ຄົນງານລາວກັບຈາກໄທຍ ເປັນລົມ ຫາຍດີແລ້ວ

ອຸ່ນແກ້ວ ສຸກສະຫວັນ
2021.08.04
ຄົນງານລາວກັບຈາກໄທຍ ເປັນລົມ ຫາຍດີແລ້ວ ຄົນທີ່ເປັນລົມ ແລະ ກາຍເປັນຂ່າວນັ້ນ ຊື່ ທ້າວ ວົງ ສີຈັນປັນຍາ ອາຍຸ 32 ປີ ຢູ່ ບ້ານມ່ວງໄຂ່ ເມືອງໜອງບົກ ແຂວງຄຳມ່ວນ.
ນັກຂ່າວພົລເມືອງ

ໃນວັນທີ 2 ສິງຫາ 2021 ທີ່ຜ່ານມາ, ກໍຣະນີມີຄົນງານລາວ ຢູ່ແຂວງຄຳມ່ວນ ທີ່ກັບມາຈາກໄທຍ ໄດ້ລົ້ມລົງ ແລະ ມີອາການຊັກ ຢູ່ໃນສູນກັກໂຕ ສນາມກິລາ ແຂວງຄຳມ່ວນ, ຫຼ້າສຸດ ລາວ ມີອາການດີຂຶ້ນ ແລະ ປອດພັຍແລ້ວ.

ບຸກຄົນທີ່ເປັນລົມລົ້ມລົງ ແລະກາຍເປັນຂ່າວໃນ ສື່ສັງຄົມອອນລາຍນັ້ນ ຊື່ ທ້າວ ວົງ ສີຈັນປັນຍາ ອາຍຸ 32 ປີ ຢູ່ບ້ານມ່ວງໄຂ່ ເມືອງໜອງບົກ ແຂວງຄຳມ່ວນ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຄຳມ່ວນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວໃນວັນທີ 4 ສິງຫາ ວ່າ:

"ໝູ່ລາວໃຫ້ຂໍ້ມູນວ່າ ລາວເຄີຍເປັນ ຢູ່ ລັກສນະຊັກແບບນີ້ ຫັ້ນນ່າ ເພາະວ່າ ໂຕນີ້ນ່າ ລະແມ່ນ ໄດ້ເອົາໂຕຢ່າງຂອງລາວຫັ້ນນ່າ ກວດແລ້ວ ແຕ່ຍັງບໍ່ທັນໄດ້ຕອບມາເທື່ອວ່າ ຜົລກວດມັນເປັນໂພຊິຕິບບໍ່ ດຽວນີ້ ລາວກໍຢູ່ໃນສູນກັກກັນຄືເກົ່າຫັ້ນແຫຼະ ເບິ່ງແຍງເບື້ອງ ຕົ້ນຖືວ່າ ໄດ້ເບິ່ງລາວແລ້ວ ສະພາບລາວມາຮອດ ປັດຈຸບັນນີ້ ນ່າ ປອດພັຍແລ້ວ ອາການ ທົ່ວໄປຢູ່ໃນເງື່ອນໄຂປົກກະຕິເນາະ."

ດຣ ແສງອຸທິດ ທໍາມະໂນລາດ ນັກວິຊາການຮັບຜິດຊອບວຽກງານ ຣະບາດຂັ້ນແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ ວິທຍຸກະຈາຍສຽງ ແຫ່ງຊາດວ່າ ຄົນງານລາວທີ່ເປັນລົມ ດັ່ງກ່າວນັ້ນ ເຮັດວຽກຢູ່ໃນແຂວງນົນທະບູຣີ ປະເທດໄທຍ ໄດ້ເດີນທາງກັບຄືນປະເທດລາວ ກັບຄົນລາວ ນຳກັນທັງໝົດ 20 ຄົນ ຊຶ່ງອອກເດີນທາງມາຕັ້ງແຕ່ ວັນທີ 1 ສິງຫາ ທີ່ຜ່ານມາ ຜ່ານດ່ານ ສາກົນຂົວມິຕພາບ ລາວ-ໄທຍ ແຫ່ງທີ 3.

ຈາກນັ້ນ ວັນທີ 2 ສິງຫາ ກໍເດີນທາງມາສູກກັກໂຕ ເມືອງທ່າແຂກ ແຂວງຄຳມ່ວນ ປະມານ 18 ໂມງແລງ ແລ້ວ ຜູ້ກ່ຽວມີອາການ ເປັນລົມ ແລະ ຊັກຢູ່ກັບພື້ນ ຍ້ອນຂົນເຄື່ອງມາຫຼາຍ ປະມານ 6 ເປົ໋າ ແລະ ໂທຣະທັດ 40 ນິ້ວ 1 ໜ່ວຍ ບວກກັບຄວາມເມື່ອຍລ້າ ຈາກການເດີນທາງ ບໍ່ໄດ້ນອນພັກຜ່ອນ ຈຶ່ງເຮັດໃຫ້ ລາວໜ້າມືດຕາລາຍ ແລະ ເປັນລົມ ຕາມທີ່ເປັນຂ່າວ ອີງຕາມ ດຣ ແສງອຸທິດ ທໍາມະໂນລາດ.

ນອກຈາກນີ້, ທາງການແຂວງຈຳປາສັກ ກໍໄດ້ເຮີ່ມກວດຫາ ຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ຕັ້ງແຕ່ວັນທີ 3 ສິງຫາ ທີ່ຜ່ານມາ ໂດຍຕັ້ງກຸ່ມເປົ້າໝາຍໄວ້ ຄື ຊາວຄ້າຂາຍ, ຊ່າງຕັດຜົມ, ຊ່າງເສີມສວຍ, ພະນັກງານນວດ ຢູ່ຮ້ານສະປາ ແລະ ພະນັກງານຂັບຣົດ ໂດຍສານ.

ສາເຫດທີ່ມີການກວດຫາເຊື້ອ ໂຄວິດ-19 ໃນຊຸມຊົນ ຍ້ອນວ່າ ມີຜູ້ລັກລອບເຂົ້າລາວ ມາຈາກກຳພູຊາ ເພື່ອໄປຫາເມັຽ ຢູ່ ເມືອງ ຊະນະສົມບູນ ພາຍຫຼັງທີ່ລັກລອບເຂົ້າມາ ໄດ້ຈ້າງ ຣົດຈັກມາສົ່ງຢູ່ ຕລາດດາວເຣື່ອງ ຈາກນັ້ນຈ້າງຣົດຕຸ໋ກໆໄປສົ່ງຢູ່ ເມືອງຊະນະ- ສົມບູນ ແລະ ພາຍຫຼັງຄົນຂັບຣົດຕຸ໋ກໆ ສົ່ງແລ້ວ ກໍໄດ້ໄປຮັບຜູ້ໂດຍສານຄົນອື່ນ ໄປສັກວັກຊິນໂຄວິດ-19 ອີກ.

ສຳລັບຈຸດກວດຫາເຊື້ອໂຄວິດ-19 ເຈົ້າໜ້າທີ່ໃຊ້ສນາມກິລາ ຫຼັກ 2 ຜູ້ທີ່ເປັນກຸ່ມສ່ຽງສາມາດໄປຮັບ ການກວດຫາເຊື້ອໂຄວິດ-19 ໄດ້. ເຈົ້າໜ້າທີ່ກ່ຽວຂ້ອງຢູ່ແຂວງຈຳປາສັກ ໄດ້ກ່າວວ່າ:

"ເພິ່ນຈະເອົາສນາມຫຼັກ 2 ແລະ ຄົນຢູ່ຕລາດດາວເຮືອງເຂົ້າໄປກວດ ເພາະມັນມີກຸ່ມສ່ຽງ ມັນມາຈາກກຳປູເຈັ້ຽເນາະ ລັກເຂົ້າມາ ຫາເມັຽ ຢູ່ຊະນະສົມບູນ ຈ້າງຣົດຈັກມາລົງຕລາດ ຂີ່ຣົດໂດຍສານ ມາລົງດາວເຮືອງ ຄົນຂີ່ຣົດຕຸກໆ ມາສົ່ງແລ້ວ ແລ້ວກໍໄປຮັບ ຄົນບ້ານນາທອນ ແລະ ກໍບ້ານໂນນຊາດ ໄປລັກວັກຊິນ ຢູ່ສຸກສານາຫຼົ້ງ."

ການກວດຫາເຊື້ອໃນຊຸມຊົນ ກໍຍັງເນັ້ນກວດໃຫ້ຜູ້ທີ່ມັກ ເດີນທາງໄປບ່ອນສ່ຽງນຳດ້ວຍ ແລະ ກໍຍັງເນັ້ນກວດໃຫ້ກັບພີ່ນ້ອງຂອງ ຄົນງານລາວ ທີ່ກັບມາຈາກໄທຍ ທີ່ຄິດວ່າ ຢູ່ໃນກຸ່ມສ່ຽງ ກໍສາມາດໄປກວດຫາເຊື້ອໂຄວິດ-19 ໄດ້. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງ ຈຳປາສັກ ທ່ານນຶ່ງ ໄດ້ກ່າວວ່າ:

"ກຸ່ມສ່ຽງນີ້ ມັນກໍບໍ່ຫຼາຍປານໃດດອກ ເພິ່ນກໍເອົາພວກມັກທ່ຽວ ຫຼື ພວກທີ່ວ່າ ພີ່ນ້ອງມາແຕ່ໄທຍແລ້ວ ເຂົາເອິ້ນ ວ່າ ພວກກຸ່ມສ່ຽງ ແລ້ວໄປເມືອເຮືອນ ບໍ່ທັນໄດ້ ໄປກັກໂຕຫັ້ນນ່າ ເພິ່ນກໍເອົາພວກອັນນັ້ນໄປກວດ."

ໃນວັນທີ 4 ສິງຫາ ເຈົ້າໜ້າທີ່ ໄດ້ຖແລງຢືນຢັນວ່າ ພົບຜູ້ຕິດເຊື້ອໃໝ່ອີກ 290 ຄົນ ຈາກ ຜົລກວດວິເຄາະ ທັງໝົດ 2,696 ຕົວຢ່າງ ຂອງ ວັນທີ 3 ສິງຫາ ຊຶ່ງໃນນັ້ນຢູ່ ນະຄອນຫຼວງ ວຽງຈັນ 38 ຄົນ, ສວັນນະເຂດ 94 ຄົນ, ຈຳປາສັກ 132 ຄົນ, ຄຳມ່ວນ 6 ຄົນ, ສາຣະວັນ 17 ຄົນ ແລະ ໄຊຍະບູລີ 3 ຄົນ.

ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ກ່າວໃນພິທີຖແລງຂ່າວ ໃນວັນທີ 4 ສິງຫາ ວ່າ:

"ພວກເຮົາໄດ້ກວດວິເຄາ ທັງໝົດ 2,696 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 290 ຄົນ ຊຶ່ງຕິດເຊື້ອໃນຊຸມຊົນ ທັງໝົດ 7 ຄົນ."

ຄະນະສະເພາະກິດຄວບຄຸມ ໂຄວິດ-19 ໄດ້ຣາຍງານໃນວັນທີ 4 ສິງຫາ 2021 ວ່າມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 325,976 ຄົນ, ມີຜູ້ຕິດເຊື້ອສະສົມ 7,305 ຄົນ, ເສັຽຊີວິດ 7 ຄົນ, ປິ່ນປົວເຊົາ 3,678 ຄົນ, ກຳລັງປິ່ນປົວ ແລະຕິດຕາມ ອາການ ຢູ່ໂຮງໝໍ 3,620 ຄົນ.

ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ຫຼ້າສຸດ ໃນວັນທີ 3 ສິງຫາ 2021 ມີຄົນທີ່ໄດ້ຮັບວັກຊິນ ເຂັມທີ 1 ຈຳນວນ 1,190,182 ຄົນ ແລະ ເຂັມທີ 2 ຈຳນວນ 997,018 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.