ເສັຽຊີວິດ 1, ຕິດເຊື້ອ 200 ປາຍ ຍ້ອນໄຂ້ຍຸງລາຍ: ອັດຕະປື
2018.05.14

ພຍາດໄຂ້ຍຸງລາຍ ກໍາລັງຣະບາດ ຢູແຂວງອັດຕະປື ລ່າສຸດ ມີຣາຍງານວ່າ ນັບແຕ່ ຕົ້ນປີ 2018 ເປັນຕົ້ນມາ ມີຜູ້ຕິດເຊື້ອ ບໍ່ຕໍ່າກ່ວາ 200 ຄົນ ແລ້ວ ແລະ ມີຜູ້ເສັຽຊີວິດ 1 ຄົນ. ຄົນເຈັບສ່ວນຫຼາຍ ກໍາລັງໄດ້ຮັບການປີ່ນປົວ ຢູ່ໂຮງໝໍ ແຂວງອັດຕະປື, ດັ່ງເຈົ້າໜ້າທີ່ ຫ້ອງການໄຂ້ຍຸງ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ພຶສພາ ນີ້ວ່າ:
“ຕິດເຊື້ອ ປະມານ 200 ປາຍຄົນ ຕາຍ 1 ຄົນແລ້ວ ເດືອນ 1 ມາເຖິງປັດຈຸບັນບັນນີ້ ເນາະ ຄົນເຈັບກໍມີ 10 ປາຍຄົນ ຢູ່ໂຮງໝໍ ແຕ່ຢູ່ຂັ້ນບ້ານ ກໍມີຫລາຍ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ມີຜູ້ຕິດເຊື້ອໄຂ້ຍຸງ ໄປປີ່ນປົວຢູ່ໂຮງໝໍຫຼາຍຂຶ້ນເລື້ອຍໆ ຈົນບໍ່ມີຫ້ອງປີ່ນປົວພຽງພໍ, ທາງໂຮງໝໍ ຕ້ອງໃຊ້ ຫ້ອງປະຊຸມ ເປັນຫ້ອງປິ່ນປົວ ຊົ່ວຄາວ ເພື່ອຮອງຮັບ ຈໍານວນຄົນໄຂ້.
ຣາຍງານວ່າ ປັດຈຸບັນ ເຈົ້າໜ້າທີ່ ຫ້ອງການໄຂ້ຍຸງ ສົມທົບ ກັບເຈົ້າຫນ້າທີ່ ສາທາຣະນະສຸຂ ກໍາລັງລົງພື້ນທີ່ ເພື່ອທໍາລາຍ ບ່ອນທີ່ມີໜອນນໍ້າ ແລະ ສິດພົ່ນຢາຂ້າຍຸງ ຕາມບ່ອນທີ່ມີ ການຣະບາດ ເພື່ອຫລຸດຜ່ອນ ການຂຍາຍພັນ ຂອງຍຸງ ນອກຈາກນັ້ນ ໄດ້ແນະນໍາ ໃຫ້ປະຊາຊົນ ທໍາລາຍ ພາຊະນະ ທີ່ມີນໍ້າອັ່ງ ແລະ ຖ້າມີຜູ້ເຈັບປ່ວຍ ທີ່ອາດຕິດເຊື້ອໄຂ້ຍຸງ ໃຫ້ຮີບນໍາສົ່ງໂຮງໝໍ ຫລື ສຸຂສາລາ.
ຣາຍງານວ່າ ເມື່ອ ປີ 2017 ຢູ່ແຂວງອັຕະປື ມີຜູ້ຕິດເຊື້ອໄຂ້ຍຸງ ປະມານ 600 ປາຍຄົນ ແລະ ເສັຽຊີວິດ 2-3 ຄົນ. ສໍາລັບ ເມືອງທີ່ມີ ຜູ້ຕິດ ເຊື້ອຫຼາຍທີ່ສຸດ ແມ່ນ ເມືອງສະມັກຄີໄຊເສດຖາ ເມື່ອປີຜ່ານມາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ໃນທົ່ວປະເທດ ປະມານ 5,000 ຄົນ.