ແພດ-ໝໍພົບອຸປສັກ ໃນການສັກວັກຊີນ ໂຄວິດ-19
ປະຊາຊົນ ຈຳນວນນຶ່ງ ທີ່ຢູ່ເຂດຊົນນະບົດ ໃນຫຼາຍແຂວງ ຍັງບໍ່ສາມາດ ເຂົ້າເຖິງການ ສັກວັກຊີນປ້ອງກັນ ໂຄວິດ-19 ໄດ້ຕາມ ຈຸດບໍຣິການ ປະຈຳໂຮງໝໍຕ່າງໆ ເພາະຂາດເຂີນ ແພດ-ໝໍ ອອກໃຫ້ບໍຣິການ.
-
ໄຊຍາ
2021-11-23 -
-
-
Your browser doesn’t support HTML5 audio
ປັດຈຸບັນຜູ້ສູງອາຍຸ ແລະປະຊາຊົນຈຳນວນນຶ່ງ ທີ່ຢູ່ເຂດຊົນນະບົດ ໃນຫຼາຍແຂວງຍັງບໍ່ສາມາດເຂົ້າເຖິງການສັກວັກຊີນປ້ອງກັນ ໂຄວິດ-19 ໄດ້ຕາມຈຸດບໍຣິການ ປະຈຳໂຮງໝໍຕ່າງໆ ໄດ້ຢ່າງທົ່ວເຖິງເຮັດໃຫ້ທາງການລາວ ອອກມາຕການໃຫ້ເຈົ້າໜ້າທີ່ ແພດ-ໝໍ ໃນແຕ່ລະແຂວງ ລົງພື້ນທີ່ ໄປສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ດັ່ງກ່າວເຂດບ້ານຕ່າງໆ ແຕ່ການ ລົງພື້ນທີ່ ໄປສັກວັກຊີນໃຫ້ປະຊາຊົນ ແຕ່ລະບ້ານເຈົ້າໜ້າທີ່ແພດແລະໝໍ ກໍພົບບັນຫາຫຼາຍຢ່າງໂດຍສະເພາະຢູ່ເຂດຊົນນະບົດ ຊຶ່ງການເດີນທາງເຂົ້າໄປຍັງຫຍຸ້ງຍາກ ແລະພາຫະນະກໍບໍ່ມີພຽງພໍ. ດັ່ງເຈົ້າໜ້າທີ່ໝໍທ່ານນຶ່ງ ທີ່ລົງພື້ນທີ່ໄປສັກວັກຊີນປ້ອງກັນເຊື້ອ ໂຄວິດ-19 ໃນແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສຈິກາ ນີ້ວ່າ:
“ກໍມີຄວາມຫຍຸ້ງຍາກຢູ່ເນາະ ປັດຈຸບັນນີ້ເຂົາເຈົ້າ ແມ່ນຣະດູການເກັບກ່ຽວ ມີບາງບ້ານທີ່ວ່າເຮົາໄປກໍບໍ່ໄດ້ສັກໝົດ ມັນຕ້ອງໄດ້ໄປຫຼາຍເທື່ອ ກ່ຽວກັບພາຫະນີ້ ໃນການລົງໄປມີຄວາມຫຍຸ້ງຍາກ ແດ່ກໍບໍ່ພຽງພໍໄປບ້ານຍາກ ຈັ່ງຊິຣົດເຮົາກໍເກົ່າແກ່ແລ້ວ ໄປແລ້ວ ກໍເປ່ກໍເພຕາມທາງ.”
ນອກຈາກບັນຫາດັ່ງກ່າວແລ້ວ ກໍຍັງພົບບັນຫາໃນເຣືຶ່ອງເຈົ້ານໜ້າ ທີ່ບຸກຄະລາກອນການແພດ ບໍ່ພຽງພໍຮວມເຖິງເຣື່ອງອຸປະກອນການແພດນຳດ້ວຍ ເປັນຕົ້ນຊຸດປ້ອງກັນໃນເວລາທີ່ລົງພື້ນທີ່ ໄປສັກວັກຊີນປ້ອງກັນໂຄວິດ-19 ກໍບໍ່ໄດ້ມີ ຕ້ອງປ້ອງກັນຕົນເອງ ດ້ວຍການໃສ່ຜ້າ ອັດປາກອັດດັງ ແລະເວັ້ນໄລຍະຫ່າງ. ດັ່ງເຈົ້າໜ້າທີ່ ໝໍໃນແຂວງສວັນນະເຂດ ທ່ານນຶ່ງຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ບັນຫາບຸກຄະລາກອນ ການແພດເຮົາບໍ່ພຽງພໍ ອັນສອງມາກ່ຽວກັບຄວາມກຽມພ້ອມ ອຸປະກອນເຮົາບໍ່ພຽງພໍ ຍົກໂຕຢ່າງວ່າຊຸດນຸ່ງປ້ອງກັນນີ້ບໍ່ພຽງພໍ ເຮົາໄດ້ ແຕ່ໃສ່ແມສ ອັນສອງມາລ້າງເຈວ ອັນສາມມາຮັກສາມາຕການໄລຍະຫ່າງ ຄູ່ມື້ນີ້ນ່າການສນອງຂອງຂັ້ນເທິງເຮົາ ບໍ່ທັນໄດ້ເຫັນ ບໍ່ແພດໝໍເຮົາໃນປັດຈຸບັນຈຶ່ງມີການຕິດເຊື້ອຫຼາຍ.”
ຂນະທີ່ຢູ່ ແຂວງຫຼວງພຣະບາງ ການສັກວັກຊີນປ້ອງກັນເຊື້ອ ໂຄວິດ-19 ຢູ່ພາຍໃນເມືອງ ສ່ວນໃຫຍ່ກໍພົບວ່າ ໄດ້ສັກເປັນສ່ວນຫຼາຍແລ້ວ ຍັງເຫຼືອແຕ່ຢູ່ເຂດຊົນນະບົດ ຊຶ່ງເຈົ້າໜ້າທີ່ແພດ ແລະໝໍກໍພົບບັນຫາໃນເຣື່ອງເສັ້ນທາງ ຍັງມີສະພາບເປ່ເພ ເຮັດໃຫ້ການເດີນທາງ ເຂົ້າໄປໂດຍການຍ່າງ ຫຼືໃຊ້ຣົດຈັກແທນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງໃນແຂວງຫຼວງພຣະບາງກ່າວວ່າ:
“18 ປີຂື້ນເມືອນີ້ ຂ້ອນຂ້າງຫຼາຍແລ້ວ ຈະຍັງຍັງຢູ່ແຖບເຂດນອກພຸ້ນແຫຼະເນາະ ເສັ້ນທາງນີ້ໄປຫາແຕ່ລະບ້ານ ຊົນນະບົດພົບຄວາມຫຍຸ້ງຍາກຢູ່ ບາງເທື່ອກໍຍ່າງເອົາ ບາງເທື່ອກໍຣົດຈັກ ໄປໄດ້ຈັ່ງຊິຫັ້ນນ່າ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນເຂດຊົນນະບົດ ໃນແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າ ປະຊາຊົນໃນເຂດຊົນນະບົດ ກໍເຂົ້າໃຈກັນຫຼາຍຂື້ນ ໃນເຣື່ອງໄປຮັບການສັກວັກຊີນ ປ້ອງກັນເຊື້ອ ໂຄວິດ-19 ຖ້າຈຸດໃດ ມີບໍຣິການສັກວັກຊີນປ້ອງກັນ ໂຄວິດ-19 ແນ່ນອນວ່າຈະຕ້ອງພາກັນ ຫຼັ່ງໄຫຼໄປສັກ ຍ້ອນຫຼາຍຄົນຍັງຢ້ານເຊື້ອ ໂຄວິດ-19 ກັນຢູ່ດັ່ງທ່ານກ່າວວ່າ:
“ເຂົ້າໃຈແລ້ວ ປະຊາຊົນເຂົ້າໃຈແລ້ວ ຄັນຖ້າແພດໝໍເນາະ ເພິ່ນລົງມາສັກຢາແລ້ວ ມີສະຖານທີ່ອອກໄປສັກ ໂອ້ຄົນຊິຫຼາຍ ຊິຫຼັ່ງ ຊິໄຫຼເຂົ້າໄປເລີຍລະ ກັງວົນຫັ້ນແລ້ວ ບາງຄົນກໍຢູ່ ບໍ່ເຢັນກີນບໍ່ສຸກປານໃດ ເລີຍລະ.”
ຊາວບ້ານໃນແຂວງວຽງຈັນ ທ່ານນຶ່ງກ່າວວ່າ ຫຼາຍຄົນກໍຍັງຮູ້ສຶກຢ້ານ ເຊື້ອໂຄວິດ-19 ກັນຢູ່ ແຕ່ກໍຮູ້ຈັກປັບໂຕ ໃນການໃຊ້ຊີວິດ ເພາະຍັງຕ້ອງທຳມາຫາກິນ ລ້ຽງຄອບຄົວ ແລະປັດຈຸບັນຊາວບ້ານ ກໍໄປຮັບການສັກວັກຊີນ ປ້ອງກັນເຊື້ອ ໂຄວິດ-19 ກັນຫຼາຍຂື້ນແລ້ວ ຍັງເຫຼືອພຽງແຕ່ເດັກນ້ອຍ ຕ່ຳກວ່າ 17 ປີເປັນສ່ວນໃຫຍ່ທີ່ຍັງບໍ່ໄດ້ສັກ.
“ເຣື່ອງຢ້ານກໍຢ້ານລະເດີ້ ຄັນຢ້ານຫຼາຍກໍບໍ່ມີຢູ່ມີກີນ ສັກວັກຊີນ ເຂົາເຈົ້າສັກຫຼາຍແລ້ວ ລະດຽວນີ້ແພດໝໍເຂົາເຈົ້າລົງແຕ່ລະບ້ານ ສ່ວນຫຼາຍກໍແມ່ນຍັງເດັກນ້ອຍ 17 ປີ ລົງມານີ້ຍັງຫຼາຍ.”
ສຳລັບຜູ້ຕິດເຊື້ອ ໂຄວິດ-19 ໃນຮອບເດືອນພຶສຈິການີ້ ກໍພົບວ່າຫຼາຍແຂວງມີການຕິດເຊື້ອສູງ 100-500 ຄົນຕໍ່ວັນ. ສາເຫດສ່ວນໃຫຍ່ກໍເກີດຈາກ ການຖືເບົາຂອງຫຼາຍຄົນ ທີ່ຍັງບໍ່ຄ່ອຍປະຕິບັດຕາມ ມາຕການຢ່າງຈິງຈັງ ແລະຈະເຂົ້າຣະດູໜາວນີ້ ເຈົ້າໜ້າທີ່ກໍຄາດວ່າມີແນວໂນ້ມ ຈະຍັງບໍ່ຫຼຸດລົງງ່າຍ ແຕ່ທາງການກໍພະຍາຍາມເລັ່ງສັກວັກຊີນ ປ້ອງກັນເຊື້ອ ໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍ 70% ໃນທ້າຍປີນີ້ ເພື່ອໃຫ້ມີພູມປ້ອງກັນ ເຊື້ອໄດ້ຫຼາຍຂື້ນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງກ່າວວ່າ:
“ຄາດຄະເນໄວ້ວ່າ ທ້າຍເດືອນພືສຈິການີ້ ພະຍາຍາມໃຫ້ໂຕເລກຫຼຸດລົງ ເພິ່ນກຳລັງພະຍາຍາມ ຄຸມເຂັ້ມຢູ່ເລັ່ງສັກວັກຊີນ ໃຫ້ມັນໄດ້ຫຼາຍທີ່ສຸດ ຕາມແຜນເພິ່ນຢາກໃຫ້ມັນໄດ້ 70-80.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ທ່ານດັ່ງກ່າວໄດ້ກ່າວເພີ່ມກ່ຽວກັບເຣື່ອງນີ້ວ່າຄາດວ່າ ໂຕເລກການຕິດເຊື້ອ ໂຄວິດ-19 ຍັງຈະສູງຢູ່ຍ້ອນປັດຈຸບັນ ປະຊາຊົນເຣີ່ມໃຊ້ຊີວິດປົກກະຕິກັນແລ້ວ ດັ່ງທ່ານໄດ້ກ່າວວ່າ:
“ຄິດວ່າ ມັນຈະສູງເພາະວ່າ ຣະບາດຢູ່ຊຸມຊົນກໍຫຼາຍ ບາດນີ້ຄັນຖ້າວ່າ ເຮົາຊິສະກັດກັ້ນ ເຮັດຄືເກົ່າພໍ່ແມ່ປະຊາຊົນ ກໍຊອກຢູ່ຫາກິນຫັ້ນນ່າ ກໍຍັງຍາກຊົ່ວຈະຄວບຄຸມກັນ ເພິ່ນກໍປະກາດກັນຢູ່ ອອກຣະບຽບກັນຢູ່ທຸກມື້ ໜ່ວຍສະເພາະກິຈຫັ້ນນ່າກໍຍັງມີການຕິດຣະບາດຢູ່.”
ໃນວັນທີ 23 ພືສຈິກາ ນີ້ທາງການລາວກວດພົບຜູ້ຕິດ ເຊື້ອໂຄວິດ-19 ເພີ່ມໃໝ່ 1,323 ຄົນ. ຕິດເຊື້ອໃນຊຸມຊົນ 1,318 ຄົນ ຕິດເຊື້ອຈາກກໍຣະນີ ນຳເຂົ້າ 5 ຄົນ, ເສັຽຊີວິດສະສົມ 137 ຄົນ ແລະ ຕິດເຊື້ອສະສົມ 64,482 ຄົນ.
ສ່ວນການສັກວັກຊີນປ້ອງກັນ ໂຄວິດ-19 ໃນປັດຈຸບັນເຂັມທີ 1 ສັກໄດ້ 1,692,533 ຄົນ, ກວມເອົາ 50.32% ແລະ ເຂັມທີ 2 ສັກໄດ້ 3,077,625 ກວມເອົາ 41.94%.