໍຣະກະດາ ປີ 2021 ຈະເຣີ່ມສັກວັກຊິນໃຫ້ຄົນງານຕ່າງດ້າວ.
File photo: RFA

ຄົນງານລາວໃນໄທຍ ທີ່ຕິດໂຄວິດ-19 ຈຳນວນນຶ່ງບໍ່ສາມາດເຂົ້າເຖິງການປີ່ນປົວທັນທີ ແລະອີກຈຳນວນນຶ່ງແມ່ນຕົກຢູ່ໃນສະພາບ ຄວາມສ່ຽງຈະເກີດອາການໜັກ. ກ່ຽວກັບເຣື່ອງນີ້ ໝູ່ຂອງຄົນງານລາວຜູ້ນຶ່ງໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ. ໂຕເອງມີໝູ່ເປັນຄົນງານລາວ ແມ່ຍິງຄົນນຶ່ງອາຍຸ 20 ປີ ຕິດໂຄວິດ-19 ມາໄດ້ໃນໄລຍະນຶ່ງ ເພິ່ນເປັນຄົນງານລາວ ທີ່ບໍ່ມີ MOU ບໍ່ມີປະກັນສັງຄົມ, ຫຼາຍມື້ຜ່ານມາ ເພິ່ນມີອາການແໜ້ນໜ້າເອິກ ຫາຍໃຈບໍ່ສະດວກຕອນກາງຄືນ ແລ້ວຕິດຕໍ່ຫາເຈົ້າໜ້າທີ່ ເພື່ອປະສານຂໍ ເຂົ້າຮັບການປິ່ນປົວ ກໍຍັງບໍ່ມີເຈົ້າໜ້າທີ່ຝ່າຍໃດ ປະສານງານຫາລາວ ເພື່ອໃຫ້ລາວເຂົ້າຮັບການປິ່ນປົວ, ດັ່ງຄົນງານ ລາວຜູ້ນີ້ເວົ້າວ່າ.

"ໝູ່ໃນເຟສນ່າມີຢູ່ ເພາະວ່າເຂົາຕິດໂຄວິດ-19 ເຂົາກໍຍັງຫາຕຽງບໍ່ໄດ້ ເຂົາບອກວ່າເຂົາແໜ້ນໜ້າເອິກ ເຫັນເຂົາວ່າຢາກກັບບ້ານ ເພາະວ່າຢູ່ພີ້ບໍ່ມີຕຽງຮັກສາ. ເຂົາບອກວ່າເຂົາບໍ່ຮູ້ ເຂົາຕິດຕໍ່ໄປທາງໃດບໍ່ໄດ້ ເພາະວ່າມີແຕ່ພາສປອດ ເຂົາບອກວ່າຈັ່ງຊິນ່າ ເພາະວ່າເຂົາບໍ່ມີອີ່ຫຍັງ."

ຄົນງານແມ່ຍິງອີກຜູ້ນຶ່ງ ກໍເວົ້າເຖິງຄອບຄົວຄົນງານລາວ ພໍ່ແມ່ລູກທີ່ເຮັດອາຊີບຮັບຈ້າງຂາຍເສື້ອຜ້າ ຢູ່ແຖວປະຕູນໍ້າແບບຖືກ ກົດໝາຽກໍຕິດໂຄວິດ-19 ທັງຄອບຄົວແລ້ວຍັງບໍ່ໄດ້ຮັບ ການປິ່ນປົວຢູ່ໂຮງໝໍຄືກັນ. ເນື່ອງຈາກສະຖານະການໂຄວິດ-19 ພາຍໃນປະເທດກຳລັງ ຢູ່ໃນຂັ້ນວິກິດຕຽງບໍ່ພຽງພໍ ຕໍ່ຄົນປ່ວຍໂຄວິດ-19.

ປັດຈຸບັນຄອບຄົວຂອງຄົນງານລາວກຸ່ມນີ້ ກໍໄດ້ແຍກກັກໂຕຫ້ອງໃຜຫ້ອງລາວ ແລະ ຕົ້ມນໍ້າສະໝູນພັຍ ກິນຮັກສານຕາມ ອາການດ້ວຍໂຕເອງໄປກ່ອນ. ດັ່ງຄົນງານແມ່ຍີງລາວ ຜູ້ນີ້ເວົ້າໃນມື້ດຽວກັນນີ້ວ່າ.

"ຕິດໂຄວິດ-19 ທັງຜົວທັງເມັຽເລີຍ ແຕ່ວ່າບໍ່ໄດ້ໄປໂຮງໝໍ ເຮັດແຕ່ແບບວ່າແຍກຫ້ອງກັກໂຕ ແລ້ວກໍມີແບບກິນຢາດູແລໂຕເອງ ຫັ້ນນ່າ. ເມື່ອກີ້ລອງເທັກໄປຖາມລາວ ເວົ້າດີຂຶ້ນແລ້ວ. ເພາະຕອນນີ້ຫາກໃຜຕິດໂຄວິດ-19 ຂນາດຄົນໄທຍ ກໍບໍ່ມີຕຽງໃຫ້ຢູ່ແລ້ວ ຕ້ອງດູແລຕົນເອງ ກັກໂຕເອງຢູ່ຫ້ອງແລ້ວ ຈະມີໜ່ວຍງານມາສົ່ງຢາ ມາຄອຍກວດປະມານນີ້."

ຄົນງານແມ່ຍິງລາວທີ່ເຮັດວຽກເປັນແມ່ບ້ານ ຢູ່ໂຮງງານພລາສຕິກ ໃນນະຄອນຫຼວງ ບາງກອກ ແບບຖືກກົດໝາຽກໍເວົ້າວ່າ ທ່ານໝໍ ຄລິນິກຣະບຸວ່າ ນາງເອງສ່ຽງຈະຕິດໂຄວິດ-19 ສູງຕັ້ງແຕ່ວັນທີ 6 ກໍຣະກະດາ 2021 ຈຶ່ງແນະນໍາໃຫ້ໄປກວດເຊື້ອຂັ້ນສູງຢູ່ໂຮງໝໍ ໃຫຍ່ທີ່ ນາງມີປະກັນສັງຄົມໃນວັນທີ 08 ກໍຣະກະດາ 2021 ພ້ອມກັກໂຕໃນຣະຫວ່າງທີ່ລໍຖ້າ ຜົລກວດເຊິິ່ງປັດຈຸບັນຜົລກວດເຊື້ອ ຈາກໂຮງໝໍໃຫຍ່ ທີ່ມີປະກັນສັງຄົມຍັງບໍ່ອອກມາເທື່ອ. ຄົນງານແມ່ຍິງລາວຜູ້ນີ້ ກໍໄດ້ຮັກໂຕເອງ ແລະ ກັກໂຕຢູ່ແຕ່ໃນຫ້ອງໄປກ່ອນ. ດັ່ງຄົນງານ ແມ່ຍິງລາວຜູ້ນີ້ ເວົ້າໃນມື້ດຽວກັນນີ້ວ່າ.

"ເຮົາກໍເລີຍໄປກວດຢູ່ໂຮງໝໍ ແຕ່ວ່າຜົລຫັ້ນຍັງບໍ່ອອກເລີຍ ເຂົາບອກວ່າ 3-5 ວັນ ຖ້າແບບເຂົາໂທມາຫາເຮົາແລ້ວ ສະແດງວ່າ ເຮົາຕິດເຊື້ອ ແຕ່ວ່າຖ້າເຂົາບໍ່ໄດ້ໂທແຫຼະ ສະແດງວ່າບໍ່ໄດ້ຕິດ ກໍກັກໂຕຢູ່ຫ້ອງແຫຼະ ບໍ່ໄດ້ໄປໃສ. ປົກກະຕິນ່າຕອນນີ້ນ່າຄືແບບ ປົກກະຕິ ມັນບໍ່ໄດ້ເປັນຫຍັງບໍ່ໄດ້ປວດຫົວບໍ່ໄດ້ເປັນໄຂ້ນ່າ ໄອກໍມີເລັກນ້ອຍແຕ່ວ່າຄໍຫັ້ນ ບໍ່ໄດ້ເຈັບ ແຕ່ວ່າກິນນໍ້າຮ້ອນຕລອດ."

ນອກຈາກນີ້ ສື່ສັງຄົມອອນລາຍ ໂດຍສະເພາະເຟສບຸກ, ຄົນງານລາວຈຳນວນນຶ່ງ ທີ່ເຮັດວຽກຢູ່ໃນໄທຍ ກໍໃຊ້ເປັນພື້ນທີ່ເພື່ອຂໍ ຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃຫ້ມາຮັບ ໂຕພວກເຂົາເຈົ້າໄປປິ່ນປົວພາຍຫຼັງ ຕິດໂຄວິດ-19 ແລ້ວບໍ່ມີຕຽງ ໂດຍສະເພາະໃນຮ່ອມເອກໄມ ເຂດບາງບອນ ບາງກອກ ທີ່ຄົນງານລາວໄດ້ອາສັຍ ຢູ່ເປັນຈຳນວນຫຼາຍຕ້ອງໄດ້ ຮັກສາອາການ ດ້ວຍການກິນຢາ ຟ້າທະລາຍໂຈນ ແລະ ຕົ້ມນໍ້າຢາສມູນໄພໄທຍເພື່ອສາໂຕເອງໄປກ່ອນ.

ທາງເຈົ້າໜ້າທີ່ສູນບໍຣິການ ສາທາຣະນະສຸຂ ຮັກສາສຸຂພາບເຂດບາງບອນບາງກອກ ກໍກ່າວວ່າໃນເຂດພື້ນທີ່ ທີ່ສູນຮັບຜິດຊອບ ໃນຕອນນີ້ບໍ່ສາມາດປິ່ນປົວໄດ້ຢ່າງທົ່ວເຖິງ ຍ້ອນຕຽງທຸກບ່ອນທົ່ວບາງກອກ ທີ່ທາງການໄດ້ຈັດສັນໄວ້ປິ່ນປົວ ຄົນຕິດໂຄວິດ-19 ເຕັມໝົດ. ອີກທັງພາຍໃນເຂດບາງບອນ ແມ່ນມີຄົນຕິດເຊື້ອຈຳນວນຫຼາຍ ທັງຄົນໄທຍ ຄົນລາວ ຄົນພະມ້າ ແລະ ຄົນກັມພູຊາ. ຕອນນີ້ເຈົ້າໜ້າທີ່ເຮັດໄດ້ພຽງ ຕຽມແຈກຢາຟ້າທະລາຍໂຈນ ໃຫ້ຜູ້ຕິດເຊື້ອເພື່ອຫຼຸດຜ່ອນອາການເທົ່ານັ້ນ ແລ້ວໃຫ້ຜູ້ຕິດເຊື້ອເບິ່ງແຍງ ອາການໂຕເອງ ພ້ອມຢືນຢັນວ່າບໍ່ໄດ້ແຍກການປິ່ນປົວ ທາງສັນຊາຕແຕ່ຢ່າງໃດ. ດັ່ງທ່ານກ່າວໃນມື້ດຽວກັນວ່າ.

"ເປັນທົ່ວທຸກຮ່ອມ ມັນຫຼາຍອີ່ຫຼີ ບໍ່ສາມາດບອກໄດ້ວ່າຈະເຖິງຄີວເມື່ອໃດ ຄົນໄທຍ ກໍຖ້າຄືກັນ. ນອກຈາກວ່າ ບາງຄົນທີ່ເຂົາ ຂ້ອນຂ້າງມີເງິນເຂົາອາດຈະຕິດຕໍ່ໂຮງໝໍ ເອກກະຊົນແລ້ວ ໄປຮັກສາໂຕເອງ. ສ່ວນຄົນທົ່ວໄປ ຫຼື ຄົນຕ່າງຊາຕກໍຕ້ອງຖ້າຕໍ່ໄປ ເພາະຕຽງມັນເຕັມໝົດແລ້ວ. ເຮົາປິ່ນປົວບໍ່ໄຫວແລ້ວ ມັນຫຼາຍແທ້ໆ."

ກ່ຽວກັບການຊ່ອຍເຫຼືອ ຄົນງານລາວໃນໄທຍ ທີ່ຕິດໂຄວິດ-19 ເພື່ອໃຫ້ເຂົ້າເຖິງການປິ່ນປົວ ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງສະຖານທູດລາວ ປະຈຳບາງກອກໃນຕອນເຊົ້າ ແລະ ຕອນບ່າຍຂອງວັນທີ 12 ກໍຣະກະດາ ນີ້ເພື່ອສອບຖາມເຖິງແນວທາງ ໃນການຊ່ອຍເຫຼືອຄົນງານລາວ ໃນປະເທດໄທຍ ແຕ່ບໍ່ມີຜູ້ໃດຮັບສາຍ.

ຂນະທີ່ຄົນງານລາວ ຜູ້ນຶ່ງໄດ້ເວົ້າວ່າທາງອອກຂອງບັນຫາ ທີ່ຄົນງານລາວໃນໄທຍ ບໍ່ມີຕຽງ ນັ້ນແມ່ນສະຖານທູດລາວ ປະຈຳ ປະເທດໄທຍ ຕ້ອງໄດ້ຈັດຕັ້ງໂຮງໝໍພາກສນາມ ສະເພາະຄົນງານລາວ ທີ່ເຮັດວຽກຢູ່ໄທຍ ເພື່ອໃຫ້ຄົນງານລາວ ຈຳນວນນັ້ນໄດ້ ເຂົ້າເຖິງການປິ່ນປົວ ເນື່ອງຈາກໃນໄທຍ ຍັງມີຄົນລາວ ທີ່ເຮັດວຽກແບບບໍ່ຖືກກົດໝາຽອີກຈຳນວນນຶ່ງ ທີ່ບໍ່ສາມາດເຂົ້າເຖິງການ ປິ່ນປົວໂຄວິດ-19 ໄດ້, ຄົນງານລາວຜູ້ນີ້ເວົ້າ ໃນມື້ດຽວກັນນີ້ວ່າ.

"ຢາກໃຫ້ສະຖານທູດນີ້ ຕັ້ງສູນເພື່ອຮັບຮອງ ຄົນທີ່ເຂົາບໍ່ມີບັດບໍ່ມີເບີ ທີ່ເຂົາບໍ່ກ້າເຮັດອີ່ສັງເຮັດສັງບໍ່ເປັນ. ເຂົາເຮັດງານຢູ່ໃນທີ່ມືດ ເວົ້າງ່າຍໆນ່າ ທີ່ເຮົາບໍ່ຮູ້ ຄືເຂົາບໍ່ຄ່ອຍໄປທ່ຽວ ເຂົາກໍຈະບໍ່ຄ່ອຍເຂົ້າໃຈສັງຄົມ."

ສ່ວນຄົນງານແມ່ຍິງລາວ ອີກຜູ້ນຶ່ງກໍໄດ້ເວົ້າວ່າ ຫາກເຈົ້າໜ້າທີີ່ທີ່ກ່ຽວຂ້ອງໃນໄທຍ ບໍ່ສາມາດຊ່ອຍໃຫ້ຄົນງານລາວ ມີຕຽງເພື່ອ ປິ່ນປົວໂຄວິດ-19 ໄດ້ຢ່າງນ້ອຍກໍມີມາຕການ ສົ່ງເຂົາເຈົ້າກັບຄືນປະເທດ ຫຼື ສົ່ງເຂົາເຈົ້າໄປປິ່ນປົວ ທີ່ ແຂວງອື່ນພາຍໃນປະເທດ ໄທຍ ບໍ່ແມ່ນໃຫ້ເຂົາເຈົ້າລໍຖ້າຕຽງ ແບບບໍ່ມີກຳນົດ ຄົນງານແມ່ຍິງລາວຜູ້ນີ້ ເວົ້າໃນມື້ດຽວກັນນີ້ວ່າ.

"ໄປປົວຢູ່ບ້ານກໍໄດ້ ຢູ່ແຂວງພຸ້ນແຂວງນີ້ໄດ້ ເພາະວ່າຢູ່ກຸງເທບຕຽງມັນບໍ່ພໍແລ້ວ."

ອີງຕາມການຣາຍງານ ຂອງສູນບໍຣິຫານ ສະຖານະການໂຄວິດ-19 ຣະບຸວ່າວັນທີ 12 ກໍຣະກະດາ 2021 ມີຜູ້ປ່ວຍຕິດໂຄວິດ-19 ໃນປະເທດໄທຍ ເພີ່ມຂຶ້ນ 8.656 ຄົນ ມີຜູ້ປ່ວຍ ຢືນຢັນຕິດໂຄວິດ-19 ສະສົມທັງໝົດ 313,164 ຄົນ. ສ່ວນຈຳນວນຄົນງານລາວ ທີ່ເຮັດວຽກໃນໄທຍ ທີ່ຕິດເຊື້ອໂຄວິດ-19 ມີຈຳນວນຈັກຄົນແລ້ວນັ້ນ ທາງການໄທຍຍັງບໍ່ໄດ້ ຣາຍງານຢ່າງຣະອຽດຈະແຈ້ງເທື່ອ ແຕ່ໄດ້ຣາຍງານວ່າກຸ່ມຄົນງານຕ່າງດ້າວ 3 ສັນຊາຕໄດ້ແກ່ ລາວ, ພະມ້າ ແລະ ກັມພູຊາ ມີຜູ້ຕິດເຊື້ອໂຄວິດ-19 ໃນໄທຍຈຳນວນ ຫຼາຍພັນຄົນແລ້ວ.

ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ເມື່ອເດືອນມິຖຸນາ ປີ 2021 ກໍມີຄົນງານແມ່ຍິງລາວ ນາງນຶ່ງໄດ້ເສຽຊີວິດ ທີ່ນະຄອນຫຼວງບາງກອກ ພາຍຫຼັງ ຕິດເຊື້ອໂຄວິດ-19 ໄດ້ຫຼາຍມື້ແຕ່ບໍ່ໄດ້ ຮັບການປິ່ນປົວໃຫ້ທັນເວລາ ເນື່ອງຈາກບໍ່ມີຕຽງ ເພື່ອໃຫ້ນາງເຂົ້າໄປປີ່ນປົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.