ສູນກາງ ສັ່ງກວດ ຄລີນິກ, ໂຮງໝໍເອກຊົນ

ໄມຊູລີ
2018.02.21
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ຜແນກ ສາທາຣະນະສຸຂ ຫຼາຍແຂວງ ໃນທົ່ວປະເທດ ເຣີ່ມວາງແຜນກວດກາ ຄລີນິກ ເອກຊົນ ແລະ ໂຮງໝໍ ເອກຊົນ, ຮວມທັງ ໂຮງງານ ຜລິດຢາ, ຮ້ານຂາຍຢາ ແລະ ເຄື່ອງມືການແພດ ຫຼັງຈາກ ໄດ້ຮັບຄໍາສັ່ງ ຈາກກະຊວງສາທາຣະນະສຸຂ ຍ້ອນຄລີນິກ ບາງແຫ່ງ ບໍ່ມີໃບ ອະນຸຍາດ, ດັ່ງເຈົ້າໜ້າທີ່ ຂແນງປິ່ນປົວ ແຂວງຫລວງພຣະບາງ ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນມື້ວັນທີ 20 ກຸມພາ ນີ້ວ່າ:

“ປະຕິບັດ ຕາມການແຈ້ງການເພີ້ນຫັ້ນແຫລະ ຖືວ່າ ສິຂື້ນແຜນລົງກວດຄລີນິກ ເອກຊົນ ຜູ້ທີ່ວ່າ ບໍ່ທັນມີໃບວິຊາຊີບ ປີ່ນປົວ ມັນມີບັນຫາ ທີ່ວ່າ ໂຮງໝໍເອກຊົນ ແມ່ນໂຮງໝໍຈີນເນາະ ຢາເອົາເຂົ້າສ່ວນຫລາຍ ຂອງຈີນ ຈະໃຫ້ມີ ພາສາອັງກິດນໍາ.”

ທ່ານກ່າວຕື່ມວ່າ ຫາກເຈົ້າໜ້າທີ່ ລົງພື້ນທີ່ ກວດພົບວ່າ ຄລີນິກ ແຫ່ງໃດ ບໍ່ມີໃບອະນຸຍາດ ກໍຈະສັ່ງໃຫ້ໂຈະ ການໃຫ້ບໍຣິການ ແລະ ໃຫ້ ເຈົ້າຂອງ ຍື່ນໜັງສື ຂໍໃບອະນຸຍາດ ຢ່າງຖືກຕ້ອງ ແລະ ຖ້າກວດພົບວ່າ ຄລີນິກ ຫຼື ໂຮງຫມໍ ເອກຊົນ ແຫ່ງໃດ ເຮັດບໍ່ຖືກຕ້ອງ ຕາມຫລັກ ການປິ່ນປົວ ກໍຈະໃຫ້ປັບແກ້, ຊຶ່ງປັຈຸບັນ ທົ່ວແຂວງຫລວງພຣະບາງ ມີ ຄລີນິກເອກຊົນ ທັງໝົດ 31 ແຫ່ງ ແລະ ໂຮງຫມໍເອກຊົນ 3 ແຫ່ງ. ສ່ວນຜແນກສາທາຣະນະສຸຂ ແຂວງຫລວງນໍ້າທາ ກໍາລັງ ຈະຈັດປະຊຸມ ຫາຣືກັນ ໃນໄວໆນີ້ ຈາກນັ້ນ ຈະກວດກາ ບັນດາເປົ້າໝາຍ ເພື່ອປັບປຸງແກ້ໄຂ ໃຫ້ຖືກຣະບຽບ ຕໍ່ໄປ, ດັ່ງເຈົ້າໜ້າທີ່ ຂແນງ ປິ່ນປົວ ແຂວງ ຫລວງນໍ້າທາ ກ່າວວ່າ:

“ດຽວນີ້ ເຮົາກໍຮັບແຈ້ງການຫັ້ນ ພວກເຮົາ ກໍຍັງບໍ່ທັນໄດ້ປະຕິບັດ ຕາມຂັ້ນຕອນເທື່ອ ພວກເຮົາ ຍັງບໍ່ໄດ້ປະຊຸມຄນະກັນເທື່ອ ຣັຖມົນຕຣີ ເພີ່ນ ເຊັນອອກມາແດ່ແລ້ວເນາະ ເຣື້ອງການກວດກາ ຕ່າງໆຫັ້ນນະ.”

ເມື່ອ ປີ 2017 ຜ່ານມາ, ກະຊວງສາທາຣະນະສຸຂ ໄດ້ອອກຄໍາສັ່ງ ໃຫ້ ຄລີນິກຄົນຕ່າງປະເທດ ທີ່ເປິດຄລີນິກ ຢູ່ລາວ ຈໍານວນ 195 ແຫ່ງ ປິດບໍຣິການ ຍ້ອນກວດພົບວ່າ ຄລີນິກ ຫຼາຍແຫ່ງ ບໍ່ມີໃບອະນຸຍາດ ແລະ ບໍ່ໄດ້ ມາຕຖານ. ຢ່າງໃດກໍຕາມ ປິ 2017 ສປປລາວ ມີ ຄລີນິກ ເອກຊົນ ທັງໝົດ 1,000 ປາຍແຫ່ງ ແລະ ໂຮງຫມໍ ເອກຊົນ 17 ແຫ່ງ ຕາມຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.