ຜູ້ນໍາເຊື້ອອະສຸຈິ ມາລາວ ຖືກຈັບ ອີກແລ້ວ
2017.05.23
ທ້າວ ນິຄົມ ສີມາລັດ ຄົນຂັບຣົດ ທີ່ຖືກ ເຈົ້າຫນ້າທີ່ ດ່ານກວດຄົນເຂົ້າເມືອງ ທີ່ ແຂວງຫນອງຄາຍ ຈັບພ້ອມກັບ ແມ່ຍິງ 6 ຄົນ ໄດ້ຮັບ ສາຣະພາບວ່າ ຜ່ານມາ ເຄີຍນຳເອົາ ຂວດແກ້ວ ບັນຈຸ ເຊື້ອອະສຸຈິ ຈາກຄລີນິກ ຢູ່ບາງກອກ ໄປສົ່ງໃຫ້ ຄລີນິກ VIP ຢູ່ນະຄອນຫລວງ ວຽງຈັນ 6 ຄັ້ງແລ້ວ, ຈົນຮອດມື້ ເຈົ້າຫນ້າທີ່ ຈັບໄດ້ ໃນມື້ວັນທີ 20 ພຶສພາ ພ້ອມຂອງກາງ ທີ່ເປັນກວດເປົ່າ ແລະ ອຸປກອນການແພດ ບາງຊນິດ. ດັ່ງເຈົ້າຫນ້າທີ່ ດ່ານຫນອງຄາຍ ກ່າວໃນຕອນ ນຶ່ງວ່າ:
"ກໍຮູ້ສຶກຈະຈັບໄດ້ ຈາກກ້ອງຈຸລທັດ ກັບຖັງໄນໂຕຣເຈນ ແລ້ວກໍກ່ອງໂຟມ ຊຶ່ງຜົມກໍລວມຣາຄາ ປະເມີນແລ້ວ ກໍປັບ 2 ເທົ່າ ໃນຖານລັກ ລອບ ນຳສີນຄ້າ ໃນຣາຊອານາຈັກ ໃນສະເພາະສ່ວນ ຂອງສຸລກາກອນ ນະ ມັນທຳອະໄຣບໍ່ໄດ້ ຜົລກໍປັບ 2 ເທົ່າ ເປັນແສນນຶ່ງ ປະມານ ແສນ ພຽງແຕ່ວ່າ ຕອນນີ້ຄື ຫນ້າຈະເອົາຜິດ ທີ່ຄລີກນິກ ທີ່ປະເທດໄທ ດີກວ່າ ຄລີນິກເດີມ ເລີຍຄັບ ທັງ 6 ຄົນ ໃຫ້ການເຫມືອນກັນ VIP ເຟີດ ໄອເບບີ້ ເຈດຕະນິນ".
ເຈົ້າຫນ້າທີ່ດ່ານໜອງຄາຍ ໄດ້ກວດພົບເຫັນກ່ອງ ໄນໂຕຣເຈນເປົ່າ ພ້ອມດ້ວຍເຄື່ອງມື ທາງການແພດ ທີ່ກ່ຽວພັນກັບ ການເຮັດໃຫ້ຜູ້ຍີງ ຖືພາແທນ ແລະແມ່ຍິງ 6 ຄົນ ກໍຮັບສາຣະພາບ ກັບເຈົ້າຫນ້າທີ່ ວ່າຕົນຖືກຈ້າງຈາກ MR RAN ZHAO ຊາວຈີນ ອາຍຸ 35 ປີ ອາສັຍ ຢູ່ບາງກອກ ໃຫ້ເຂົ້າໄປ ຖືພາລູກແທນ ຢູ່ຄລີນິກ ວີໄອພີ ນະຄອນຫລວງ ວຽງຈັນ.
ເອເຊັຽເສຣີກໍໄດ້ຕິດຕໍ່ໄປຫາ ຄລີນີກ ວີໄອພີ ທີ່ນະຄອນຫລວງວຽງຈັນ ເພື່ອສອບຖາມ ຣາຍລະອຽດ ວ່າໄດ້ ບໍຣິການການຖືພາແທນ ຫລືບໍ ແຕ່ບໍ່ສາມາດ ຕິດຕໍ່ໄດ້. ຜ່ານມາ ໃນມື້ວັນທີ 21 ເມສາ ປີ 2017 ເຈົ້າຫນ້າທີ່ ຄລີກນີກ ວີໄອພີ ເຄີຍເວົ້າຕໍ່ ເອເຊັຽເສຣີ ວ່າ ທາງຄລີກນິກ ມີແຕ່ໃຫ້ຄຳປືກສາ ແກ່ແມ່ຍິງ ຜູ້ທີ່ຖືພາຍາກ ເທົ່ານັ້ນ ແຕ່ປະຕິເສດ ບໍ່ເຄີຍໃຫ້ ບໍຣິການ ຮັບຈ້າງຖືພາ ແທນຄົນອື່ນ.