ທ່ານ ບຸນ​ຍັງ ຮຽກ​ຮ້ອງ ໃຫ້​ປັບ​ປຸງ ດ້ານ​ສາທາຣະນະສຸຂ

ຈຳປາທອງ
2018.02.17
f-hospital ບ່ອນຈ່າຍຢາ ທີ່ໂຮງໝໍ ມະໂຫສົດ ນະຄອນຫລວງວຽງຈັນ
Tyler Chapman

ຕໍ່ກອງປະຊຸມ ວຽກງານສາທາຣະນະສຸຂ ທົ່ວປະເທສ ປະຈຳປີ 2017 ເປັນ​ເວ​ລາ 2 ມື້ ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ປິດລົງ ໃນມື້ວັນທີ 7 ກຸມພາ 2018 ນີ້, ທ່ານ ບຸນຍັງ ວໍລະຈິດ, ຫົວໜ້າພັກປະຊາຊົນປະຕິວັດລາວ, ປະທານປະເທສ ໄດ້ໃຫ້ຄະນະພັກ ຄະນະຜູ້ນໍາ ແຕ່ລະຂັ້ນ ຂອງ ຂແນງສາທາຣະນະສຸຂ ທົ່ວປະເທສ ເອົາໃຈໃສ່ວຽກງານ ແຕ່ລະດ້ານ ເປັນຕົ້ນໃ ຫ້ຍຶດໝັ້ນໃນນະໂຍບາຍ ສາທາຣະນະສຸຂ ທົ່ວປວງຊົນ ຊຶ່ງໃນນັ້ນ ທ່ານ ໄດ້ຕີຣາຄາ ການບໍຣິການ ຄົນເຈັບວ່າ ຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ ດັ່ງທີ່ທ່ານກ່າວວ່າ:

"ການບໍຣິການຄົນເຈັບ ກະຍັງບໍ່ທັນໄດ້ດີເທົ່າທີ່ຄວນຫັ້ນແຫລະ ອັນນັ້ນແລ້ວ ສະຫາຍຣັຖມົນຕຣີກະເວົ້າແລ້ວ ເພາະວ່າ ກະຍັງມີຫລາຍອັນ ທີ່ເຫັນວ່າ ມັນດຶງດູດຄົນເຈັບ ບໍ່ອັນນັ້ນອັນນີ້ ມັນກະຍັງບໍ່ທັນ ໄດ້ດີປານໃດ."

ພ້ອມກັນນັ້ນ ທ່ານກໍໄດ້ແນະນໍາ ໃຫ້ຂແນງສາທາຣະນະສຸຂ ປະຕິບັດໄປຕາມທິດ ຖືເອົາການອະນາມັຍ ກັນພະຍາດ ແລະ ສົ່ງເສີມສຸຂພາບ ເປັນຫລັກ, ຖືເອົາການ ປິ່ນປົວ ແລະ ການບໍຣິການ ດ້ານສຸຂພາບໃຫ້ທົ່ວເຖິງ, ມີຄຸນນະພາບ, ຍຸຕິທັມ ແລະ ສເມີພາບ ໃນຂະນະທີ່ ປະຊາ ຊົນລາວສ່ວນຫຼວງຫຼາຍ ຕ່າງກໍສະແຫວງ ໄປປິ່ນປົວພະຍາດ ຢູ່ປະເທສເພື່ອນບ້ານ ຊຶ່ງຊາວລາວ ຢູ່ພາຍໃນປະເທສ ທີ່ຮູ້ຈັກເຣຶ່ອງນີ້ດີ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ ເປັນຕົ້ນ ກໍແມ່ນໄປໄທ ຊຶ່ງມີລວມທັງ ທາງໂຮງໝໍສົ່ງໄປ ນໍາດ້ວຍ:

"ບໍ່ສາມາດປົວໄດ້ ເບິ່ງກັນບໍ່ໄດ້ ທາງໂຮງໝໍເຂົາກະສົ່ງໄທກໍມີຫຼາຍ."

ນາງເວົ້າວ່າ ຄົນເຈັບປ່ວຍມາແຕ່ສາລະວັນ ອັດຕະປື ມາເຂົ້າໂຮງໝໍປາກເຊ ຖ້າຢູ່ປາກເຊປົວບໍ່ໄດ້ກໍສົ່ງຕໍ່ໄປໂຮງໝໍເມືອງໄທ. ເວົ້າເຖິງປະ ຊາຊົນລາວ ທີ່ໄປປິ່ນປົວຢູ່ໄທ ນາງເວົ້າວ່າ ມີທັງຄົນຮັ່ງ ແລະ ຜູ້ທຸກ:

"ຂັ້ນວ່າອານາຖາແລ້ວ ກໍບໍ່ໄດ້ເສັຍເງິນ ຜູ້ຮັ່ງຜູ້ມີເຂົາກະທຽວໄປຮອດອຸດອນພຸ້ນໂລດ ມີໝໍໃຫຍ່ເຂົາກະຮັບປະກັນ."

ນາງເວົ້າວ່າ ຄັນຄົນເຈັບຢູ່ສວັນນະເຂດ ກໍຂ້າມໄປປິ່ນປົວຢູ່ໂຮງໝໍເມືອງມຸກດາຫານຂອງໄທ.. ກ່ຽວກັບເຣຶ່ອງທີ່ວ່ານີ້ ແມ່ນແຕ່ທ່ານ ບຸນຍັງ ຫົວ ໜ້າພັກກໍາອໍານາດເອງ ກໍຍັງ ຍອມຮັບຢູ່ໃນກອງປະຊຸມວຽກງານສາທາລະນະສຸຂນັ້ນວ່າ ຈັນຍາບັນ ຈັນຍາທັມ ຂອງ ແພດ, ໝໍ ບໍ່ທັນ ສູງ ເຮັດໃຫ້ຄົນເຈັບປ່ວຍ ໄປປິ່ນປົວ ຢູ່ຕ່າງປະເທສຫຼາຍຂຶ້ນ:

"ຈັນຍາບັນ ຈັນຍາທັມ ແລ້ວກະຢູ່ໃນເວົ້າຂ້າງເທິງຂອງແພດຂອງໝໍເຮົານີ້ກະຍັງບໍ່ທັນສູງບາງຄົນບາງສະຫາຍ ອັນນັ້ນມັນກະມີ ພາໃຫ້ຄົນ ເຈັບຈົ່ມວ່າ ບໍ່ອັນນັ້ນອັນນີ້ຫັ້ນ ແລະຣະດັບວິຊາສະເພາະ ກະຍັງມີອັນຈໍາກັດຢູ່ຈະ ຕ້ອງໄດ້ເອົາໃຈໃສ່ບັນຫານີ້ແຫລະ ຈາກອັນນັ້ນ ຄວາມ ເຊື່ອຖື ຂອງສັງຄົມກະຍັງ ມີອັນຈໍາ ກັດຄືກັນຄວາມເຊື່ອຖື ຈັ່ງຊັ້ນລະ ການໄປປິ່ນປົວຢູ່ຕ່າງປະເທສ ນັ້ນ ນັບມື້ຫຼາຍຂຶ້ນ."

ແຕ່ເຖິງຢ່າງໃດກໍຕາມ ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານກໍໄດ້ເວົ້າຢູ່ໃນກອງປະຊຸມນັ້ນວ່າ ໃຫ້ປັບປຸງ ແລະຂຍາຍ ຕາໜ່າງສາທາຣະນະສຸຂ ໃຫ້ທົ່ວເຖິງ ຮວມທັງ ເຂດພູດອຍຫ່າງໄກສອກຫຼີກ ໃຫ້ມີຄຸນນະພາບ, ເອົາໃຈໃສ່ສະກັດກັ້ນ ແລະແກ້ໄຂ ພະຍາດ ຕິດຕໍ່ຮ້າຍແຮງ ເຊັ່ນ: ພະຍາດຍຸງລາຍ, ຖອກທ້ອງ ແລະ ພະຍາດຕິດຕໍ່ ອື່ນໆ. ພ້ອມກັນນັ້ນ ທ່ານ ບຸຸນຍັງ ກໍຢາກໃຫ້ ທາງກະຊວງສາທາ ຣະນະສຸຂ ສືບສວນ ສອບສວນ ເບິ່ງວ່າ ເປັນຫຍັງ ປະຊາຊົນ ຈຶ່ງພາກັນໄປປິ່ນປົວ ຢູ່ປະເທດເພື່ອນບ້ານ ຫຼາຍແທ້.

ທ່ານຮຽກຮ້ອງໃຫ້ກະຊວງສາທາຣະນະສຸຂ ໃຫ້ຄວາມສໍາຄັນ ໃນການສົ່ງເສີມສຸຂພາບ ແລະການອະນາມັຍ ຊຶ່ງທ່ານເຫັນວ່າ ຄວນປູກຈິດ ສໍານຶກ ຢູ່ໃນມວນຊົນທົ່ວໄປ ຕັ້ງແຕ່ຍາມເຍົາວັຍ. ແລະທັງເນັ້ນເຖິງການປະຕິຮູບ ຂແນງສາທາຣະນະສຸຂໂດຍລວມ, ການໃຫ້ທຸກຄົນ ມີ ປະກັນພັຍສຸຂພາບ ການຂຍາຍຕາໜ່າງ ການບໍຣິການ ດ້ານສາທາຣະນະສຸຂ ໄປເຖິງເຂດຊົນນະບົດ ແລະການປັບປຸງຄຸນນະພາບ ຂອງ ການບໍຣິການ ໃນໂຮງໝໍສູນກາງ ແລະທ້ອງຖີ່ນ ນໍາດ້ວຍ.

ສິ່ງທີ່ທ່ານ ບຸນຍັງ ກ່າວມາຂ້າງເທິງນັ້ນ ຫຼາຍຄົນເວົ້າວ່ານັ້ນ ເປັນພຽງນະໂຍບາຍ ນໍ້າເຕົ້າເປົ່າ ທີ່ຜູ້ນໍາພັກ ປະຊາຊົນປະຕິວັດລາວ ປະຕິ ບັດມາໄດ້ 42 ປີ, ໄດ້ ແຕ່ເວົ້າ ປະຕິບັດບໍ່ໄດ້, ສິ່ງທີ່ເຮັດໄດ້ ກໍເປັນໄປໃນທາງອື່ນ ດັ່ງທີ່ເຫັນກັນຢູ່ ໃນທຸກມື້ນີ້  ທີ່ບໍ່ສາມາດ ປັບປຸງວຽກ ງານຂແນງ ສາທາຣະນະສຸຂ ໃຫ້ດີຂຶ້ນໄດ້ ເເທົ່າທີ່ຄວນ ຮວມທັງ ວຽກງານອະນາມັຍ ກັນພຍາດ ແລະການສົ່ງເສີມສຸຂພາບ, ການປິ່ນປົວ ແລະ ບໍຣິການດ້ານສຸຂພາບ ໃຫ້ປະຊາຊົນ ເຮັດໃຫ້ປະຊາຊົນ ໃນທົ່ວປະເທສ ເກີດຄວາມບໍ່ພໍໃຈ ເປັນຕົ້ນ ຕໍ່ການປະຕິບັດໜ້າທີ່ ແລະການ ບໍຣິການ ຂອງແພດ ຂອງໝໍ ຕໍ່ຜູ້ເຈັບປ່ວຍບໍ່ດີ ຈົນວ່າທ່ານເອງ ກໍສົນໃຈນໍາ ສາເຫດທີ່ເຮັດໃຫ້ຜູ້ຄົນ ເກີດມີຄວາມບໍ່ພໍໃຈ ນໍາການປິ່ນປົວ ສຸຂພາບ ຢູ່ ສປປລາວ ຖ່າມກາງ ປະຊາຊົນ ພາກັນຂ້າມຊາຍແດນ ໄປປິ່ນປົວຢູ່ ຕ່າງປະເທສ ຫຼາຍຂຶ້ນ. ເວົ້າເຖິງສາເຫດຕົ້ນຕໍ ທີ່ພາໃຫ້ ປະຊາຊົນລາວ ຜູ້ເຈັບປ່ວຍ ນິຍົມກັນ ໄປປິ່ນປົວຢູ່ປະເທສໄທ ຕາມຄຳເວົ້າ ຂອງປະຊາຊົນໃນລາວ ນາງດຽວກັນນັ້ນ ແລ້ວແມ່ນວ່າ ແພດ ໝໍລາວ ເວົ້າບໍ່ມ່ວນ:

"ເວົ້າກະບໍ່ມ່ວນ ຜ່ານມາ ເຂົາເວົ້າຫັ້ນແຫລະ ຄັນເຈົ້າສິເຂົ້າຫ້ອງປາດ ເຈົ້າມີເງິນເທົ່າໃດຈຶ່ງສິປາດຫັ້ນ."

ແລະຊາວນະຄອນຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ກຸມພານີ້ວ່າ ປະຊາຊົນລາວ ທີ່ເຈັບປ່ວຍ ພາກັນໄປປິ່ນປົວ ຢູ່ ໂຮງໝໍຕ່າງປະເທສ ເປັນຕົ້ນແມ່ນໄທນັ້ນ ແມ່ນເປັນຍ້ອນ ໂຮງໝໍໄທ ໃຫ້ບໍຣິການຄົນປ່ວຍ ດີກວ່າໂຮງໝໍຢູ່ລາວ ແລະຢູ່ລາວ ໂຮງໝໍກໍບໍ່ ຫຼາຍ, ດັ່ງທີ່ນາງ ກ່າວວ່າ:

"ອັນນຶ່ງ ເຂົາເຈົ້າບໍຣິການດີນໍ ເອີ້ວ່າການວ່ອງໄວທັນໄຈ ບໍ່ໄດ້ລຽນຄິວ ອັນດີນີ້ນະ ແຕ່ຢູ່ລາວນີ້ກໍມີສ່ວນຄືກັນ ແຕ່ວ່າມັນຢາກຊ້າແດ່ ເຂົ້າ ຕາມຄິວໃຜຄິວມັນ ແລະຄົນຫລາຍວ່າຊັ້ນສະ ໂຮງໝໍໜ້ອຍຫັ້ນນະ ດຽວນີ້ມີແຕ່ຂະເຈົ້າໄປຕ່າງປະເທສແຫລະສ່ວນຫລາຍນະ."

ຖ້າປິ່ນປົວຢູ່ປະເທສຕົນເອງ ກໍຕົກຢູ່ໃນຄວາມສ່ຽງຕໍ່ຊີວິດ ດັ່ງທີ່ຫລາຍຄົນເວົ້າ ວ່າ ເມື່ອເດືອນພຶສຈິກາທີ່ຜ່ານມາ ໂຮງໝໍແຂວງສວັນນະເຂດ ຜ່າຕັດແມ່ຍິງທີ່ ໄປເກີດລູກ ແລ້ວເສັຍຊີວິດທັງແມ່ທັງລູກຢູ່ໃນທ້ອງ. ເວົ້າເຖິງເຣຶ່ອງການປິ່ນປົວພະຍາດ ຢູ່ ສປປລາວ ເຈົ້າໜ້າທີ່ກົມປິ່ນປົວ ກະຊວງ ສາທາຣະນະສຸຂຂອງລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ປະຊາຊົນຜູ້ມີເງິນ, ມີໜ້າທີ່ວຽກງານດີ ມັກໄປປິ່ນປົວ ຢູ່ ໂຮງໝໍຕ່າງປະເທສ ເປັນຕົ້ນ ແມ່ນໄທ ແລະວຽດນາມ. ສ່ວນວ່າ ປະຊາຊົນທົ່ວໄປ ແມ່ນປີ່ນປົວຢູ່ໂຮງໝໍຂອງ ຣັຖພາຍໃນປະເທສ ເຖິງຍັງ ບໍ່ມີອຸປະກອນການແພດ ທີ່ທັນສມັຍຫລາຍກໍຕາມ ເພາະຄ່າປິ່ນປົວຖືກກວ່າຢູ່ຕ່າງປະເທສ ແລະຜູ້ໃດມີປະກັນພັຍສຸຂພາບ ກໍເບີກຈ່າຍຄືນ ໄດ້, ດັ່ງທີ່ທ່ານກ່າວວ່າ:

"ການໄປປິ່ນປົວກໍສຸດແລ້ວແຕ່ຂະເຈົ້າເອງ ຂຶ້ນກັບຖານະຄອບຄົວ ຄວາມພ້ອມຂອງຂະເຈົ້າ ສູ່ມື້ນີ້ພວກເຮົາກໍເວົ້າເຣຶ່ອງຫັນໄປຫາທັນສມັຍ ແລະມີຄຸນນະພາບ ເຣຶ່ອງອຸປະກອນອີ່ຫຍັງຕ່າງໆ ພວກເຮົາກໍນໍາເຂົ້າມາຫລາຍອັນ ແລ້ວ ທັນສມັຍ ມັນກໍເວົ້າເຣຶ່ອງງົບປະມານເນາະ ຣາ ຄາມັນກໍບໍ່ແມ່ນຖືກໃດ໋ອຸປະກອນການແພດ."

ເວົ້າເຖິງດ້ານສາທາຣະນະສຸຂ ຢູ່ ສປປລາວ ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວຕໍ່ ກອງປະຊຸມ ສາທາຣະນະສຸຂ ນັ້ນວ່າ ຂແນງສາທາຣະນະ ສຸຂ ຕ້ອງເອົາໃຈໃສ່ ປັບປຸງ ຄຸນນະພາບຂອງການບໍຣິ ການປິ່ນປົວ ຢູ່ໂຮງໝໍຂັ້ນຕ່າງໆ ທັງໂຮງໝໍສູນກາງ ແລະໂຮງໝໍທ້ອງຖິ່ນ ໃຫ້ມີ ຄວາມທັນສມັຍ ທາງດ້ານພື້ນຖານໂຄງລ່າງ, ອຸປະກອນການແພດ, ບຸກຄະລາກອນ ຮວມທັງ ຣະບົບການ ບໍຣິຫານຈັດການ ດ້ວຍການນຳ ໃຊ້ຣະບົບໄອທີ ເພື່ອຫຼຸດຜ່ອນການຫລັ່ງໄຫຼຂອງປະຊາຊົນ ໄປປິ່ນປົວຢູ່ຕ່າງປະເທສ ຊຶ່ງເມື່ອວັນທີ 9 ກຸມພາ 2018 ນີ້ ກໍມີຂ່າວວ່າ ຣັຖ ບາລຍີ່ປຸ່ນ ຈະຊ່ວຍເຫລືອລ້າ ໂຄງການປັບປຸງໂຮງໝໍ ເສດຖາທິຣາດ ແລະໂຮງໝໍແຂວງ ຈໍາປາສັກ, ມູນຄ່າ ປະມານ 17,700,000 ໂດ ລາສະຫະຣັຖ ຊຶ່ງທາງການ ສປປລາວ ຄາດວ່າ ການຊ່ວຍເຫຼືອລ້າ ຂອງຣັຖບາລຍີ່ປຸ່ນ ທີ່ວ່ານີ້ ຈະສາມາດຊ່ວຍ ໃຫ້ລາວ ຍົກຣະດັບການ ບໍຣິການ ດ້ານການແພດໃຫ້ດີຂຶ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.